ສສກ ຈັດກິດຈະກຳສະຫລອງ 60 ປີ ວັນສ້າງຕັ້ງກິລາລາວ

15/07/2026 08:07
ຂປລ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກຳສະ ຫລອງວັນສ້າງຕັ້ງກິລາ-ກາຍຍະ ກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966-13 ກໍລະກົດ 2026) ແລະ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026)

 ໃນວັນທີ 13 ກໍລະກົດ 2026 ທີ່ສະຖາບັນກິລາ-ກາຍ ຍະກຳ ບ້ານສີເກີດ ເມືອງນາຊາຍ ທອງ ນະຄອນຫລວງວຽງຈັນ ໂດຍ ມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງ ສສກ ທັງເປັນປະທານ ຄະນະກຳມະການໂອແລມປິກແຫ່ງ ຊາດລາວ (ຄອລ), ທ່ານ ສິລິລາດ ທົງສິນ ທອງເພັງ ປະທານຄະນະ ກໍາມະການປົກຄອງນະຄອນຫລວງ ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງສສກ ໄດ້ເນັ້ນໜັກ 4 ເປົ້າໝາຍ ສຳຄັນ ເພື່ອເຮັດໃຫ້ວຽກງານກິລາ ກາຍຍະກຳ ເປັນກຳລັງຂັບເຄື່ອນ ໃນການສ້າງຄົນລາວຮຸ່ນໃໝ່ໃຫ້ມີ ຄຸນນະພາບຕອບສະໜອງການ ສ້າງສາ ແລະ ພັດທະນາປະເທດ ຊາດ ໃນໄລຍະໃໝ່ ຊຶ່ງປະກອບມີ: ເພີ່ມທະວີວຽກງານການເມືອງ ແນວຄິດ: ຕ້ອງປູກຈິດສຳນຶກໃຫ້ນັກ ກິລາ ແລະ ຜູ້ບໍລິຫານມີນ້ຳໃຈຮັກ ຊາດ, ມີລະບຽບວິໄນ ແລະ ຖືເອົາ ກິລາເປັນເຄື່ອງມືສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການຕ້ານໄພຢາເສບ ຕິດໃນຖັນແຖວຊາວໜຸ່ມ; ພັດທະນາ ກິລາ-ກາຍຍະກຳເຂົ້າສູ ່ຄຸນນະພາບ ໃໝ່: ສ້າງນັກກິລາພອນສະຫວັນແຕ່ ເຍົາໄວ, ສົ່ງເສີມພະລະສຶກສາໃນ ໂຮງຮຽນທຸກຊັ້ນຮຽນ, ກະກຽມ ຄວາມພ້ອມແຕ່ຫົວທີໃນການເປັນ ເຈົ້າພາບຈັດງານມະຫະກຳກິລາຊີ ເກມ ຄັ້ງທີ 36 ແລະ ອາຊຽນພາຣາເກມ ຄັ້ງທີ 16 ໃນປີ 2031, ພ້ອມ ທັງປັບປຸງນິຕິກຳ ແລະ ການຄຸ້ມ ຄອງບໍລິຫານກິລາໃຫ້ເປັນລະບົບມືອາຊີບຫລາຍຂຶ້ນ; ຄຸ້ມຄອງ ແລະ ນຳ ໃຊ້ງົບປະມານ, ພື້ນຖານໂຄງລ່າງ ໃຫ້ເກີດປະໂຫຍດສູງສຸດ: ຄົ້ນຄວ້າ ແຫລ່ງທຶນເຂົ້າກອງທຶນກິລາໃຫ້ ໂປ່ງໃສ, ເອົາໃຈໃສ່ປົກປັກຮັກສາ ສະໜາມກິລາ ໂດຍສະເພາະສະ ໜາມກິລາເຈົ້າອານຸວົງ ທີ່ໄດ້ຮັບ ການຊ່ວຍເຫລືອຈາກຍີ່ປຸ່ນ ຄາດວ່າຈະມອບຮັບໃນເດືອນຕຸລາ 2026ນີ້ບໍ່ໃຫ້ຊຸດໂຊມ , ພ້ອມທັງຊຸກຍູ້ພາກ ເອກະຊົນໃຫ້ເຂົ້າມາມີສ່ວນຮ່ວມ ໃນການພັດທະນາກິລາ; ຍົກສູງຂີດ ຄວາມສາມາດບຸກຄະລາກອນ ແລະ ການຮ່ວມມືສາກົນ: ຍົກລະດັບສະຖາບັນກິລາ-ກາຍຍະກຳ ຂຶ້ນເປັນ “ສະຖາບັນກິລາ-ກາຍຍະກຳແຫ່ງ ຊາດ”, ສ້າງຄູຝຶກ ແລະ ກຳມະການ ໃຫ້ໄດ້ມາດຕະຖານສາກົນ, ພ້ອມ ທັງແລກປ່ຽນບົດຮຽນ ແລະ ຍາດ ແຍ່ງການຊ່ວຍເຫລືອດ້ານວິທະຍາ ສາດການກິລາ ຈາກປະເທດເພື່ອນ ມິດຍຸດທະສາດ. ພາຍໃນງານມີຫລາຍກິດຈະກຳ ເຊັ່ນ: ການຍ່າງເພື່ອສຸຂະພາບ, ເຕັ້ນແອໂຣບິກ ແລະ ການວາງສະ ແດງຜົນງານຂອງບັນດາສະຫະພັນ ກິລາແຫ່ງຊາດ ທັງກິລາຄົນປົກ ກະຕິ ແລະ ຄົນພິການ ຊຶ່ງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມຢ່າງ ຫລວງຫລາຍ. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ຍັງໄດ້ຮຽກຮ້ອງໃຫ້ທົ່ວ ປວງຊົນ ແລະ ທຸກພາກສ່ວນໃນ ສັງຄົມ ຮ່ວມແຮງຮ່ວມໃຈກັນສ້າງ ບາດກ້າວບຸກທະລຸໃໝ່ໃຫ້ກິລາລາວ ພາຍໃຕ້ຄຳຂວັນທີ່ວ່າ: “ກິລາ ກາຍຍະກຳລາວ ຄົບຮອບ 60 ປີ ໝ ັ້ນຍືນ!” “ພັກປະຊາຊົນ ປະຕິວັດ ລາວ ຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະ ນະຂອງປະຕິວັດລາວ ໝັ້ນຍືນ!”. ພາບ: ສົງການ ພັນແພງດ

KPL

ຂ່າວອື່ນໆ

ads
ads

Top