ແຟງລັງ ເກັບກູ້ນ້ຳມັນ 60.000 ລິດ ຈາກຊາກເຮືອບິນ ສົງຄາມໂລກຄັ້ງທີ 2

05/08/2026 08:51
Email Print 105
ຂປລ ກະຊວງ ສະພາບພູມອາກາດ ແລະ ສິ່ງແວດລ້ອມ ຂອງ ແຟງລັງ ໄດ້ລາຍງານຜົນການ ເກັບກູ້ນ້ຳມັນ ເຊື້ອໄຟ ປະມານ 60.000 ລິດ ອອກຈາກຊາກເຮືອຮົບປ້ອງກັນ ຊາຍຝັ່ງ ອິລມາຣິເນນ (Ilmarinen) ເຊິ່ງຈົມ ຢູ່ໃຕ້ນໍ້າ ມາຕັ້ງແຕ່ສະໄໝ ສົງຄາມໂລກ ຄັ້ງທີສອງ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງ ສະພາບພູມອາກາດ ແລະ ສິ່ງແວດລ້ອມ ຂອງ ແຟງລັງ ໄດ້ລາຍງານຜົນການ ເກັບກູ້ນ້ຳມັນ ເຊື້ອໄຟ ປະມານ 60.000 ລິດ ອອກຈາກຊາກເຮືອຮົບປ້ອງກັນ ຊາຍຝັ່ງ ອິລມາຣິເນນ (Ilmarinen) ເຊິ່ງຈົມ ຢູ່ໃຕ້ນໍ້າ ມາຕັ້ງແຕ່ສະໄໝ ສົງຄາມໂລກ ຄັ້ງທີສອງ.

ການປະຕິບັດການ ໃນລະຫວ່າງ ວັນທີ 14-24 ກໍລະກົດ ທີ່ນຳໂດຍ ສະຖາບັນ ສິ່ງແວດລ້ອມ ແລະ ກອງທັບເຮືອແຟງລັງ ພ້ອມທັງ ໄດ້ຮັບການ ສະໜັບສະໜູນ ຈາກໜ່ວຍພິທັກຊາຍຝັ່ງ ແຟງລັງ ແລະ ສູນການແພດ ໃຕ້ນ້ຳ ຂອງກອງທັບ ແຟງລັງ ສົ່ງຜົນໃຫ້ ສາມາດສູບນ້ຳມັນ ອອກຈາກ ຖັງເຊື້ອໄຟ ຂອງເຮືອ ໄດ້ປະມານ 60.000 ລິດ ແຕ່ວ່າກໍຍັງມີນ້ຳມັນເຫລືອ ຕິດຄ້າງຢູ່ ພາຍໃນຊາກເຮືອ ອີກປະມານ 40.000 ລິດ .  ໂດຍຄາດວ່າ ການປະຕິບັດການ ດັ່ງກ່າວ ຈະດຳເນີນຕໍ່ໄປ ຈົນເຖິງປີ 2027.

ທັງນີ້, ເຮືອຮົບ ປ້ອງກັນ ຊາຍຝັ່ງ ອິລມາຣິເນນ ໄດ້ຈົມລົງ ໃຕ້ພື້ນນໍ້າ ໃນເດືອນກັນຍາ 1941 ຫລັງຈາກຕຳຖືກທຸ່ນລະເບີດ ໃນພື້ນທີ່ ພາກເໜືອ ຂອງ ທະເລບອລຕິກ ແລະ ຖືເປັນໜຶ່ງ ໃນຊາກເຮືອ ທີ່ ສ້າງຄວາມສ່ຽງ ຕໍ່ແວດລ້ອມໃນທະເລບອລຕິກ./.

KPL

ຂ່າວອື່ນໆ

ads
ads

Top