ຂປລ
ອຸດສາຫະກຳການຜະລິດຂອງ ສປ ຈີນ ໄດ້ສ້າງຄວາມປະທັບໃຈ ອີກຄັ້ງໃໝ່ໃຫ້ແກ່ຕະຫລາດໂລກ, ຄັ້ງນີ້, ແມ່ນກ່ຽວກັບ “3 ຜະລິດຕະພັນໃໝ່ຫລ້າສຸດ”, ຈາກການຜະລິດ ເຄື່ອງນຸ່ງຫົ່ມ, ເຟີນີເຈີ ແລະ ເຄື່ອງໃຊ້ໄຟຟ້າ, ຮອດການຫັນປ່ຽນ ສູ່ພະລັງງານສີຂຽວ ຄື: ລົດພະລັງງານໃໝ່, ໝໍ້ໄຟ ຫລື ແບັດເຕີຣີ ລີທຽມ ແລະ ຜະລິດຕະພັນ ພະລັງງານແສງຕາເວັນ, ຈົນຮອດ ປັນຍາປະດິດ, ຫຸ່ນຍົນແລະ ຢາປະດິດສ້າງໃໝ່

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອຸດສາຫະກຳການຜະລິດຂອງ ສປ ຈີນ ໄດ້ສ້າງຄວາມປະທັບໃຈ ອີກຄັ້ງໃໝ່ໃຫ້ແກ່ຕະຫລາດໂລກ, ຄັ້ງນີ້, ແມ່ນກ່ຽວກັບ “3 ຜະລິດຕະພັນໃໝ່ຫລ້າສຸດ”, ຈາກການຜະລິດ ເຄື່ອງນຸ່ງຫົ່ມ, ເຟີນີເຈີ ແລະ ເຄື່ອງໃຊ້ໄຟຟ້າ, ຮອດການຫັນປ່ຽນ ສູ່ພະລັງງານສີຂຽວ ຄື: ລົດພະລັງງານໃໝ່, ໝໍ້ໄຟ ຫລື ແບັດເຕີຣີ ລີທຽມ ແລະ ຜະລິດຕະພັນ ພະລັງງານແສງຕາເວັນ, ຈົນຮອດ ປັນຍາປະດິດ, ຫຸ່ນຍົນແລະ ຢາປະດິດສ້າງໃໝ່, ປະສິດທິພາບ ຂອງການພັດທະນາ ອຸດສາຫະກຳ ການຜະລິດ ຢ່າງມີຄຸນນະພາບສູງຂອງ ສປ ຈີນ ແມ່ນໜ້າອັດສະຈັນຫລາຍ. ຜົນການສຳຫລວດ ຄວາມຄິດເຫັນ ຊາວເນັດທົ່ວໂລກ ທີ່ຈັດໂດຍ CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫລື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 93,1% ເຫັນວ່າ, “3 ຜະລິດຕະພັນໃໝ່ ຫລ້າສຸດ” ຂອງ ສປ ຈີນໄດ້ຮັບຄວາມສົນໃຈ ຈາກໂລກໄດ້ສະແດງໃຫ້ເຫັນເຖິງ ອຸດສາຫະກຳ ການຜະລິດຂອງ ສປ ຈີນ ເລີ່ມສະໜອງເຕັກໂນໂລຊີ ທີ່ຄົ້ນຄວ້າ ດ້ວຍຕົນເອງ, ລະບົບອັດສະລິຍະ ແລະວິທີແກ້ໄຂບັນຫາໃຫ້ແກ່ ຕະຫລາດສາກົນ ແລະ ຈະສ້າງຜົນປະໂຫຍດ ຫລາຍກວ່າເກົ່າ ໃນອະນາຄົດ.ໃນ ຈຳນວນ 87,7% ເຫັນວ່າ, “3 ຜະລິດຕະພັນໃໝ່ຫລ້າສຸດ” ໄດ້ສະແດງໃຫ້ເຫັນ ອີກຄັ້ງກ່ຽວກັບ ຄວາມສາມາດດ້ານການຜະລິດ ທີ່ເຂັ້ມແຂງຂອງ ສປ ຈີນ; 90,5% ເຫັນວ່າ, ຜົນສຳເລັດ ດ້ານການປະດິດສ້າງໃໝ່ ກ່ຽວກັບ “3 ຜະລິດຕະພັນໃໝ່ ຫລ້າສຸດ” ຂອງ ສປ ຈີນ ສາມາດເຮັດໃຫ້ ປະເທດ ພວມພັດທະນາ ຫລາຍກວ່າເກົ່າ ຫັນເປັນແບບອັດສະລິຍະ ແລະ ອັດຕະໂນມັດ ດ້ວຍຕົ້ນທຶນ ທີ່ສາມາດເຂົ້າເຖິງໄດ້, ເຊິ່ງໄດ້ຢືນຢັນ ອີກຄັ້ງໜຶ່ງວ່າ: ການເປີດປະຕູ ແລະກວມລວມໄດ້ຊຸກຍູ້ ໃຫ້ຄວາມສາມາດ ດ້ານການປະດິດສ້າງ ດ້ວຍຕົນເອງຂອງ ສ ປ ຈີນ ຍົກສູງຂຶ້ນຢ່າງວ່ອງໄວ ແລະ ຜູ້ຕອບແບບສອບຖາມ 89,5% ເຫັນວ່າ, “3 ຜະລິດຕະພັນໃໝ່ ຫລ້າສຸດ” ຂອງ ສປ ຈີນ ຈະນຳເອົາໂອກາດໃໝ່ ມາໃຫ້ແກ່ ການປະດິດສ້າງ ແລະ ການຍົກລະດັບຂຶ້ນ ຂອງອຸດສາຫະກຳ ການຜະລິດທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL