ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

03/08/2026 09:59
ຂປລ ໃນວັນທີ 31 ກໍລະກົດ ຜ່ານມາ, ສະຖາບັນການຕ່າງປະ ເທດ ກະຊວງການຕ່າງປະເທດ ຈັດ ພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະ ຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງ ພັກ (ຄຕພ) ແລະ ບັນດາກະຊວງ ອ້ອມຂ້າງສູນກາງ ໂດຍການເປັນປະທານຂອງທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ ເຂົ້າຮ່ວມຈາກບັນດາກົມພາຍໃນ ກະຊວງການຕ່າງປະເທດ, ຄະນະ ຈັດຕັ້ງສູນກາງພັກ, ຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ຜູ້ ເຂົ້າຮັບການບໍາລຸງພາສາອັງກິດ ທັງໝົດຈໍານວນ100 ກວ່າທ່ານ.
 ໃນພິທີ, ທ່ານ ວັດຖຸນິຍົມ ດວງມາລາ ຫົວໜ້າສະຖາບັນການ ຕ່າງປະເທດ ໄດ້ສະຫລຸບລາຍງານ ຜົນການຈັດຕັ້ງການບໍາລຸງພາສາ ອັງກິດ ຊຸດທີ 47 ຊຶ່ງໄດ້ດໍາເນີນ ມາເປັນເວລາ 20 ອາທິດ (ເລີ່ມ ແຕ່ວັນທີ 2 ມີນາ-31 ກໍລະກົດ 2026) ໂດຍມີຜູ້ເຂົ້າຮ່ວມທັງໝົດ 51 ທ່ານ (ຍິງ 24 ທ່ານ) ທີ່ມາ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງ ພັກ ແລະ ບັນດາກະຊວງອ້ອມ ຂ້າງສູນກາງ. ພາຍໃຕ້ການນໍາພາ ຂອງຄະນະນຳກະຊວງການຕ່າງ ປະເທດ ບວກກັບຄວາມເອົາໃຈໃສ່ ຂອງຄະນະຮັບຜິດຊອບ-ຄູອາຈານ ກໍຄື ຄວາມຮັບຜິດຊອບຂອງຜູ້ເຂົ້າ ຮັບການບໍາລຸງ, ຈຶ່ງເຮັດໃຫ້ຊຸດບໍາ ລຸງດັ່ງກ່າວ ສາມາດບັນລຸຜົນສໍາ ເລັດໄດ້ຕາມລະດັບຄາດໝາຍທີ່ ໄດ້ວາງໄວ້ ຊຶ່ງສະແດງອອກຜ່ານຕົວຊີ້ວັດຕ່າງໆເປັນຕົນແມ່ນຜູ້ເຂົ້າ ຮ່ວມສາມາດຍົກລະດັບພາສາອັງ ກິດ ໃນຫລາຍທັກສະເຊັ່ນ: ການ ສົນທະນາ, ການນຳສະເໜີບົດ, ການຂຽນບົດຄວາມ, ການຮ່າງ ເອກະສານ ແລະ ການຟັງໄດ້ດີຂຶ້ນ ຖ້າທຽບໃສ່ໄລຍະເລີ່ມຕົ້ນຮຽນ ໃໝ່ ຊຶ່ງສາມາດນຳໃຊ້ເຂົ້າໃນການ ປະຕິບັດໜ້າທີ່ວຽກງານໃນຂົງເຂດ ຄວາມຮັບຜິດຊອບຂອງຕົນເປັນ ຕົ້ນການເຂົ້າຮ່ວມສໍາມະນາໃນ ເວທີພາກພື້ນ ແລະ ສາກົນ ລວມ ທັງການເຂົ້າຮ່ວມພົບປະ ກໍຄື ການ ຕິດຕໍ່ພົວພັນວຽກງານທາງການ ກັບຕ່າງປະເທດ. ນອກຈາກນັ້ນ, ໃນໄລຍະທ້າຍຂອງການດຳເນີນ ຫລັກສູດ, ຄະນະຮັບຜິດຊອບຍັງ ໄດ້ຈັດຕາຕະລາງໃຫ້ຜູ້ເຂົ້າຮັບການ ບໍາລຸງໄດ້ຮັບຟັງການບັນຍາຍເພີ່ມ ເຕີມກ່ຽວກັບນະໂຍບາຍການຕ່າງ ປະເທດ, ສະພາບການພົ້ນເດັ່ນພາກ ພື້ນ ແລະ ສາກົນ ແລະ ຄວາມຮູ້ພື້ນ ຖານກ່ຽວກັບວຽກງານພິທີການ ທູດ ຊຶ່ງເປັນຫົວຂໍ້ທີ່ສຳຄັນ ແລະ ຕິດ ພັນກັບວຽກງານຂອງທຸກຂະແໜງ ການໂດຍສະເພາະແມ່ນການຈັດ ກອງປະຊຸມສາກົນ, ການຕ້ອນຮັບ ແຂກຕ່າງປະເທດເພື່ອເປັນບົດຮຽນ ໃຫ້ແກ່ຜູ້ເຂົ້າຮຽນນໍາໄປໝູນໃຊ້ໃນ ວຽກງານຕົວຈິງຢູ່ກົມກອງຂອງ ຕົນເອງ. ນອກຈາກການຮຽນ-ການສອນ ພາຍໃນຫ້ອງຮຽນແລ້ວ, ຊຸດບໍາ ລຸງດັ່ງກ່າວ ຍັງໄດ້ສ້າງກິດຈະກໍາ ເຄື່ອນໄຫວນອກຫລັກສູດເປັນຕົ້ນ ໄດ້ໄປທັດສະນະສຶກສາທີ່ສູນຟື້ນຟູ ໜ້າທີ່ການ (ສູນຂໍ້ມູນ-ຂ່າວສານ ຄົນພິການ (COPEVisitor Center) ແລະ ເຂື່ອນໄຟຟ້ານ້ຳງື່ມ I ທີ່ ເມືອງແກ້ວອຸດົມ ແຂວງວຽງຈັນ ລວມທັງໄດ້ຈັດກິດຈະກຳນອກ ຫລັກສູດເປັນຕົ້ນການແຂ່ງຂັນກິລາ ຕ່າງໆເພື່ອປະກອບສ່ວນເຂົ້າໃນ ການສ້າງຂະບວນການຂໍ່ານັບຮັບ ຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເພື່ອເປັນການສ້າງຄວາມຮັກ ແພງ, ຮັດແໜ້ນຄວາມສາມັກຄີ ລະຫວ່າງຄູ-ອາຈານ, ພະນັກງານ ສະຖາບັນການຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຊຸດບໍາລຸງດັ່ງກ່າວ ທີ່ ມາຈາກພາກສ່ວນອື່ນໆໃຫ້ມີບັນຍາ ກາດຟົດຟື້ນ ແລະ ແໜ້ນແຟ້ນຂຶ້ນ. ໃນຕອນທ້າຍ, ທ່ານ ໄມທອງ ທຳມະວົງສາ ປະທານພິທີໄດ້ໃຫ້ ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າ ຮ່ວມຊຸດຝຶກອົບຮົມດັ່ງກ່າວ. ພ້ອມ ທັງໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ພະນັກ ງານທີ່ສໍາເລັດການບໍາລຸງພາສາ ອັງກິດໃນຄັ້ງນີ້ ໂດຍໄດ້ເນັ້ນເຖິງ ຄວາມສຳຄັນ ແລະ ຄວາມຈຳເປັນ ຕໍ່ກັບການຍົກລະດັບພາສາອັງກິດ ເພື່ອເປັນເຄື່ອງມືໃນການເສີມ ຂະຫຍາຍການພົວພັນຮ່ວມມືກັບ ສາກົນ. ຂ່າວ: ສຳນານ
KPL

ຂ່າວອື່ນໆ

ads
ads

Top