ຂປລ
ເມ່ືອບ່ໍດົນມານ້ີ, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫລວງນໍ້າທາ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳຂອງແຂວງ.
ຂປລ. ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນໂອ້ລົມຕ່ໍບັນດາສະຫາຍຄະນະພັກ, ຄະນະນຳຂອງແຂວງ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫລັກແຫລ່ງຂອງແຂວງ ໂດຍສະຫາຍໄດ້ເນັ້ນໃຫ້ເອົາໃຈໃສ່ໃນການສ້າງແຜນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ການພັດທະນາເສດຖະກິດແຂວງຫລວງນ້ໍາທາ ເປັນຕ້ົນແມ່ນການປູກ-ການລ້ຽງ, ດ້ານອຸດສາຫະກໍາ, ການບໍລິການທ່ອງທ່ຽວ, ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຢູ່ພາຍໃນແຂວງ, ເສດຖະກິດພູມປັນຍາຂອງປະຊາຊົນ ເພື່ອເຮັດໃຫ້ເຂົາເຈົ້າໄດ້ມີການຜະລິດເປັນສິນຄ້າ ສ້າງລາຍຮັບຕົວຈິງໃຫ້ປະຊາຊົນ ເປັນຕົ້ນແມ່ນການປູກ-ການລ້ຽງໃຫ້ກາຍເປັນກຸ່ມຜະລິດ, ກຸ່ມລ້ຽງໃຫ້ມີການຊີ້ນຳ-ນໍາພາຕົວຈິງ ໂດຍມີແຜນການແຜນງານລະອຽດ ຊຸກຍູ້ສົ່ງເສີມຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສຸມໃສ່ການຜະລິດສ່ົງເສີມພາຍໃນເພື່ອຫລຸດຜ່ອນການນໍາເຂົ້າຕິດພັນກັບການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ; ກວດກາຄືນບັນດາໂຄງການລົງທຶນຕ່າງໆລວມທັງໂຄງການຂອງລັດ, ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ຄຸ້ມຄອງປົກປັກຮັກສາປ່າໄມ້, ສ່ິງແວດລ້ອມບໍ່ໃຫ້ຖືກທຳລາຍ; ດຶງດູດນັກທ່ອງທ່ຽວດ້ວຍການເອົາໃຈໃສ່ການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານເອົາໃຈໃສ່ປັບປຸງຍົກລະດັບ ເພື່ອເຮັດໃຫ້ວຽກງານການທ່ອງທ່ຽວມີລາຍຮັບຫລາຍຂຶ້ນ, ປົກປັກຮັກສາແຫລ່ງທ່ອງທ່ຽວທຳມະຊາດໃຫ້ມີຄວາມສວຍງາມ, ແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງທ້ອງຖິ່ນ ໃຫ້ມີການຊຸກຍູ້ສ່ົງເສີມລວມເຖິງຜະລິດຕະພັນທີ່ເປັນຂອງຕ້ອນຂອງຝາກຕ່າງໆ; ເອົາໃຈໃສ່ຊຸກຍູ້ຜູ້ປົກຄອງໃຫ້ສ່ົງເສີມລູກຫລານທ່ີມີອາຍຸເກນເຂົ້າຮຽນໃຫ້ໄດ້ເຂົ້າໂຮງຮຽນ, ພັດທະນາຄູອາຈານເພື່ອຍົກລະດັບການຮຽນການສອນຂອງຄູອາຈານ ຢູ່ໃນແຕ່ລະໂຮງຮຽນ ເພ່ືອສ້າງການຫັນປ່ຽນໃນວິທີການຮຽນການສອນ ໂດຍສະເພາະແມ່ນໂຮງຮຽນສາມັນ ແລະ ວິຊາຊີບຕ່າງໆ; ເອົາໃຈໃສ່ສືບຕໍ່ປັບປຸງຍົກລະດັບການບໍລິການຂອງແພດໝໍຢູ່ໃນໂຮງໝໍ, ສຸກສາລາລວມທັງການບໍລິການໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວ ເພື່ອສ້າງຄວາມໝັ້ນໃຈໃນການຕັດສິນໃຈເຂົ້າມາທ່ອງທ່ຽວຢູ່ແຂວງຫລວງນໍ້າທາ; ເອົາໃຈໃສ່ສ້າງແຜນກຳນົດ ພັດທະນາສີມືແຮງງານ, ຄຸ້ມຄອງແຮງ, ຝຶກອົບຮົມ ເພື່ອຍົກລະດັບສີມືແຮງງານໃນຖັນແຖວຊາວໜຸ່ມ ເພື່ອສ້າງໃຫ້ເຂົາເຈ້ົາມີວຽກເຮັດງານທຳທີ່ໝັ້ນຄົງໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ຂະແໜງແຮງງານຕ້ອງເປັນເຈົ້າການໃນການຕິດຕາມຄຸ້ມຄອງໃນການສ້າງແຜນພັດທະນາສີມືແຮງງານສົມທົບກັບຂະແໜງການຕ່າງໆທ່ີກ່ຽວຂ້ອງເປັນຕົ້ນອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ; ສືບຕ່ໍເອົາໃຈໃສ່ໃນການຊ້ີນຳ ແລະ ຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແຂງແຮງກວ່າເກົ່າເປັນຕົ້ນ ແມ່ນເອົາໃຈໃສ່ໃນການແແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທ່ີເກີດຂ້ຶນຢູ່ໃນສັງຄົມ, ບັນຫາຢາເສບຕິດ, ການຄ້າຂາຍສິ່ງຜິດກົດໝາຍ, ບັນຫາກຸ່ມແກ້ງຕ່າງໆທີ່ຈະກາຍເປັນຜົນສະທ້ອນທາງລົບ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ, ສອງກຳລັງຕ້ອງເປັນເຈ້ົາການຕິດຕາມເຄ່ືອນໄຫວລາດຕະເວນ, ເພ່ີມທະວີໃນການປັບປຸງ ປກສ ບ້ານ ເພື່ອໃຫ້ຮູ້ເຮັດໜ້າທີ່ພັນທະໃນການປົກປັກຮັກສາຄວາມສະຫງົບຂອງບ້ານເພື່ອເປັນກຳລັງແຮງຊ່ວຍກຳລັງຫລວງກຳລັງທ້ອງຖິ່ນ ເພ່ືອຮັບປະກັນໃຫ້ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ການກໍ່ສ້າງພັກ-ພະນັກງານເປັນຕົ້ນການສ້າງພັກປອດໃສ, ເຂ້ັມແຂງ, ໜັກແໜ້ນ, ການສ້າງການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງສາມາດເປັນແກນນໍາທ່ີແທ້ຈິງ ຢູ່ໃນລະບົບການເມືອງ, ວຽກງານຂະຫຍາຍພັກໃຫ້ຖືເປັນວຽກງານທ່ີສຳຄັນຂອງຄະນະພັກ, ຂອງໜ່ວຍພັກໃນການຂະຫຍາຍພັກ ເອົາໃຈໃສ່ໃນການສຶກສາອົບຮົມວັດຖຸປະສົງຂອງການເຂົ້າພັກ ໃຫ້ເຫັນພາລະບົດບາດຂອງການຈັດຕັ້ງພັກ, ສະມາຊິກພັກ ເພື່ອເປັນການສ້າງຄວາມເຂົ້າໃຈຂອງມະຫາຊົນເປັນການສຶກສາອົບຮົມທາງດ້ານອຸດົມການ, ວັດຖຸປະສົງການເຂ້ົາພັກ, ເອົາໃຈໃສ່ໃນການຄຸ້ມຄອງບໍາ ລຸງກໍ່ສ້າງພະນັກງານໃນຂະບວນ ການວຽກງານຕົວຈິງ ແລະ ຢູ່ຮາກຖານ, ກຳໃຫ້ໄດ້ທ່າແຮງຂອງ ພະນັກງານທາງດ້ານການເມືອງຄຸນສົມ ບັດພອນສະຫວັນ ຄວາມ ຮູ້ຄວາມສາມາດ ເພ່ືອໃຫ້ການສັບຊ້ອນມີຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ຫລີກລ່ຽງການສັບຊ້ອນຈັດວາງ ໂດຍບ່ໍໄດ້ມີການຕີລາຄາການປະເມີນ, ແຂ່ງຂ້ັນຮັບຜິດຊອບລະຫວ່າງເມືອງກັບຕາແສງກັບບ້ານ; ວຽກງານກວດກາເອົາໃຈໃສ່ຖືເອົາວຽກງານກວດກາເປັນໜ່ຶງໃນພາລະບົດບາດການນຳພາຂອງພັກ, ຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ເພ່ືອຊອກໃຫ້ເຫັນດ້ານດີ, ຜົນສຳເລັດ, ດ້ານຕັ້ງໜ້າເພື່ອເສີມຂະຫຍາຍ, ຊອກ ຫ້ເຫັນຈຸດອ່ອນຂ້ໍຄົງຄ້າງຂອງການຈັດຕັ້ງເພື່ອປັບປຸງປ່ຽນແປງ, ຖ້າກວດເຫັນການລະເມີດກໍຕ້ອງໄດ້ປະຕິບັດຕາມກົດໝາຍ, ພ້ອມນີ້ກໍເພື່ອເປັນການປ້ອງກັນບໍ່ໃຫ້ມີການລະເມີດ, ຜູ້ເຮັດວຽກກວດກາເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກ ຕ້ອງມີສາຍຕາແຫລມຄົມ, ຫູໄວໃຈສັດຊື່ມືສະອາດ; ການປະຕິບັດລະບົບສອງຫົວໜ້າລະຫວ່າງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ກັບປະທານຄະນະກໍາມະການປົກຄອງຕ້ອງເບ່ິງຂ້ໍກຳນົດ ແລະ ລະບຽບການທ່ີກຳນົດໄວ້ເພ່ືອບ່ໍໃຫ້ມີວຽກທ່ີເປັນການຊ້ໍາຊ້ອນກ້າວກ່າຍ ຕ້ອງໄດ້ເຮັດຕາມພາລະບົດບາດ, ເລຂາກໍຕ້ອງເຮັດໜ້າທ່ີໃນການນຳພາຊຸກຍູ້ຕິດຕາມ, ກວດກາໃນການນຳພາຈັດຕັ້ງປະຕິບັດ, ປະທານອົງການປົກຄອງກໍເຮັດໜ້າທີ່ບໍລິຫານ; ການນໍາພາຂອງຄະນະພັກ ຕ້ອງເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນໃນຖັນແຖວພະນັກງານ-ສະມາຊິກພັກ, ສະຫາຍເລຂາ, ຮອງເລຂາຕ້ອງເປັນຄັນທຸງນຳໜ້າ ເພື່ອເຕົ້າໂຮມກຳລັງແຮງໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ຍົກສູງຄວາມຮັບຜິດຊອບເປັນເຈົ້າການ, ຕ້ອງເສຍສະລະເຮັດໜ້າທີ່ຕາມການມອບໃຫ້ມີຜົນສຳເລັດ.
ພ້ອມນີ້, ກໍໄດ້ມອບເງິນຈຳນວນ 100 ລ້ານກີບໃຫ້ແຂວງ, ມອບຄອມພິວເຕີ ແລະ ປີ້ນເຕີ 2 ຊຸດ ໃຫ້ຄະນະກວດກາແຂວງ ເພື່ອໄປນໍາໃຊ້ໃນການຈັດຕັ້ງປະຕິບັດວຽກ.
KPL