ກົມລ້ຽງສັດ ແລະ ການປະມົງຊຸກຍູ້ກຸ່ມຜູ້ຜະລິດລູກປາກຽມສະໜອງລູກປາ ໂອກາດວັນປ່ອຍປາແຫ່ງຊາດ

02/07/2026 13:43
ຂປລ ຂປລ. ປີນີ້ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ເພີ່ມທະວີຊຸກຍໃຫ້ບັນດາສູນ, ສະຖານີຜະລິດລູກ ປາ ຂອງລັດ ຈໍານວນ 53 ແຫ່ງ, ຟາມຜະລິດລູກປາຂອງເອກະຊົນຫລາຍກວ່າ 163 ແຫ່ງ ແລະ ແບບ ຄອບຄົວມີຫລາຍກວ່າ 111 ແຫ່ງເພື່ອສະໜອງລູກປາ

ໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດ ນໍ້າ-ສັດປ່າແຫ່ງຊາດ 13 ກໍລະ ກົດ ໃຫ້ບັນລຸຕາມແຜນການ 72 ລ້ານໂຕ. ທ່ານ ບົວຫົງ ຄຳຫາ ຫົວໜ້າ ກົມລ້ຽງສັດ ແລະ ການປະມົງ ໄດ້ ໃຫ້ຮູ້ວ່າ: ກົມລ້ຽງສັດ ແລະ ການ ປະມົງ ໄດ້ເປັນເຈົ ້າການປະສານ ສົມທົບກັບຂະແໜງລ້ຽງສັດ ແລະ ການປະມົງ, ນະຄອນຫລວງວຽງ ຈັນ ແລະ ບັນດາແຂວງໃນຂອບເຂດ ທົ່ວປະເທດ, ອົງການຈັດຕັ້ງສາກົນ ຕ່າງໆທີ່ກ່ຽວຂ້ອງ ໃຫ້ສຸມໃສ່ກະ ກຽມປ່ອຍປາຢ່າງເປັນຂະບວນ ການຟົດຟື້ນ. ສະເພາະຢູ່ນະຄອນ ຫລວງວຽງຈັນ ຈະໄດ້ຈັດຕັ້ງພິທີ ປ່ອຍປາ ຢູ່ໜອງໃຫຍ່ບຶງທາດ ຫລວງເຂດເສດຖະກິດພິເສດ, ຄາດ ວ່າຈະປ່ອຍປາ ປະມານ 350.000 ໂຕ. ພ້ອມນີ້, ທ່ານ ບົວຫົງ ຄຳຫາ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ມີສ່ວນຮ່ວມໃນການ ປ່ອຍປາ, ອະນຸລັກສັດນໍ້າ-ສັດປ່າ ໃຫ້ຫລາຍຂຶ້ນ, ສ້າງຄວາມເຂົ້າໃຈ ການປ່ອຍປາ ແລະ ສັດນໍ້າ ຄືນສູ່ ແຫລ່ງນໍ້າທໍາມະຊາດ ເພື່ອຮັບປະ ກັນການຜະລິດ, ສະໜອງປາ ແລະ ສັດນໍ້າໃຫ້ພຽງພໍ, ຜະລິດເປັນສິນ ຄ້າ ປະກອບສ່ວນເຂົ້າໃນການພັດ ທະນາຊົນນະບົດ ແລະ ການສ້າງ ເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ ແລະ ນໍາໃຊ້ຊັບພະຍາກອນທໍາມະ ຊາດຢ່າງຍືນຍົງ. ສປປ ລາວ ເຮົາ ເປັນປະເທດທີ່ ອຸດົມຮັ່ງມີເຕັມໄປດ້ວຍຊັບພະຍາ ກອນທໍາມະຊາດ, ແຫລ່ງນໍ້າ, ຊັບ ໃນດິນ, ສິນໃນນໍ້າ, ມີຊະນິດປາພື້ນ ເມືອງຫລາຍກວ່າ 500 ຊະນິດ.ໃນ ນີ້, ຊະນິດປາ ທີ່ຫາຍາກ ແລະ ໃກ້ ຈະສູນພັນ ເຊັ່ນ: ປາບຶກ, ປາຝາໄລ, ປາກັ້ງ ແລະ ສັດນໍ້າຊະນິດອື່ນໆ. ພັກ ແລະ ລັດຖະບານ ຖືເອົາວຽກ ງານການຄຸ ້ມຄອງ, ການປົກປັກຮັກ ສາ, ການພັດທະນາ, ການນໍາໃຊ້ ປາ ແລະ ສັດນໍ້າເປັນວຽກສຳຄັນ. ສະນັ້ນ, ເພື່ອຄຸ້ມຄອງ, ປົກປັກຮັກ ສາ ແລະ ພັດທະນາສັດນ້ຳ ໃຫ້ອຸ ດົມສົມບູນ ແລະ ມີຄວາມຍືນຍົງ ນັບແຕ່ປີ 1997 ເປັນຕົ້ນມາ ລັດຖະ ບານ ຈຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍ ປາ ແລະ ສັດນໍ້າແຫ່ງຊາດ ໂດຍຈັດ ກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກ ໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ຮຸ່ນຫລັງ ກໍຄື ທົ່ວສັງຄົມໃຫ້ເຫັນ ຄວາມສໍາຄັນຕໍ່ການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມ ສົມບູນໃຫ້ກັບທໍາມະຊາດ, ປົກປັກ ຮັກສາລະບົບນິເວດ ແຫລ່ງນໍ້າ ໃຫ້ ມີຄວາມສົມດຸນ ແລະ ຍືນຍົງ. ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ

KPL

ຂ່າວອື່ນໆ

ads
ads

Top