ຂປລ
ອີງຕາມ “ບົດລາຍງານ ວ່າດ້ວຍການລົງທຶນໂລກປີ 2026” ທີ່ກອງປະຊຸມສະຫະ ປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ ເປີດເຜີຍໃນວັນທີ 7 ກໍລະກົດ ນີ້ ສະແດງໃຫ້ເຫັນວ່າ: ໃນປີ 2025, ການລົງທຶນໂດຍກົງ ຈາກຕ່າງ ປະເທດທົ່ວໂລກ ບັນລຸເຖິງ 1.600 ຕື້ໂດລາສະຫະລັດ, ເຕີບໂຕ 6% ເຊິ່ງໄດ້ສິ້ນສຸດຈັງຫວະ ການຫລຸດລົງ ເປັນເວລາ 2 ປີລຽນຕິດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມ “ບົດລາຍງານ ວ່າດ້ວຍການລົງທຶນໂລກປີ 2026” ທີ່ກອງປະຊຸມສະຫະ ປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ ເປີດເຜີຍໃນວັນທີ 7 ກໍລະກົດ ນີ້ ສະແດງໃຫ້ເຫັນວ່າ: ໃນປີ 2025, ການລົງທຶນໂດຍກົງ ຈາກຕ່າງປະເທດທົ່ວໂລກ ບັນລຸເຖິງ 1.600 ຕື້ໂດລາສະຫະລັດ, ເຕີບໂຕ 6% ເຊິ່ງໄດ້ສິ້ນສຸດຈັງຫວະ ການຫລຸດລົງ ເປັນເວລາ 2 ປີລຽນຕິດ, ແຕ່ການຟື້ນຕົວ ດັ່ງກ່າວ ຍັງປາກົດມີ ຈຸດພິເສດບາງດ້ານ ຄື: ມີຂອບເຂດປົກຄຸມຈໍາກັດ, ພື້ນຖານບອບບາງ ແລະ ບໍ່ສົມດຸນ. ປີ 2025, 80% ຂອງການລົງທຶນໂດຍກົງ ຈາກຕ່າງ ປະເທດ ແມ່ນມາຈາກ 20 ກຸ່ມເສດຖະກິດ, ໃນນັ້ນ, ການລົງທຶນທີ່ໄຫລເຂົ້າກຸ່ມເສດຖະກິດ ທີ່ພັດທະນາແລ້ວໄດ້ເຕີບໂຕ 11%, ຂະນະທີ່ການລົງທຶນທີ່ໄຫລເຂົ້າກຸ່ມເສດຖະກິດ ທີ່ກໍາລັງພັດທະນາ ເຕີບໂຕພຽງແຕ່ 2% ເທົ່ານັ້ນ. ນອກນີ້, ບັນດາອຸດສາຫະກໍາ ຍຸດທະສາດ ເຊັ່ນ: ພື້ນຖານໂຄງລ່າງ ດ້ານປັນຍາປະດິດ, ວັດສະດຸເຄິ່ງຕົວນໍາ (ເຊມິຄອນດັກເຕີ) ແລະ ເຕັກໂນໂລຊີພະລັງງານເປັນຕົ້ນ ໄດ້ກວມເອົາທຶນ ຂອງໂຄງການລົງທຶນ ໃນທົ່ວໂລກເກືອບເຄິ່ງໜຶ່ງ ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ການຟື້ນຕົວຄັ້ງນີ້ມີຂອບເຂດປົກຄຸມບໍ່ກວ້າງຄືເກົ່າ. ທ່າອຽງໃນປີ 2026 ຍັງຄົງເຕັມໄປດ້ວຍ ສິ່ງທ້າທາຍ. ຄວາມບໍ່ແນ່ນອນ ຂອງນະໂຍບາຍ ການຄ້າ, ຄວາມເຄັ່ງຕຶງ ຂອງພູມສາດການເມືອງ ແລະ ຄວາມຂັດແຍ້ງກັນໄດ້ສົ່ງຜົນກະທົບຕໍ່ ການວາງນະໂຍບາຍການລົງທຶນ ຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL