ຂປລ
ອົງການປົກຄອງນະຄອນ ຊາມໂບອັນກາ ປະເທດ ຟີລິບປິນ ລາຍງານວ່າ: ເກີດການລະບາດ ຂອງພະຍາດໄຂ້ຍຸງລາຍ ຢູ່ນະຄອນດັ່ງກ່າວ, ໂດຍມີ ຜູ້ຕິດເຊື້ອທັງໝົດ 1.241 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ ຢ່າງໜ້ອຍ 12 ຄົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 4 ສິງຫານີ້, ອົງການປົກຄອງນະຄອນ ຊາມໂບອັນກາ ປະເທດ ຟີລິບປິນ ລາຍງານວ່າ: ເກີດການລະບາດ ຂອງພະຍາດໄຂ້ຍຸງລາຍ ຢູ່ນະຄອນດັ່ງກ່າວ, ໂດຍມີ ຜູ້ຕິດເຊື້ອທັງໝົດ 1.241 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ ຢ່າງໜ້ອຍ 12 ຄົນ. ເຈົ້ານະຄອນຊາມໂບອັນກາ ໄດ້ກ່າວວ່າ: ຈຳນວນຜູ້ຖືກບົ່ງມະຕິ ວ່າຕິດເຊື້ອ ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເປັນເວລາ 5 ອາທິດຕິດຕໍ່ກັນ ແລະ ຮຽກຮ້ອງໃຫ້ທຸກຊຸມຊົນ ໃນທົ່ວນະຄອນ ເພີ່ມທະວີການເອົາໃຈໃສ່ ວຽກງານ ສຸຂະອະນາໄມ ເພື່ອສະກັດກັ້ນ ການແຜ່ລະບາດ ຂອງເຊື້ອພະຍາດນີ້. ນະຄອນຊາມໂບອັນກາ ຕັ້ງຢູ່ເກາະມິນດານາວ ທາງພາກໃຕ້ ຂອງຟີລິບປິນ, ປັດຈຸບັນ ພວມຢູ່ໃນໄລຍະລະດູຝົນ, ເຊິ່ງເປັນໄລຍະ ທີ່ຍຸງລາຍ ຈະເລີນພັນຫລາຍ ເຮັດໃຫ້ເກີດ ການລະບາດ ຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດອື່ນໆ. ຜົນການຕິດຕາມກວດກາ ຂອງອົງການສາທາລະນະສຸກ ທ້ອງຖິ່ນ ສະແດງໃຫ້ເຫັນວ່າ: ຄວາມໜາແໜ້ນ ຂອງຍຸງລາຍ ສູງເຖິງ 12 ເທົ່າຂອງເສັ້ນຈຳກັດ ຄວາມປອດໄພ ເຊິ່ງເປັນສະພາບແວດລ້ອມ ທີ່ອຳນວຍໃຫ້ແກ່ ການລະບາດ ຂອງພະຍາດ ໄຂ້ຍຸງລາຍຮ້າຍແຮງຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL