ຂປລ
ໃນອາທິດຜ່ານມາ, ທີ່ແຂວງຜົ້ງສາລີ, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ, ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫລັກແຫລ່ງຂອງແຂວງ ແລະ ເມືອງບູນເໜືອ.
ຂປລ.ທ່ານ ພົຕ ສົມພອນ ມິດຕະພອນ ເລຂາພັກແຂວງຜົ້ງສາລີ ໄດ້ລາຍງານວ່າ: ແຂວງຜົ້ງສາລີ ມີເນື້ອ ທີ່ 16.270 ກິໂລຕາແມັດ, ເນື້ອທີ່ 99% ເປັນພູສູງຊັນ, ມີຊາຍແດນທິດຕາເວັນອອກຕິດກັບ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບແຂວງ ອຸດົມໄຊ, ທິດເໜືອຕິດກັບ ສປ ຈີນ, ທິດໃຕ້ຕິດກັບແຂວງຫລວງພະບາງ, ມີ 7 ເມືອງ ຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້ ໂດຍແມ່ນເມືອງ ບຸນເໜືອ ເປັນເທສະບານແຂວງແຫ່ງໃໝ່ ທີ່ເປັນໃຈກາງ, ມີ 503 ບ້ານ, 47.694 ຄອບຄົວ, 202.258 ຄົນ, ຍິງ 99.711 ຄົນ; ມີ 15 ຊົນເຜົ່າ ຄື: ເຜົ່າລາວລຸ່ມ, ເຜົ່າໄຕ, ລ້ື , ຢ້ັງ, ໄທເໜືອ, ກຶມມຸ, ບິດ, ມົ້ງ, ອິວມຽນ, ອາຄາ, ພູນ້ອຍ, ສີລາ, ຮາຢີ, ໂລໂລ ແລະ ຫໍ້. ໃນ ໄລຍະຜ່ານມາ ຜົ້ງສາລີ ໄດ້ສຸມໃສ່ ຍົກລະດັບ ແລະ ພັດທະນາເສັ້ນທາງ ຄົມມະຄົມຕາມແລວທາງ 1:1, 22, 4 ທາງອອກສູ່ຕະຫລາດພາຍນອກ, ໄດ້ກໍານົດ 5 ທ່າແຮງປາຍແຫລມຄື: ການປູກພືດ ແລະ ຕົ້ນໄມ້ອຸດສາຫະ ກໍາເປັນສິນຄ້າ; ການລ້ຽງສັດໃຫຍ່ (ງົວ-ຄວາຍ) ເປັນສິນຄ້າ; ການ ບໍລິການທາງຜ່ານ; ການສ້າງເຂດ ເສດຖະກິດພິເສດ; ການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ 15 ເຜ່ົາ, ຕົວເມືອງໃໝ່ບຸນເໜືອ ແລະ ການຜະລິດກະສິກຳສະອາດ.
ໂອກາດນ້ີ, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຄະນະນຳ ແຂວງຜົ້ງສາລີ ທີ່ມີຜົນສຳເລັດໃນການພັດທະນາເສດຖະກິດ- ສັງຄົມ ພ້ອມທັງເນັ້ນໃຫ້ສືບຕໍ່ຈັດຕັ້ງ ປະຕິບັດແຜນພັດທະນາຂອງແຂວງວາງອອກ; ສຸມໃສ່ການປູກ-ການ ລ້ຽງ, ແກ້ໄຂຍົກລະດັບຊີວິດປະຊາຊົນສ້າງລາຍຮັບຕົວຈິງໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ຕິດພັນກັບການຜະລິດກະສິກຳເປັນສິນຄ້າ ສົ່ງອອກ, ຊອກຕະຫລາດຈຳໜ່າຍ ນຄ້າໃຫ້ປະຊາຊົນ, ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງ ໃຫ້ເຂັ້ມແຂງ, ສ້າງເງື່ອນໄຂສະພາບແວດລ້ອມໃນການດຳເນີນທຸລະກິດ, ຄົ້ນຄວ້າບັນດາກິດຈະການ, ໂຄງການ, ເລືອກເຟັ້ນ ໂຄງການໃຫ້ໄດ້ຈັດຕັ້ງປະຕິບັດ ຕາມແຜນ, ຄຸ້ມຄອງສິ່ງແວດລ້ອມ ບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ ແລະ ທຳມະຊາດ ບ່ອນທຳມາຫາກິນ ຂອງປະຊາຊົນໃຫ້ປະຊາຊົນມີ ສ່ວນຮ່ວມມີຜົນປະໂຫຍດ, ກວດ ກາຫົວໜ່ວຍໂຄງການ, ກິດຈະການ ທີ່ແຕ່ລະຂ້ັນຄຸ້ມຄອງ ເພື່ອຈັດເກັບລາຍຮັບເຂົ້າງົບປະມານ, ຖືເອົາ ການທ່ອງທ່ຽວເປັນທ່າແຮງໃນການພັດທະນາ, ພັດທະນາປັບປຸງຟື້ນຟູພື້ນຖານໂຄງລ່າງເປັນຕົ້ນເສັ້ນທາງ, ສຸມໃສ່ສະໜອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທ່ົວເຖິງ; ການພັດທະນາວຽກງານສັງຄົມ ໂດຍສະເພາະຍົກລະດັບການສືກສາໃຫ້ມີຄຸນນະພາບສູງຂຶ້ນຊຸກຍູ້ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຄວາມ ສຳຄັນຂອງການສຶກສາໃຫ້ລູກ ຫລານໄດ້ຮັບການສຶກສາ, ເອົາໃຈໃສ່ວຽກງານສາທາລະນະສຸກຂະຫຍາຍຕາໜ່າງສາທາລະນະສຸກ ໃຫ້ປະຊາຊົນໄດ້ເຂ້ົາເຖິງການບໍລິການ, ຕ້ານ ແລະ ສະກັດກັ້ນພະຍາດລະບາດ, ພັດທະນາສີມືແຮງງານ ເພື່ອຕອບສະໜອງຮັບໃຊ້ການພັດທະນາ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕ້ົນການຄ້າຂາຍເຖື່ອນ, ຢາເສບຕິດ, ກຸ່ມແກ້ງສະແກມເມີ; ການແກ້ໄຂຄວາມທຸກຍາກຊຶ່ງເປັນວາລະແຫ່ງຊາດທີ່ຕ້ອງໄດ້ສຸມໃສ່ປະຕິບັດ; ເພີ່ມທະວີການກໍ່ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກ ແໜ້ນໃຫ້ມີຄຸນນະພາບ, ເອົາໃຈໃສ່ ວຽກງານພະນັກງານເປັນວຽກງານຕັດສິນຜົນໄດ້ຜົນເສຍຕໍ່ການ ນຳພາຂອງພັກ, ພະນັກງານຕ້ອງມີຄຸນທາດການເມືອງ, ມີຄວາມຮັບຜິດຊອບ, ມີຈັນຍາບັນເຮັດສຳເລັດ ໜ້າທີ່ເປັນຜູ້ຮັບໃຊ້ປະຊາຊົນ, ຄຸ້ມຄອງພະນັກງານ, ເລືອກເຟັ້ນຊັບຊ້ອນພະນັກງານບັນຈຸໃຫ້ບັນດາຕາແສງຝຶກອົບຮົມໃຫ້ຕາແສງ ພ້ອມທັງເອົາໃຈໃສ່ວຽກງານກວດກາໃຫ້ເຂ້ັມແຂງ; ວຽກງານສະພາໃຫ້ເປັນອົງການທີ່ຕັດສິນບັນຫາສຳຄັນ, ການຊຸກຍູ້ຈັດຕັ້ງປະຕິບັດວຽກງານຕ່າງໆ, ການເປັນຕົວແທນໃຫ້ປະຊາຊົນ; ຄະນະພັກຕ້ອງເປັນຫົວຈັກຫລັກແຫລ່ງນຳພາ-ຊີ້ນຳຈັດຕັ້ງປະຕິບັດພັດທະນາເສດຖະກິດ- ສັງຄົມ, ເພີ່ມທະວີຄວາມສາມັກຄີ, ຕົກລົງຕັດສິນບັນຫາເປັນໝູ່ຄະນະ; ປືກສາຫາລືບົດຮຽນນຳອະດີດການນຳ, ພະນັກງານບຳນານເພື່ອພັດທະນາແຂວງຜົ້ງສາລີ ໃຫ້ດີຂຶ້ນເລື້ອຍໆ.
ໂອກາດນ້ີ, ຍັງໄດ້ມອບຄອມພິວເຕີຕັ້ງໂຕະພ້ອມເຄື່ອງພິມເອກະສານ ຈຳນວນ 35 ຊຸດ ມູນຄ່າ 654 ລ້ານກວ່າກີບໃຫ້ແຂວງຜົ້ງສາລີ ເພື່ອແຈກຢາຍໃຫ້ບັນດາຕາແສງ ແລະ ມອບເງິນ 300 ລ້ານໃຫ້ແຂວງຜົ້ງສາລີ, ມອບເງິນ 100 ລ້ານກີບໃຫ້ເມືອງບຸນເໜືອຕື່ມອີກ.
ຂ່າວ: ສົມຄິດ
KPL