ລວມຍອດຜະລິດຕະພັນພາຍໃນທາງທະເລຂອງ ສປ ຈີນ ບັນລຸເຖິງ 5.500 ຕື້ຢວນ

03/08/2026 17:38
ຂປລ ໃນ 6 ເດືອນຕົ້ນປີນີ້, ລວມຍອດ ຜະລິດຕະພັນ ພາຍໃນ ທາງທະເລຂອງສປ ຈີນ ບັນລຸເຖິງ 5.500 ຕື້ຢວນ,ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ ໄລຍະດຽວກັນ ປີກາຍນີ້, ເສດຖະກິດທາງທະເລ ໄດ້ພັດທະນາ ຢ່າງໝັ້ນຄົງ ແລະ ມີທ່າອຽງ ການພັດທະນາທີ່ດີ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນ 6 ເດືອນຕົ້ນປີນີ້, ລວມຍອດ ຜະລິດຕະພັນ ພາຍໃນ ທາງທະເລຂອງສປ ຈີນ ບັນລຸເຖິງ 5.500 ຕື້ຢວນ,ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ ໄລຍະດຽວກັນ ປີກາຍນີ້, ເສດຖະກິດທາງທະເລ ໄດ້ພັດທະນາ ຢ່າງໝັ້ນຄົງ ແລະ ມີທ່າອຽງ ການພັດທະນາທີ່ດີ. ໃນວັນທີ 3 ສິງຫານີ້,ກະຊວງຊັບພະຍາກອນ ທຳມະຊາດຈີນ ໄດ້ເຜີຍແຜ່ ຂໍ້ມູນກ່ຽວກັບ ສະພາບ ການດຳເນີນ ເສດຖະກິດ ທາງທະເລ ສະແດງໃຫ້ເຫັນວ່າ:ໃນ 6 ເດືອນຕົ້ນປີນີ້,ຂະໜາດ ເສດຖະກິດ ທາງທະເລຂອງ ສປ ຈີນ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ລວມຍອດ ຜະລິດຕະພັນທາງທະເລ ກວມເອົາ 7,9% ຂອງ GDP.ໃນ 6 ເດືອນຕົ້ນປີນີ້, ສປ ຈີນ ໄດ້ເພີ່ມກໍ່ສ້າງໂຄງການນຳໃຊ້ ທະເລແລະເກາະໃໝ່ ຈຳນວນ 1.246  ໂຄງການ,ອະນຸຍາດພື້ນທີ່ນຳໃຊ້ ທະເລແລະເກາະ ຈຳນວນ  123.000 ເຮັກຕາ,ມູນຄ່າການລົງທຶນ ທີ່ກ່ຽວຂ້ອງ ຫລາຍກວ່າ 380 ຕື້ຢວນ ໂດຍໄດ້ຮັບປະກັນ ຄວາມຕ້ອງການນຳໃຊ້ທະເລ ແລະ ເກາະເພື່ອອຸດສາຫະກຳຕ່າງໆເຊັ່ນ: ການປະມົງທາງທະເລ, ອຸດສາຫະກຳ ແລະ ການຂົນສົ່ງເປັນຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top