ອຸນຫະພູມສູງຜິດປົກກະຕິຢູ່ ສ. ເກົາຫລີ ເຮັດໃຫ້ມີຜູ້ເສຍຊີວິດ ເກືອບ 20 ຄົນ

05/08/2026 12:45
ຂປລ ອົງການຄວບຄຸມ ແລະ ປ້ອງກັນພະຍາດ ສ. ເກົາຫລີ ໄດ້ປະກາດວ່າ: ນັບມາຮອດ ວັນທີ 3 ສິງຫານີ້,ທົ່ວປະເທດ ມີລາຍງານຜູ້ເປັນພະຍາດ ເມົາແດດ ທັງໝົດ 2.221 ຄົນ.

   ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 4 ສິງຫານີ້, ອົງການຄວບຄຸມ ແລະ ປ້ອງກັນພະຍາດ ສ. ເກົາຫລີ ໄດ້ປະກາດວ່າ: ນັບມາຮອດ ວັນທີ 3 ສິງຫານີ້,ທົ່ວປະເທດ ມີລາຍງານຜູ້ເປັນພະຍາດ ເມົາແດດ ທັງໝົດ 2.221 ຄົນ. ໃນນັ້ນມີ 19 ຄົນເສຍຊີວິດ. ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫລີ ຮຽກຮ້ອງວ່າ: ຕ້ອງປັບປຸງລະບົບການຄຸ້ມຄອງ ວິກິດການ ແຫ່ງຊາດ ຈາກກົກຮາກ ເພື່ອຮັບມືກັບ ສະພາບອາກາດ ຮຸນແຮງ ທີ່ເກີດຂຶ້ນເລື້ອຍໆ. ສ. ເກົາຫລີ ໄດ້ປະສົບອຸນຫະພູມສູງ ໂດຍຄື້ນຄວາມຮ້ອນ ໄດ້ສ້າງສະຖິຕິໃໝ່. ຂະນະທີ່ ອຸນຫະພູມ ໃນຕອນກາງເວັນ ຢູ່ນະຄອນຢາງຊັນ ແຂວງ ກີຢົງຊາງ ໃຕ້ສູງເຖິງ 42.5 ອົງສາ ໃນວັນທີ 2 ສິງຫານີ້ ເຊິ່ງໄດ້ສ້າງ ສະຖິຕິໃໝ່ ຂອງອຸນຫະພູມ ສູງສຸດໃນປະຫວັດສາດຂອງ ສ. ເກົາຫລີ. ອຸນຫະພູມມື້ດຽວກັນ ຢູ່ແຫ່ງອື່ນໆ ຂອງ ສ.ເກົາຫລີ ເຊັ່ນ:ນະຄອນບູ ຊານ ເປັນຕົ້ນ ກໍ່ສູງກວ່າ 40 ອົງສາ. ນັບແຕ່ປີ 1973 ເປັນຕົ້ນມາ, ອຸນຫະພູມໃນຕອນກາງເວັນສູງກວ່າ 40ອົງສາ ເປັນເວລາ 3 ມື້ລຽນຕິດຢູ່ ສ. ເກົາຫລີ ເກີດຂຶ້ນພຽງແຕ່ມີ 3 ເທື່ອເທົ່ານັ້ນ. ພາກສ່ວນ ອຸຕຸ ນິຍົມວິທະຍາ ສ. ເກົາຫລີ ຄາດວ່າ: ສະພາບ ອຸນຫະພູມ ສູງເທື່ອນີ້ ຍັງຈະສືບຕໍ່ໄປອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top