ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ມໍ່ໆມານີ້ແຂວງ ເຊກອງ ຈັດປະຊຸມປຶກສາຫາລື ກະກຽມເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026 ທີ່ນະຄອນຫລວງໜານໜິງ ເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ສປ ຈີນ
ຊຶ່ງແຂວງເຊກອງ ແມ່ນ 1 ໃນ 5 ແຂວງທົ່ວປະເທດ ທີ່ ຖືກອະນຸມັດໃຫ້ເປັນຕົວແທນເມືອງ ສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມ ງານ ໂດຍມີ ທ່ານ ບຸນທະວີ ນະຄອນ ສິດ ຮອງປະທານຄະນະກຳມະການ ປົກຄອງແຂວງເຊກອງ, ທ່ານ ຈັດ ຕຸພົມ ນາຄະວິດ ຮອງຫົວໜ້າກົມ ການຄ້າຕ່າງປະເທດ, ທ່ານ ຄຳ ແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຊກອງ ພ້ອມດ້ວຍພະແນກການທ່ ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທ່ານ ບຸນທະວີ ນະຄອນສິດ ກ່າວວ່າ: ງານວາງສະແດງສິນຄ້າ ຈີນ-ອາຊຽນ (CAEXPO) ແມ່ນ ເວທີການຄ້າ ແລະ ການລົງທຶນ ລະດັບສາກົນ ທີ່ມີຄວາມສໍາຄັນຍິ່ງ ລະຫວ່າງ ສປ ຈີນ ແລະ ບັນດາ ປະເທດສະມາຊິກອາຊຽນ ແລະ ບ່ໍ ພຽງແຕ່ແມ່ນໂອກາດໃນການນໍາ ເອົາຜະລິດຕະພັນທີ່ໂດດເດັ່ນ, ເປັນ ເອກະລັກ ແລະ ມີທ່າແຮງ ໄປວາງ ສະແດງສູ່ສາຍຕາຊາວໂລກເທົ່າ ນັ້ນ, ແຕ່ຍັງເປັນປະຕູສູ່ການສ້າງ ເຄືອຂ່າຍທາງທຸລະກິດ, ການຈັບ ຄູ່ການຄ້າ ແລະ ການດຶງດູດການ ລົງທຶນຈາກຕ່າງປະເທດ ເຂົ້າມາ ພັດທະນາເສດຖະກິດ-ສັງຄົມ ຂອງ ພວກເຮົາອີກດ້ວຍ, ເພື່ອເຮັດໃຫ້ການ ເຂົ້າຮ່ວມງານໃນປີນີ້ ໃຫ້ປະສົບຜົນ ສໍາເລັດ ແລະ ມີປະສິດທິພາບ, ປະ ສິດທິຜົນສູງ. ສະນັ້ນ, ຈຶ່ງຈັດກອງ ປະຊຸມປຶກສາຫາລືນີ້ຂຶ້ນ, ເພື່ອຈະ ໄດ້ຮ່ວມກັນວາງແຜນໃນຫລາຍປະ ເດັນສໍາຄັນ ເປັນຕົ້ນ ການຄັດເລືອກ ຜະລິດຕະພັນ ແລະ ບໍລິການ ທີ່ມີທ່າແຮງ, ມີຄຸນນະພາບສູງ ແລະ ສະທ້ອນເຖິງເອກະລັກອັນໂດດເດັ່ນ ເພື່ອດຶງດູດຄວາມສົນໃຈຈາກຜູ້ ບໍລິໂພກ ແລະ ນັກທ່ອງທ່ຽວຕ່າງ ປະເທດ, ພ້ອມນີ້ ກໍຕ້ອງກະກຽມ ຄວາມພ້ອມດ້ານຂໍ້ມູນຂ່າວສານ, ສ່ື ປະຊາສຳພັນ ແລະ ບຸກຄະລາກອນ ໃຫ້ມີຄວາມເປັນມືອາຊີບ ສາມາດ ເຈລະຈາທຸລະກິດ (Business Matching) ໄດ້ເປັນຢ່າງດີ, ການ ປະສານງານ ແລະ ຮ່ວມມືກັນຢ່າງ ກົມກຽວ ລະຫວ່າງ ພາກລັດ ແລະ ເອກະຊົນ ເພ່ືອແກ້ໄຂຂໍ້ຄົງຄ້າງ ແລະ ອຳນວຍຄວາມສະດວກໃນທຸກໆຂັ້ນ ຕອນ, ທັງນີ້ ຈຶ່ງຮຽກຮ້ອງມາຍັງຜູ້ ເຂົ້າຮ່ວມ ຈົ່ງພ້ອມກັນແລກປ່ຽນຄໍາ ຄິດຄໍາເຫັນ ແລະ ຊອກຫາແນວທາງ ຮ່ວມກັນ ເພື່ອສ້າງເງື່ອນໄຂ ແລະ ຖືເອົາໂອກາດເຂົ້າຮ່ວມງານນີ້ ເປັນ ການຊຸກຍູ້ສົ່ງເສີມສິນຄ້າລາວເຮົາ ອອກສູ່ສາຍຕາຊາວໂລກ.
ທ່ານ ຄໍາແສນ ພະສະແຫວງ ໄດ້ລາຍງານຄວາມຄືບໜ້າໃນການ ກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມ ງານສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026 ເພື່ອ ໂຄສະນາທ່າແຮງບົ່ມຊ້ອນດ້ານ ຕ່າງໆ, ດຶງດູດການຄ້າ-ການລົງ ທຶນ, ການທ່ອງທ່ຽວ ແລະ ການ ເຜີຍແຜ່ວັດທະນະທຳ ທີ່ເປັນເອກະ ລັກຂອງປະຊາຊົນລາວບັນດາເຜົ່າ. ພ້ອມນີ້, ຜູ້ເຂົ້າຮ່ວມ ຍັງໄດ້ເບິ່ງການ ນໍາສະເໜີຄວາມໝາຍຄວາມສໍາ ຄັນ ຂອງງານວາງສະແດງສິນຄ້າ ຈີນ-ອາຊຽນ, ການເຂົ້າຮ່ວມງານ ຂອງ ສປປ ລາວ ໃນໄລຍະຜ່ານມາ, ບົດບາດຄວາມສໍາຄັນຂອງເມືອງ ສະເໜ່ ແລະ ແຜນການກະກຽມ ເຂ້ົາຮ່ວມງານ ປະຈໍາປີ 2026, ນໍາສະເໜີການກະກຽມຈັດກອງ ປະຊຸມສົ່ງເສີມການຄ້າ, ການລົງທຶນ ລາວ-ຈີນ, ຜ່ານແບບຈໍາລອງຮ້ານ ວາງສະແດງແຫ່ງຊາດລາວ ແລະ ແບບຈໍາລອງເມືອງສະເໜ່ ແຂວງ ເຊກອງ.
ຂ່າວ: ພຸດທະສອນ
KPL