ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຮງຮຽນປະຖົມ ສົມບູນ ຮະລາງ ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນວັນທີ 30 ກໍລະກົດ 2026 ທີ່ໂຮງຮຽນ ດັ່ງກ່າວ ໂດຍມີທ່ານ ປະໂລມ ເຮືອງ ສັກ ຮອງປະທານຄະນະກຳມະການ ປົກຄອງ ເມືອງສາມັກຄີໄຊ, ທ່ານ ນາງ ເລ ທີ ທູດ ຈາງ ຜູ້ອຸປະຖຳ ຈາກອົງການ MIDAS Foun-dation, ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພານ ດຶກ ຫຸງ ຮອງຜູ້ອຳນວຍການບໍລິສັດ ຮ່ວມມືເສດຖະກິດ 385 ພ້ອມດ້ວຍ ອົງການປົກຄອງເມືອງ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ທ່ານ ສຸກໃຈ ອຸດົມແສງ ອຳ ນວຍການໂຮງຮຽນປະຖົມສົມບູນ ຮະລາງ ໄດ້ລາຍງານວ່າ: ໂຄງການ ກໍ່ສ້າງໂຮງຮຽນປະຖົມສົມບູນຮະ ລາງ ນີ້ແມ່ນໄດ້ຮັບການສະໜັບ ສະໜູນໂດຍອົງການ MIDAS Foundation ຂອງປະເທດຍີ່ປຸ່ນ, ເປັນການຮ່ວມມືຮັບເໝົາກໍ່ສ້າງ ໂດຍບໍລິສັດຮ່ວມມືເສດຖະກິດ 385-ກອງພົນ 15 ໂດຍໄດ້ເລີ່ມ ກໍ່ສ້າງໃນວັນທີ 3 ມີນາ 2026 ແລະ ສຳເລັດພ້ອມເປີດນຳໃຊ້ໃນ ວັນທີ 30 ກໍລະກົດ 2026, ມີເນື້ອ ທ່ີກໍ່ສ້າງ 520 ຕາແມັດ ປະກອບ ມີ: ຫ້ອງຮຽນກ່ໍສ້າງໃໝ່ 6 ຫ້ອງ, ສ້ອມແປງ ແລະ ປັບປຸງຫ້ອງຮຽນ ເກົ່າ 5 ຫ້ອງ, ຫ້ອງນ້ຳ 4 ຫ້ອງ, ສ້າງລະບົບໄຟຟ້າ, ສ້າງລະບົບ ນ້ຳ, ປະຕູ ແລະ ຮົ້ວໂຮງຮຽນ 100 ແມັດ, ໂຕະ, ຕັ່ງ, ປັບໜ້າດິນ ແລະ ປູກຕ້ົນໄມ້ປະດັບບໍລິເວນເດ່ີນ ໂຮງຮຽນ ລວມເປັນມູນຄ່າທັງໝົດເກືອບ 3 ຕື້ກີບ, ທັງນີ້ກໍເພື່ອແນໃສ່ ຍົກລະດັບພື້ນຖານໂຄງລ່າງການ ສຶກສາ ແລະ ສ້າງຊັບພະຍາກອນ ມະນຸດໃຫ້ແກ່ທ້ອງຖິ່ນໃຫ້ມີຄວາມ ເຂັ້ມແຂງ.
ໂອກາດດັ່ງກ່າວ, ທ່ານ ປະໂລມ ເຮືອງສັກ ຍັງໄດ້ສະແດງຄວາມ ຂອບໃຈ ຕໍ່ການຊ່ວຍເຫລືອໃນ ຄັ້ງນີ້ ຊຶ່ງເປັນເງື່ອນໄຂອັນດີ ໃຫ້ ແກ່ການສຶກສາຮ່ຳຮຽນຂອງເດັກ ພາຍໃນບ້ານ ແລະ ຊຸມຊົນໃກ້ຄຽງ ເຮັດໃຫ້ເຂົາເຈົ້າໄດ້ມີຫ້ອງຮຽນ ທີ່ໄດ້ມາດຕະຖານ, ໄດ້ຮັບການ ສຶກສາທີ່ມີຄຸນນະພາບ, ມີຄວາມ ປອດໄພ ແລະ ອາຄານດັ່ງກ່າວ ນີ້ ຈະກາຍເປັນສັນຍະລັກແຫ່ງ ການຮ່ວມມືແບບພິເສດ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ຕະຫລອດໄປ. ພ້ອມນີ້ ອົງການ MIDAS Foundation ແລະ ບໍລິສັດຮ່ວມມືເສດຖະກິດ 385 ຍັງ ໄດ້ມອບຕູ້ນ້ຳ ແລະ ອຸປະກອນການ ຮຽນຈຳນວນໜຶ່ງໃຫ້ແກ່ໂຮງຮຽນ ປະຖົມສົມບູນຮະລາງຕື່ມອີກ.
ຂ່າວ-ພາບ: ຂາວພອນ
KPL