ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ

04/08/2026 10:00
ຂປລ ອາທິດຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ເຂົ້າຮ່ວມເປັນປະທານໃນພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດ ສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກ ຕັ້ງທີ 18 ແຂວງໄຊສົມບູນ.

        ຂປລ.  ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ລາຍງານກ່ຽວກັບສະພາບໂດຍຫຍໍ້ໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນ ແຂວງໄຊສົມບູນ ໃນໄລຍະ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ຈາກນ້ັນ, ທ່ານ ວຽງແກ້ວ ວັນນະຈັກ ຮອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ພອຍຄໍາ ຮຸ່ງບຸນຍວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ແລະ ທ່ານ ນາງ ຄຳສີ ສິດທິວໍລະດາ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 18 ແຂວງໄຊສົມບູນ.

      ໂອກາດນ້ີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຮອບດ້ານຂອງແຂວງ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງຂອງແຂວງໄຊສົມບູນ, ທັງສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງເປັນຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແລະ ສະແດງຄວາມເຊື່ອໝັ້ນວ່າ ຄະນະ ສສຊ ປະຈໍາເຂດເລືອກຕ້ັງຈະນໍາພາ-ຊ້ີນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຂອງຕົນ ໂດຍຕ້ອງມີການວາງແຜນການເຄ່ືອນໄຫວເປັນແຕ່ລະໄລຍະ; ມີການສະຫລຸບຕີລາຄາລາຍງານຂ້ັນເທິງ ໂດຍອີງໃສ່ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ (ສພຊ), ຄະນະປະຈໍາສະພາແຫ່ງຊາດ ກໍຄື ຄະນະພັກແຂວງວາງອອກ ແລະ ປະສານສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ກໍຄື ອໍານາດການປົກຄອງແຂວງ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍບັນດາແຜນງານ, ໂຄງການທີ່ ສພຊ ວາງອອກໃນ 5 ປີຕ່ໍໜ້າ ໂດຍໃຫ້ສອດຄ່ອງກັບຈຸດພິເສດ, ຄວາມເປັນຈິງ ແລະ ທ່າແຮງຂອງເຂດເລືອກຕັ້ງຂອງຕົນ; ມີກົນໄກການປະສານງານກັບບັນດາກໍາມາທິການຂອງ ສພຊ ໃນການປະຕິບັດສິດ ແລະ ໜ້າທ່ີຂອງສະພາແຫ່ງຊາດ ຕາມ 3 ພາລະບົດບາດທີ່ກົດໝາຍກຳນົດໄວ້.

     ພ້ອມນ້ີ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄື ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕ້ັງຂ້ັນແຂວງຈ່ົງໄດ້ໃຫ້ການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງ ກໍຄື ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ດ້ວຍການສ້າງເງ່ືອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ໃນເຂດເລືອກຕັ້ງຂອງຕົນ.

ຂ່າວ: ສພຊ

KPL

ຂ່າວອື່ນໆ

ads
ads

Top