ຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 3.779 ຕື້ກວ່າຢວນ

05/08/2026 12:44
ຂປລ ຕົວເລກທີ່ກະຊວງການຄ້າຈີນປະກາດ ເມື່ອບໍ່ດົນມານີ້ວ່າ: ລະຫວ່າງ ເດືອນມັງກອນ ຫາ ເດືອນມິຖຸນາປີນີ້, ຍອດມູນຄ່າ ຂາເຂົ້າ-ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 3.779 ຕື້ ກວ່າຢວນ ເພີ່ມຂຶ້ນ 8.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຕົວເລກທີ່ ກະຊວງການຄ້າຈີນ ປະກາດ ເມື່ອບໍ່ດົນມານີ້ວ່າ: ລະຫວ່າງ ເດືອນມັງກອນ ຫາ ເດືອນມິຖຸນາປີນີ້, ຍອດມູນຄ່າ ຂາເຂົ້າ-ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 3.779 ຕື້ ກວ່າຢວນ ເພີ່ມຂຶ້ນ 8.3% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.ໃນນັ້ນ,ການສົ່ງອອກມີ 1.504 ຕື້ກວ່າຢວນ ເພີ່ມຂຶ້ນ 17.6%. ການນຳເຂົ້າມີ 2.275 ຕື້ກວ່າຢວນ ເພີ່ມຂຶ້ນ 2.9%. ການຂາດດຸນ ການຄ້າ ດ້ານການບໍລິການແມ່ນ 770 ຕື້ກວ່າຢວນ ຫລຸດລົງ 161 ຕື້ກວ່າຢວນ ເມື່ອທຽບໃສ່ ໄລຍະດຽວກັນປີກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top