ຂປລ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຫະລັດອາເມລິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ ຢູ່ ສປປ ລາວ.
ຂປລ. ເພື່ອຍົກລະດັບຄວາມສາມາດໃນການສິດສອນພາສາອັງກິດໃຫ້ແກ່ຄູ-ອາຈານໃນລາວ, ການປັບປຸງຫລັກສູດ ແລະ ສື່ການຮຽນ-ການສອນ, ພ້ອມທັງສົ່ງເສີມການແລກປ່ຽນວັດທະນະທໍາລະຫວ່າງສອງປະເທດ ຕື່ມອີກ. ໃນວັນທີ 29 ກໍລະກົດ 2026 ທີ່ ສໍານັກກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ວ່າດ້ວຍການຮ່ວມມືໃນໂຄງການຜູ້ຊ່ວຍຄູສອນພາສາອັງກິດ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໂດຍການຮ່ວມລົງນາມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ມິເຊວ ວາຍ ເອົາລໍ (Michelle Y Outlaw) ອຸປະທູດຮັກສາການຊົ່ວຄາວສະຖານເອກ ອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນທຶນທັງໝົດຈາກກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໂດຍມີເປົ້າໝາຍເພື່ອຍົກລະດັບຄວາມສາມາດໃການສິດສອນພາສາອັງກິດໃຫ້ແກ່ຄູ-ອາຈານລາວ, ການປັບປຸງຫລັກສູດ ແລະ ສື່ການຮຽນ-ການ ສອນ, ພ້ອມທັງສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ, ພາຍໃຕ້ MOU ສະບັບນີ້, ຝ່າຍອາເມລິກາ ຈະສົ່ງຜູ້ຊ່ວຍຄູສອນພາສາອັງກິດ 12 ທ່ານ ແລະ ຜູ້ຊ່ຽວຊານພາສາອັງກິດ 5 ທ່ານ ເຂົ້າມາປະຈໍາການຢູ່ຕາມມະຫາວິທະຍາໄລ, ວິທະຍາໄລຄູ, ວິທະຍາໄລເຕັກນິກ-ວິຊາຊີບ ແລະ ໂຮງຮຽນມັດທະຍົມຢູ່ໃນຫລາຍແຂວງທົ່ວປະເທດ ສປປ ລາວ ເປັນໄລຍະເວລາ 2 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ຂ່າວ-ພາບ: ບົວລະພາ
KPL