ເກີດໄຟໄໝ້ກຳປັ່ນຂ້າມຟາກ ຢູ່ເຂດທະເລໃກ້ກັບອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ

03/08/2026 17:38
ຂປລ ​ເກີດໄຟໄໝ້ກຳປັ່ນ​ຂ້າມ​ຟາກລຳ​ໜຶ່ງ​ໃນ​ນ່ານ​ນ້ຳ​ໃກ້​ກັບເກາະມາດູຣາ ແຂວງ ຊາວາ ຕາເວັນອອກ, ເຮັດໃຫ້ມີ ຜູ້ເສຍ ຊີວິດຢ່າງໜ້ອຍ 5 ຄົນ, ຫາຍສາບສູນ 41 ຄົນ ແລະ ​ໄດ້​ຮັບ​ການຊ່ວຍເຫລືອ 225 ຄົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 2 ສິງ​ຫານີ້, ພາກ​ສ່ວນທີ່ກ່ຽວຂ້ອງ ຂອງ​ທາງ​ການອິນໂດເນເຊຍ ​ໃຫ້​ຮູ້ວ່າ: ​ເກີດໄຟໄໝ້ກຳປັ່ນ​ຂ້າມ​ຟາກລຳ​ໜຶ່ງ​ໃນ​ນ່ານ​ນ້ຳ​ໃກ້​ກັບເກາະມາດູຣາ ແຂວງ ຊາວາ ຕາເວັນອອກ, ເຮັດໃຫ້ມີ ຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ, ຫາຍສາບສູນ 41 ຄົນ ແລະ ​ໄດ້​ຮັບ​ການຊ່ວຍເຫລືອ 225 ຄົນ.ໃນຂະ​ນະເກີດເຫດ ກຳປັ່ນ​ດັ່ງ​ກ່າວ​ກຳ​ລັງ​ແລ່ນຕາມເສັ້ນທາງເດີນເຮືອ ລະຫວ່າງ ນະ​ຄອນຊູຣາບາຢາ-ນະ​ຄອນມາຄາຊາ. ຢູ່ເທິງກຳປັ່ນ ມີທັງໝົດ 271 ຄົນ, ໃນ​ນັ້ນ ​ມີຜູ້ໂດຍສານ 232 ຄົນ ແລະ ລູກເຮືອ 39 ຄົນ. ໃນຂະ​ນະນັ້ນ, ກຳປັ່ນລຳນີ້ ຢູ່ຫ່າງໄກ ຈາກຝັ່ງປະມານ 35 ກິ​ໂລ​ແມັດ, ຕົວກຳປັ່ນຖືກໄຟ ເກືອບໝົດ. ຜູ້ໂດຍສານສ່ວນໜຶ່ງ ກຳ​ລັງລໍຖ້າການຊ່ວຍເຫລືອ ຢູ່ຫ້ອງຂັບເຮືອ ແລະ ຫົວເຮືອ. ອົງການ​ຄົ້ນ​ຫາ ​ແລະ ກູ້ໄພແຫ່ງຊາດ ອິນໂດເນເຊຍ​ ແຈ້ງ​ໃຫ້​ຮູ້ວ່າ: ມີເຮືອຫລາຍລຳ ​ທີ່​ຢູ່ບໍລິເວນເກີດເຫດ ໄດ້ເຂົ້າຮ່ວມການ ຊ່ວຍເຫລືອກູ້ໄພ. ປັດຈຸບັນ, ການ​ຄົ້ນ​ຫາ​ ແລະ ​ກູ້ໄພ ຍັງດຳເນີນຢູ່, ສ່ວນສາເຫດ ຂອງ​ການ​ເກີດໄຟໄໝ້ ຍັງບໍ່ທັນຮູ້ຊັດ​ເຈນເທື່ອ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top