ຂປລ
ຂປລ. ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ຈັດຊຸດຝຶກອົບ ຮົມວຽກງານສິ່ງແວດລ້ອມ ແລະ ສັງຄົມ
ໃນລະຫວ່າງວັນທີ 29- 30 ມິຖຸນາ 2026 ໂດຍມີທີ່ປຶກສາ ວຽກງານສິ່ງແວດລ້ອມ ແລະ ສັງ ຄົມ ຂອງໂຄງການເສີມສ້າງທັກສະ ທີ່ເປັນບຸລິມະສິດສຳລັບການເຕີບ ໂຕຂອງ ສປປ ລາວ, ບັນດາຫົວ ໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກຫ້ອງການ, ບັນດາ ກົມ ແລະ ສະຖາບັນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ ້, ຈັດ ຂຶ້ນພາຍໃຕ້ໂຄງການເສີມສ້າງທັກ ສະທີ່ເປັນບຸລິມະສິດສຳລັບການ ເຕີບໂຕຂອງ ສປປ ລາວ, ເປັນ ໂຄງການພາຍໃຕ້ເງິນກູ້ຢືມຂອງ ທະນາຄານໂລກ (World Bank) ໂດຍສຸມໃສ່ວຽກງານພັດທະນາສີມື ແຮງງານ ແລະ ການຈັດຫາງານ ຊຶ່ງມີກິດຈະກຳປັບປຸງພື້ນຖານໂຄງ ລ່າງ ແລະ ວຽກງານວິຊາສະເພາະ ຕິດພັນໂດຍກົງກັບມາດຕະຖານ ດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ທະນາຄານໂລກກຳນົດໄວ້. ຊຸດ ອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຖ່າຍທອດບົດຮຽນ, ລະບຽບ ການ ແລະ ມາດຕະຖານ ຈາກທີ່ປຶກ ສາວຽກງານສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງແລກປ່ຽນປະ ສົບການຕົວຈິງໃນວຽກງານຄຸ້ມ ຄອງແຮງງານ, ການກວດກາແຮງ ງານ, ຄວາມປອດໄພ ແລະ ສຸຂະ ພາບແຮງງານ (OSH). ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ ້ມຄອງແຮງງານ ກະ ຊວງ ຮສສ ໄດ້ກ່າວວ່າ: ວຽກງານສິ່ງແວດລ້ອມ ແລະ ສັງຄົມ ແມ່ນມີ ຄວາມສຳຄັນ ແລະ ຈຳເປັນຢ່າງ ຍິ່ງ ເພາະທະນາຄານໂລກ ໄດ້ຖື ເອົາມາດຕະຖານນີ້ ເປັນເກນຕົ້ນຕໍ ໃນການປະເມີນເພື່ອອະນຸມັດ ແລະ ດຳເນີນໂຄງການ. ຜົນສຳເລັດການ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ກົມຄຸ້ມຄອງແຮງງານ ຮ່ວມກັບທີ່ ປຶກສາໂຄງການ, ກົມການຈັດຫາ ງານ ແລະ ສະຖາບັນພັດທະນາ ສີມືແຮງງານ ຈັດຕັ້ງປະຕິບັດກິດ ຈະກຳຈົນມີຜົນສຳເລັດທີ່ພົ້ນເດັ່ນ ຄື: ດ້ານຈຸດບໍລິການຈັດຫາງານ ສຳ ເລັດແລ້ວ 16 ແຂວງ ແລະ ກຳລັງ ສືບຕໍ່ຜັນຂະຫຍາຍຢູ່ ແຂວງຜົ ້ງສາລີ ແລະ ນະຄອນຫລວງວຽງ ຈັນ; ດ້ານການປັບປຸງສະຖາບັນ ແລະ ສູນພັດທະນາສີມືແຮງງານ ສຳເລັດການປັບປຸງສະຖາບັນພັດ ທະນາສີມືແຮງງານ ແລະ ສູນພັດ ທະນາສີມືແຮງງານ 3 ແຂວງ ຄື: ແຂວງບໍ່ແກ້ວ, ຈຳປາສັກ ແລະ ແຂວງອັດຕະປື, ປັດຈຸບັນກຳລັງ ກວດກາຄວາມຮຽບຮ້ອຍ 100% ຢູ່ ສູນແຂວງສະຫວັນນະເຂດ ແລະ ຈະ ສືບຕໍ່ໃຫ້ສຳເລັດຢູ່ນະຄອນຫລວງ ວຽງຈັນ. ພ້ອມນີ້ ຍັງໄດ້ມີສ່ວນ ຮ່ວມຢ່າງຕັ້ງໜ້າໃນວຽກງານບໍລິ ຫານໂຄງການ, ການຈັດຊື ້-ຈັດຈ້າງ, ການສ້າງ ແລະ ປັບປຸງຫລັກສູດການຮຽນ-ການສອນ. ໂອກາດນີ້, ທ່ານ ພົງສະຫວັນ ໄຊໂກສີ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມສຸມສະຕິປັນຍາ, ເອົາໃຈໃສ່ ຄົ້ນຄວ້າ ແລະ ສົນທະນາແລກປ່ຽນ ກັນຢ່າງກົງໄປກົງມາ ໂດຍເອົາພຶດ ຕິກຳຕົວຈິງມາຖອດຖອນບົດຮຽນ ຮ່ວມກັນ ເພື່ອຮັບປະກັນໃຫ້ການ ນຳເອົາຄວາມຮູ້ໄປຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນຜົນກິດຈະ ກຳຕ່າງໆ ໃຫ້ສອດຄ່ອງກັບຂອບ ວຽກງານສິ່ງແວດລ້ອມ ແລະ ສັງ ຄົມ ຢ່າງມີປະສິດທິຜົນສູງສຸດ. ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL