ກອງປະຊຸມສຸດຍອດກຸ່ມອົງການສົນທິສັນຍາອັດລັງຕິກເໜືອ ເນັ້ນສ້າງ ນາໂຕ 3.0

08/07/2026 14:43
ຂປລ ກອງປະຊຸມ ສຸດຍອດ ກຸ່ມອົງການ ສົນທິສັນຍາ ອັດລັງຕິກເໜືອ (ນາໂຕ) ປີ 2026 ຈັດຂຶ້ນຢູ່ຕວັກກີ ລະຫວ່າງ ວັນທີ 7-8ມິຖຸນານີ້ ໄດ້ຮັບ ການຕີລາຄາວ່າ: ແມ່ນບາດລ້ຽວສຳຄັນ, ແຫ່ງທີ່ສຳພັນທະມິດ ການທະຫານ ຕ້ອງຜະເຊີນໜ້າ ກັບ ບັນດາສິ່ງທີ່ຫຍຸ້ງຍາກ ກ່ຽວກັບ ໂຄງສ້າງ, ງົບປະມານ ແລະ ນັບທັງຄວາມສາມັກຄີພາຍໃນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ກຸ່ມອົງການ ສົນທິສັນຍາ ອັດລັງຕິກເໜືອ (ນາໂຕ) ປີ 2026 ຈັດຂຶ້ນຢູ່ຕວັກກີ ລະຫວ່າງວັນທີ7-8ມິຖຸນານີ້ ໄດ້ຮັບ ການຕີລາຄາວ່າ: ແມ່ນບາດລ້ຽວສຳຄັນ, ແຫ່ງທີ່ສຳພັນທະມິດ ການທະຫານ ຕ້ອງຜະເຊີນໜ້າກັບ ບັນດາສິ່ງທີ່ຫຍຸ້ງຍາກ ກ່ຽວກັບ ໂຄງສ້າງ, ງົບປະມານ ແລະ ນັບທັງຄວາມສາມັກຄີພາຍໃນ. ກອງ​ປະ​ຊຸມ​ສຸ​ດຍອດ ນາ​ໂຕ ປີນີ້ ແມ່ນ​ການ​ພົບ​ປະ​ຂັ້ນ​ສູງ​ທຳ​ອິດ​ ລະ​ຫວ່າງ​​ ການ​ນຳບັນ​ດາ​ປະ​ເທດ​ໃນ​ສຳ​ພັນ​ທະ​ມິດ ນັບ​ແຕ່​​ເກີດ​ການ​ປະ​ທະ​ກັນ​ຢູ່​ ຕາ​ເວັນ​ອອກ​ກາງ ເມື່ອ​ເດືອນ ກຸມ​ພາ 2026, ເຫດ​ການ​ໄດ້​​ເປັນ​ຂີດ​ໝາຍ​​ການ​ແຕກ​ແຫງ​ຢ່າງ​ຮ້າຍ​ແຮງ​ ລະ​ຫວ່າງ ສ.ອາ​ເມ​ລິ​ກາ ກັບ ບັນ​ດາ​ພັນ​ທະ​ມິດ​ຫລັກ​​ໃນ ນາ​ໂຕ.ດັ່ງນັ້ນ ເພື່ອຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ ວໍ​ຊິ​ງ​ຕັນ. ບັນ​ຫາ​ທຳ​ອິດ ນາ​ໂຕ ຕ້ອງ​ແກ້ໄຂ ​ຄວາ​ມສາ​ມັກ​ຄີ​​ພາຍ​ໃນ​ກຸ້ມ. ກ່ອນ​ທີ່​ດຳ​ເນີນ​ກອງ​ປະ​ຊຸມ​ສຸດ​ຍອດ​ປີນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ສ.ອາ​ເມ​ລິ​ກາ ໄດ້​ຕຳ​ໜິ​ຕິ​ຕຽນ​​ ນາ​ໂຕ ຢ່າງ​ລ້ຽນ​ຕິດ, ຈາກ​ເລື່ອງ ບັນ​ດາ​ພັນ​ທະ​ມິດ​ໃນ ​ນາ​ໂຕ ​ປະ​ຕິ​ເສດ​ສະ​ໜັບ​ສະ​ໜູນ ສ.ອາ​ເມ​ລິ​ກາ ໃນ​ການ​ປະ​ທະ​ກັນ​ກັບ ອີ​ຣານ, ລະ​ດັບການ​ເພີ່ມ​ງົບ​ປະ​ມານ​ດ້ານປ້ອງ​ກັນ​ຊາດ​ ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຍັງ​​ຊັກ​ຊ້າ, ຕ​ະ​ຫລອດ​ຮອດ​ຄຳ​ກ່າວ​ຫາ ນາ​ໂຕ ເອົາໃຈ​ໃສ່ຫລາຍ​ເຖິງ​ບັນ​ຫາ​ຄວາມ​ສະ​ເໝີ​ພາບ​ ລະ​ຫວ່າງ ​ຍິງ-ຊາຍ​​ ຂະ​ນະ​ທີ່ ລະ​ເລີຍທັກ​ສະ​ແກ້​ໄຂ​ບັນ​ຫາ. ທ່ານ ໂດນັນ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ ໄດ້​ເອີ້ນ​ການ​ພົວ​ພັນ ​ລະ​ຫວ່າງ ສ.ອາ​ເມ​ລິ​ກາ ແລະ ນາ​ໂຕ ແມ່ນ “ແປກປະຫລາດ” ດ້ວຍເຫດ​ຜົນ​ທີ່​ວ່າ ສ.ອາ​ເມ​ລິ​ກາ ໄດ້​ຈ່າຍ​ເງິນ​ເປັນ​ຈຳ​ນວນ​ຫລາຍ ​ເພື່ອ​ປົກ​ປ້ອງ​ບັນ​ດາ​ປະ​ເທດ ນາ​ໂຕ ໃນ​ຂະ​ນະ​ນັ້ນ ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃດ​ເລີຍ.ໄປ​ພ້ອມ​ກັບ ​ບັນ​ດາ​ຄຳ​ຕຳ​ໜິ​ຕິ​ຕຽນ​ນັ້ນ, ອຳ​ນາດ​ການ​ປົດ​ຄອງ ອາ​ເມ​ລິ​ກາ ກໍ່​ມີ​ບັນ​ດາ​ການ​ກະ​ທຳ​ກໍ່​ຄວາມ​ກົດ​ດັນ ​ເມື່ອ​ປະ​ກາດ​ຫລຸດ​ຜ່ອນ ​ຈຳ​ນວນ​ທະ​ຫານ​ຕັ້ງ​ທັບ​ຢູ່ ເຢ​ຍ​ລະ​ມັນ, ຈັດ​ກຳ​ລັງ​ທະ​ຫານ​ຄືນ​ໃໝ່​ ຢູ່​ບາງ​ປະ​ເທດ​, ຫລຸດ​ຜ່ອນ​ຄຳ​ໝັ້ນ​ສັນ​ຍາ ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່ ເອີ​ຣົບ ແລະ ຊ້ຳ​ບໍ່​ໜຳຍັງ​ນາບ​ຂູ່​​ ຈະຖອນ​ຕົວ​ອອກ​ຈາກ ນາ​ໂຕ. ທ່ານ ຊາ ຄູບຈັນ(Charles Kupchan), ນັກ​ຄົ້ນ​ຄວ້າ​ຂັ້ນ​ສູງ​ ຢູ່​ສະ​ພາ​ພົວ​ພັນ​ຕ່າງ​ປະ​ເທດ (CFR) ທັງ​ເປັນ​ສາດ​ສະ​ດາ​ຈານ​ການ​ພົວ​ພັນ​ກັບ​ສາ​ກົນ​ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອດທາວ (Georgetown) ຂອງ ສ.ອາ​ເມ​ລິ​ກາ, ໃຫ້​ຂໍ້​ສັງ​ເກດ​ວ່າ: “ຖ້າ​ຫາກ​ ທ່ານ ໂດນັນ ທຣຳ ຖອນ ສ.ອາ​ເມ​ລິ​ກາ ອອກ​ຈາກ ນາ​ໂຕ, ນັ້ນ​ຈະ​ແມ່ນການ​ສັນ​ສະ​ເທື່ອນ ​ດ້ານ​ພູ​ມ​ສາດ​ການ​ເມືອງ. ການ​ກະ​ທຳ​ນີ້ ​ຈະ​ທຳ​ລາຍ​ສຳ​ພັນ​ທະ​ມິດ​​ ທີ່ເຄີຍ​ສວມ​ບົດ​ບາດ ​​ເປັນເສົ້າ​ຄ້ຳ​ໃຫ້​ໂລກ​ຕາ​ເວັນ​ຕົກ ໃນ​ຫລາຍ​ດ້ານ ນັບ​ແຕ່​ເມື່ອ ນາ​ໂຕ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້​ນ ພາຍ​ຫລັງ​ ຊຸມ​ເດືອນ​ປີ​ຫລັງ​ສົງ​ຄາມ​​ໂລກຄັ້ງ​ທີ 2. ເພາະ​ວ່ານີ້ບໍ່​ ພ​ຽງ​ແຕ່ແມ່ນ​ສຳ​ພັນ​ທະ​ມິດ ​ດ້ານ​ການ​ທະ​ຫານ​ເທົ່າ​ນັ້ນ. ​ຫາກນີ້ ​ຍັງ​ແມ່ນ​ສຳ​ພັນ​ທະ​ມິດ ​ດ້ານ​ການ​ເມືອງ, ເປັນ​ລະ​ບອບ​ລະ​ບຽບ​ການ​ສ່ອ​ງ​ແສງ ​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ, ບັນ​ດາ​ຄຸນ​ຄ່າ​ລວມ ແລະ ຄຳ​ໝັ້ນ​ສັນ​ຍາ​ລວມ ​ອີກ​ດ້ວຍ”. ເພື່ອ​ຫລຸດ​ຜ່ອນ ​ຄວາມ​ເຄັ່ງ​ຕຶງ​ກັບ ວໍ​ຊິງ​ເຕັນ,​ ເຈົ້າ​ໜ້າ​ທີ່ ນາ​ໂຕ ຫລາຍ​ຄົນ ​ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພວມ​ຍູ້​ແຮງ​ລາຍ​ຈ່າຍ ​ດ້ານ​ປ້ອງ​ກັນ​ຊາດ, ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ ເພື່ອ​ແບ່ງ​ປັນ​ພາ​ລະ​ດ້ານ​ການ​ເງິນ​ກັບ ສ.ອາ​ເມ​ລິ​ກາ.ສຳລັບ ການສ້າງ​ຮູບ​ແບບ ນາ​ໂຕ 3.0 ຖ້າຜ່ານ​ຜ່າ ​ບັນ​ດາ​ຄວາມ​ແຕກ​ແຫງ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ ​ຢູ່​ຕາ​ເວັນ​ອອກ​ກາງ ຫລື ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ ​ໃນ​ການ​ໃຊ້​ຈ່າຍ ​ດ້ານ​ປ້ອງ​ກັນ​ຊາ​ດ​ໄດ້, ສ.ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ ​ພັນ​ທະ​ມິດ ນາ​ໂຕ, ພິ​ເສດ​ແມ່ນ​ບັນ​ດາ​ສະ​ມາ​ຊິກ​ຢູ່ ເອີຣົບ ຈະ​ຕ້ອງ​ແກ້​ໄຂ ສິ່ງ​ທ້າ​ທາຍ​ໃຫຍ່​ອື່ນ​ນັ້ນ ແມ່ນ​​ສ້າງ​ຮູບ​ແບບ ນາ​ໂຕ​ໃໝ່ ໃນ​ອະ​ນາ​ຄົດ, ຫລື ເອີ້ນ​ວ່າ ນາ​ໂຕ 3.0 (ຖັດ​ຈາກ ນາ​ໂຕ 1.0 ​ໄລ​ຍະ​ສົງ​ຄາມ​ເຢັນ; ນາ​ໂຕ 2.0 ພາຍ​ຫລັງ ໄລ​ຍະ​ສົງ​ຄາມ​ເຢັນ ​ຮອດ​ປີ 2022), ນັບ​ທັງ​ທິດ​ສະ​ດີ​ສົງ​ຄາມ, ​ການ​ຈັດ​ຕັ້ງ​ຂອງ​ລ​ະ​ບົບ, ​ຂະ​ໜາດ​ ອຸ​ປະ​ກອນຕະ​ຫລອ​ດ ​ຮອດ​ມາດ​ຕະຖານ​ອາ​ວຸດ. ທ່ານ ມາກ ຣູເຕ(Mark Rutte), ເລ​ຂາ​ທິ​ການ​ໃຫຍ່ ນາ​ໂຕ ຍ້ອມ​ຮັບ​ວ່າ: “ທ່ານ ເຮັກເສັດ(Hegseth), ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົງ​ຄາມ ອາ​ເມ​ລິ​ກາ ໄດ້​ຊີ້​ແຈ້ງ ​ຄວາມ​ຈຳ​ເປັນ ​ຕ້ອງ​ສ້າງ ນາ​ໂຕ 3.0, ກໍ​ຄື​ການ​ສ້າງ​ໂຄງ​ປະ​ກອບ ​ສຳ​ພັນ​ທະ​ມິດ​ຄືນ​ໃໝ່​ ໃຫ້​ສອດ​ຄ່ອງ​ກັບ​ ສັງ​ກາດ​ທັນ​ສະ​ໄໝ. ກ່ຽວ​ກັບ​ບັນ​ຫານີ້, ພວກ​ເຮົາ​ທຸກ​ຄົນລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ. ພວກ​ເຮົາ ​ຕ້ອງ​ສັງ​ເກກດ​ຄວາມ​ຈິງ​ນຳ​ກັນ​ ຢ່າງ​ກົງ​ໄປ​ກົງ​ມາ. ສຳ​ພັນ​ທະ​ມິດນີ້​ພວມ​ຜ່ານ​ຜ່າ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ອາດ​ຈະ​ແມ່ນ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ເພື່ອ​ສ້າງ ນາ​ໂຕ 3.0 ນີ້”.ບັນ​ຫາ​ທີ່​ວາງ​ອອກ​ສຳ​ລັບ ນາ​ໂຕ ແມ່ນ​ຕ້ອງ​ກຳ​ນົດ​ແຈ້ງ ​ບັນ​ດາ​ບຸ​ລິ​ມະ​ສິດ​ ຂອງ​ຮູບ​ແບບ 3.0. ທ່ານ ຟຣິດດຣິກ ເມີສ(Friedrich Merz), ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເຢຍ​ລະ​ມັນ ແບ່ງ​ປັນ​ທັດ​ສະ​ນະ​ນີ້​ວ່າ:“ນາ​ໂຕ ຕ​້ອງ​ເປັນ​ຂີດ​ໝາຍ​ຂອງ ເອີ​ຣົບ ຫລາຍກວ່າອີກ ເພື່ອ​ສາ​ສາດ​ຮັກ​ສາ ​ລັກ​ສະ​ນະ​ຂ້າມ​ອັດລັງ​ຕິກ. ຂ້າ​ພະ​ເຈົ້າ​ຖື​ວ່າ ນັ້ນ​ແມ່ນ​ວິ​ທີ​ສະ​ແດງຖືກ​ຕ້ອງ​ທີ່​ສຸດ. ໃນ​ຊຸມ​ປີມໍ່ໆ​ມານີ້, ພວກ​ເຮົາ ​​ບໍ່​ເອົາ​ໃຈ​ໃສ່ຫລາຍ​ເຖິງ​ຄວາມ​ໝັ້ນ​ຄົງ ຂອງ​ຕົນ​ເອງ, ປະ​ຈຸ​ບັນພວກ​ເຮົາ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ເອົາ​ໃຈ​ໃສ່ຫຼາຍ​ໃຫ້​ບັນ​ຫານີ້​”.ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກ່ອນ​ທີ່​ສຸມ​ໃສ່​ໃຫ້​ແກ່ ນາ​ໂຕ 3.0, ສິ່ງ​ທ້າ​ທາຍ​ໃຫຍ່​ສຸດ​ຕໍ່​ກັບ​ສຳ​ພັດ​ທະ​ມິດນີ້ ​ຍັງ​ແມ່ນ​ຄວາມ​ສາ​ມັກ​ຄີ​ ພາຍ​ໃນ​ກຸ່ມ, ບໍ່​ພຽງ​ແຕ່​ໃນ​ການ​ພົວ​ພັນ​ ລະ​ຫວ່າງ ອາ​ເມລິກາ ກັບ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ​ອື່ນ ​ເທົ່າ​ນັ້ນ, ຫາກ​ໃນ​ເລື່ອງ​ສະ​ໜັບ​ສະ​ໜູນ ອູແກຣນ ແລະ ແກ້​ໄຂ​ການ​ພົວ​ພັນ ​ທີ່​ສັບ​ສົນ​ກັບ​ປະ​ເທດ​ເຈົ້າ​ພາບ ຕວັກ​ກີ ອີກ​ດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ການລົງທຶນໂດຍກົງ ຈາກຕ່າງປະເທດທົ່ວໂລກ ເຕີບໂຕ 6%ຂ່າວຕ່າງປະເທດ

      ການລົງທຶນໂດຍກົງ ຈາກຕ່າງປະເທດທົ່ວໂລກ ເຕີບໂຕ 6%

      7/8/2026 2:44:10 PM

      ອີງຕາມ “ບົດລາຍງານ ວ່າດ້ວຍການລົງທຶນໂລກປີ 2026” ທີ່ກອງປະຊຸມສະຫະ ປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ ເປີດເຜີຍໃນວັນທີ 7 ກໍລະກົດ ນີ້ ສະແດງໃຫ້ເຫັນວ່າ: ໃນປີ 2025, ການລົງທຶນໂດຍກົງ ຈາກຕ່າງ ປະເທດທົ່ວໂລກ ບັນລຸເຖິງ 1.600 ຕື້ໂດລາສະຫະລັດ, ເຕີບໂຕ 6% ເຊິ່ງໄດ້ສິ້ນສຸດຈັງຫວະ ການຫລຸດລົງ ເປັນເວລາ 2 ປີລຽນຕິດ

    • ເຢຍລະມັນ ອະນຸມັດຮ່າງງົບປະມານສະບັບໃໝ່ຂ່າວຕ່າງປະເທດ

      ເຢຍລະມັນ ອະນຸມັດຮ່າງງົບປະມານສະບັບໃໝ່

      7/8/2026 2:44:09 PM

      ລັດຖະບານ ເຢຍລະມັນ ໄດ້​ຮັບ​​ຮອງ​ເອົາ ຮ່າງແຜນງົບ​ປະ​ມານ​ ສຳ​ລັ​ບ ປີ 2027. ​ອີງຕາມຮ່າງ ​ແຜນ​ງົບ​ປະ​ມານ ​ສະ​ບັບດັ່ງກ່າວ, ​ງົບ​ປະ​ມານ​ລາຍ​ຈ່າຍ​ ຂອງ​ລັດ​ຖະ​ບານ​ກາງ ເຢຍລະມັນປີ 2027 ວາງ​ໄວ້​ທີ່​ 555,4 ຕື້ເອີໂຣ, ​ເພີ່ມ​ຂຶ້ນ​ຈາກ 524,5 ຕື້ເອີໂຣ ໃນປີ 2026.

    • ອຸດສາຫະກໍາ ປັນຍາປະດິດຂອງ ສປ ຈີນ ຈະບັນລຸຫລາຍກວ່າ 30%ຂ່າວຕ່າງປະເທດ

      ອຸດສາຫະກໍາ ປັນຍາປະດິດຂອງ ສປ ຈີນ ຈະບັນລຸຫລາຍກວ່າ 30%

      7/8/2026 2:44:06 PM

      ປີກາຍນີ້, ຍອດມູນຄ່າ ອຸດສາຫະກໍາ ທີ່ກ່ຽວຂ້ອງກັບ ປັນຍາປະດິດຂອງ ສປ ຈີນມີຫລາຍກວ່າ 1.000 ຕື້ຢວນ, ອີງ ຕາມການຄາດຄະເນ ໃນເບື້ອງຕົ້ນ, ຈັງຫວະການເຕີບໂຕ ຂອງອຸດສາຫະກໍາ ດັ່ງກ່າວໃນປີນີ້ ຈະບັນລຸ ຫລາຍກວ່າ 30%.​

    • ເວທີປາໄສ ອາຊຽນ ຄັ້ງທີ 13 ຈັດຂຶ້ນຢູ່ ສສ ຫວຽດນາມຂ່າວຕ່າງປະເທດ

      ເວທີປາໄສ ອາຊຽນ ຄັ້ງທີ 13 ຈັດຂຶ້ນຢູ່ ສສ ຫວຽດນາມ

      7/8/2026 2:44:02 PM

      ເພື່ອເພີ່ມ​ທະ​ວີ​ ການ​ຫັນ​ເປັນ ​ດີ​ຈີ​ຕອນ ໃນ​ການ​ຄຸ້ມ​ຄອງ​ ຄວາມ​ປອດ​ໄພ, ຫລັກ​ອະ​ນາ​ໄມ​ ການ​ອອກ​ແຮງ​ງານ ​ໃນ​ອາ​ຊຽນ ມຸ່ງ​ໄປເຖິງວິ​ໄສ​ທັດ ອາ​ຊຽນ 20245 ແມ່ນ​ຫົວ​ຂໍ້​ ຂອງ​ເວ​ທີ​ປາ​ໄສ ​ຄວາມ​ປອດ​ໄພ​ ທາງ​ໄຊ​ເບີ, ຫລັກອະ​ນາ​ໄມ​ການ​ອອກແຮງ​ງານ ອາ​ຊຽນ (ASEAN-OSHNET) ຄັ້ງ​ທີ 13(AOC-13) ຜັນ​ຂະ​ຫຍາຍ​ ໃນ​​ວັນ​ທີ 7 ກໍ​ລະ​ກົດ ຢູ່​ນະ​ຄອນ​ດ່າ​ນັ້ງ ຂອງ ສສ ຫວຽດນາມ.

    • ສສ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາ ຈຳນວນປະຊາກອນໃໝ່ຂ່າວຕ່າງປະເທດ

      ສສ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາ ຈຳນວນປະຊາກອນໃໝ່

      7/8/2026 2:43:58 PM

      ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ ທີ່​ມີ​ວິ​ວັດການ​ຫັນ​ປ່ຽນ ຈຳ​ນວນ​ປະ​ຊາ​ກອນ​ ປະ​ສົບ​ຜົນ​ສຳ​ເລັດ ​ໃນ​ອາ​ຊີ, ດ້ວຍ​ຈຳ​ນວນ ​ປະ​ຊາ​ກອນ​ ຫລາຍ ກວ່າ 100 ລ້ານ​ຄົນ, ອາ​ຍຸ​ຍືນ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ອັດ​ຕາ​ການ​ເກີດ ​ຍັງ​ຄົງ​ຮັກ​ສາ​ ໃນ​ລະ​ດັບ​ດຸ່ນ​ດ່ຽງ ​ພໍ​ສົມ​ຄວນ.

ads
ads

Top