ຂປລ
ນັບແຕ່ວັນທີ 1 ມັງກອນປີ 2027 ເປັນຕົ້ນໄປ, ສ.ອາເມຣິກາ ຈະເພີ່ມພາສີນຳເຂົ້າລົດຍົນ ແລະ ຜະລິດຕະພັນອື່ນໆ ຈາກການາດາ ຂຶ້ນເປັນ 50%.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ນັບແຕ່ວັນທີ 1 ມັງກອນປີ 2027 ເປັນຕົ້ນໄປ, ສ.ອາເມຣິກາ ຈະເພີ່ມພາສີນຳເຂົ້າລົດຍົນ ແລະ ຜະລິດຕະພັນອື່ນໆ ຈາກການາດາ ຂຶ້ນເປັນ 50%. ທ່ານ ຮິເຕໂຕຊິ ທະຊິໂຣ ນັກເສດຖະສາດຍີ່ປຸ່ນ ກ່າວວ່າ: ວິສາຫະກິດລົດຍົນຍີ່ປຸ່ນ ມີສ່ວນແບ່ງຂ້ອນຂ້າງໃຫຍ່ ຢູ່ໃນຕະຫລາດລົດຍົນ ການາດາ ເຊິ່ງວິສາຫະກິດເຫລົ່ານີ້ ມີເປົ້າໝາຍສົ່ງອອກໄປຍັງຕະຫລາດໃຫຍ່ ຂອງ ສ.ອາເມຣິກາ ທີ່ໃຫຍ່ຫລວງ. “ອະນຸສັນຍາ ລະຫວ່າງ ອາເມຣິກາ-ແມັກຊິກ-ການາດາ ຫລື USMCA” ແມ່ນພື້ນຖານຂອງຮູບແບບດັ່ງກ່າວ, ເຊິ່ງກຳນົດໄວ້ວ່າ ລົດຍົນທີ່ຜະລິດຢູ່ໃນການາດາ ແລະ ແມັກ ຊິກ ເມື່ອສົ່ງອອກໄປ ສ.ອາເມຣິກາ ສາມາດໄດ້ຮັບການຍົກເວັ້ນພາສີ ຫລື ຫລຸດພາສີຢ່າງຫລວງຫລາຍ, ແຕ່ປັດຈຸບັນ ສັນຍາສະບັບນີ້ ອາດຈະສູນເສຍ ຜົນສັກສິດ ແລະ ສ.ອາເມຣິກາ ຈະເພີ່ມພາສີນຳເຂົ້າລົດຍົນ ຈາກການາດາ, ເຊິ່ງຖືເປັນການໂຈມຕີທີ່ຮ້າຍແຮງຕໍ່ອຸດສາຫະກຳລົດຍົນຍີ່ປຸ່ນ. ທ່ານ ຮິເຕໂຕຊິ ທະຊິໂຣ ຊີ້ໃຫ້ເຫັນວ່າ: ປັດຈຸບັນ ຕະຫລາດ ອາເມຣິກາ ບໍ່ແມ່ນຕະຫລາດໃຫຍ່ ທີ່ມີທ່າແຮງເດັດຖານອີກຕໍ່ໄປ, ວິສາຫະກິດຍີ່ປຸ່ນນັບມື້ນັບຫລາຍ ກຳລັງເລີ່ມ ພິຈາລະນາ ປັບປ່ຽນລະບົບຕ່ອງໂສ້ ການສະໜອງ ແລະ ຍຸດທະສາດ ລະດັບໂລກຄືນ ໃໝ່, ສູນການທຸລະກິດໂລກ ອາດຈະປ່ຽນຈາກ ອາເມຣິກາເໜືອ ໄປສູ່ພາກພື້ນ ອາຊີ ຕາເວັນອອກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL