ຝຣັ່ງ-ສສ ຫວຽດນາມ ຊຸກຍູ້ “ຮ່ວມມືຍຸດທະສາດຮອບດ້ານ”

05/09/2026 20:36
ຂປລ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແຕ່​ວັນ​ທີ 9 – 12 ກັນ​ຍາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້ ຢູ່​ນະ​ຄອນ​ຫລວງ ປາ​ຣີ, ຂອງຝຣັ່ງ, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຝຣັ່ງ (ວັງ Élysée) ໄດ້​ຈັດ​ການ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ສາ​ກົນ​ ແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຝຣັ່ງ ຢ່າງ​ເປັນ​ທາງ​ການ​ຂອງ​ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແຕ່​ວັນ​ທີ 9 – 12 ກັນ​ຍາ. ທ່ານ​ ນາງ Julie Le Saos, ທີ່​ປຶກ​ສາ​ຮັບ​ຜິດ​ຊອບ​ພາກ​ພື້ນ ອາ​ຊີ - ທະ​ວີບໂອ​ເຊ​ອານີ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຝຣັ່ງ ໃຫ້​ຮູ້​ວ່າ: “ເປົ້າ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ ແມ່ນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ ຮອບ​ດ້ານ​ເຊິ່ງ​ທັງ 2 ປະ​ເທດ​ ໄດ້​ຍົກ​ລະ​ດັບ​ໃນ​ປີ 2024 ໃຫ້​ແທດ​ຈິງ. ການ​ຮ່ວມ​ມືນີ້ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ ​ປັບ​ປຸງ​ສິດເປັນ​ເຈົ້າ​ຂອງ​ແຕ່​ລະ​ຝ່າຍ​ເທົ່າ​ນັ້ນ, ຫາກຍັງ ​ສະ​ແດງ​ໃຫ້​ຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຝຣັ່ງ ໃນ​ການ​ຮ່ວມ​ເດີນ​ທາງ​ ພ້ອມ​ກັບ ສສ ຫວຽດ​ນາມ ພັດ​ທະ​ນາ​ ກຳ​ລັງ​ບົ່ມ​ຊ້ອນ​ ດ້ານ​ອຸດ​ສາ​ຫະ​ກຳ, ເຕັກ​ໂນ​ໂລ​ຊີ​ປ້ອ​ງ​ກັນ​ຊາດ ພ້ອມ​ກັບ ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top