ຂປລ
ອົງການສະຫະປະຊາ ຊາດ ປະຈຳ ສປປ ລາວ (ສປຊ) ຈັດ ກອງປະຊຸມ ເພື່ອນໍາສະເໜີກ່ຽວກັບ ການຈັດຕັ້ງປະຕິບັດວຽກງານໃນ ໄລຍະຜ່ານມາ ແລະ ແຜນງານໃນ ອະນາຄົດ ພ້ອມທັງປຶກສາຫາລື, ຖອດຖອນບົດຮຽນກ່ຽວກັບການ ເຮັດວຽກຮ່ວມກັນໃນໄລຍະຜ່ານ ມາລະຫວ່າງສື່ມວນຊົນຂອງລັດແລະ ອົງການ ສປຊ ໂ
ດຍການເປັນ
ປະທານຮ່ວມຂອງທ່ານ ບາໂຮເດຍ
ເບີຄານອຝ ຜູ້ປະສານງານອົງການ
ສະຫະປະຊາຊາດ ປະຈຳ ລາວ ແລະ
ທ່ານ ອາລົມລັງສີ ລາຊະວົງ ຮອງ
ຫົວໜ້າກົມອົງການຈັດຕັ້ງສາກົນ
ກະຊວງການຕ່າງປະເທດ, ມີຜູ້ຕາງ
ໜ້າຈາກທະນາຄານໂລກ, ອົງການ
ອະນາໄມໂລກ, ອົງການອຸຍນີເຊບ
ແລະ ອົງການຈັດຕັ້ງສາກົນຕ່າງໆ
ພ້ອມດ້ວຍສື່ມວນຊົນຈາກຂະແໜງ
ການຕ່າງໆເຂົ້າຮ່ວມ.
ກອງປະຊຸມໄດ້ຮ່ວມກັນທົບ
ທວນ ແລະ ຕີລາຄາຄືນຜົນສຳເລັດ
ລວມທັງສິ່ງທ້າທາຍໃນການຮ່ວມ
ມືດ້ານການສື່ສານ ແລະ ການເຜີຍ
ແຜ່ຂໍ້ມູນຂ່າວສານໃນໄລຍະຜ່ານ
ມາ, ພ້ອມທັງໄດ້ຮ່ວມກັນສະເໜີ
ບັນດາທິດທາງ ແລະ ມາດຕະການ
ເພື່ອຍົກສູງປະສິດທິຜົນຂອງການປະສານງານ ແລະ ການຮ່ວມມືລະ
ຫວ່າງອົງການ ສປຊ ກັບສື່ມວນ
ຊົນຂອງລັດ ໃຫ້ມີຄວາມແໜ້ນ
ແຟ້ນ, ເປັນລະບົບ ແລະ ມີປະສິດທິ
ຜົນຫລາຍຂຶ້ນ. ທັງເປັນໂອກາດ
ສຳຄັນໃນການເສີມຂະຫຍາຍການ
ຮ່ວມມື ແລະ ສ້າງຄວາມເຂົ້າໃຈ
ອັນດີລະຫວ່າງອົງການ ສປຊ, ບັນ
ດາອົງການສາກົນ ແລະ ສື່ມວນ
ຊົນຂອງລັດ, ເປັນການສ້າງພື້ນ
ຖານ ເພື່ອພັດທະນາວຽກງານດ້ານ
ການສື່ສານ ແລະ ການເຜີຍແຜ່
ຂ່າວສານໃຫ້ສາມາດນຳສະເໜີ
ຜົນການດຳເນີນງານ, ໂຄງການ
ແລະ ກິດຈະກຳຕ່າງໆຂອງອົງ
ການ ສປຊ ໃຫ້ເຖິງປະຊາຊົນ
ຢ່າງກວ້າງຂວາງ, ທັນການ ແລະ
ມີຄຸນນະພາບ.
ໂອກາດນີ້, ທ່ານ ອາລົມລັງສີ
ລາຊະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ
ຄັ້ງນີ້ ເພື່ອປຶກສາຫາລື, ແລກປ່ຽນ
ກົນໄກການເຮັດວຽກຂອງອົງການ
ສະຫະປະຊາດ ປະຈຳລາວ ເພື່ອ
ເຮັດໃຫ້ນັກຂ່າວມີຄວາມເຂົ້າໃຈ
ກ່ຽວກັບບົດບາດໜ້າທີ່ຂອງອົງ
ການສະຫະປະຊາຊາດ ປະຈຳລາວ
ເພື່ອນຳໄປເຜີຍແຜ່ຜົນງານ, ຜົນ
ສຳເລັດໃນການຮ່ວມມືລະຫວ່າງ
ພາກລັດ ແລະ ອົງການສະຫະປະຊາ
ຊາດປະຈໍາລາວ ໃນໄລຍະຜ່ານມາ,
ວຽກຂອງອົງການສະຫະປະຊາ
ຊາດປະຈຳລາວ ແມ່ນການສະໜັບ
ສະໜູນ ສປປ ລາວ ໃນການຈັດຕັ້ງ
ປະຕິບັດແຜນພັດທະນາເສດຖະ
ກິດ-ສັງຄົມຂອງ ສປປ ລາວ ໃນ
ແຕ່ລະໄລຍະ, ສະໜັບສະໜູນບັນດາ
ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ
ອົງການອະນາໄມໂລກ, ອົງການ
ອຸຍນີເຊບ ແລະ ສະໜັບໜູນບຸລິມະ
ສິດຕ່າງໆໃຫ້ ສປປ ລາວ. ອົງການ
ສະຫະປະຊາຊາດ ປະຈໍາລາວ ໄດ້
ໃຫ້ສະໜັບສະໜູນແກ່ ສປປ ລາວ
ໃນຄວາມພະຍາຍາມຫລຸດພົ້ນອອກ
ຈາກປະເທດດ້ອຍພັດທະນາ ໂດຍ
ສ້າງຍຸດທະສາດ, ສະໜັບສະໜູນ
ດ້ານຊ່ຽວຊານໃນການຂຽນບົດ
ປະເມີນຄວາມພ້ອມ. ນອກຈາກນີ້,
ຍັງໄດ້ສຸມໃສ່ຊ່ວຍເຫລືອໃນການ
ຈັດຕັ້ງປະຕິບັດພັນທະຂອງສາກົນ
ເປັນຕົ້ນເປົ້າໜາຍການພັດທະນາ
ແບບຍືນຍົງ ຫລື SDG ແລະ ວຽກ
ງານອື່ນໆ.
ຂ່າວ-ພາບ: ທະນູທອງ
KPL