ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ຄະນະຜູ້ແທນ ສະມາພັນ ວິສາຫະກິດຂະໜາດ ກາງ-ຂະໜາດນ້ອຍ ໄທ SME Thai) ຈາກກຸ່ມພາກຕາເວັນອອກ ສຽງເໜືອຕອນເທິງ ຈັງຫວັດບຶງ ການ, ຈັງຫວັດນະຄອນພະນົມ ແລະ ສະພາອຸດສາຫະກໍາ ຈັງຫວັດ ສະກົນນະຄອນ ເຄື່ອນໄຫວມອບ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ ໂຮງຮຽນປະຖົມ-ມັດທະຍົມຕົ້ນ ບ້ານຄູນເພັດ ເມືອງຄູນຄໍາ ແຂວງ ຄໍາມ່ວນ
ໃນວັນທີ 19 ກໍລະກົດ 2026 ຊຶ່ງນໍາໂດຍ ທ່ານ ທະນະ ພົນ ສຸລະສຽງ ປະທານສະມາ ພັນ SME ໄທ ຈັງຫວັດບຶງການ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຍົມມະລາ ເດດສັກດາ ຮອງປະທານ ຄະນະກໍາມະການປົກຄອງເມືອງຄູນ ຄໍາ, ມີທ່ານ ດຣ. ອຸດົມພົງ ແກ້ວ ສີສະໂນ ຮອງປະທານສະພາການ ຄ້າ ແລະ ອຸດສາຫະກໍາແຂວງຄໍາ ມ່ວນ ພ້ອມດ້ວຍປະທານຕາແສງ ຄູນແກ້ວ, ພະນັກງານຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ທ່ານນາງ ຍົມມະລາ ເດດສັກດາ ໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ແທນສະມາພັນ SME ໄທ ທີ່ໄດ້ຍາດແຍ່ງເອົາແຫລ່ງທຶນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈາກພາກສ່ວນຕ່າງໆມາມອບໃຫ້ ແກ່ເມືອງຄູນຄໍາ ເວົ້າລວມ, ເວົ້າ ສະເພາະ ກໍຄືໂຮງຮຽນປະຖົມ- ມັດທະຍົມຕົ້ນບ້ານຄູນເພັດໃນຄັ້ງນ້ີ ແລະ ຫວັງວ່າໃນໂອກາດຕໍ່ໄປຈະໄດ້ ຮັບການຊ່ວຍເຫລືອຈາກພາກສ່ວນ ດັ່ງກ່າວຕື່ມອີກ. ສໍາລັບເຄື່ອງທີ່ນໍາ ມາມອບປະກອບມີ: ຄອມພິວເຕີຕັ້ງ ໂຕະ, ອຸປະກອນກິລາປະເພດຕ່າງໆ, ເຂ້ົາໜົມ, ຖົງເຄ່ືອງມືສອງ ແລະ ປະເພດໝີ່ ລວມມູນຄ່າປະມານ 36,98 ລ້ານກວ່າກີບ.
KPL