7356

lxx ]k; ,u 7;k,rh v, dP,vvd9kdlt4kotrk[fh vpra fmtok sh v';j kdkol6 odk'ra d gzu pczj goN v.o dv'xt-5 ,;Pd'kod;fdkmq j ;xtgmf 7A 'mu V 3I'IPo ,l 9v,7e gxu flq dIPo.\j 2026-2027 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ (ຜູ້ທີ 5 ນັບຈາກຂວາຫາຊ້າຍ ແຖວຫລັງ) xtmko7totde,tdko75 h ,7v'wrry [a f0A ol6 odk' ]q '8y f8k,{-j ;pgs]n vz6 h xtlq [wroE4h ;, 16 j v5 fq ,wຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 03.09.2026 ປີທີ 25 ສະບັບທີ 6.512ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K F ອ່ານຕໍ່ໜ້າ 4່ າໍ່ ໜ້າ xtmkoxtgmf g0Q kIj ;,dv'xt-5 , vq 'dkoIj ;,,n -P'wIh [;d76j Ij ;,g9]t9k 8es];f9t]k9vo o; 9a fde]a ' 127 95 f veo;p7;k,ltf;d w]ptw0lq dIPo.\j ທ່ານ ບຸນທ່ຽງ ສານສຸວັນ ]k;3m]t7q , 9toegvq k]y 0tly f 4j kpmvflq fs]u d[kog8t xtgmfg1p]t,a o ,k4j kpmvf.sh c2o[ko]k;wfh -q , lkoltcf'7;k,-q ,g-u p ;a o-kf ,kg]g-p 7q [Iv[ 69 xu F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ວັນທີ 31 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງ ຄວາມຊົມເຊີຍເຖິງ ສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີແຫ່ງມາເລເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວແລະ ໃນນາມສ່ວນ ຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດມາຍັງສົມເດັດແລະປະຊາຊົນມາເລເຊຍທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ. ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນດີງາມ ແລະ ການ ຮ່ວມມືທີ່ເຕັມໄປດ້ວຍໝາກຜົນລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ຕະຫລອດໄລຍະ 6 ທົດສະວັດທີ່ຜ່ານມາ, ພ້ອມທັງມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າໃນປີ 2026 ນີ້ ສອງ ປະເທດພວກເຮົາ ໄດ້ຮ່ວມກັນສະເຫລີມສະຫລອງສາຍພົວພັນທາງການ ທູດຄົບຮອບ60ປີດ້ວຍເນື້ອໃນເລິກເຊິ່ງແລະ ບັນຍາກາດທີ່ຟົດຟື້ນ. ຂ້າພະ ເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ ແລະ ມາເລ ເຊຍ ຈະໄດ້ຮັບການເສີມຂະຫຍາຍໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍລວມທັງໃນຄອບຄົວອາຊຽນ ຂປລ. ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ນະຄອນ ຫລວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າ ຮ່ວມກອງປະຊຸມອົງການຮ່ວມມື ຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການ ເພີ່ມທະວີບົດບາດຂອງ ອົງການ ສະຫະປະຊາຊາດ ໃນຄວາມເປັນ ແກນກາງຂອງລະບຽບໂລກທີ່ຍຸຕິ ທໍາ: ການປະກອບສ່ວນຂອງບັນດາ ປະເທດ ອົງການຮ່ວມມືຊຽງໄຮ້ ຂປລ. ຫ້ອງວ່າການສູນກາງ ພັກ ຈັດເຜີຍແຜ່ເຊື່ອມຊຶມເນື້ອໃນ ກອງປະຊຸມວຽກງານກວດກາທົ່ວ ປະເທດ ຄັ້ງທີ V ແລະ ເອກະສານ ສຳຄັນຂອງພັກ ໃນວັນທີ 2 ກັນຍາ ຂປລ. ກຸ່ມບໍລິສັດ ລາວໂທ ລະຄົມ ຮ່ວມມືກັບ ບຸນເດັດລິກາ (Bundesliga) ຫລີກບານເຕະ ອັນດັບ 1 ປະເທດເຢຍລະມັນ ເພື່ອ ຂປລ. ໄລຍະໄຂສົກຮຽນໃໝ່ 2026-2027ນີ້,ພະແນກຕຳຫລວດ ຈະລາຈອນ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ຈັດ ເອົາລິຂະສິດການຖ່າຍທອດສົດ ບານເຕະ Bundesliga ມາຖ່າຍ ທອດ ຜ່ານລະບົບແອວທີຊີເພ (LTC Play) ໃຫ້ແຟນບານຊາວລາວ 2026 ໂດຍການເຜີຍແຜ່ ຂອງທ່ານ ຜາຄຳ ອິນແສງ ກໍາມະການສູນ ກາງພັກ, ຄະນະປະຈໍາພັກ, ຮອງ ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ເບິ່ງໄດ້ຊົມ ຊຶ່ງພິທີນຳສະເໜີ ລະບົບ LTC Play ຮູບໂສມໃໝ່ ຈັດຂຶ້ນໃນວັນທີ 1 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍ ການໃຫຍ່ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ, ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານ ເຕະແຫ່ງຊາດລາວ, ທ່ານ ແວເນີ ໂກຣເຮ (Mr. Werner Grohé) ເລຂານຸການເອກ ສະຖານທູດເຢຍ ລະມັນ ປະຈຳ ລາວ, ທ່ານ ມະໂນ ນຸວັນນະສັກ ຫົວໜ້າຝ່າຍກົນລະຍຸດ ຂອງໂຄງການ Bundesl iga ຂປລ. ໃນລະຫວ່າງວັນທີ 23 ສິງຫາ-1 ກັນຍາ 2026, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ (ຫສຊ) ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ຂປລ. ຕອນເຊົ້າວັນທີ 1 ກັນຍາ 2026 ນີ້, ໂຮງຮຽນອະນຸບານ, ປະ ຖົມ, ມັດທະຍົມ ຈອມຄຳ ໄດ້ໄຂສົກ ຮຽນໃໝ່ຢ່າງຄຶກຄື້ນ,ນ້ອງນັກຮຽນ ໄດ້ນຸ່ງເຄື່ອງແບບເປັນລະບຽບຮຽບ ຮ້ອຍ. ໃນຂະນະດຽວກັນບັນດາ ຄູ-ອາຈານ ກໍໄດ້ກຽມຄວາມພ້ອມ ດ້ານການຮຽນ-ການສອນ ແລະ ຕ້ອນຮັບນັກຮຽນກັບສູ່ຫ້ອງຮຽນ. ທ່ານ ບຸນທ່ຽງ ສານສຸວັນ ຮອງ ຜູ້ອຳນວຍການ ໂຮງຮຽນມັດທະ ຍົມສຶກສາສົມບູນ ຈອມຄຳ ໄດ້ໃຫ້ ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວວ່າ: ໂຮງຮຽນຈອມຄໍາ ເປັນໂຮງຮຽນພາກເອກະຊົນ ປະ sl- 8y f8k, c]t -5 dp6 h ;Pd'ko lr0 16 j 7 c0;'rkddk'{.8h ຊຸກຍູ້ວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການ ສະພາປະຊາຊົນແຂວງ (ສພຂ) 7 ແຂວງພາກກາງ ແລະ ພາກໃຕ້ ຄື: ວາງກໍາລັງເຈົ້າໜ້າທີ່ວິຊາສະເພາະ ລະບາຍການສັນຈອນທັງໝົດ 127 ຈຸດ ໃນທົ່ວນະຄອນຫລວງວຽງຈັນ ກອບມີ3ຊັ້ນຮຽນຄື: ຊັ້ນລ້ຽງເດັກອະນຸບານ, ຊັ້ນປະຖົມ ແລະ ຊັ້ນ ມັດທະຍົມສຶກສາສົມບູນ ຕັ້ງຢູ່ບ້ານ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ວັນທີ 1 ກັນຍາ 2026 ນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກ ສອນກຳມະການກົມການເມືອງສູນ ກາງພັກ,ຮອງນາຍົກລັດຖະມົນຕີ,ລັດ ຖະມົນຕີກະຊວງປ້ອງກັນປະເທດ,

@ 0j k; c]t gsfdko j 03/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທ່ານ ທອງລຸນ ສີສຸລິດ (ຊ້າຍ) ສານສະແດງ... ປະທານປະເທດ... ປະທານຄະນະກຳມະການ... ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດມາ ຍັງສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳ ເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງສົມເດັດ ແລະ ອວຍພອນໃຫ້ປະຊາຊົນ ມາເລເຊຍ ເພື່ອນມິດສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາ ວອນຕະຫລອດໄປ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງ ຄວາມຊົມເຊີຍ ເຖິງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ໂມ ຮາເມັດ ບິນ ຮາຈິ ຮາຊານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ ເຊັ່ນດຽວກັນ. ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງ ໂລກຫລາຍຂົ້ວ ໂດຍມີບັນດາປະມຸກ ລັດ,ຫົວໜ້າລັດຖະບານແລະຜູ້ແທນ ຈາກບັນດາປະເທດສະມາຊິກ, ຄູ່ ຮ່ວມເຈລະຈາ ແລະ ປະເທດສັງເກດ ການ ຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນ ຄັ້ງທໍາອິດທີ່ສປປລາວໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນ ທາງການ. ໃນໂອກາດນີ້, ທ່ານປະທານ ປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວຄໍາເຫັນ ໂດຍ ໄດ້ຕີລາຄາສູງຕໍ່ເນື້ອໃນຄໍາຂວັນ ຂອງກອງປະຊຸມອົງການຮ່ວມມື ຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຄັ້ງ ນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມ ສໍາຄັນ ແລະ ແທດເໝາະກັບສະ ພາບການຂອງໂລກໃນປັດຈຸບັນ ໃນ ທ່າມກາງທີ່ບັນດາປະເທດກໍາລັງ ພັດທະນາ ທີ່ຮັກຫອມສັນຕິພາບ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ເຈດຕະນາລົມ ເພື່ອຍົກສູງບົດບາດ ຂອງຂອບການຮ່ວມມືແບບຫລາຍ ຝ່າຍ ເພື່ອສ້າງສະພາບແວດລ້ອມ ອັນເອື້ອອໍານວຍໃຫ້ແກ່ການບັນລຸ ເປົ້າໝາຍການພັດທະນາແບບຍືນ ຍົງ ໂດຍຮ່ວມກັນຊອກຫາຊ່ອງ ທາງ ເພື່ອຜ່ານຜ່າອຸປະສັກໃນທ່າມ ກາງສິ່ງທ້າທາຍປັດຈຸບັນ ຢ່າງເປັນ ລະບົບ. ພ້ອມນີ້, ທ່ານປະທານປະ ເທດ ຍັງໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ບັນດາປະເທດສະມາ ຊິກອົງການຮ່ວມມືຊຽງໄຮ້ ສໍາລັບ ຄວາມເຊື່ອໝັ້ນທີ່ມີຕໍ່ ສປປ ລາວ ກໍຄື ການຮັບເອົາ ສປປ ລາວ ເຂົ້າ ເປັນປະເທດຄູ່ຮ່ວມເຈລະຈາ ຂອງ ອົງການຮ່ວມມືຊຽງໄຮ້ ຊຶ່ງເຫດ ການສໍາຄັນດັ່ງກ່າວ ບໍ່ເປັນພຽງແຕ່ ຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ສູງ ຂອງ ສປປ ລາວ ໃນການມີ ສ່ວນຮ່ວມ ໂດຍພາຍໃຕ້ຂອບການ ຮ່ວມມືລະດັບພາກພື້ນ ເພື່ອຈັດຕັ້ງ ຜັນຂະຫຍາຍ “ນໍ້າໃຈຊຽງໄຮ້” (Shanghai Spirit) ໃຫ້ເປັນຮູບ ປະທໍາຢ່າງແທ້ຈິງ ແລະ ຍົກສູງບົດ ບາດຂອງຫລັກການຮ່ວມມືຫລາຍ ຝ່າຍ. ບົນຈິດໃຈດັ່ງກ່າວ, ສປປ ລາວ ໄດ້ຢືນຢັນຄວາມພ້ອມໃນການ ເປັນຄູ່ຮ່ວມເຈລະຈາ ທີ່ສາມາດ ປະກອບສ່ວນຢ່າງສ້າງສັນເຂົ້າ ໃນວຽກງານທີ່ປິ່ນອ້ອມອົງການ ຮ່ວມມືຊຽງໄຮ້, ລວມທັງບັນດາ ຂົງເຂດບຸລິມະສິດ ເປັນຕົ້ນ ການຮັດ ແໜ້ນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງສອງພາກພື້ນອາຊຽນ ແລະ ຢູຣາເຊຍ ໃຫ້ມີຄວາມສະໜິດ ແໜ້ນຂຶ້ນໃນທຸກລະດັບ. ສປປ ລາວ ສະໜັບສະໜູນຢ່າງ ສະເໝີຕົ້ນສະເໝີປາຍ ຕໍ່ບົດບາດ ສຳຄັນຂອງອົງການສະຫະປະຊາ ຊາດແລະບັນດາຫລັກການພື້ນຖານ ພາຍໃຕ້ກົດບັດສະຫະປະຊາຊາດ ໂດຍເຊື່ອວ່າ ລະບຽບການສາກົນທີ່ ມີຄວາມຍຸຕິທຳ ແລະ ສົມດຸນຄວນ ຕັ້ງຢູ່ບົນພື້ນຖານຂອງຄວາມສະເໝີ ພາບທາງດ້ານອະທິປະໄຕ, ການ ເຄົາລົບເຊິ່ງກັນ ແລະ ກັນ, ການບໍ່ ແຊກແຊງ, ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ ແລະ ການຮ່ວມມືທີ່ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສະນັ້ນ, ອົງການສະຫະປະຊາຊາດ ຈຶ່ງເປັນອົງປະກອບທີ່ສໍາຄັນ ແລະ ຂາດບໍ່ໄດ້ ໃນການຮັບປະກັນໃຫ້ສັນ ຕິພາບສາກົນ ມີຄວາມຍືນຍົງ ແລະ ອົງການຮ່ວມມືຊຽງໄຮ້ ຖືເປັນກົນ ໄກການຮ່ວມມືລະດັບພາກພື້ນທີ່ສາ ມາດຊ່ວຍເສີມສ້າງບົດບາດຄວາມ ເປັນແກນກາງຂອງອົງການ ສປຊ ໃຫ້ພົ້ນເດັ່ນຂຶ້ນຕື່ມ. ໃນໂອກາດນີ້, ສປປ ລາວ ໄດ້ ສະເໜີ 4 ຂົງເຂດ ທີ່ເປັນທ່າແຮງ ສໍາລັບການຮ່ວມມືພາຍໃຕ້ອົງການ ຮ່ວມມືຊຽງໄຮ້ ຊຶ່ງລວມມີ: ດ້ານກະ ສິກໍາ ແລະ ຄວາມໝັ້ນຄົງທາງດ້ານ ສະບຽງອາຫານ; ການຫັນເປັນດີຈິ ຕອນ; ການຂົນສົ່ງ ແລະ ການເຊື່ອມ ໂຍງ-ເຊື່ອມຈອດ; ການຮ່ວມມື ດ້ານທະນາຄານ ແລະ ການເງິນ. 4 ບູລິມະສິດເຫລົ່ານີ້ແມ່ນເຊື່ອມ ໂຍງ ແລະ ເສີມສ້າງເຊິ່ງກັນ ແລະ ກັນ, ພ້ອມທັງຈະສາມາດປະກອບ ສ່ວນເຂົ້າໃນເປົ້າໝາຍລວມ ເພື່ອ ການພັດທະນາແບບຍືນຍົງ. ໃນໂອ ກາດກອງປະຊຸມຄັ້ງນີ້, ທ່ານປະ ທານປະເທດ ແຫ່ງ ສປປ ລາວ ຍັງ ໄດ້ພົບປະກັບ ທ່ານ ຊາດືຊ ຊາປາ ຣົບ(Sadyr JAPAROV)ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ, ທ່ານ ອາເລັກ ຊານເດີລູກາເຊັນໂກ(Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ແລະ ທ່ານ ນູຣລານ ເຢຍເມັກບາ ຢຽບ(NurlanYermekbayev) ເລຂາທິການໃຫຍ່ອົງການ SCO ເພື່ອປຶກສາຫາລື ແລະ ແລກປ່ຽນ ສອງຝ່າຍ ກ່ຽວກັບທິດທາງການ ຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ ກັບສອງປະເທດດັ່ງກ່າວ, ລວມທັງແຜນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ. ອົງການຮ່ວມມືຊຽງໄຮ້ ແມ່ນ ອົງການຈັດຕັ້ງລະຫວ່າງລັດຖະ ບານ ສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸ ນາ 2001 ໂດຍມີສໍານັກງານໃຫຍ່ ຕັ້ງຢູ່ນະຄອນຫລວງປັກກິ່ງສປຈີນ; ມີປະເທດສະມາຊິກ 10 ປະເທດ ຄື: ສປ ຈີນ, ອິນເດຍ, ອີຣານ, ກາຊັກ ສະຖານ, ກຽກກິດສະຖານ, ປາກິດ ສະຖານ,ຣັດເຊຍ,ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາ ຣຸດຊີ. ສປປ ລາວ ໄດ້ລິເລີ່ມການ ສຶກສາຄວາມເປັນໄປໄດ້ໃນການ ເປັນຄູ່ຮ່ວມເຈລະຈາ ໃນປີ 2023 ແລະ ສະແດງເຈດຈໍານົງເຂົ້າເປັນຄູ່ ຮ່ວມເຈລະຈາ ຢ່າງເປັນທາງການ ໃນປີ 2024. ໃນເດືອນສິງຫາ 2025, ກອງປະຊຸມສຸດຍອດຂອງ ອົງການ SCO ໄດ້ມີມະຕິຮັບຮອງ ເອົາ ສປປ ລາວ ເຂົ້າເປັນຄູ່ຮ່ວມເຈ ລະຈາ ແລະ ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມານີ້ ສປປ ລາວ ໄດ້ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ ຢ່າງ ເປັນທາງການ ລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ຕາງ ໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ທ່ານເລຂາທິການ ໃຫຍ່ອົງການ SCO ທີ່ນະຄອນ ຫລວງປັກກິ່ງ ສປ ຈີນ. ມາຮອດປັດ ຈຸບັນ, ອົງການ SCO ມີຄູ່ຮ່ວມມື ທັງໝົດ 17 ປະເທດ (ໃນນັ້ນມີ 2 ປະເທດສັງເກດການ ຄື: ອັຟກາ ນິດສະຖານ ແລະ ມົງໂກລີ ແລະ 15 ປະເທດຄູ່ຮ່ວມເຈລະຈາ ເຊັ່ນ: ອາແຊກໄບຊານ, ອາກເມນີ, ກໍາປູ ເຈຍ, ເນປານ, ຕວັກກີ, ສີລັງກາ, ອາຣັບບີ ຊາອູດິດ, ເອຢິບ, ກາຕາ, ບາເຣນ, ມານດີວ, ມຽນມາ, ສະຫະ ນະຄອນ ເອເມຣັດ ອາຣັບ ແລະ ກູເວດ, ລວມທັງ ສປປ ລາວ. ປະທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ, ພ້ອມດ້ວຍ ທ່ານ ໂພໄຊ ໄຊຍະສອນກຳມະການ ສູນກາງພັກ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງລົງເຄື່ອນໄຫວເຮັດວຽກຮ່ວມ ກັບຄະນະພັກ-ຄະນະນໍາແຂວງອຸ ດົມໄຊ, ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ແລະ ເມືອງ, ພ້ອມທັງໄດ້ມອບເງິນສົດ ສົມທົບ ເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນ ແຂວງຈໍານວນ300ລ້ານກີບແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 633 ລ້ານກີບ, ລວມມູນຄ່າທັງໝົດ 933 ລ້ານກີບ. ພ້ອມກັນນີ້, ກະຊວງ ປ້ອງກັນປະເທດ ກໍໄດ້ມອບເງິນ 200ລ້ານກີບ, ກຸ່ມບໍລິສັດພົງຊັບທະ ວີ300ລ້ານກີບ, ບໍລິສັດຮ່ວມມືພັດ ທະນາສາກໄນ 100 ລ້ານກີບ, ບໍລິ ສັດ ແອວໄອທີໂຊລູຊັບ 100 ລ້ານ ກີບ, ບໍລິສັດໄຊອີນເຕີຈໍາກັດແຂວງ ອຸດົມໄຊ 100 ລ້ານກີບ ໃຫ້ແກ່ ແຂວງອຸດົມໄຊ ເພື່ອຊ່ວຍເຫລືອຜູ້ ປະສົບໄພ. ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນ ກາງພັກ, ເລຂາພັກແຂວງ, ປະທານ ສະພາປະຊາຊົນ ແຂວງອຸດົມໄຊ ໄດ້ລາຍງານກ່ຽວກັບສະພາບນໍ້າ ຖ້ວມທີ່ເກີດຂຶ້ນຢູ່ ແຂວງອຸດົມໄຊ ໃນໄລຍະທ້າຍເດືອນກໍລະກົດ ຈົນ ມາຮອດທ້າຍເດືອນສິງຫາ 2026 ແຂວງອຸດົມໄຊ ມີຝົນຕົກໜັກຕໍ່ ເນື່ອງເປັນເວລາຫລາຍວັນ ສົ່ງຜົນ ໃຫ້ລະດັບນໍ້າໃນແມ່ນໍ້າຕ່າງໆ ຂອງ ແຂວງເພີ່ມຂຶ້ນຢ່າງໄວວາ ແລະ ສູງ ກວ່າລະດັບເຕືອນໄພ. ສະເພາະ ເດືອນສິງຫານີ້, ມີສະພາບນໍ້າຖ້ວມ ເກີດຂຶ້ນທັງໝົດ 3 ຄັ້ງຄື: ວັນທີ 7-8 ສິງຫາ 2026 ເກີດນໍ້າຖ້ວມ ຢູ່ ເມືອງນາໝໍ້, ເມືອງງາ ຊຶ່ງສ້າງຜົນ ກະທົບຕໍ່ເສັ້ນທາງຄົມມະນາຄົມ, ພື້ນທີ່ທໍາການຜະລິດ, ເຮືອນຊານ ປະຊາຊົນ ແລະ ຕາຂ່າຍໄຟຟ້າ; ວັນທີ 19 ສິງຫາ 2026 ໄດ້ເກີດນໍ້າ ໄຫລຊຸ ຢູ່ເມືອງແບງ ສົ່ງຜົນກະທົບ ໜັກຢູ່ 3 ບ້ານ, ສ້າງຜົນເສຍຫາຍ ດ້ານທີ່ຢູ່ອາໄສ, ເສັ້ນທາງຄົມມະ ນາຄົມ, ລະບົບນໍ້າປະປາ, ໂຮງໝໍ, ເນື້ອທີ່ທຳການຜະລິດ, ລະບົບຊົນ ລະປະທານ. ນອກນີ້, ຢູ່ເມືອງຮຸນ ໄດ້ເກີດສະພາບນໍ້າໄຫລນອງຈຸດ ຂົວວັງລໍ່າ ມີລົດບັນທຸກແລ່ນຜ່ານ ແລ້ວຕົກຂົວ ເຮັດໃຫ້ເກີດມີຜູ້ເສຍຊີ ວິດ 1 ຄົນ (ຄົນຈີນ) ແລະ ວັນທີ 29-30 ສິງຫາ 2026 ໄດ້ເກີດຝົນ ຕົກຢ່າງຕໍ່ເນື່ອງ ເຮັດໃຫ້ມີສະພາບ ນໍ້າຖ້ວມ ຢູ່ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫລາ ລັກສະນະນໍ້າໄຫລ ຊຸກະທັນຫັນໃນຕອນເດິກ ຊຶ່ງເມືອງ ໄຊ ໄດ້ຮັບຜົນກະທົບເປັນວົງກວ້າງ ພໍສົມຄວນ. ຕາມການສັງຮວມໃນ ເບື້ອງຕົ້ນ ແມ່ນກັນເຈື່ອນນໍ້າກໍ ຈຸດ ພະແນກສຶກສາ, ຣີສອດຂອງພາກ ທຸລະກິດ (ນໍ້າກັດ, ນໍ້າພາກ), ທີ່ຢູ່ ອາໄສຂອງປະຊາຊົນ, ຫ້ອງການ ຂອງພາກລັດ, ໂຮງຮຽນ, ເສັ້ນທາງ ຄົມມະນາຄົມ, ຂົວ, ຕາຂ່າຍໄຟຟ້າ ແລະ ລະບົບການສື່ສານ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ພາຫະນະ (ລົດໃຫຍ່-ລົດຈັກ) ແລະ ອື່ນໆ ລວມຜົນກະທົບໃນ 2 ຄັ້ງຜ່ານມາ ມີ 4 ເມືອງ (ເມືອງແບງ, ເມືອງນາ ໝໍ້, ເມືອງງາ ແລະ ເມືອງຫລາ), ມີ ທັງໝົດ 35 ບ້ານ ກວມເອົາ 688 ຄອບຄົວ, ປະຊາຊົນໄດ້ຮັບຜົນກະທົບ ທັງໝົດ 3.985 ຄົນ, ຍິງ 1.978 ຄົນ, ລວມມູນຄ່າເສຍຫາຍ ທັງໝົດ ໃນ 2 ຄັ້ງກ່ອນ 48,4 ຕື້ກວ່າກີບ. ສ່ວນຜົນກະທົບໃນຄັ້ງຫລ້າສຸດນີ້ ປະກອບມີ 3 ເມືອງ (ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫລາ) ມີ 81 ບ້ານ ໄດ້ຮັບຜົນກະທົບ, ສ່ວນຈໍາ ນວນຄອບຄົວ ແລະ ປະຊາຊົນຜູ້ ໄດ້ຮັບຜົນກະທົບ ຍັງຢູ່ໃນຂັ້ນຕອນ ເກັບກຳຂໍ້ມູນລະອຽດ, ສ່ວນຜົນ ເສຍຫາຍຈາກໄພພິບັດຄັ້ງນີ້ຍັງບໍ່ສາ ມາດປະເມີນຄວາມເສຍຫາຍໄດ້. ປັດຈຸບັນ, ການນຳທຸກຂັ້ນຂອງ ແຂວງໄດ້ລະດົມທຸກກຳລັງແຮງ ສືບຕໍ່ຕິດຕາມສະພາບອາກາດແລະ ລະດັບນໍ້າໃນແມ່ນໍ້າຕ່າງໆຢ່າງໃກ້ ຊິດ ເພື່ອອອກແຈ້ງການເຕືອນໄພ ໃຫ້ຊັດເຈນ, ທັນການແລະ ທົ່ວເຖິງ; ສືບຕໍ່ຟື້ນຟູທີ່ພັກອາໄສ, ສະໜອງ ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ໃຫ້ປະຊາຊົນ; ເລັ່ງສ້ອມແປງຟື້ນຟູ, ສ້ອມແປງອະນາໄມເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນໍ້າ ປະປາ ແລະ ພື້ນທີ່ທຳການຜະລິດ ແລະ ອື່ນໆ ໃຫ້ເຂົ້າສູ່ສະພາບປົກກະ ຕິໂດຍໄວ; ປະເມີນຜົນກະທົບຢ່າງ ລະອຽດ ເພື່ອປະກາດເປັນເຂດໄພ ພິບັດ (ຖ້າຄົບເງື່ອນໄຂ) ແລະ ລະ ດົມການຊ່ວຍເຫລືອຈາກສັງຄົມ, ຄົ້ນຄວ້ານະໂຍບາຍທີ່ຈໍາເປັນ ຕໍ່ພາກ ທຸລະກິດແລະປະຊາຊົນທີ່ໄດ້ຮັບຜົນ ກະທົບ ເປັນຕົ້ນ ການຍົກເວັ້ນ ພາສີ- ອາກອນ ແລະ ອື່ນໆ. ໄພພິບັດທີ່ ເກີດຂຶ້ນທັງ 3 ຄັ້ງ ໃນເດືອນສິງຫາ ມີຜູ້ບາດເຈັບ 4 ຄົນ, ຍິງ 3 ຄົນ, ສູນ ຫາຍ 1, ຍິງ 1 ຄົນ ແລະ ເສຍຊີວິດ 1 ຄົນ (ຄົນຈີນ). ໂອກາດດຽວກັນ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມຄະນະ ຂັ້ນສູງກາງ ແລະ ຂັ້ນແຂວງ ກໍໄດ້ ລົງພື້ນທີ່ຜົນກະທົບ ຢູ່ຈຸດໂຮງຮຽນ ສາມັນກິນນອນຊົນເຜົ່າ, ບ້ານບໍ ແລະ ບ້ານແຟນ ຕື່ມອີກ. ຫ້ອງວ່າການ...້່ ມີຄະນະບໍລິຫານງານພັກ, ຄະນະ ກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ລັດຖະກອນ ທີ່ຮັບຜິດຊອບວຽກ ງານກວດກາ ພາຍໃນຫ້ອງວ່າການ ສູນກາງພັກ ເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມເນື້ອໃນ ຈິດໃຈ ກອງປະຊຸມວຽກງານກວດ ກາທົ່ວປະເທດ ຄັ້ງນີ້, ເພື່ອສ້າງ ຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ແລະ ເປັນເອກະພາບສູງ ພາຍໃນຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຂັ້ນ ກ່ຽວກັບຄວາມສໍາຄັນຂອງວຽກ ງານກວດກາພັກ, ລັດ ແລະ ວຽກ ງານສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງໃນໄລຍະໃໝ່, ເພື່ອ ສ້າງຄວາມເປັນເອກະພາບທາງ ດ້ານແນວຄິດ, ການກະທໍາ ແລະ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຄະນະພັກ, ຄະນະກວດ ກາແຕ່ລະຂັ້ນ ຕໍ່ກັບວຽກງານກວດ ກາພັກ, ກວດກາລັດ ແລະ ວຽກ ງານສະກັດກັ້ນ, ຕ້ານການສໍ້ລາດ ບັງຫລວງ ໃຫ້ມີການຫັນປ່ຽນໄປ ສູ່ຄຸນນະພາບໃໝ່ ດ້ວຍການຫັນ ເອົາເນື້ອໃນຈິດໃຈກອງປະຊຸມວຽກ ງານກວດກາ ທົ່ວປະເທດ ຄັ້ງທີ V ໃຫ້ເປັນທິດທາງແຜນການ, ໂຄງ ການດໍາເນີນງານຕົວຈິງ ຂອງຄະ ນະພັກຫ້ອງວ່າການສູນກາງພັກ ຢ່າງມີຈຸດສຸມ, ພ້ອມທັງເປັນເຈົ້າ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ແນໃສ່ຍົກສູງ ປະສິດທິພາບການເຄື່ອນໄຫວວຽກ ງານກວດກາ ໃຫ້ເດັດຂາດ, ເຂັ້ມ ງວດໃນການແກ້ໄຂທຸກການລະ ເມີດລະບຽບວິໄນຂອງພັກ,ກົດໝາຍ ແລະ ລະບຽບການຂອງລັດ ໃນຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນທຸກຂັ້ນ ແລະ ທຸກລະດັບ ພາຍໃນຫ້ອງວ່າການສູນກາງພັກ, ປັບປຸງລະບອບ, ກົນໄກ ແລະ ແບບ ແຜນວິທີເຮັດວຽກ ຂອງຄະນະ ກວດກາ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມ ແຂງ, ທັນສະໄໝ, ມີວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ. ໂອກາດນີ້, ທ່ານຜາຄໍາອິນແສງ ໄດ້ຮຽກຮ້ອງໃຫ້ປະທານກວດກາ ໜ່ວຍພັກ ແລະ ພະນັກງານ-ລັດຖະ ກອນ ກົມກວດກາ ຂອງຫ້ອງວ່າ ການສູນກາງພັກ ຈົ່ງພ້ອມກັນນໍາ ເອົາແນວທາງ ແລະ ບົດຮຽນໃນ ກອງປະຊຸມຄັ້ງນີ້ ໄປໝູນໃຊ້ເຂົ້າໃນ ວຽກງານຕົວຈິງ, ເອົາໃຈໃສ່ຕິດ ຕາມ, ກວດກາ, ຊອກໃຫ້ເຫັນດ້ານ ດີເພື່ອເສີມຂະຫຍາຍ ແລະ ດ້ານ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນ ແກ້ໄຂຢ່າງຕັ້ງໜ້າ ຂອງພະນັກ ງານ, ການຈັດຕັ້ງ ໃຫ້ມີຄວາມປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮອບດ້ານ. ພາບ: ອ່າຍຄຳ ລາວໂທລະຄົມ...ົ ປະຈຳ Asia Pacific, ພ້ອມດ້ວຍ ຄູ່ຮ່ວມທຸລະກິດ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ກຸ່ມບໍລິສັດ ລາວໂທລະຄົມ ເປັນ ເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນຳເອົາລິຂະສິດການຖ່າຍທອດ ສົດບານເຕະ Bundesliga ເຕັມ ຮູບແບບພ້ອມກັບການເປີດໂຕຂອງ LTC Pl ay ໃນຮູບເ ເບບໃໝ່ ຢ່າງເປັນທາງການຢັ້ງຢືນເຖິງວິ ໄສທັດໃນການນຳເອົາກິລາບານ ເຕະລະ ດັບສາກົນ ແລະ ປະສົບ ການຄວາມບັນເທີງຮູບແບບໃໝ່ ມາສູ່ຜູ້ຊົມຊາວລາວ, ການຮ່ວມມື ກັບ Bundesl iga ເປັນອີກໜຶ່ງ ບາດກ້າວສຳຄັນຂອງກຸ່ມບໍລິສັດ ລາວໂທລະຄົມ ໃນການຂະຫຍາຍ ສູ່ຕະຫລາດດີຈິຕອນ (Digital Content) ແລະ ບັນເທີງ (Entertainment) ໂດຍການເນັ້ນ ການນຳເອົາກິລາບານເຕະ ລະດັບ ສາກົນ ມາໃຫ້ແຟນບານຊາວລາວ ໄດ້ສຳຜັດຢ່າງໃກ້ຊິດ ຜ່ານເຕັກໂນ ໂລຊີ ແລະ ແພລດຟອມດີຈິຕອນ. ການຮ່ວມມືຄັ້ງນີ້, ບໍ່ໄດ້ຈໍາກັດ ພຽງແຕ່ການນຳເອົາປະສົບການ ດ້ານກິລາ ມາສູ່ຜູ້ເບິ່ງບານເຕະ ແຕ່ຍັງສະທ້ອນເຖິງວິໄສທັດຂອງ ກຸ່ມບໍລິສັດລາວໂທລະຄົມ ໃນການ ພັດທະນາ Digital Ecosystem ໃຫ້ຄົບວົງຈອນ, ພ້ອມສ້າງປະສົບ ການໃໝ່ໆໃຫ້ຜູ້ໃຊ້ງານ ດ້ວຍການ ນໍາເອົາຊື່ສຽງຈາກໜຶ່ງໃນຫລີກ ບານເຕະຊັ້ນນຳຂອງເອີຣົບ ມາ ປະສານກັບແພລດຟອມດີຈິຕອນ ຂອງ Lao Telecom, ຄວາມຮ່ວມ ມືນີ້ຈະເປັນອີກໜຶ່ງກ້າວສຳຄັນ ໃນການຍົກລະດັບ Digital Entertainment ໃນປະເທດລາວ. ຂ່າວ-ພາບ: ລາວໂທລະຄົມ

ໄຊຊະນະຄັ້ງນີ້, ພັກກອມມູນິດ ຫວຽດນາມ ໄດ້ກາຍເປັນພັກກຳ ອຳນາດ ແລະ ໄດ້ສ້າງປະຖົມປັດໄຈ ພື້ນຖານອັນສຳຄັນສຳລັບໄຊຊະນະ ໃນໄລຍະຕໍ່ມາ. ການປະຕິວັດເດືອນສິງຫາ ບໍ່ ພຽງແຕ່ມີຄວາມໝາຍພິເສດສະ ເພາະຕໍ່ປະຫວັດສາດຫວຽດນາມ ເທົ່ານັ້ນ, ແຕ່ຍັງມີຄວາມໝາຍໃນ ລະດັບຍຸກສະໄໝ ແລະ ມີລັກສະນະ ສາກົນຢ່າງເລິກເຊິ່ງ. ໄຊຊະນະ ດັ່ງກ່າວ ໄດ້ສ້າງແຮງບັນດານໃຈ ອັນໃຫຍ່ຫລວງໃຫ້ແກ່ບັນດາຊາດ ຫົວເມືອງຂຶ້ນ ແລະ ປະຊາຊົນຜູ້ຖືກ ກົດຂີ່ຂູດຮີດທົ່ວໂລກໃຫ້ລຸກຂຶ້ນຕໍ່ສູ້ ເພື່ອເອກະລາດ, ອິດສະລະພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າ ທາງສັງຄົມ. ດ້ວຍໄຊຊະນະດັ່ງ ກ່າວ, ຊາດຫວຽດນາມ ບໍ່ພຽງແຕ່ ຍາດໄດ້ເອກະລາດເທົ່ານັ້ນ, ແຕ່ຍັງ ຢັ້ງຢືນເຖິງຖານະບົດບາດແລະ ເສັ້ນ ທາງການພັດທະນາຂອງຕົນໃນກະ ແສປະຫວັດສາດໂລກຍຸກໃໝ່. ການປະຕິວັດເດືອນສິງຫາ ປີ 1945 ເປັນຂີດໝາຍອັນສະຫງ່າ ງາມໃນຂະບວນວິວັດແຫ່ງການ ສ້າງສາ ແລະ ປົກປັກຮັກສາປະເທດ ຊາດຂອງຊາວຫວຽດນາມ. ໃນ ສະພາບແວດລ້ອມທີ່ຫວຽດນາມ ກຳລັງກ້າວເຂົ້າສູ່ສັງກາດໃໝ່, ບົດ ຮຽນທາງປະຫວັດສາດທີ່ຖອດ ຖອນໄດ້ຈາກການປະຕິວັດເດືອນ ສິງຫາ ຍັງມີຄຸນຄ່າທັງດ້ານທິດສະ ດີ, ພຶດຕິກຳຕົວຈິງ ແລະ ມີລັກສະນະ ຮ່ວມສະໄໝຢ່າງເລິກເຊິ່ງ: ບົດຮຽນທີໜຶ່ງ: ການຮັກສາ ບົດບາດການນຳພາຂອງພັກຢ່າງ ໝັ້ນຄົງ, ຍົກສູງຄັນທຸງແນວຄິດ ໂຮ່ຈີ່ມິງ ແລະ ຍຶດໝັ້ນໃນແນວທາງ ແລະ ເປົ້າໝາຍ “ເອກະລາດແຫ່ງ ຊາດ ຕິດພັນກັບລັດທິສັງຄົມນິຍົມ”. ປະທານ ໂຮ່ຈີ່ມິງ ເຄີຍຢັ້ງຢືນວ່າ: “ຕົວຈິງໃນຫວຽດນາມ ໄດ້ພິສູດ ແລ້ວວ່າດ້ວຍການນຳພາຂອງພັກ ມາກຊິດ-ເລນິນນິດ, ການປະຕິວັດ ຈຶ່ງສາມາດຍາດໄດ້ໄຊຊະນະອັນ ສະຫງ່າງາມໃນພາລະກິດປົດປ່ອຍ ຊາດ ແລະ ກ້າວໄປສູ່ການສ້າງສາ ສັງຄົມນິຍົມ”. ເມື່ອກ້າວເຂົ້າສູ່ສັງ ກາດໃໝ່, ເຖິງວ່າສະພາບການ ພາຍໃນ ແລະ ສາກົນຈະມີການຜັນ ແປຢ່າງຫລວງຫລາຍ, ແຕ່ກໍສາ ມາດຢັ້ງຢືນໄດ້ວ່າບົດບາດການນຳ ພາ ແລະ ຄວາມສາມາດໃນການ ຕໍ່ສູ້ຂອງພັກ ຍັງແມ່ນປັດໄຈຕັດສິນ ຊີ້ຂາດຕໍ່ທຸກໆໄຊຊະນະຂອງການ ປະຕິວັດຫວຽດນາມ. ບົດຮຽນທີສອງ: ການກຳແໜ້ນ “ກາລະໂອກາດແລະການຍາດແຍ່ງ ກາລະໂອກາດ”. ນັບຕັ້ງແຕ່ກອງ ປະຊຸມຄະນະບໍລິຫານງານສູນກາງ ພັກ ຄັ້ງທີ 8 ເມື່ອເດືອນພຶດສະພາ ປີ 1941, ພັກກອມມູນິດຫວຽດ ນາມ ໄດ້ກຳນົດທິດທາງໃຫ້ຮີບຮ້ອນ ກະກຽມກຳລັງຢ່າງຕັ້ງໜ້າ ແລະ ລໍຖ້າກາລະໂອກາດສຳລັບການລຸກ ຮື້ຂຶ້ນ. ດັ່ງນັ້ນ, ເມື່ອຈັກກະພັດຍີ່ປຸ່ນ ປະກາດຍອມຈຳນົນຕໍ່ຝ່າຍສຳພັນ ທະມິດໃນວັນທີ15ສິງຫາປີ1945 ແລະ ລັດຖະບານຫຸ່ນຮັບໃຊ້ຍີ່ປຸ່ນ ຕົກຢູ່ໃນສະພາບສັບສົນເສຍຂວັນ, ຜູ້ ນຳ ໂຮ່ຈີ່ມິງ ຈຶ່ງໄດ້ຊີ້ແຈງວ່ານີ້ແມ່ນ “ກາລະໂອກາດພັນປີມີເທື່ອໜຶ່ງ”. 03/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ dkoxt8y ;a fgfn voly 'sk xu 1945 gsfdkova opy j '.spj .oxts;a flkf-kfs;Pfok, ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ)ື່ັ່ັັົິົົີ ຂປລ. ວັນທີ 2 ກັນຍາ ປີ 1945 ຖືເປັນວັນປະຫວັດສາດສຳຄັນ ຂອງຊາດຫວຽດນາມ. ທີ່ສະໜາມ ຫລວງບາດິ່ງ, ປະທານ ໂຮ່ຈີ່ມິງ ໄດ້ອ່ານຖະແຫລງການປະກາດ ເອກະລາດ ແລະ ປະກາດຢ່າງສະ ຫງ່າງາມຕໍ່ປະຊາຄົມໂລກ ເຖິງສິດ ທິແຫ່ງເອກະລາດ, ອິດສະລະ ພາບ ແລະ ຄວາມສະເໝີພາບຂອງ ຊາດຫວຽດນາມ ວ່າ: “ປະເທດ ຫວຽດນາມ ມີສິດທີ່ຈະໄດ້ຮັບອິດ ສະລະພາບ ແລະ ເອກະລາດ ແລະ ຄວາມຈິງແລ້ວໄດ້ກາຍເປັນປະເທດ ທີ່ມີອິດສະລະພາບ ແລະ ເອກະລາດ. ປະຊາຊົນຫວຽດນາມທົ່ວທັງຊາດ ເດັດດ່ຽວຈະອຸທິດທັງຈິດໃຈ, ກຳ ລັງ, ຊີວິດ ແລະ ຊັບສິນ ເພື່ອປົກ ປັກຮັກສາສິດເສລີພາບ ແລະ ເອກະ ລາດນັ້ນໄວ້ໃຫ້ໝັ້ນຄົງ”. ສາທາລະ ນະລັດ ປະຊາທິປະໄຕ ຫວຽດນາມ ຈຶ່ງໄດ້ກຳເນີດຂຶ້ນອັນເປັນຂີດໝາຍ ແຫ່ງການເລີ່ມຕົ້ນສັງກາດໃໝ່ຂອງ ຊາດ ຄື: ສັງກາດແຫ່ງເອກະລາດ, ອິດສະລະພາບ ແລະ ການເປັນເຈົ້າ ຊາຕາກຳຂອງປະເທດຊາດດ້ວຍ ຕົນເອງ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ປີ 1945 ແມ່ນຜົນ ສຳເລັດຈາກຫລາຍປັດໄຈປະກອບ ກັນ ໂດຍສະເພາະຢ່າງຍິ່ງແມ່ນການ ປະສົມປະສານຢ່າງແໜ້ນແຟ້ນລະ ຫວ່າງກາລະໂອກາດທາງປະຫວັດ ສາດທີ່ເອື້ອອຳນວຍກັບການກະ ກຽມຢ່າງຮອບຄອບ, ເປັນລະບົບ ຕະຫລອດຮອດການນຳພາອັນສະ ຫລາດສ່ອງໃສ ແລະ ປ່ຽນແປງ ຢ່າງມີໄຫວພິບຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການນຳພາ ຂອງປະທານ ໂຮ່ຈີ່ມິງ. ຂປລ. ພາສາເປັນເຄື່ອງມືສຳຄັນ ໃນການສື່ສານຂອງມະນຸດ. ທຸກໆ ພາສາທີ່ມີໃຊ້ຢູ່ໃນໂລກ ລ້ວນແຕ່ ເປັນພາສາທີ່ມີສຽງສະເພາະຂອງ ຕົນເອງເຊັ່ນດຽວກັບພາສາລາວທີ່ມີ ລະບົບສຽງເປັນເອກະລັກສະເພາະ. ການສຶກສາສຽງ ແລະ ຕົວອັກສອນ s]a ddkorN o4ko dkooe.-h 8q ;va dlvo]k; ລາວຈຶ່ງເປັນພື້ນຖານສຳຄັນສຳລັບ ການອ່ານ, ການຂຽນ ແລະ ການ ນຳໃຊ້ພາສາລາວໃຫ້ຖືກຕ້ອງ. ເມື່ອມະນຸດສື່ສານກັນ ເຊັ່ນ: ການ ທັກທາຍສະບາຍດີ, ການຂໍຄວາມ ຊ່ວຍເຫລືອ ຫລື ສະແດງຄວາມ ຮູ້ສຶກອອກມາໃຫ້ຜູ້ອື່ນຮູ້, ກໍຈະມີ ການເປັ່ງສຽງອອກມາເປັນຄໍາເວົ້າ ເພື່ອໃຫ້ອີກຝ່າຍໜຶ່ງເຂົ້າໃຈຈຸດປະ ສົງຂອງຕົນ. ສຽງທີ່ເປັ່ງອອກມາ ໃນເວລາສື່ສານກັນນັ້ນ ເອີ້ນວ່າ: ສຽງໃນພາສາລາວ. ສຽງໃນພາສາລາວເກີດມາ ຈາກການໃຊ້ອະໄວຍະວະຕ່າງໆ ຊຶ່ງແຕ່ລະພາກສ່ວນສາມາດເຮັດ ໃຫ້ສຽງເວົ້າແຕກຕ່າງກັນໄປ. ອະໄວຍະວະທີ່ມີໜ້າທີ່ໂດຍກົງໃນ ການອອກສຽງເວົ້າໄດ້ແກ່ຮິມສົບ, ດ້ວຍຄວາມໄວ ແລະ ນໍ້າໜັກເທົ່າກັນ ຈຶ່ງເກີດເປັນສຽງໃໝ່. ສຽງສະຫລະ ປະສົມໃນພາສາລາວ ມີ 6 ສຽງ ຄື: ສະຫລະປະສົມສຽງສັ້ນໄດ້ແກ່: ເxັຍ, xົວະ, ເxຶອ ແລະ ສະຫລະປະ ສົມສຽງຍາວໄດ້ແກ່: ເxຍ, xົວ, ເxືອ. ສ່ວນສະຫລະ ໄx ເxົາ xຳ ເປັນສຽງສະຫລະປະສົມກັບສຽງ ພະຍັນຊະນະທ້າຍພະຍາງ (ຕົວສະ ກົດ) ດັ່ງນີ້: ແຂ້ວ, ເຫືອກ, ເພດານແຂງ, ເພດານ ອ່ອນ, ລີ້ນໄກ່, ຜົ້ງດັງ, ລີ້ນ, ກ່ອງ ສຽງ, ຜົ້ງຄໍ ແລະ ເສັ້ນສຽງ. ນອກ ນັ້ນປອດ ແລະ ຫລອດລົມກໍມີບົດ ບາດສຳຄັນໃນການສ້າງສຽງ. ອະໄວຍະວະເຫລົ່ານີ້ເຮັດວຽກ ປະສານກັນເຮັດໃຫ້ເກີດເປັນສຽງ ຫລາຍຮູບແບບ ເພື່ອໃຊ້ສື່ຄວາມ ໝາຍລະຫວ່າງມະນຸດດ້ວຍກັນ. ໂດຍທົ່ວໄປສຽງໃນພາສາລາວແບ່ງ ອອກເປັນ 3 ຈຳພວກ ຄື: ສຽງສະ ຫລະ, ສຽງພະຍັນຊະນະ ແລະ ສຽງ ວັນນະຍຸດ. ສຽງສະຫລະ: ແມ່ນສຽງທີ່ຖືກ ເປັ່ງອອກມາທາງປາກ ໂດຍທີ່ບໍ່ມີ ອະໄວຍະວະສ່ວນໃດໃນປາກມາ ອັດຕັນທາງລົມໄວ້, ແຕ່ອະໄວຍະວະ ໃນປາກສາມາດປ່ຽນຕຳແໜ່ງ ແລະ ຮູບຮ່າງໄດ້ເຮັດໃຫ້ຜົ້ງປາກມີລັກ ສະນະຕ່າງກັນ ແລະ ເກີດເປັນ ສຽງສະຫລະທີ່ແຕກຕ່າງກັນ. ສຽງ ສະຫລະໃນພາສາລາວມີ 24 ສຽງ, ໃນນັ້ນ ແບ່ງສຽງສະຫລະເຄົ້າ 18 ສຽງ ແລະ ສະຫລະປະສົມ 6 ສຽງ. 1. ສຽງສະຫລະເຄົ້າມີ 18 ສຽງ ແບ່ງເປັນສະຫລະສຽງສັ້ນ ແລະ ສະຫລະສຽງຍາວ. ສະຫລະສຽງສັ້ນ ປະກອບມີ: xະ, xິ, xຸ, ເxະ, ແxະ, ໂxະ, ເxິ ແລະ ສະຫະສຽງຍາວ ປະກອບມີ: xາ, xີ, xູ, ເx, ແx, xໍ, ໂx, ເxີ. 2.ສຽງສະຫລະປະສົມແມ່ນ ສຽງສະຫລະເຄົ້າ 2 ສຽງທີ່ຕ່າງ ກັນແລ້ວອ່ານອອກສຽງຕໍ່ເນື່ອງກັນ ໃx ໄx /aj/ ເກີດຈາກສຽງສະຫລະ xະ /a/ ປະສົມກັບ ຍ /j/ ເxົາ /aw/ ເກີດຈາກສຽງສະຫລະ xະ /a/ ປະສົມກັບ ວ /w/ xຳ /am/ ເກີດຈາກສຽງສະຫລະ xະ /a/ ປະສົມກັບ ມ /m/ ຄວາມແຕກຕ່າງດ້ານສຽງຕາມ ທ້ອງຖິ່ນ: ພາສາລາວຍັງມີຄວາມ ຫລາກຫລາຍດ້ານການອອກສຽງ ຕາມພູມສາດ. ສຳລັບສະຫລະ ໃx ໃນສຳນຽງທ້ອງຖິ່ນຫລວງພະບາງ ຫລື ເອີ້ນວ່າ: ສຽງຫລວງພະບາງ (ມີຢູ່ແຂວງຫລວງພະບາງ, ໄຊຍະ ບູລີ, ອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳ ທາ ແລະ ຜົ້ງສາລີ) ຈະມີການອອກ ສຽງເປັນ ອາເອີ ຊຶ່ງເກີດຈາກສຽງ ສະຫລະ xາ ປະສົມກັບ ເxີ. ສ່ວນ ພາສາທ້ອງຖິ່ນຊຽງຂວາງ ແລະ ຫົວພັນຈະອອກສຽງເປັນ ເxີ. ໄຊຊະນະດັ່ງກ່າວ ມີຮາກຖານ ມາຈາກການນຳພາທີ່ຖືກຕ້ອງ ແລະ ທັນການຂອງພັກກອມມູນິດຫວຽດ ນາມ. ແນວທາງການປະຕິວັດຊົນ ຊາດ ແລະ ປະຊາທິປະໄຕປະຊາຊົນ ທີ່ພັກກຳນົດຂຶ້ນສອດຄ່ອງກັບ ຄວາມມຸ່ງມາດປາຖະໜາຂອງມະ ຫາຊົນຢ່າງກວ້າງຂວາງ. ພັກໄດ້ ສະແດງໃຫ້ເຫັນເຖິງວິໄສທັດຍຸດທະ ສາດ ແລະ ຄວາມສາມາດອັນໂດດ ເດັ່ນໃນການຈັດຕັ້ງ ແລະ ຊີ້ນຳການ ປະຕິບັດຕົວຈິງ ໂດຍໄດ້ນຳພາປະ ຊາຊົນທົ່ວປະເທດລຸກຮື້ຂຶ້ນພ້ອມ ກັນໃນຊ່ວງເວລາທີ່ເໝາະສົມ, ສາ ມາດຢຶດອຳນາດການປົກຄອງທົ່ວ ປະເທດໄດ້ຢ່າງວ່ອງໄວດ້ວຍຈິດໃຈ ທີ່ວ່າ: “ເຖິງແມ່ນວ່າຈະຕ້ອງເຜົາ ຜານສາຍພູຫລວງທັງໝົດກໍຕ້ອງ ເດັດດ່ຽວຍາດເອົາເອກະລາດມາ ໃຫ້ໄດ້”. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ແມ່ນຜົນສຳເລັດຂອງ ຂະບວນການກະກຽມໄລຍະຍາວ ແລະ ຮອບດ້ານທັງດ້ານການເມືອງ, ການຈັດຕັ້ງ, ແນວຄິດ ແລະ ກຳລັງ ປະກອບອາວຸດ. ນັບຕັ້ງແຕ່ຂະບວນ ການໂຊວຽດເຫງະຕິ້ງ, ຂະບວນ ການປະຊາທິປະໄຕ, ກະແສການ ຕໍ່ຕ້ານຍີ່ປຸ່ນກູ້ຊາດ, ການສ້າງຕັ້ງ ແນວໂຮມຫວຽດມິນ, ການສ້າງຕັ້ງ ກຳລັງປະກອບອາວຸດ, ການສ້າງ ຖານທີ່ໝັ້ນ ແລະ ການຂະຫຍາຍ ກຳລັງມະຫາຊົນ. ພັກໄດ້ທຸ້ມເທກະ ກຽມຄວາມພ້ອມຢ່າງເປັນລະບົບ ເພື່ອໃຫ້ສາມາດຍາດແຍ່ງກາລະ ໂອກາດເມື່ອວາລະມາເຖິງ. ການ ລິເລີ່ມການລຸກຮື້ຂຶ້ນເປັນບາງສ່ວນ ກ່ອນກ້າວເຂົ້າສູ່ການລຸກຮື້ຂຶ້ນທົ່ວ ປະເທດຍັງສະທ້ອນໃຫ້ເຫັນເຖິງ ຄວາມຄ່ອງແຄ້ວ, ວ່ອງໄວ ແລະ ໄຫວພິບໃນການຊີ້ນຳການປະຕິວັດ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ຍັງແມ່ນໝາກຜົນ ຈາກນ້ຳໃຈຮັກຊາດ, ມູນເຊື້ອແຫ່ງ ຄວາມບໍ່ຍອມຈຳນົນ ແລະ ຄວາມ ມຸ່ງຫວັງອັນແຮງກ້າຕໍ່ເອກະລາດ ແລະ ອິດສະລະພາບຂອງປະຊາ ຊົນຫວຽດນາມທັງຊາດ. ພາຍໃຕ້ ຄັນທຸງແຫ່ງຄວາມສາມັກຄີຂອງ ແນວໂຮມຫວຽດມິນ, ປະຊາຊົນ ຫວຽດນາມ ໄດ້ພ້ອມໃຈກັນລຸກຂຶ້ນ ທົ່ວທັງສາມພາກ, ຕັ້ງແຕ່ເຂດທົ່ງ ພຽງຮອດເຂດພູດອຍ, ຈາກຕົວ ເມືອງສູ່ຊົນນະບົດ, ຈາກແຜ່ນດິນ ໃຫຍ່ຮອດໝູ່ເກາະ. ນີ້ແມ່ນພາບ ສະທ້ອນອັນມີຊີວິດຊີວາຂອງກໍາ ລັງແຮງແຫ່ງຄວາມສາມັກຄີອັນ ຍິ່ງໃຫຍ່ທົ່ວປວງຊົນ ຊຶ່ງເປັນປັດ ໄຈພາຍໃນທີ່ມີຄວາມໝາຍຕັດ ສິນຊີ້ຂາດຕໍ່ໄຊຊະນະຂອງການ ປະຕິວັດ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ເກີດຂຶ້ນໃນສະພາບ ແວດລ້ອມທີ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ພ້ອມກັບຄວາມປະລາ ໄຊຢ່າງສິ້ນເຊີງຂອງລັດທິຟາດຊິດ ເຢຍລະມັນ ແລະ ຍີ່ປຸ່ນ. ພັກກອມ ມູນິດຫວຽດນາມ ໄດ້ຕີລາຄາຢ່າງ ຖືກຕ້ອງເຖິງ “ກາລະໂອກາດພັນ ປີມີເທື່ອໜຶ່ງ” ແລະ ອອກຄຳສັ່ງໃຫ້ ປະຊາຊົນທົ່ວປະເທດລຸກຮື້ຂຶ້ນ ເພື່ອ ຢຶດອຳນາດການປົກຄອງ. ຄວາມສຳເລັດຂອງການປະຕິ ວັດເດືອນສິງຫາ ປີ 1945 ໄດ້ເປີດ ຈຸດປ່ຽນອັນຍິ່ງໃຫຍ່ໃນປະຫວັດ ສາດຊາດຫວຽດນາມ. ໄຊຊະນະ ຄັ້ງນັ້ນ ໄດ້ທັບມ້າງຄວາມເປັນຂ້ອຍ ຂ້າພາຍໃຕ້ແອກປົກຄອງຂອງລ່າ ເມືອງຂຶ້ນຝຣັ່ງ ທີ່ແກ່ຍາວມາກວ່າ 80 ປີ, ຍຸຕິການຄອບງຳຂອງລັດທິ ຟາດຊິດຍີ່ປຸ່ນ ທີ່ດຳເນີນມາເກືອບ 5 ປີ ແລະ ໂຄ່ນລົ້ມລະບອບສັກດີນາທີ່ ມາຫລາຍສັດຕະວັດ, ນຳໄປສູ່ການ ກຳເນີດຂຶ້ນຂອງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຊຶ່ງເປັນ ລັດທີ່ປະຊາຊົນຜູ້ອອກແຮງງານ ເປັນເຈົ້າຂອງອຳນາດ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ເປັນບາດກ້າວກະໂດດ ຂັ້ນຄັ້ງສຳຄັນຂອງການປະຕິວັດ ຫວຽດນາມ ແລະ ເປັນຈຸດເລີ່ມຕົ້ນ ສັງກາດໃໝ່ຂອງຊາດ ຄື: ສັງກາດ ແຫ່ງເອກະລາດ ແລະ ອິດສະລະ ພາບ, ສັງກາດທີ່ປະຊາຊົນຜູ້ອອກ ແຮງງານໄດ້ກຳອຳນາດລັດ, ເປັນ ເຈົ້າຂອງປະເທດຊາດ ແລະ ເຈົ້າ ຊາຕາກຳຂອງຊົນຊາດ ແລະ ສັງ ກາດແຫ່ງເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ. ຈາກ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==