ເມືອງນານ ກຽມປະກາດສ້າງຕັ້ງ 5ຕາແສງ

08/07/2026 06:08
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມືອງນານ ແຂວງຫລວງພະບາງ ເປັນເມືອງທີ່ ມີເນ້ືອທ່ີສ່ວນໃຫຍ່ເປັນພູດອຍ, ມີ 49 ບ້ານ ແລະ ປະຊາກອນຫລາຍ ກວ່າ 33.000 ຄົນ ທີ່ປະກອບດ້ວຍ 9 ເຜົ່າຢູ່ຮ່ວມກັນ ຢ່າງມີຄວາມ ສາມັກຄີ,

ດ້ວຍການນຳພາທີ່ເຂັ້ມ ແຂງ ຂອງຄະນະພັກ-ຄະນະກຳມະ ການປົກຄອງເມືອງ ແລະ ຄວາມ ຂະຫຍັນໝັ່ນພຽນຂອງປະຊາຊົນ, ໄດ້ສ້າງເງື່ອນໄຂຫລາຍດ້ານ ເຮັດ ໃຫ້ເມືອງນານ ພວມກາຍເປັນຕົວ ແບບແຫ່ງການພັດທະນາທີ່ຮອບ ດ້ານ ຂອງແຂວງຫລວງພະບາງ. 

ທ່ານ ບົວສີ ພິມມະເສນ ປະທານ ຄະນະກຳມະການປົກຄອງເມືອງ ນານ ໄດ້ລາຍງານຜົນການຈັດຕັ້ງ ປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງວຽກງານ 6 ເດືອນທ້າຍປີ 2026 ໃນວັນທີ 2 ກໍລະກົດ 2026 ໃນໂອກາດ ການລົງເຄື່ອນໄຫວວຽກງານ ຂອງ ທ່ານ ບຸນເລື່ອມ ມະນີວົງ  ປະທານສະພາປະຊາຊົນແຂວງ ຫລວງພະບາງ ພ້ອມດ້ວຍຄະນະ ວ່າ: ຄະນະກຳມະການປົກຄອງ ເມືອງນານ ໄດ້ມີຜົນສຳເລັດອັນ ພົ້ນເດັ່ນເປັນພື້ນຖານໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ເປັນ ຕ້ົນ ສາມາດຊຸກຍູ້ໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 7,12%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 26 ລ້ານກວ່າກີບ ຊຶ່ງສະທ້ອນໃຫ້ເຫັນເຖິງຊີວິດການເປັນຢູ່ຂອງ ປະຊາຊົນທີ່ດີຂຶ້ນຢ່າງຕໍ່ເນື່ອງ. ສຳລັບຜົນສຳເລັດດ້ານການລຶບ ລ້າງຄວາມທຸກຍາກ: ປັດຈຸບັນທົ່ວ ເມືອງມີບ້ານພົ້ນທຸກແລ້ວ 43 ບ້ານ ເທົ່າກັບ 87,75% ຂອງຈຳ ນວນບ້ານທັງໝົດ ແລະ ຍັງເຫລືອ ພຽງແຕ່ 6 ບ້ານ ທ່ີຈະຕ້ອງສູ້ຊົນ ໃຫ້ພົ້ນທຸກກວມ 100%, ດ້ານສາ ທາລະນະສຸກ ສາມາດປະກາດເປັນ ບ້ານສາທາລະນະສຸກແບບຢ່າງໄດ້ 100% ໃນທົ່ວເມືອງ, ບາດກ້າວ ໃໝ່ດ້ານການບໍລິຫານ ໄດ້ກຽມສ້າງ ຕັ້ງ 5 ຕາແສງ ເພື່ອເຮັດໃຫ້ການ ຄຸ້ມຄອງລັດ ແລະ ການບໍລິການປະຊາຊົນມີຄວາມໃກ້ຊິດ ແລະ ມີ ປະສິດທິພາບກວ່າເກົ່າ ໃນນັ້ນ, ຕາ ແສງສີບຸນເຮືອງ ເປັນຕາແສງໃຫຍ່ ທີ່ສຸດມີ 20 ບ້ານ, ຕາແສງ ຫ້ວຍ ຫອຍ ມີ 10 ບ້ານ, ຕາແສງ ນາ ເມືອງ ມີ 7 ບ້ານ, ຕາແສງ ຄົກ ຕົມ ມີ 7 ບ້ານ ແລະ ຕາແສງ ເນີນ ສະຫວ່າງ ມີ 5 ບ້ານ ຊຶ່ງປັດຈຸບັນ ການກະກຽມແຕ່ລະດ້ານແມ່ນມີ ຄວາມພ້ອມໂດຍພື້ນຖານ ຄາດວ່າ ການປະກາດສ້າງຕັ້ງແຕ່ລະຕາແສງ ຈະດຳເນີນຕາມແຜນການທີ່ກຳນົດ ໄວ້ໃນມໍ່ໆນີ້.

ຂ່າວ-ພາບ: ທະນູສິນ ອິດທິພົນ

KPL

ຂ່າວອື່ນໆ

ads
ads

Top