ຂປລ
ກໍາປູເຈຍ ເປີດໂຕນະໂຍບາຍ ປະຕິບັດການທຸ່ນລະເບີດ ແຫ່ງຊາດປີ 2026-2035 (National Mine Action Policy 2026-2035) ຢ່າງເປັນທາງການ ໃນວັນທີ 2 ກັນຍາ ເພື່ອໍກຳນົດແຜນແມ່ບົດ ໄລຍະເວລາ 10 ປີ
ຂປລ.ສຳນັກຂ່າວ ຊິນຮວາ ລາຍງານ ຕາມເອກະສານ ນະໂຍບາຍດັ່ງກ່າວ ໂດຍລະບຸວ່າ: ກໍາປູເຈຍ ເປີດໂຕນະໂຍບາຍ ປະຕິບັດການທຸ່ນລະເບີດ ແຫ່ງຊາດປີ 2026-2035 (National Mine Action Policy 2026-2035) ຢ່າງເປັນທາງການ ໃນວັນທີ 2 ກັນຍາ ເພື່ອໍກຳນົດແຜນແມ່ບົດ ໄລຍະເວລາ 10 ປີ ໃນການກຳຈັດ ທຸ່ນລະເບີດ, ລະເບີດລູກປາຍ (Cluster Bomb) ແລະ ສັບພາວຸດ ລະເບີດ ທີ່ຕົກຄ້າງ ຈາກສົງຄາມ (ERWs) ທີ່ລະບຸຕຳແໜ່ງໄວ້ ທົ່ວປະເທດໃຫ້ໝົດໄປ.
ໂດຍກຳປູເຈຍ ຕັ້ງເປົ້າໝາຍ ທີ່ຈະເກັບກູ້ ທຸ່ນລະເບີດ ທີ່ລະບຸຕຳແໜ່ງ ແລ້ວທັງໝົດ ໃຫ້ສຳເລັດພາຍໃນປີ 2030 ແລະ ກຳຈັດລະເບີດລູກປາຍ ພ້ອມທັງ ສັບພາວຸດ ຕົກຄ້າງຈາກສົງຄາມ ໃນພື້ນທີ່ເປົ້າໝາຍ ທັງໝົດພາຍໃນປີ 2035.
ເອກະສານ ນະໂຍບາຍລະບຸວ່າ ກຳປູເຈຍ ສາມາດເກັບກູ້ ພື້ນທີ່ ປົນເປື້ອນວັດຖຸ ລະເບີດໄດ້ແລ້ວ 3.541 ກິໂລແມັດມົນທົນ ນັບຕັ້ງແຕ່ ເລີ່ມປະຕິບັດການ ທຸ່ນລະເບີດ ດ້ານມະນຸດສະທຳໃນປີ 1992 ຈົນເຖິງປີ 2025 ໂດຍຕະຫລອດ ໄລຍະເວລາ 33 ປີທີ່ຜ່ານມາ ເຈົ້າໜ້າທີ່ສາມາດ ກວດພົບ ແລະ ທຳລາຍທຸ່ນລະເບີດ ສັງຫານບຸກຄົນຫລາຍກວ່າ 1,2 ລ້ານລູກ, ທຸ່ນລະເບີດທຳລາຍລົດຖັງ 26.700 ລູກ ແລະ ສັບພາວຸດຕົກຄ້າງ ຈາກສົງຄາມອີກ ກວ່າ 3,24 ລ້ານອັນ./
KPL