ຂປລ
ປີກາຍນີ້, ຍອດມູນຄ່າ ອຸດສາຫະກໍາ ທີ່ກ່ຽວຂ້ອງກັບ ປັນຍາປະດິດຂອງ ສປ ຈີນມີຫລາຍກວ່າ 1.000 ຕື້ຢວນ, ອີງ ຕາມການຄາດຄະເນ ໃນເບື້ອງຕົ້ນ, ຈັງຫວະການເຕີບໂຕ ຂອງອຸດສາຫະກໍາ ດັ່ງກ່າວໃນປີນີ້ ຈະບັນລຸ ຫລາຍກວ່າ 30%.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ໄດ້ເປີດເຜີຍ ໃນວັນທີ 7 ກໍລະກົດນີ້ວ່າ: ປີກາຍນີ້, ຍອດມູນຄ່າ ອຸດສາຫະກໍາ ທີ່ກ່ຽວຂ້ອງກັບ ປັນຍາ ປະດິດຂອງ ສປ ຈີນມີຫລາຍກວ່າ 1.000 ຕື້ຢວນ, ອີງຕາມການຄາດຄະເນ ໃນເບື້ອງຕົ້ນ, ຈັງຫວະການເຕີບໂຕ ຂອງອຸດສາຫະກໍາ ດັ່ງກ່າວໃນປີນີ້ ຈະບັນລຸ ຫລາຍກວ່າ 30%. ພ້ອມດຽວກັນນີ້, ສປ ຈີນ ຈະຕິດຕາມຜົນສະທ້ອນ ຂອງປັນຍາປະດິດ ຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດ ສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ ອາຊີບ ດັ້ງເດີມ, ລວມເຖິງການສົ່ງເສີມ ການປະຍຸກ ໃຊ້ປັນຍາປະດິດ ໃນອາຊີບທີ່ “ອັນຕະລາຍ, ເປິເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.ນອກນີ້, ສປ ຈີນ ຍັງຈະດໍາເນີນການຮ່ວມມືສາກົນ ດ້ານປັນຍາປະດິດ ຢ່າງກວ້າງຂວາງ, ຊຸກຍູ້ເຕັກໂນໂລຊີ ປັນຍາປະດິດ ໃນທິດທາງແບບເປີດແຫລ່ງ ຫລື ໂອເພັນຊອສ ແລະ ໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ, ສະໜັບສະໜູນ ປະເທດເຂດໂລກໃຕ້ ເສີມສ້າງຄວາມສາມາດ ດ້ານປັນຍາປະດິດ ແລະ ເຂົ້າຮ່ວມ ການຄຸ້ມຄອງສາກົນ ໃນຂົງເຂດ ປັນຍາປະດິດຢ່າງຕັ້ງໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL