ຂປລ
ມູນນິທິ ຈີເອັກ (GX) ຮົງກົງ ຮ່ວມກັບສຳນັກງານໃຫຍ່ ທາງລົດໄຟ ລາວ-ຈີນ ຈັດກິດຈະ ກຳເຜີຍແຜ່ຄວາມຮູ້ກ່ຽວກັບການ ປ້ອງກັນ ແລະ ຄວບຄຸມພະຍາດໄຂ້ ເລືອດອອກ ໃຫ້ພະນັກງານພາຍ ໃນບໍລິສັດທາງລົດໄຟ ລາວ-ຈີນ ໃນ ວັນທີ 20 ກໍລະກົດ 2026 ໂດຍມີ ທ່ານ ຫລຽງ ເຈິ່ນອິນ (LEUNG Chun-ying) ຮອງປະທານຄະ ນະກຳມະການ ສະພາປຶກສາການເມືອງທົ່ວປະເທດຈີນ, ປະທານມູນ ນິທິ GX, ທ່ານ ນາງ ເສິນ ຢິງໜິງ (CHAN Ying-yang Emily) ຜູ ້ ອຳນວຍການໃຫຍ່ຂອງມູນນິທິ GX,ທ່ານ ພັນ ອິນເອິນ (POON Yen yen) ຜູ້ອຳນວຍການໂຄງການອາ ຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ.
ການຈັດກິດຈະກຳເຜີຍແຜ່
ຄວາມຮູ້ ໃນຄັ້ງນີ້, ເພື່ອຍົກລະດັບ
ຄວາມຮູ້, ຄວາມເຂົ້າໃຈໃຫ້ກັບ
ພະນັກງານພາຍໃນບໍລິສັດທາງ
ລົດໄຟ ລາວ-ຈີນ ກ່ຽວກັບສາເຫດ,
ອາການ, ວິທີການປ້ອງກັນພ້ອມ
ທັງມາດຕະການຄວບຄຸມພະຍາດ
ໄຂ້ເລືອດອອກ ຢ່າງຖືກຕ້ອງ ໂດຍ
ໄດ້ເນັ້ນເຖິງການກຳຈັດແຫລ່ງ
ເພາະພັນຍຸງລາຍ, ການຮັກສາ
ຄວາມສະອາດພາຍໃນ ແລະ ອ້ອມ
ຂ້າງສະຖານທີ່ເຮັດວຽກ, ການປິດຝາພາຊະນະເກັບນ້ຳ, ການກຳຈັດ
ນ້ຳຂັງ ແລະ ການນຳໃຊ້ມາດຕະ
ການປ້ອງກັນຍຸງກັດຢ່າງເໝາະ
ສົມ. ນອກຈາກນັ້ນ, ຍັງໄດ້ແນະນຳ
ໃຫ້ສັງເກດອາການເບື້ອງຕົ້ນຂອງ
ພະຍາດ ເຊັ່ນ: ໄຂ້ສູງ, ປວດຫົວ,
ປວດກ້າມເນື້ອ, ມີຜື່ນ ຫລື ມີອາ
ການເລືອດອອກຜິດປົກກະຕິ ໃຫ້
ຮີບໄປພົບແພດໂດຍໄວ ຫາກພົບຝາພາຊະນະເກັບນ້ຳ, ການກຳຈັດ
ນ້ຳຂັງ ແລະ ການນຳໃຊ້ມາດຕະ
ການປ້ອງກັນຍຸງກັດຢ່າງເໝາະ
ສົມ. ນອກຈາກນັ້ນ, ຍັງໄດ້ແນະນຳ
ໃຫ້ສັງເກດອາການເບື້ອງຕົ້ນຂອງ
ພະຍາດ ເຊັ່ນ: ໄຂ້ສູງ, ປວດຫົວ,
ປວດກ້າມເນື້ອ, ມີຜື່ນ ຫລື ມີອາ
ການເລືອດອອກຜິດປົກກະຕິ ໃຫ້
ຮີບໄປພົບແພດໂດຍໄວ ຫາກພົບອາການດັ່ງກ່າວ ເພື່ອໄດ້ຮັບການວິ
ນ
ິດໄສ ແລະ ປິ່ນປົວຢ່າງທັນເວລາ.
ກິດຈະກຳໃນຄັ້ງນີ້, ສະແດງເຖິງ
ການສືບຕໍ ່ຂອງໂຄງການ “ປ້ອງ
ກັນພະຍາດໄຂ້ເລືອດອອກ” ຂອງ
ມູນນິທິ GX ຕາມເສັ້ນທາງລົດໄຟ
ລາວ-ຈີນ ຊຶ່ງໄດ້ດຳເນີນມາຕັ້ງແຕ່
ປ
ີ
ຕ
2025, ໂຄງການດັ່ງກ່າວ ໄດ້ຕິດ
ັ້ງເຄື່ອງໃຊ້ໄຟຟ້າດັກຍຸງ ແລະ ຕິດ
ໂປສເຕີອະນາໄມຢູ ່ສະຖານີລົດໄຟ
29 ແຫ່ງຕາມເສັ້ນທາງລົດໄຟ
ເບື້ອງວຽງຈັນ ແລະ ເບື ້ອງຢຸນນານ
ຊຶ່ງເປັນການປັບປຸງການອະນາໄມ
ສິ່ງແວດລ້ອມ ແລະ ການປ້ອງກັນ
ຢ່າງຕໍ່ເນື່ອງຕາມເສັ້ນທາງລົດໄຟ.
ມາຮອດປັດຈຸບັນ, ມູນນິທິ GX
ໄດ້ບໍລິຈາກເຄື່ອງໃຊ້ໄຟຟ້າດັກຍຸງ
ຈຳນວນ 871 ໜ່ວຍ ແລະ ໂປສ
ເຕີສຸຂະສຶກສາ ຈໍານວນຫລາຍໃຫ້
ແກ່ບໍລິສັດທາງລົດໄຟ ລາວ-ຈີນ.
ມູນນິທິ GX ແມ່ນອົງການ
ການກຸສົນທີ່ບໍ່ຂຶ້ນກັບລັດຖະບານ
ສ້າງຕັ້ງຂຶ ້ນຢູ່ຮົງກົງ, ສປ ຈີນ ໃນປີ 2018 ໂດຍມີຈຸດປະສົງ ແມ່ນເພື່ອ
ໃຫ້ການຊ່ວຍເຫລືອດ້ານມະນຸດສະ
ທໍາ ໃນຂົງເຂດການແພດ ແລະ ສາທາ
ລະນະສຸກແກ່ບັນດາປະເທດ ຕາມ
ເສັ້ນທາງ ໜຶ່ງແລວໜຶ່ງເສັ້ນທາງ
ຊ
ຶ່
ງສະແດງເຖິງຈິດໃຈຂອງ “ການ
ແບ່ງປັນ” ແລະ “ການເຊື່ອມໂຍງ
ລະຫວ່າງປະຊາຊົນກັບປະຊາຊົນ”.
ຂ່າວ: ທະນູທອງ; ພາບ: ຂັນໄຊ
KPL