ນໍ້າຕົກ ຕາດເລາະ-ຕາດຮັງ ສົ່ງເສີມການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ

31/08/2026 09:12
ຂປລ ຂປລ. ສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດເລາະ-ຕາດຮັງເປັນສະຖານທີ່ ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງ ຂຶ້ນຊື່ ລືນາມ ຂອງ ເມືອງເລົ່າງາມ ແຂວງສາລະວັນ ເປັນແຫລ່ງທ່ອງທ່ຽວທາງທໍາມະຊາດທີ່ມີຄວາມສວຍງາມ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ, ຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ

ຂປລ. ສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດເລາະ-ຕາດຮັງເປັນສະຖານທີ່ ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງ ຂຶ້ນຊື່ ລືນາມ ຂອງ ເມືອງເລົ່າງາມ ແຂວງສາລະວັນ ເປັນແຫລ່ງທ່ອງທ່ຽວທາງທໍາມະຊາດທີ່ມີຄວາມສວຍງາມ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ, ຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ແລະ ຫ່າງຈາກເທສະບານເມືອງສາລະວັນ 31 ກິໂລແມັດ, ຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ; ມີແຫລ່ງນ້ຳຕົ້ນກຳເນີດຈາກນ້ຳເຊເສັດ ແຂວງເຊກອງ ຊຶ່ງເປັນນໍ້າຕົກທີ່ກວ້າງໃຫຍ່  ແລະ ມີທັດສະນີຍະພາບທາງທໍາມະຊາດອັນສວຍງາມ. ປັດຈຸບັນ, ສະຖານທີ່ດັ່ງກ່າວມີສິ່ງອໍານວຍຄວາມສະດວກຫລາຍຢ່າງເຊັ່ນ: ມີຮ້ານອາຫານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ​ເພື່ອຮອງຮັບ​ນັກ​ທ່ອງ​ທ່ຽວ ທີ່​ເຂົ້າມາ​ທ່ຽວຊົມ​ບໍ່​ຂາດ​ສາຍ. ພ້ອມ​ດຽວກັນນີ້,  ຜູ້ພັດທະນາ ນໍ້າຕົກຕາດເລາະ-ຕາດຮັງຍັງຮ່ວມຊຸກຍູ້ສົ່ງເສີມສ້າງກິດຈະກໍາພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ​​ເພື່ອ​ເຮັດ​ໃຫ້ ນໍ້າຕົກຕາດເລາະ-ຕາດຮັງ ກາຍເປັນແຫລ່ງທ່ອງທ່ຽວສີຂຽວປະຊາຊົນມີສ່ວນຮ່ວມ ແລະ ຍືນຍົງ.

ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ, ທັງເປັນຜູ້ພັດທະນາ ແຫລ່ງທ່ອງທ່ຽວ ນໍ້າຕົກຕາດເລາະ-ຕາດຮັງ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຮ່ວມກອງປະຊຸມ ເພື່ອພົບປະປຶກສາຫາລືກັບປະຊາຊົນບ້ານຄຽງຕັ່ງແລ ເມືອງເລົ່າງາມ ເພື່ອວາງແຜນ ຮ່ວມມືໃນການພັດທະນາ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ. ແຜນການຮ່ວມມື 3 ເປົ້າໝາຍຫລັກ ຄື: ແຜນພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວສີຂຽວປະຊາຊົນມີສ່ວນຮ່ວມ ແລະ ຍືນຍົງ;  ການຮ່ວມມືທາງດ້ານການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ແລະ ສ້າງບ້ານຄຽງຕັ່ງແລ ໃຫ້ກາຍເປັນບ້ານທ່ອງທ່ຽວທາງດ້ານວັດທະນາທໍາ. ພາຍໃຕ້ແຜນງານດັ່ງກ່າວ ຈະສ້າງໂຮມສະເຕຢ່າງໜ້ອຍໃຫ້ໄດ້ 6 ຫລັງ, ສ້າງພະນັກງານນໍາທ່ຽວທ້ອງຖິ່ນກັບທີ່ ພາຍໃນບ້ານ(ເຜົ່າແງະ) ໃຫ້ໄດ້ 10-20 ຄົນ, ປັບປຸງຫໍກວນຂອງບ້ານ ໃຫ້ມີເອກະລັກ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາຊົມ ແລະ ໄດ້ຮຽນຮູ້ວິຖີຊີວິດ, ຮີດຄອງປະເພນີ ອັນເປັນເອກະລັກຂອງຊຸມຊົນ. ພ້ອມນີ້, ຜູ້ພັດທະນານໍ້າຕົກ ຕາດເລາະ-ຕາດຮັງ ຍັງໄດ້ແບ່ງປັນດິນໃນຂອບເຂດເນື້ອທີ່ ທີ່ບໍລິສັດ ໄດ້ເຊົ່າ-ສໍາປະທານ ຢູ່ຕາດເລາະ-ຕາດຮັງ ໃຫ້ປະຊາຊົນ ບ້ານຄຽງຕັ່ງແລ ຈໍານວນ 12 ຄອບຄົວນໍາໃຊ້ ຈໍານວນ 6 ກວ່າເຮັດຕາ ໂດຍບໍ່ຄິດຄ່າ ເພື່ອເຕົ້າໂຮມໃຫ້ພໍ່ແມ່ປະຊາຊົນບ້ານດັ່ງກ່າວ ຈັດຕັ້ງເປັນກຸ່ມການຜະລິດ ເພື່ອຜະລິດກະສິກໍາສະອາດປອດສານພິດ ແລະ ລ້ຽງສັດ ຊຶ່ງຜົນຜະລິດຈາກກຸ່ມຊົນຊົນຈະນຳມາສະໜອງ, ຈໍາໜ່າຍ ໃຫ້ຮ້ານອາຫານພາຍໃນຕາດເລາະ-ຕາດຮັງ ແລະວາງຈໍາໜ່າຍໃນເຂດແຫລ່ງທ່ອງທ່ຽວ ໂດຍທາງຜູ້ພັດທະນາ ອໍານວຍຄວາມສະດວກດ້ານທຶນຮອນ, ແນວພັນ ພ້ອມທັງຮັບຊື້ຜົນຜະລິດເປັນການສ້າງຕະຫລາດຮອງຮັບໃຫ້ປະຊາຊົນໂດຍກົງ.ນອກນັ້ນ, ຍັງຈະສ້າງກອງທຶນໝູນວຽນໃຫ້ສະມາຊິກກຸ່ມຜະລິດ ບ້ານຄຽງຕັ່ງແລ ເພື່ອໃຫ້ມີຄວາມຍືນຍົງ ຊຶ່ງການຮ່ວມມືເບື້ອງຕົ້ນ ແມ່ນໄລຍະ 5 ປີ ໂດຍເລີ່ມແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ.

 

ໂອກາດນີ້, ທ່ານ ວຽງສະຫວັນ ສີສະຫວັນ ເລຂາພັກບ້ານຄຽງຕັ່ງແລ ຍັງໃຫ້ຮູ້ວ່າ: ບ້ານຄຽງຕັ່ງແລ ເປັນບ້ານໜຶ່ງ ທີ່ຂຶ້ນກັບເມືອງເລົ່າງາມ ແຂວງສາລະວັນ, ເປັນຊົນເຜົ່າແງະ ກວມ 95% ແລະ ຍັງຮັກສາຄອງປະເພນີອັນດີງາມສືບທອດກັນມາຫລາຍຮຸ່ນຄົນ, ປະຊາຊົນພາຍໃນບ້ານມີມູນເຊື້ອດຸໝັ່ນຂະຫຍັນພຽນ. ດັ່ງນັ້ນ, ການນຳເອົາຈຸດເດັ່ນດ້ານວັດທະນະທຳມາເຊື່ອມໂຍງກັບທ່ອງທ່ຽວຈະເປັນອີກແນວທາງໜຶ່ງໃນການສ້າງລາຍຮັບ ແລະ ຮັກສາມູນເຊື້ອຂອງຊົນຊຸນ. ໃນໄລຍະຜ່ານມາ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ກໍຄື ຜູ້ພັດທະນາ ແຫລ່ງທ່ອງທ່ຽວ ນໍ້າຕົກຕາດເລາະ-ຕາດຮັງ ຍັງໄດ້ປະກອບສ່ວນສົມ ທົບທຶນຈໍານວນໜຶ່ງ ເຂົ້າໃນການພັດທະນາບ້ານຄຽງຕັ່ງແລ.

KPL

ຂ່າວອື່ນໆ

ads
ads

Top