ບໍລິສັດສົມທົບທຶນ ຟື້ນຟູໂຮງຮຽນປະສົບໄພນ້ຳຖ້ວມ ຢູ່ແຂວງຄຳມວນ

03/08/2026 23:18
Email Print 8791
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ບໍລິສັດ ກຸຫລາບ ຄໍາ ຈໍາກັດ ແລະ ບໍລິສັດ SKV ກຣຸບ ໄດ້ສົມທົບທຶນ 600 ລ້ານ ກີບ ໃຫ້ແຂວງຄໍາມ່ວນ ເພື່ອນໍາໄປ ສ້ອມແປງອາຄານຮຽນ ແລະ ຈັດ ຊ້ືວັດຖຸອຸປະກອນການສຶກສາ ທ່ີ ໄດ້ຮັບຄວາມເສຍຫາຍຈາກໄພນ້ໍາ ຖ້ວມ ອັນເປັນການປະກອບສ່ວນ ສໍາຄັນໃນການຟື້ນຟູຂະແໜງການ ສຶກສາຂອງແຂວງ.

ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 31 ກໍລະກົດ 2026 ທີ່ຫ້ອງວ່າ ການແຂວງຄໍາມ່ວນ ໂດຍ ທ່ານ ອານີໄຊ ສຸຂະວົງ ປະທານບໍລິສັດ ກຸຫລາບຄໍາ ຈໍາກັດ ໄດ້ມອບເງິນ 300 ລ້ານກີບ ແລະ ທ່ານ ໂຊກ ໄຊ ສຸຂະວົງ ປະທານບໍລິສັດ SKV ກຣຸບ ມອບເງິນ 300 ລ້ານກີບ ລວມເປັນ 600 ລ້ານກີບ ຕາງໜ້າ ກ່າວຮັບໂດຍ ທ່ານ ໄຊຊະນະ ໂຄດພູ ທອນ ເລຂາຄະນະບໍລິຫານງານພັກ ແຂວງຄຳມ່ວນ ໂດຍມີຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ໄຊ ຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທັງສອງ ບໍລິສັດ ທີ່ໄດ້ຮ່ວມສະແດງນໍ້າໃຈ ແລະ ຄວາມຮັບຜິດຊອບໃນການ ຊ່ວຍເຫລືອແຂວງຄໍາມ່ວນ ພາຍ ຫລັງ ໄດ້ຮັບຜົນກະທົບຈາກໄພນ້ໍາ ຖ້ວມ. ພ້ອມຢືນຢັນວ່າເງິນສົມທົບ ຈໍານວນດັ່ງກ່າວຈະນໍາໃຊ້ຢ່າງ ຖືກຈຸດປະສົງ, ໂປ່ງໃສ ແລະ ເກີດ ປະໂຫຍດສູງສຸດ ເພື່ອໃຫ້ໂຮງຮຽນ ທີ່ເສຍຫາຍສາມາດກັບຄືນມາເປີດ ການຮຽນ-ການສອນໄດ້ປົກກະຕິ ໂດຍໄວ.

ພ້ອມນີ້, ເພື່ອເປັນການເຊີດຊູ ແລະ ຂອບໃຈຕໍ່ການປະກອບສ່ວນ ອັນມີຄຸນຄ່າໃນການຟື້ນຟູຂະແໜງ ການສຶກສາ ແລະ ບັນເທົາຜົນກະທົບ ຈາກໄພນໍ້າຖ້ວມຂອງແຂວງ ທ່ານ ໄຊຊະນະ ໂຄດພູທອນ ໄດ້ມອບໃບ ຍ້ອງຍໍໃຫ້ທັງສອງບໍລິສັດຕື່ມອີກ.

KPL

ຂ່າວອື່ນໆ

    • ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານສຶກສາ-ກິລາ

      ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານ

      9/17/2026 12:52:20 PM

      ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈັດພິທີເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການຂຶ້ນໃນ ວັນທີ 14 ກັນຍາ 2026 ໂດຍມີ ທ່ານ ນາງ ນ້ຳທິບ ອິນທະວົງ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍສຶກສາ-ກິລາ

      ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍ

      9/11/2026 9:37:33 AM

      ຄະນະຜູ້ແທນຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນກິລາຄົນພິການອາຊຽນ (ASEAN Para Sports Federation-APSF Board of Governors Meeting) ຈັດຂຶ້ນລະຫວ່າງວັນທີ 7-11 ກັນຍາ 2026 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ຂະນະດຽວກັນ, ສປປ ລາວ ກໍໄດ້ສະເໜີ 12 ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫຼວງກົວລາລຳເປີ ປະກອບມີ: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ບັອກເຊຍ, ໂກນບານ (ຍິງ), ບານເຕະຄົນພິການຕາ (ຊາຍ), ບານບ້ວງລໍ້ເລື່ອນ (ຍິງ), ລົດຖີບ, ດອກປີກໄກ່, ຟັນດາບ, ເທັນນິດ ແລະ ຍິງປືນ.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027

      9/7/2026 7:13:45 PM

      ໃນສົກຮຽນ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະດ້ານພື້ນຖານໂຄງລ່າງ ເປັນຕົ້ນ ຫ້ອງຮຽນ, ໂຕະ-ຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມດ້ານບຸກຄະລາກອນ, ພະນັກງານ, ຄູ-ອາຈານ ຂອງແຕ່ລະຊັ້ນຮຽນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ໄດ້ທັງປະລິມານ ແລະ ຄຸນນະພາບ ຊຶ່ງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເລີ່ມເຂົ້າຮຽນນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ, ສ່ວນມື້ເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ຈະຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ຈະມາເຖິງນີ້.

    • ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນສຶກສາ-ກິລາ

      ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນ

      9/7/2026 6:09:35 PM

      ພິທີປະກາດສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ຢູ່ວັດສະຫຼີດອນແກ້ວ ບ້ານແກ້ວດອນຄູນ ເມືອງເງິນ ແຂວງໄຊຍະບູລີ ໂດຍມີພະອາຈານໃຫຍ່ ພັນທອງ ໂພມີໄຊ ຄະນະປະຈຳສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ), ຮອງຫົວໜ້າກຳມາທິການສຶກສາສົງສູນກາງ ແລະ ທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກຳມະການອົງການປົກຄອງເມືອງເງິນ, ມີພະເຖຣານຸເຖຣະ ຈາກສູນກາງ, ແຂວງ, ເມືອງ, ຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດສຶກສາ-ກິລາ

      ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

      8/21/2026 9:40:27 AM

      ຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄ້ົນຄວ້າວິທະຍາສາດ (ກພວຕ) ໃນວັນທີ 18 ສິງຫາ 2026 ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ.

ads
ads

Top