ລາຍຮັບຈາກ ອຸດສາຫະກຳການຜະລິດ ດ້ານຂໍ້ມູນຂ່າວສານ ເອເລັກໂຕຣນິກຂອງ ສປ ຈີນ ເພີ່ມຂຶ້ນກວ່າ 18%

03/08/2026 17:38
ຂປລ 6 ເດືອນ​ຕົ້ນ​ປີ​ນີ້, ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ ​ດ້ານ​ຂໍ້​ມູນ​ຂ່າວ​ສານ ​ເອ​ເລັກ​ໂຕ​ຣ​ນິກ ​ຂອງ ສປ ​ຈີນ ໄດ້​ສືບ​ຕໍ່​ເລັ່ງ​ລັດ ​ການ​ຜະ​ລິດ, ການ​ສົ່ງ​ອອກ​ ມີ​ຄວາມ​ໝັ້ນ​ທ່ຽງ ແລະ​ມີ​ທ່າ​ອຽງທີ່​ດີ, ປະ​ສິດ​ທິ​ຜົນ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ການ​ລົງ​ທຶນ ​ໄດ້​ເພີ່ມ​ຂຶ້ນ​ ຢ່າງ​ໝັ້ນ​ທ່ຽງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງ​ຕາມ​ຂໍ້​ມູນ​ ຈາກກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຈີນ ສະ​ແດງ​ໃຫ້​ເຫັນ​ວ່າ: 6 ເດືອນ​ຕົ້ນ​ປີ​ນີ້, ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ ​ດ້ານ​ຂໍ້​ມູນ​ຂ່າວ​ສານ ​ເອ​ເລັກ​ໂຕ​ຣ​ນິກ ​ຂອງ ສປ ​ຈີນ ໄດ້​ສືບ​ຕໍ່​ເລັ່ງ​ລັດ ​ການ​ຜະ​ລິດ, ການ​ສົ່ງ​ອອກ​ ມີ​ຄວາມ​ໝັ້ນ​ທ່ຽງ ແລະ​ມີ​ທ່າ​ອຽງທີ່​ດີ, ປະ​ສິດ​ທິ​ຜົນ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ການ​ລົງ​ທຶນ ​ໄດ້​ເພີ່ມ​ຂຶ້ນ​ ຢ່າງ​ໝັ້ນ​ທ່ຽງ. ປະ​ສິດ​ທິ​ຜົນ ​ຂອງອຸດ​ສາ​ຫະ​ກຳ ຂໍ້​ມູນ​ຂ່າວ​ສານ ​ເອ​ເລັກ​ໂຕ​ຣ​ນິກ​​ໃນ 6 ເດືອນ​ຕົ້ນ​ປີ​ນີ້ ສືບ​ຕໍ່​ມີທ່າ​ອຽງ​ເພີ່ມ​ຂຶ້ນ, ລາຍ​ຮັບ​ບັນ​ລຸ 9.410 ຕື້ຢວນ, ເພີ່ມ​ຂຶ້ນ 18,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ຂອງ​ປີ​ກາຍ​, ຜົນ​ກຳ​ໄລ ​ມີ​ເຖິງ 577,7 ຕື້ຢວນ. ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ, ວິ​ສາ​ຫະ​ກິດ​ ຂະ​ໜາດ​ໃຫຍ່​ ກ່ຽວ​ກັບ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ ​ດ້ານຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ຣ​ນິກ ​ມີ​ລາຍ​ຮັບ 1.890 ຕື້ຢວນ, ເພີ່ມ​ຂຶ້ນ 24,7% ເມື່ອ​ທຽບ​ໃສ່​ ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top