ຂປລ
ວາລະສານ “Fortune” ຂອງ ສ.ອາເມລິກາ, “ໜັງສືພິມ Financial Times” ຂອງອັງກິດ, ໜັງສືພິມລາຍສັບປະດາ “Die Zeit” ຂອງເຢຍລະມັນ ແລະ ສື່ມວນຊົນອື່ນໆ ໄດ້ລາຍງານ ທ່າອ່ຽງ ການພັດທະນາ ອຸດສາຫະກຳ ປັນຍາປະດິດ ຫລື AI ຂອງ ສປ ຈີນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫວ່າງມໍ່ໆມານີ້, ວາລະສານ “Fortune” ຂອງ ສ.ອາເມລິກາ, “ໜັງສືພິມ Financial Times” ຂອງອັງກິດ, ໜັງສືພິມລາຍສັບປະດາ “Die Zeit” ຂອງເຢຍລະມັນ ແລະ ສື່ມວນຊົນອື່ນໆ ໄດ້ລາຍງານ ທ່າອ່ຽງ ການພັດທະນາ ອຸດສາຫະກຳ ປັນຍາປະດິດ ຫລື AI ຂອງ ສປ ຈີນ, ໂດຍເຫັນວ່າ: ແບບຈຳລອງປັນຍາປະດິດ ຂະໜາດໃຫຍ່ ເປີດກວ້າງແຫລ່ງກຳເນີດ ຫລື open source ປະສິດທິພາບສູງ ທີ່ນຳສະເໜີ ໂດຍວິສາຫະກິດຈີນ ໄດ້ຮັບການຍອມຮັບ ຈາກຕະຫລາດທົ່ວໂລກ ຢ່າງຕໍ່ເນື່ອງ. ຂະນະທີ່ ເວັບໄຊຂອງຂ່າວສານAP ຂອງ ສ.ອາເມລິກາ, ແລະ ໜັງສືພິມ“Die Zeit” ຂອງເຢຍລະມັນ ໄດ້ລາຍງານຂ່າວກ່ຽວກັບ ແບບຈຳລອງ ປັນຍາປະດິດໃໝ່ Kimi K3 ທີ່ນຳສະເໜີ ໂດຍບໍລິສັດ Moonshot AI ຂອງ ສປ ຈີນ, ໂດຍກ່າວວ່າ ແບບຈຳລອງດັ່ງກ່າວ ໄດ້ດຶງດູດຜູ້ພັດທະນານຳໃຊ້ຫລາຍປະເທດ ເຊິ່ງລວມທັງ ວິສາຫະກິດ ຂອງ ສ.ອາເມລິກາ. ການທີ່ໄດ້ຮັບຄວາມນິຍົມ ຂອງແບບຈຳລອງຈີນ ເຮັດໃຫ້ບາງບໍລິສັດວິທະຍາສາດເຕັກໂນໂລຊີ ລະດັບສຸດຍອດຂອງ ສ.ອາເມລິກາ ຮູ້ສຶກທໍ້ຖອຍໃຈ. ວິສາຫະກິດປິດແຫລ່ງກຳເນີດ ລະດັບສຸດຍອດຂອງ ສ.ອາເມລິກາ ເຊັ່ນ: OpenAI、Anthropic ແລະ ອື່ນໆ ໄດ້ໃຊ້ຄວາມກົດດັນອັນໃຫຍ່ຫລວງ ຕໍ່ລັດຖະບານອາເມລິກາ, ໂດຍຮຽກຮ້ອງ ໃຫ້ໃຊ້ມາດຕະການ ຕໍ່ເລື່ອງນີ້. ບໍລິສັດ ອາເມລິກາ ຈຳນວນ 179 ແຫ່ງ ໄດ້ສົ່ງຈົດໝາຍລົງນາມຮ່ວມ ຕໍ່ທຳນຽບຂາວ ໂດຍລະບຸວ່າ ການສະກັດກັ້ນ ບໍ່ໃຫ້ວິສາຫະກິດໃໝ່ຂອງອາເມລິກາ ຮັບແບບຈຳລອງ ເປີດແຫລ່ງກຳເນີດ ຈາກຕ່າງປະເທດນັ້ນ ເປັນການກຳຈັດການແຂ່ງຂັນ. ສ່ວນ ເວັບໄຊວາລະສານ “Fortune” ຂອງ ສ.ອາເມລິກາ ລາຍງານວ່າ: ບໍລິສັດຈີນ ດຳເນີນການເຄື່ອນໄຫວ ເປີດແຫລ່ງກຳເນີດ, ເຜີຍແຜ່ ແບບຈຳລອງແບບບໍ່ເສຍຄ່າ. ຄຽງຄູ່ກັບ ລັດທິປົກປ້ອງການຄ້າ ໃນນະໂຍບາຍ ອາເມລິກາ ນັບມື້ ນັບຮຸນແຮງຂຶ້ນ ແລະ ບໍ່ສາມາດຄາດຄະເນໄດ້, ຈະມີຄວາມຕ້ອງການເພີ່ມຂຶ້ນ ຕໍ່ແບບຈຳລອງຂອງ ສປ ຈີນ. ເວັບໄຊ “ໜັງສືພິມ Financial Times” ຂອງອັງກິດຊີ້ໃຫ້ເຫັນວ່າ: ສປ ຈີນ ໄດ້ສະເໜີ ວິໄສທັດອີກຢ່າງໜຶ່ງ ຕໍ່ການພັດທະນາ ປັນຍາປະດິດຂອງໂລກ. ສປ ຈີນ ບໍ່ພຽງແຕ່ ຈະເຜີຍແຜ່ປັນຍາປະດິດ ຢ່າງທົ່ວເຖິງ ໂດຍຜ່ານແບບຈຳລອງ ເປີດແຫລ່ງກຳເນີດເທົ່ານັ້ນ, ຍັງຈະສະໜອງທຶນ ອົບຮົມພາຍໃຕ້ຫົວຂໍ້ ປັນຍາປະດິດ ຫລາຍພັນທຶນໃຫ້ແກ່ ປະເທດພວມພັດທະນາ, ສ້າງສູນການຮ່ວມມືນຳໃຊ້ ປັນຍາປະດິດສາກົນ. ໜັງສືພິມດັ່ງກ່າວ ໄດ້ຍົກເອົາທັດສະນະ ຂອງນັກວິເຄາະ ໂດຍຊີ້ໃຫ້ເຫັນວ່າ, ແບບຈຳລອງປິດແຫລ່ງກຳເນີດ ຂອງ ສ.ອາເມລິກາ ແມ່ນແພງເກີນໄປສຳລັບຜູ້ຊົມໃຊ້ຂອງປະເທດ ເຂດໂລກໃຕ້ ສ່ວນຫລາຍທີ່ຂາດເຂີນ ຄວາມສາມາດການຄົ້ນຄວ້າ ພັດທະນາດ້ວຍຕົນເອງ. ອົງການຮ່ວມມື ປັນຍາປະດິດໂລກ ຈະສາມາດກາຍເປັນເວທີທີ່ດີ, ນຳສະເໜີ ເຕັກນິກ ແລະ ແບບຈຳລອງເປີດແຫລ່ງກຳເນີດຂອງ ສປ ຈີນ ໄປສູ່ປະເທດເຂດໂລກໃຕ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL