ຄວາມເປັນຈິງຂອງຊີວິດນັກຂ່າວນັກຮົບສື່ມວນຊົນ ໃນຍາມຕໍ່ສູ້ປະຕິວັດ

05/08/2026 09:16
ຂປລ ໃນສະໄໝຕໍ່ສູ້ປະຕິວັດ, ສື່ມວນຊົນປະຕິວັດ ໄດ້ເປັນກະບອກສຽງປຸກຂະບວນການຮັກຊາດ ເພື່ອປະນາມການຮຸກຮານຂອງຕ່າງຊາດ, ປະ ນາມກຸ່ມຄົນທ່ີຂາຍຊາດ, ຂາຍເອກະລາດ ແລະ ຂາຍອະທິປະໄຕໃຫ້ຜູ້ຮຸກຮານ, ຜູ້ທີ່ໃຫ້ຜູ້ຮຸກຮານນຳເອົາລະເບີດເຂົ້າມາທຳລາຍບ້ານເມືອງ.

     ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄໍາເຫັນໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໂດຍສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມເປັນຈິງຂອງຊີວິດນັກຂ່າວ, ນັກຮົບສື່ມວນຊົນໃນຍາມຕໍ່ສູ້ປະຕິວັດ, ສື່ມວນຊົນໄດ້ເປັນກະບອກສຽງປຸກຂະບວນການຮັກຊາດ ເພ່ືອປະນາມການຮຸກຮານຂອງຕ່າງຊາດ, ປະນາມກຸ່ມຄົນທ່ີຂາຍຊາດ, ຂາຍເອກະລາດ ແລະ ຂາຍອະທິປະໄຕໃຫ້ຜູ້ຮຸກຮານ, ຜູ້ທີ່ໃຫ້ຜູ້ຮຸກຮານນຳເອົາລະເບີດເຂົ້າມາທຳລາຍບ້ານເມືອງ. ສື່ມວນຊົນເວລານັ້ນຍັງເປັນການສຶກສາອົບຮົມໃຫ້ຄົນລາວຮູ້ມິດຮູ້ສັດຕູ, ຊ່ວຍສ້າງຂະບວນການປະຕິວັດ ໃຫ້ປະຊາຊົນເຂົ້າຮ່ວມພາລະກິດຕໍ່ສູ້ອັນເປັນທຳເພື່ອຕ້ານກັບຄວາມໂຫດຮ້າຍປ່າເຖື່ອນທີ່ກຳລັງເກີດຂຶ້ນໃນຊາດ. ສື່ມວນຊົນເວລານັ້ນຖືປາຍ ປາກກາເປັນອາວຸດທີ່ແຫລມຄົມ, ຖື ກ້ອງຖ່າຍພາບ ແລະ ເຄື່ອງອັດສຽງ ທີ່ປະຖົມປະຖານ ແລະ ຖືສຽງທ່ີກະຈາຍອອກເປັນກະບອກສຽງທ່ີມີ ແສງສະຫວ່າງ ແລະ ເປັ່ງປະກາຍ ອອກສູ່ດວງໃຈທີ່ມີຄວາມຮູ້ສຶກຂອງ ຄົນລາວ; ບົດຂຽນ, ບົດຂ່າວທີ່ຄົນ ໄດ້ອ່ານໄດ້ສຳຜັດຈາກສື່ເວລານ້ັນໄດ້ພາໃຫ້ເກີດຄວາມຕື່ນຕົວປະຕິວັດຂຶ້ນຢູ່ໃນຫົວໃຈຂອງແຕ່ລະຄົນຂອງຄົນລາວ; ຜູ້ຂຽນອອກເປັນບົດຄວາມ, ບົດກາບກອນ, ບົດເພງ, ບົດຟ້ອນ, ບົດນະວະນິຍາຍ, ບົດປະພັນ, ບົດເລື່ອງຈິງຄົນແທ້, ເລື່ອງດີຄົນເດ່ັນນ້ັນ, ໄດ້ເກີດການກະຕຸ້ນຄວາມຮູ້ສຶກທີ່ເລິກເຊິ່ງໃຫ້ແກ່ຄວາມຕື່ນຕົວປະຕິວັດໃນຈິດສຳນຶກ ຂອງຄົນລາວຢ່າງແທ້ຈິງ.

      ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວອີກວ່າ: ພວກເຮົາບໍ່ຫລົງລືມພາລະກຳຂອງນັກຂ່າວທີ່ເຄີຍເຂົ້າສູ່ສະໜາມຮົບທີ່ດຸເດືອດຮ່ວມກັບທະຫານກ້າ ເພ່ືອຖ່າຍໃຫ້ໄດ້ພາບການຕໍ່ສູ້, ການສູ້ຮົບໃນສະໜາມຮົບ, ອັດເທບໃຫ້ໄດ້ສຽງປືນສູ້ຮົບ ທ່ີສະໜັ່ນຫວັ່ນໄຫວ, ສຽງເຮືອບິນ ທີ່ກຳລັງເທລະເບີດລົງໃສ່ບ້ານເຮືອນຂອງປະຊາຊົນ, ສຽງຮ້ອງໄຫ້ຂອງເດັກນ້ອຍທີ່ບໍ່ຮູ້ດຽງສາຫຍັງ, ທ່ີເຂົາກຳລັງຖືກບົດຂະຢີ້ (ທໍາຮ້າຍ) ຮ່າງກາຍ, ຊີວິດຂອງເຂົາ ແລະ ຄົນທີ່ເຂົາຮັກ, ກ່ອນຈະໄດ້ພາບເຫລ່ົານ້ັນ, ໄດ້ສຽງອັນສົດໆຮ້ອນໆມາໄດ້ເພ່ືອກະຈາຍອອກ ແລະ ເລ່ົາສູ່ຄົນຟັງ, ສະແດງພາບຕົວຈິງໃຫ້ຄົນເບິ່ງ ໄດ້ບໍ່ແມ່ນໄດ້ມາແບບງ່າຍໆ. ນັກ ຂ່າວບາງຄົນຖືກບາດເຈັບ, ເສຍຊີ ວິດໃນເວລາປະຕິບັດໜ້າທີ່, ແຕ່ໄດ້ ປະກ້ອງຖ່າຍຮູບ, ປະເທບອັດສຽງ ເອົາໄວ້ໃຫ້ຜູ້ທ່ີຍັງມີຊີວິດເອົາໄປເຜີຍແຜ່ຕໍ່ກໍມີຫລາຍກໍລະນີ. ນີ້ຄື ຄວາມເປັນຈິງຂອງຊີວິດຂອງນັກຂ່າວ, ນັກຮົບສື່ມວນຊົນໃນຍາມຕ່ໍສູ້ປະຕິວັດ.

      ໃນຍຸກຂອງການເປີດຂໍ້ມູນຂ່າວສານ, ໃນຍຸກທ່ີຄົນຈຳນວນໜ່ຶງກຳລັງສວຍໃຊ້ຄວາມລ້ຳຍຸກຂອງພາຫະນະສ່ືມວນຊົນມາທັບຖົມຄຸນງາມຄວາມດີທ່ີເປັນມູນເຊ້ືອຂອງນັກສ່ືມວນຊົນປະຕິວັດ, ຂອງຊົນຊ້ັນປະຕິວັດທີ່ໄດ້ອຸທິດທຸກສິ່ງທຸກຢ່າງປະໄວ້ໃຫ້ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປໄດ້ຈົດຈຳຮໍ່າຮຽນ. ດັ່ງນັ້ນ, ສື່ມວນຊົນລາວໃນຍຸກນ້ີ, ຄວນເດັດດ່ຽວຕ່ໍສູ້ຕ້ານກັບກຸ່ມຄົນທີ່ສວຍໂອກາດ, ສວຍໃຊ້ການເປີດກວ້າງ ແລະ ພາຫະນະທີ່ລ້ຳສະໄໝຂອງຍຸກນີ້ ສ້າງໃຫ້ເປັນຂ່າວລວງ, ຂ່າວປອມ, ຂ່າວອະກຸສົນຕ່າງໆ ເພື່ອບິດເບືອນທຳລາຍຄວາມບໍລິສຸດ, ຄວາມທ່ຽງທຳຂອງຄົນລາວທີ່ມີມູນເຊື້ອຮັກຊາດຮັກຜືນແຜ່ນດິນ.

KPL

ຂ່າວອື່ນໆ

ads
ads

Top