ໂຮງໝໍແຂວງຊຽງຂວາງ ສະຫລຸບວຽກງານປັບປຸງຄຸນນະພາບ 6ເດືອນຕົ້ນປີ

08/07/2026 06:34
Email Print 618
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໂຮງໝໍ ແຂວງຊຽງຂວາງ ສະຫລຸບການ ຈັດຕັ້ງປະຕິບັດວຽກງານປັບປຸງ ຄຸນນະພາບ (CQI) 6 ເດືອນຕົ້ນ ປີ ແລະ ວາງແຜນທິດທາງແຜນ ການ 6 ເດືອນທ້າຍປີ 2026

 ໃນ ວັນທີ 3 ກໍລະກົດ 2026 ເພື່ອຊອກ ຫາວິທີທາງແກ້ໄຂຈຸດຄົງຄ້າງ, ເພື່ອຍົກລະດັບຄຸນນະພາບການ ບໍລິການ ດ້ານສາທາລະນະສຸກ ຂອງໂຮງໝໍແຂວງ ແລະ ໂຮງໝໍ ເມືອງ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ສ້າງຄວາມພໍໃຈ ໃຫ້ແກ່ປະຊາຊົນນັບມື້ນັບສູງຂຶ້ນ ໂດຍການເປັນປະທານຂອງ ທ່ານ ດຣ. ວິລະເດດ ປະພາສີຣິ ອໍານວຍ ການໂຮງໝໍແຂວງຊຽງຂວາງ, ມີ ທ່ານ ບຸນເພັງ ສິນລະວົງ ຫົວໜ້າ ພະແນກສາທາລະນະສຸກແຂວງ ຊຽງຂວາງ ພ້ອມດ້ວຍຂະແໜງ ການ, ຜູ້ຕາງໜ້າຈາກໂຮງໝໍເມືອງ 6 ເມືອງ, ພະນັກງານແພດໝໍ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນ້ີ ເພື່ອສໍາຫລວດຄວາມເພິ່ງພໍໃຈຂອງຄົນເຈັບ ແລະ ພີ່ນ້ອງຄົນເຈັບ ຕໍ່ການ ບໍລິການປິ່ນປົວ ຢູ່ເຂດນອກ ແລະ ຄົນເຈັບນອນໂຮງໝໍ, ເພ່ືອປະເມີນ ລະດັບຄວາມເພິ່ງພໍໃຈຂອງຜູ້ມາ ຮັບບໍລິການ ເຊັ່ນ: ດ້ານການຕ້ອນ ຮັບ ແລະ ຂໍ້ມູນຂ່າວສານ, ດ້ານ ຄວາມສະອາດ, ດ້ານສະຖານທ່ ແລະ ສິ່ງອໍານວຍຄວາມສະດວກ, ເພ່ືອຮັບຟັງຄວາມຄິດເຫັນ ຂອງ ຜູ້ຮັບບໍລິການໃນໂຮງໝໍແຂວງຊຽງ ຂວາງ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການລາຍງານຜົນການຈັດຕັ້ງ ປະຕິບັດວຽກງານທີ່ສຳຄັນ ໂດຍ ສະເພາະ ວຽກງານ “5 ດີ”, ບົດສະຫລຸບຜົນການຈັດຕັ້ງວຽກງານ ປັບປຸງຄຸນນະພາບ 6 ເດືອນຕົ້ນ ປີ ແລະ ການເຜີຍແຜ່ບົດລາຍງານ ທາງການແພດ. ນອກຈາກນີ້, ຍັງ ໄດ້ສະເໜີຜົນສໍາຫລວດຄວາມ ເພິ່ງພໍໃຈຂອງຄົນເຈັບ ແລະ ພີ່ນ້ອງ ຄົນເຈັບ ເພື່ອເປັນບ່ອນອີງໃນການ ປັບປຸງການບໍລິການ ພ້ອມທັງຮັບ ຟັງການຜ່ານທິດທາງແຜນການ 6 ເດືອນທ້າຍປີ 2026 ຕື່ມອີກ.ໃນກາດດຽວກັນ, ຜູ້ຕາງໜ້າ ຈາກບັນດາໂຮງໝໍເມືອງ ໄດ້ລາຍ ງານຜົນການປະເມີນວຽກງານ CQI ໃນໄລຍະ 6 ເດືອນຜ່ານມາຂອງຄົນທ້ອງຖິ່ນຕົນ. ໃນກອງ ປະຊຸມຍັງໄດ້ເປີດເວທີສົນທະນາ ພາຍໃຕ້ຫົວຂ້ໍ “ການສ້າງຄວາມ ເຂັ້ມແຂງ 5 ດີ 1 ພໍໃຈ” ໂດຍລົງ ເລິກ 5 ຂົງເຂດວຽກງານຄື: ການ ບໍລິການເບິ່ງແຍງປິ່ນປົວ, ການ ບໍລິການແບບເອົາຄົນເຈັບເປັນ ໃຈກາງ, ໜ່ວຍງານທີ່ປະຕິບັດ QI ໄດ້ດີ (ໜ່ວຍງານວິເຄາະ), ພື້ນຖານໂຄງລ່າງ-ການບໍລິຫານ ຄຸ້ມຄອງໂຮງໝໍ ແລະ ວຽກງານ ກວດກາ.   

ຂ່າວ: ສົມພອນ, ພາບ: ຄຸດ

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top