ຂປລ
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງຄະນະພັກຮາກຖານກໍາມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ) ໄດ້ໄຂຂຶ້ນໃນວັນທີ 29 ມິຖຸນາ 2026 ຜ່ານມາ ທີ່ສະພາແຫ່ງຊາດ.
ຂປລ. ໂດຍການເປັນປະທານຂອງ ສະຫາຍ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ເລຂາໜ່ວຍພັກຮາກຖານ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໂດຍສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາແຫ່ງຊາດ; ມີສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາ ກໝຍທ, ບັນດາສະມາຊິກພັກທີ່ເປັນຜູ້ເເທນກອງປະຊຸມໃຫຍ່ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມໃຫຍ່ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ບົນພື້ນຖານຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍສິດປະຊາທິປະໄຕ, ຄວາມຮັບຜິດຊອບສູງຂອງຜູ້ແທນກອງປະຊຸມໃນການຄົ້ນຄວ້າ, ຮັບຮອງເອົາບົດລາຍງານການເມືອງຂອງຄະນະພັກຮາກຖານກໍາມາທິການກົດໝາຍ ແລະ ຍຸຕິທໍາຊຶ່ງໄດ້ຕີລາຄາສະພາບການນໍາພາໃນໄລຍະປີ 2021-2025 ແລະ ກຳນົດທິດທາງແຜນການຕ່ໍໜ້າ ປີ 2026-2030, ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ຊຶ່ງເປັນຄໍາເຫັນທີ່ຢັ້ງຢືນຄວາມຖືກຕ້ອງ ແລະ ຄວາມເປັນຈິງຕໍ່ໝາກຜົນການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກຮາກຖານ ແລະ ຮັບຮອງເອົາບົດສໍາຫລວດການນໍາພາລວມຂອງຄະນະພັກຮາກຖານ ກໍາມາທິການກົດໝາຍ-ຍຸຕິທຳ.
ໃນກອງປະຊຸມໃຫຍ່, ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ ກຳມາທິການກົດໝາຍ ແລະ ຍຸຕິທຳຊຸດໃໝ່ຕາມມາດຕະຖານ- ເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ສະໝັກຮັບເລືອກຕັ້ງ 9 ສະຫາຍ ແລະ ເລືອກໄດ້ຄະນະພັກຊຸດໃໝ່ 7 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອ ກະພາບເລືອກເອົາສະຫາຍ ນາງ ທຸມມາລີ ວົງພະຈັນ ເປັນເລຂາ, ສະຫາຍ ສິງຄໍາ ວົງພະຈັນ ເປັນຮອງເລຂາ, ສະຫາຍ ພູທອນ ວໍລະເພັດ, ສະຫາຍ ນາງ ພອນເພັດ ອຸ່ນແກ້ວ, ສະຫາຍ ນາງ ກັນທິນາ ປ້ານອິນຫວນ, ສະຫາຍ ບຸນຍົງ ພົນເສນາ ແລະ ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ເປັນກໍາມະການ. ໃນນັ້ນ, ໄດ້ ເລືອກຕັ້ງເອົາ ສະຫາຍ ພູທອນ ວໍລະເພັດ ເປັນປະທານກວດກາ ແລະ ສະຫາຍ ນາງ ພອນເພັດ ອຸ່ນແກ້ວ ເປັນຮອງປະທານກວດກາ. ພ້ອມກັນນີ້, ກອງປະຊຸມໃຫຍ່ຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 28 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ຊຶ່ງຈະເປີດຂຶ້ນໃນຕໍ່ໜ້າ.
ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ໄຊສົມພອນ ພົມວິຫານ ໂດຍສະຫາຍໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການເຄື່ອນໄຫວວຽກງານໄລຍະຜ່ານ ແລະ ໃຫ້ທິດຊີ້ນຳບາງວຽກງານດັ່ງນີ້: ຄະນະພັກຮາກຖານຊຸດໃໝ່ ຕ້ອງໄດ້ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນໃຫ້ຈະແຈ້ງເພື່ອນໍາພາຊີ້ນໍາວຽກງານຂອງກໍາມາທິການໃຫ້ມີຜົນສໍາເລັດ ແລະ ປະກົດຜົນເປັນຈິງ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຄັ້ງນີ້ ໄປໃຫ້ຖັນແຖວສະມາຊິກພັກ, ພະນັກງານເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແຕ່ລະຂົງເຂດ ໃຫ້ເປັນແຜນງານໂຄງການແຕ່ລະດ້ານ ເພື່ອເປັນບ່ອນອີງໃຫ້ແກ່ການເຄ່ືອນໄຫວວຽກງານໃນແຕ່ລະໄລຍະ; ສືບຕໍ່ປັບປຸງກົງຈັກ, ສັບຊ້ອນບຸກຄະລາກອນຂອງຕົນເຂົ້າໃສ່ແຕ່ ລະຕໍາແໜ່ງງານ ແລະ ກໍານົດລະບຽບການເຄື່ອນໄຫວວຽກງານຂອງກໍາມາທິການ ແລະ ກົມທີ່ເປັນເສນາທິການໃຫ້ຈະແຈ້ງ, ສອດຄ່ອງຕາມກົດໝາຍ ແລະ ການມອບໝາຍຂອງຄະນະພັກ, ຄະນະປະຈໍາສະພາແຫ່ງຊາດ; ສຶກສາອົບຮົມ, ກໍ່ສ້າງ, ບໍາລຸງ ທາງດ້ານທິດສະດີ, ຄຸນທາດການເມືອງ, ຈັນຍາບັນຈັນ ຍາທໍາ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ; ປັບປຸງລະບອບ ແບບແຜນນໍາພາຂອງຄະນະພັກຮາກຖານ ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຕົວຈິງ, ຍຶດ ໝັ້ນຫລັກການລວມສູນປະຊາທິປະ ໄຕຂອງພັກ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສົ່ງເສີມຫົວຄິດປະດິດສ້າງ, ນໍາໃຊ້ສະຕິປັນຍາລວມໝູ່ເປັນກໍາລັງແຮງແຫ່ງການນໍາພາຊີ້ນໍາວຽກງານຂອງຄະນະພັກຮາກຖານ; ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ບົນຈິດໃຈຕຳນິກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງມີວິທະຍາສາດ, ມີທັດສະນະມະຫາຊົນຖືກຕ້ອງ ແລະ ຊຸກຍູ້ໃຫ້ສະມາຊິກພັກ ແລະ ມະຫາຊົນ ມີສ່ວນຮ່ວມໃນທຸກວຽກງານ; ເພີ່ີມທະວີການຄຸ້ມຄອງ, ກວດກາ ແລະ ປະເມີນສະມາຊິກພັກ, ພະນັກງານ-ລັດຖະກອນ ຕາມລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ສົ່ງເສີມວຽກດີຄົນເກັ່ງ ໂດຍປະຕິບັດລະບອບຍ້ອງຍໍ, ເລື່ອນຂັ້ນຕຳແໜ່ງ ແລະ ປະຕິບັດນະໂຍບາຍຢ່າງເໝາະສົມຕໍ່ຜູ້ທີ່ມີຜົນງານ ແລະ ປະຕິບັດມາດຕະການຢ່າງສົມເຫດສົມຜົນຕໍ່ຜູ້ລະເມີດ; ເພີ່ມທະວີການນໍາພາ-ຊີ້ນໍາຢ່າງໃກ້ຊິດຕໍ່ກົມທີ່ເປັນເສນາທິການຂອງຕົນ ໃນການປະຕິບັດວຽກງານວິຊາສະເພາະ ເປັນແຕ່ລະໄລຍະ, ມີການມອບວຽກ, ສະຫລຸບລາຍງານ ແລະ ຂໍທິດຊີ້ນໍາຕາມຂັ້ນຕອນແນໃສ່ເຮັດໃຫ້ວຽກງານມີຜົນສໍາເລັດຕາມແຜນການ, ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ບໍ່ໃຫ້ເກີດຫາງສຽງຈົ່ມວ່າຈາກສັງຄົມ; ສະມາຊິກພັກແຕ່ລະສະຫາຍຕ້ອງ ໄດ້ເຊີດຊູຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ແລະ ສຸມສະຕິປັນຍາ, ປະດິດສ້າງ, ນໍາໃຊ້ຄວາມຮູ້ຄວາມສາມາດຢ່າງມີວິທະຍາສາດໃນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ຂ່າວ-ພາບ: ສພຊ
KPL