ເປັນຫຍັງປະເທດຕາເວັນຕົກຈິ່ງຢ້ານເອໄອຈີນ ພັດທະນາລື່ນໂຕເອງ

05/08/2026 09:16
Email Print 116
ຂປລ ປັດຈຸບັນທົ່ວໂລກຄາດວ່າມີຄົນຫັນມາໃຊ້ເອໄອເພິ່ມຂຶ້ນກວ່າ1,500 ລ້ານຄົນ ໃນນັ້ນ ຈີນກວມເອົາ ອັດຕາ ສ່ວນເກືອບ 1 ຕື້ຄົນ ແລະ ຮອດປີ 2030 ການນໍາໃຊ້ປັນຍາປະດິດ(ເອໄອ)ຈະກວມທຸກຂົງເຂດ ວຽກງານຮອບ ດ້ານນັບຈາກຂະແໜງກະສິກໍາ,ອຸດສາຫະກໍາ, ການສຶກສາ,ສາທາລະນະສຸກ, ເສດຖະກິດ-ການຄ້າດິຈີຕອນ, ທ່ອງທ່ຽວ,ຄົມມະນາຄົມ,ຄວາມໝັ້ນຄົງ

ຂປລ.ປັດຈຸບັນທົ່ວໂລກ ຄາດວ່າມີຄົນຫັນມາໃຊ້ເອໄອເພິ່ມຂຶ້ນກວ່າ1,500 ລ້ານຄົນ ໃນນັ້ນ ຈີນກວມເອົາອັດຕາສ່ວນເກືອບ 1 ຕື້ຄົນ ແລະ ຮອດປີ 2030 ການນໍາໃຊ້ປັນຍາ ປະດິດ(ເອໄອ) ຈະກວມທຸກຂົງເຂດ ວຽກງານຮອບ ດ້ານນັບຈາກຂະແໜງ ກະສິກໍາ,ອຸດສາຫະກໍາ, ການສຶກສາ,ສາທາລະນະສຸກ, ເສດຖະກິດ-ການຄ້າດິຈີຕອນ, ທ່ອງທ່ຽວ, ຄົມມະ ນາຄົມ, ຄວາມໝັ້ນຄົງ, ສື່ມວນຊົນ ແລະ ການວາງແຜນອື່ນໆ. ທ່າມກາງສາຍຕາ ຊາວໂລກຫັນມາແນມເບິ່ງຈີນຢ່າງບໍ່ລົດລະ ເນື່ອງຈາກວັນທີ 16 ກໍລະກົດ 2026 ຜ່ານນີ້, ບໍລິສັດມູນ ຊອດເອໄອ(Moonshot AI)ຂອງ ຈີນໄດ້ເປີດຕົວ ໂມເດວເອໄອຄິມິເຄ 3 ໃໝ່ ( Kimi K3) ມີປະສິດທິພາບສູງທີ່ສຸດ, ເປັນລະບົບເປີດກວ້າງ (Open source) ໃຊ້ຟຣີ ນີ້ບໍ່ພຽງແຕ່ ການເປີດຕົວ ໂມເດວໃຫມ່ ແຕ່ຍັງເປັນຈຸດເລີ່ມ ຕົ້ນຂອງການປ່ຽນແປງໂຄງສ້າງອໍານາດ AI ຂອງໂລກ ແລະ ຈີນພວມປົດແອກອອກ ຈາກການຄອບງໍາ ຜູກຂາດເຕັກໂນ ໂລຊີຝ່າຍດຽວ ຂອງຕາເວັນຕົກ.

ກ່ອນໜ້ານີ້ຈີນ ໄດ້ເປີດຕົວເອໄອດິບຊີກ ເປັນລະບົບເປີດກວ້າງ ໃຫ້ທຸກຄົນທົ່ວໂລກ ເອົາໄປນໍາໃຊ້ຟຣີຈົນໄດ້ຮັບ ຄວາມນິຍົມສັ່ນສະເທືອນ ວົງການເອໄອທົ່ວໂລກ ແລະ  ກາງເດືອນກໍລະກົດນີ້ ຈີນກໍຍັງສືບຕໍ່ເປີດຕົວ ໂມເດວເອໄອຄິມິເຄ 3 ໃໝ່ ( Kimi K3), ຂະໜາດຄວາມແຮງ-ປະສິດທິພາບສູງທີ່ສຸດເຖິງ 2.8 ຕື້ພາຣາມິເຕີ; ສາມາດ ອ່ານ,ຈື່ຈໍາ ແລະ ປະມວນຜົນ 1 ລ້ານໂຕເກນ token  ເທົ່າກັບ (ປຶ້ມອ່ານປະມານ 7-8 ແສນແຖວໂຕໜັງສື ຫລື ປະມານເອກະສານ 2,000-3,000 ໜ້າ, ຟັງວິດີໂອຍາວ 1 ຊົ່ວໂມງ ຫລື ຟັງສຽງຍາວ 9-10 ຊົ່ວໂມງໄດ້ໃນຄັ້ງດຽວ.

ການເປີດຕົວຂອງຄິມິເຄ 3 ຂອງຈີນ ພາຍໃນ 1 ອາທິດເຮັດໃຫ້ຫຸ້ນບໍລິສັດເຕັກ ໂນໂລຊີຊິບຂອງຕາເວັນຕົກ ກະທົບໜັກ ສຸດໃນຮອບໜຶ່ງປີ ຍ້ອນນັກລົງທຶນ ກັງວົນວ່າ” AI ລາຄາມິດຕະພາບເຂົ້າເຖິງງ່າຍ ແລະ ນໍາໃຊ້ຟຣີ”ຈະເຮັດໃຫ້ຄົນບໍ່ຕ້ອງການຊື້ຊິບ ແພງໆ ແລະ ບໍ່ຕ້ອງການໃຊ້ໂມເດລເອໄອຂອງຕາເວັນຕົກ ທີ່ມີຄາລາແພງອີກຕໍ່ໄປ. ຂະນະທີ່ ທ່ານ ເຈນເຊັນ ຮວງ ປະທານໃຫຍ່ ຂອງບໍລິສັດ ເອັນວີເດຍຍັງອອກມາເວົ້າ ຜ່ານສື່ຕ່າງໆວ່າ”ຕະຫລາດເຂົ້າໃຈຜິດດິບຊິກ (DeepSeek) ຄັ້ງທໍາອິດແລ້ວກໍາ ລັງເຂົ້າໃຈຜິດ Kimi ອີກຄັ້ງ”.

ສຳນັກຂ່າວບລຸມເບີກ (Bloomberg) ໄດ້ລາຍງານວ່າ: ການເປີດຕົວຄິມິເຄ 3 ຂອງຈີນເຮັດໃຫ້ ເກີດແຮງສັ່ນສະເທືອນ ໃນຕະຫລາດຫຸ້ນກຸ່ມເອໄອ ແລະ ຜູ້ຜະລິດເຊ ມິຄອນ ດັກເຕີ (Semiconductor) ປັບຕົວຫລຸດລົງ,  ນັກລົງທຶນມີຄວາມກັງວົນ ວ່າການເຕີບໂຕ ວ່ອງໄວຂອງບໍລິສັດເອໄອ ຈາກຈີນຈະກົດດັນ ໃຫ້ບໍລິສັດຜູ້ນຳ ປະເທດຕາເວັນຕົກເຊັ່ນ: ບໍລິສັດ ແອນໂທຣພິກ (Anthropic) ແລະ ໂອເຟັນເອໄອ( OpenAI) ຕ້ອງແບກຫາບ ພາລະຄ່າໃຊ້ຈ່າຍ ໃນການພັດທະນາ ຫລາຍຂຶ້ນ ເຊິ່ງອາດສົ່ງຜົນກະທົບ ຕໍ່ເນື່ອງໄປຍັງ ຄວາມ ຕ້ອງການ ໃຊ້ຊິບປະມວນຜົນ ຈາກຜູ້ຜະລິດລາຍໃຫຍ່ ລະດັບໂລກຢ່າງເອັນວີເດຍ(Nvidia), ເອັສເຄໄຮນິກ (SKHynix) ແລະ ຊໍາຊຸງ(Sam sungElectronics).

     ບລຸມເບີກຍັງໃຫ້ ທັດນະສະນະວ່າ: ຍິ່ງຊາດຕາເວັນຕົກ ສ້າງຄວາມກົດດັນດ້ານ ການແຂ່ງຂັນ, ບີບບັງຄັບຫ້າມຂາຍຊິບໃຫ້ຈີນ ແລະ ໃຊ້ມາດຕະການ ຂວາງກັ້ນດ້ານ ເສດຖະກິດ ອື່ນໆຕໍ່ຈີນ ກໍຍິ່ງເຮັດໃຫ້ ການພັດທະນາ AI ຂອງຈີນກ້າວກະໂດດ ແລະ ມີຕົ້ນທຶນການໃຊ້ງານ ທີ່ຕ່ຳກວ່າຄູ່ແຂ່ງ ໃນຊາດຕາເວັນຕົກ. ປັດຈຸບັນນີ້, ການພັດທະນາ ຂອງຈີນເຮັດໃຫ້ ບໍລິສັດເຕັກໂນໂລຊີ ໃນຝ່າຍຕາເວັນຕົກ ເລີ່ມຫັນມາໃຫ້ຄວາມສົນໃຈ ຕໍ່ໂມເດລເອໄອ ຈາກຈີນຫລາຍຂຶ້ນ ເຊິ່ງສ້າງແຮງກົດດັນ ຕໍ່ຜູ້ນຳຕະຫລາດເດີມໃນ ດ້ານຍຸດທະສາດລາຄາ ແລະ ການຮັກສາຖານຜູ້ໃຊ້ງານ. ຕໍ່ປະເດັນທາງ ການເມືອງ ແລະ ມາດຕະການກີດກັ້ນ ຂອງຊາດຕາເວັນຕົກ ທີ່ເຊື່ອມໂຍງກັບ ຄວາມສຳເລັດຂອງໂມເດລ ເອໄອຈີນໄດ້ຈູດສະນວນ ໃຫ້ເກີດ ການຖົກຖຽງ ໂຕ້ວາທີຢ່າງດຸເດືອດ ໃນສະພາຂອງຊາດຕາເວັນຕົກ ກ່ຽວກັບການຈຳກັດ ການໃຊ້ງານໂມເດລ AI ຈາກຈີນໃນບໍລິສັດ ສັນຊາດອາເມລິກາ ທ່າມກາງຄວາມ ເຄັ່ງຕຶງດ້ານ ເຕັກໂນໂລຢີ ລະຫວ່າງສອງ ມະຫາອຳນາດ.

ບັນດານັກວິເຄາະ ໄດ້ຍົກໃຫ້ເຫັນບາງແງ່ມຸມວ່າ: ທ່າອ່ຽງການພັດທະນາຂອງ ໂລກພວມຫັນປ່ຽນ ໄປຢ່າງວ່ອງໄວ ຈາກທີ່ຊາດຕາເວັນຕົກ ກໍາອຳນາດຜູກຂາດ ທຸກໆຢ່າງຝ່າຍ ດຽວໃນດ້ານ ການເມືອງ, ເສດຖະກິດ, ການຄ້າ ແລະ ເຕັກໂນໂລຊີອື່ນໆ ໃນໂລກໜ່ວຍນີ້ ນັບແຕ່ສິ້ນສຸດສົງຄາມໂລກຄັ້ງທີ 2 ແລະ ຕໍ່ມາໂຄງສ້າງອໍານາດໂລກ ຫລາຍ ຂົ້ວກໍໄດ້ຄ່ອຍໆ ປະກົດອອກ ກວ້າງຂຶ້ນກວ່າເກົ່າ ເຖິງແມ່ນວ່າບາງຊາດຕາເວັນຕົກ ເຮັດທຸກສິ່ງທຸກຢ່າງ ເພື່ອຂັດຂວາງກະແສຟອງ ແຫ່ງໂລກາພິວັດ ແລະ ສຸມໃສ່ທຸກ ຄວາມພະຍາຍາມ ເພື່ອຊື້ເວລາ ໃຫ້ອໍານາດຄົງຢູ່ ໃນກໍາມືຂອງພວກຕົນກໍຕາມ ແຕ່ກໍ ບໍ່ສາມາດຢຸດການປ່ຽນແປງນີ້ໄດ້. ເມື່ອກ່ອນບາງຊາດຕາເວັນຕົກ ໃຊ້ກົນອຸບາຍໂຄສະນາ ຊວນເຊື່ອບິດເບືອນຄວາມຈິງ ແລະ ຖິ້ມໂທດໃສ່ຈີນ ຕ່າງໆນາງໆວ່າສິນຄ້າຈາກ ຈີນແມ່ນສິນຄ້າ ລອກຮຽນແບບ ບໍ່ມີຄຸນນະພາບ, ຈີນເປັນປະເທດທຸກຍາກ ບໍ່ທັນສະໄໝ ທັງໆທີ່ຊາດ ຕາເວັນຕົກ ຮູ້ດີໃນໃຈວ່າ ພວກຕົນ ເອງ ກໍເພິ່ງພາອາໄສຈີນ ຢ່າງຫລີກລ່ຽງບໍ່ໄດ້ເຊັ່ນກັນ ໂດຍສະເພາະ ການສົ່ງອອກ ພາຫະນະລົດ, ເຄື່ອງກົນຈັກ, ເຮືອບິນ, ຜົນຜະລິດກະສິກໍາ, ອາຫານ ແລະ ອື່ນໆເຂົ້າຕະ ຫລາດຈີນ ເປັນມູນຄ່າ ມະຫາສານຕໍ່ປີ. ໂດຍອີງຕາມຂໍ້ມູນຈາກ ສະພາການຄ້າຈີນ-ອາເມລິກາ (USCBC) ແລະ ອົງການ ການຄ້າສາກົນໄດ້ເປີດເຜີຍວ່າ: ໃນມໍ່ໆມານີ້ ມູນຄ່າສະເລ່ຍ ການສົ່ງ ອອກສິນຄ້າ ແລະ ການບໍລິການຂອງ ອາເມລິກາ ມາຍັງປະເທດຈີນ ມີປະມານ 1,500 ຕື້ໂດລາຕໍ່ປີ ແລະ ອົງການສະຖິຕິ ເອີຣົບ ກໍລາຍງານວ່າ: ມູນຄ່າສະເລ່ຍ ການສົ່ງອອກ ສິນຄ້າ ຂອງສະຫະພາບເອີຣົບ (EU) ມາຍັງປະເທດຈີນ ປະມານ 200 ຕື້ໂດລາ.

ການເປີດຕົວເອໄອ ຄິມິເຄ3ຄັ້ງນີ້ເຮັດໃຫ້ຄົນ ທົ່ວໂລກຕັ້ງຄໍາຖາມ ເຈາະຈິ້ມຕ່າງໆນາໆວ່າ: ຈີນເກັ່ງແຕ່ກອບປີ້ (ລອກຮຽນແບບ) ເປັນຫຍັງບາງຊາດ ຕາເວັນຕົກຈິງ ຢ້ານຈີນ?,ຈີນເປີດຕົວເອໄອ ຫລາຍລຸ້ນທີ່ດີເລີດ ແລະ ເປີດໃຫ້ຄົນ ທົ່ວໂລກໃຊ້ຟຣີ ນັ້ນເປັນ ພຽງກອບປີ້ຈິງຫລື?, ເປັນຫຍັງບາງຊາດ ຕາເວັນຕົກຫ້າມຂາຍ ຊິບໃຫ້ຈີນເປັນເວລາ 4 ປີ ແຕ່ຈີນຍັງບໍ່ປະລາໄຊ?. ແຕ່ກົງກັນຂ້າມ,ຍິ່ງຊາດຕາເວັນຕົກຂັດຂວາງ-ກີດກັ້ນທຸກ ວິທີທາງຕໍ່ຈີນ ຫລາຍເທົ່າໃດ ເບິ່ງຄືວ່າຈີນ ຍິ່ງພັດທະນາ ວ່ອງໄວຂຶ້ນເທົ່ານັ້ນ. ດັ່ງຕົວຢ່າງບໍລິສັດ ມູນຊອດຂອງຈີນ ເປີດຕົວໂມເດວຄິມິເຄ 3 ອອກມາເຫັນວ່າ ພາຍໃນອາທິດດຽວ ເຮັດໃຫ້ຫຸ້ນເຊມິຄອນດັກເຕີ ຟິວລາເດີເພຍ, ຫຸ້ນບໍລິສັດຍັກໃຫຍ່ ຂອງອາເມລິກາ ຫລຸດ 12,5% ໜັກທີ່ສຸດໃນຮອບ 15 ເດືອນ. ນັກວິເຄາະຕັ້ງຄໍາຖາມວ່າ: ຄວາມເປັນ ຜູ້ນໍາເອໄອ-ຄວາມປອດໄຟ ຂອງຕາເວັນຕົກ ຍັງເປັນມືອາຊີບ ແລະ ມີຄວາມໜ້າເຊື່ອຖືໄດ້ຈິງ ຫລື ບໍ່? ພວກເຮົາ ໄດ້ຍິນຄໍາ “ດູຖູກ” ຂອງຊາວຕາເວັນຕົກ ຈໍານວນບໍ່ໜ້ອຍວ່າ: ຈີນມີແຕ່ກອບປີ້ (ລອກຮຽນແບບ) ຈະດີເທົ່າກັບຂອງຝຣັ່ງ-ອາເມລິກາບໍ! ແຕ່ປັດຈຸບັນ ຄໍາດູຖູກ ກໍາລັງປ່ຽນໄປ ຢ່າງວ່ອງ ໄວ, ເມື່ອບັນດານັກຊ່ຽວຊານ ພັດທະນາເອໄອສາກົນ ເປີດເຜີຍວ່າ: ພວກຕົນກໍໄດ້ຍິນ ເຊັ່ນກັນໃນບາງ ຊາດຕາເວັນຕົກ ກ່າວຖ້ອຍຄໍາ ທີ່ມີອະຄະຕິທາງລົບ ຕໍ່ຈີນວ່າເກັ່ງແຕ່ ລອກຮຽນ ແບບ, ຄຸນນະພາບບໍ່ໄດ້ ,ບໍ່ມີທາງຂອງຈີນຈະດີ ເທົ່າກັບຂອງຝຣັ່ງ. ແຕ່ປັດຈຸບັນນີ້ ຢູ່ບາງປະເທດຕາເວັນຕົກ ພວມມີການຖົກທຽງກັນ ຢ່າງເອົາເປັນເອົາຕາຍ ຈະຫ້າມບໍ່ໃຫ້ ບໍລິສັດຂອງ ຕົນ ໃຊ້ໂມເດວເອໄອ ຂອງຈີນ.

ຊ່ຽວຊານພັດທະນາເອໄອ ເຫລົ່ານີ້ຍັງເປີດເຜີຍ 6 ປະເດັນທີ່ໜ້າສົນໃຈວ່າ: 1).ຊາດຕາເວັນຕົກດູຖູກ ເອໄອຈີນແມ່ນຄວາມຈິງ ຫລື ບໍ່? ຕອບແບບກົງໄປກົງມາ ເປັນເລື່ອງຈິງ ແຕ່ສິ່ງທີ່ໜ້າສົນໃຈ ກວ່າຄໍາຕອບຄືການດູຖູກນັ້ນ ກໍາລັງປ່ຽນແປງຢ່າງ ວ່ອງໄວ, ເມື່ອຊາວຕາເວັນຕົກຫັນມາໃຊ້ ໂມເດລເອໄອຂອງຈີນຫລາຍຂຶ້ນ ແບບກ້າວກະໂດ; 2).ບາງຊາດ ຕາເວັນຕົກ ໃຊ້ປາກເວົ້າວ່າເອໄອຂອງຈີນ ບໍ່ດີ ແຕ່ຕົວຈິງຊາວຕາເວັນ ຕົກແຫ່ໃຊ້ເອໄອຈີນ ເຕັມບ້ານເຕັມເມືອງ ຍ້ອນເອໄອດິບຊິກ-ຄິມິມີປະສິດທິພາບດີ,ຖ້າຜູ້ ຄົນໃນຊາດຕາເວັນຕົກ ທີ່ເປັນຄູ່ແຂ່ງອອກມາບອກວ່າ ມັນດີຈິງນັ້ນກໍໝາຍ ວ່າມັນດີຈິງ;3).ຄວາມຕື່ນຕົກໃຈ: ມີການລາຍງານວ່າ ບາງຊາດຕາເວັນຕົກ ຫ້າມບໍລິສັດ ຂອງຕົນໃຊ້ບໍລິການເອໄອຈີນ ນີ້ເພື່ອເຮັດໃຫ້ ຊາວຕາເວັນຕົກ ຫັນໄປໃຊ້ເອໄອຂອງພວກຕົນ ສ້າງເອງ; 4).ໃນບາງຊາດມະຫາອໍານາດ ຕາເວັນຕົກພົບວ່າມີປະມານ 30%-40% ຂອງ ປະຊາກອນ ໄດ້ດາວໂຫລດ ເອົາເອໄອຈີນ ໄປນໍາໃຊ້ ແບບງຽບ, ແລະ ຍັງພົບອີກວ່າມີບໍລິສັດ ຍັກໃຫຍ່ຂອງຕາເວັນຕົກກໍເອົາເອໄອຈີນ ໄປໃຊ້ເຊັ່ນກັນທັງໆທີ່ປາກ ເວົ້າວ່າມັນບໍ່ດີ; 5).ທຸກມະຫາອໍານາດ ໃນໂລກນີ້ລ້ວນແຕ່ ເປັນນັກກອບປີ້ (ລອກຮຽນແບບ) ໝົດ: ຂໍພາ ຢ້ອນກັບໄປປະຫວັດສາດໃນອະດີດ,ຄໍາວ່າກອບປີ້ບໍ່ແມ່ນຄໍາໃໝ່,ບໍ່ແມ່ນຄໍາທີ່ໃຊ້ກັບຈີນເປັນຄັ້ງທໍາອິດ. ປີ ຄສ 1789 ຊາຍໜຸ່ມ ຊາວອັງກິດຊື່: ຊາເມ ສະເລເຕີເຮັດວຽກຢູ່ ໂຮງງານຕັດຫຍິບແຫ່ງໜຶ່ງໃນຍຸກນັ້ນອັງກິດຄື:ເຈົ້າແຫ່ງເຕັກໂນໂລຊີຂອງ ໂລກ, ມີກົດ ໝາຍຫ້າມສົ່ງອອກເຄື່ອງຈັກຕັດຫຍິບ ກະທັງຫ້າມ ນັກວິຊາການ ເຕັກນິກອອກນອກ ປະເທດ, ສະເລເຕີຈິ່ງໃຊ້ວິທີດຽວທີ່ເຫລືອຢູ່ຄື: ລາວຕ້ອງຈື່ຈໍາດ້ວຍສະໝອງທັງໝົດ ໃນໂຄງສ້າງເຄື່ອງຈັກ ໄວ້ໃນຫົວ, ປອມຕົວເປັນຊາວນາ ແລ້ວຂັບເຮືອຂ້າມນໍ້າຂ້າມທະເລໄປອາເມລິກາເພື່ອສ້າງໂຮງງານອຸດສາຫະກໍາ ຫລັງຈາກໄດ້ສ້າງອານາຈັກນັ້ນຂຶ້ນ ມາໃໝ່. ຄົນອັງກິດເອີ້ນລາວວ່າສະເລເຕີຜູ້ທໍລະຍົດ, ແຕ່ຄົນອາເມລິກາ ເອີ້ນລາວວ່າບິ ດາແຫ່ງການປະຕິວັດອຸດສາຫະກໍາ ອາເມລິກາ.ປະເທດຕາເວັນຕົກ ທີ່ກ່າວຫາປະເທດອື່ນ ວ່າລອກຮຽນແບບເຕັກໂນໂລຊີ, ແຕ່ຕົນເອງກໍເຄີຍເກີດຂຶ້ນ ມາຈາກການ ລອກຮຽນ ແບບ ແລະ ຂີ້ລັກເຕັກໂນໂລຊີເຊັ່ນກັນ. ແລ້ວເລື່ອງນີ້ກໍເກີດຂຶ້ນຊໍ້າອີກ ໃນປີ 1950 ຄໍາວ່າເມດອິນເຈແປນຄື: ມັນແມ່ນຂອງຖືກ, ຂອງບໍ່ໄດ້ຄຸນນະພາບ, ຂອງກອບປີ້, ຍີ່ ປຸ່ນຖືກກ່າວຫາວ່າກອບປີ້ເຊັ່ນ:ກ້ອງຖ່າຍຮູບໄລກ້າຂອງເຢຍລະມັນ,ເກົາຫລີໃຕ້ກໍ ເໝືອນກັນ: ຊາມຊຸງເລີ່ມຈາກການເປັນໂຮງງານຮັບຈ້າງປະກອບ ແຕ່ວັນນີ້ ເປັນເຈົ້າ ແຫ່ງຜະລິດ ຊິບຄວາມຈໍາຂອງໂລກ.ປະກົດການນີ້ເປັນຮູບແບບຊໍ້າເດີມທຸກຄັ້ງລອກຮຽນແບບ,ຮຽນຮູ້ແລ້ວຕໍ່ຍອດແລ້ວແຊງໜ້າ.ຄໍາຖາມຄວນຖາມວ່າເຂົາເຈົ້າເຄີຍລອກຮຽນແບບບໍ່?ເພາະທຸກຢ່າງເຄີຍລອກຮຽນແບບທັງນັ້ນ. ສະນັ້ນ,ຄໍາຖາມທີ່ຖືກຕ້ອງຊັດ ເຈນກວ່າຄື: ລອກຮຽນແບບແລ້ວເຂົາເຈົ້າໄປຕໍ່ຍອດດີ ຫລື ບໍ່?; 6).ຕອນນີ້ໃຜກໍາລັງ ລອກຮຽນແບບຂອງໃຜກັນແທ້.ເປັນຫຍັງຈີນເຮັດໄດ້ດີກວ່າຊາດອື່ນໆ? ມີ 4 ເຫດ ຜົນຄືເຫດຜົນທີໜຶ່ງ: ຄົນແມ່ນສ່ວນສໍາຄັນ ທີ່ສຸດເຫັນວ່າ ຈີນ ມີອັດຕາສ່ວນ ນັກສຶກສາ ຈົບປະລິນຍາຕີດ້ານເຕັກໂນໂລຊີ,ເອໄອເພີ່ມຂຶ້ນ29%,ເກືອບເຄິ່ງໜຶ່ງໂລກຮຽນຈົບຈາກຈີນແລ້ວກະຈາຍໄປເຮັດວຽກທັງພາຍໃນ-ຕ່າງປະເທດ.

ເຫດຜົນທີສອງ: ປັດຈຸບັນ ເອໄອຄິມິ,ດິບຊິກ ແລະ ໂມເດວເອໄອຂອງຈີນອື່ນໆ ໄດ້ກາຍເປັນເຄື່ອງມືສໍາຄັນຂອງນັກ ພັດທະນາທົ່ວໂລກໄປແລ້ວ; ເຫດຜົນທີສາມ: ຈີນຄືສະ ໜາມແຂ່ງຂັນ ການພັດທະນາ ທີ່ດຸເດືອດທີ່ສຸດໃນໂລກ, ບາງຄັ້ງເຂົາເຈົ້າໄດ້ແຂ່ງຂັນກັນເອງ ເພື່ອພັດທະນາຕົນເອງ ໃຫ້ດີທີ່ສຸດ ຫລັງຈາກນັ້ນຈິ່ງອອກສູ່ພາຍນອກ ແລະ ເຫດຜົນທີສີ່: ໂຕນີ້ສໍາຄັນທີ່ສຸດ: ແບບຈໍາລອງເອໄອເປີດກວ້າງ (ໂມເດລໂອເຟີນຊອດ) ຄື: ແຈກຟຣີໃຫ້ທຸກຄົນສາມາດ ດາວໂຫລດເອົາໄປນໍາໃຊ້ເພື່ອພັດທະນາຕໍ່ຍອດ, 2.8 ຕື້ພາລາມິເຕີ ຖືເປັນໂມເດລ ໃຫຍ່ທີ່ສຸດໃນໂລກ ເທົ່າທີ່ເຄີຍມີມາ, ຄາດຄະເນວ່າປັດຈຸບັນນີ້ ຈີນນໍາໜ້າຕາເວັນຕົກຢ່າງຂາດ ຂັ້ນແລ້ວໃນໂມເດລເອໄອເປີດ.

ເຖິງແນວໃດກໍຕາມ,ການເລັ່ງພັດທະນາ ຂອງຈີນບໍ່ວ່າຈະເປັນເລື່ອງ ປັນຍາປະດິດ,ພະລັງງານໃໝ່,ກະສິກໍາສີຂຽວ, ຂໍ້ລິເລີ່ມໜຶ່ງ ແລ້ວໜຶ່ງເສັ້ນທາງ ແລະ ອື່ນໆ ລ້ວນແຕ່ມຸ່ງເນັ້ນ ປະກອບສ່ວນສໍາຄັນ ຕໍ່ຜົນປະໂຫຍດລວມທົ່ວໂລກ ໃນການຂັບເຄື່ອນ ເຮັດໃຫ້ເສດຖະກິດໂລກ ຂະຫຍາຍຕົວຢ່າງໝັ້ນຄົງ, ແກ້ໄຂຄວາມທຸກຍາກ ແລະ ສ້າງວຽກເຮັດງານທໍາ ໃຫ້ມວນມະນຸດ ຢ່າງກວ້າງຂວາງ, ແບ່ງປັນຄວາມຮູ້ຄວາມສາມາດ ແລະ ຊົມໃຊ້ຜົນປະໂຫຍດຮ່ວມກັນ ທົ່ວໂລກຢ່າງສ້າງສັນ./.

ໂດຍ: ນໍ້າອອ້ຍຂົມ

KPL

ຂ່າວອື່ນໆ

ads
ads

Top