ຂປລ
ຂປລ. ອົງການປະກັນສັງຄົມ ແຫ່ງຊາດ (ອປຊ) ຈັດຊຸດຝຶກອົບ ຮົມການນຳໃຊ້ ແລະ ເຜີຍແຜ່ແອັບ ພລິເຄຊັນປະກັນສັງຄົມ (LSSO Application) ພ້ອມທັງລະບົບ ການຊໍາລະເງິນສົມທົບອອນລາຍຂອງພາກວິສາຫະກິດ
ໃຫ້ແກ່ພະ ນັກງານ ອປຊ ທົ່ວປະເທດ ໃນລະ ຫວ່າງວັນທີ 29-30 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍ ການສະໜັບສະໜູນຈາກໂຄງການ ຮ່ວມມື ILO-China ຜ່ານຂອບ ການຮ່ວມມືແບບໃຕ້-ໃຕ້ (SouthSouth Cooperation). ທ່ານ ນາງ ບົວຫອມ ພົມມະ ຈັນ ຮັກສາການຫົວໜ້າອົງການ ປະກັນສັງຄົມແຫ່ງຊາດ ໄດ້ກ່າວ ສະແດງຄວາມຂອບໃຈຢ່າງສູງຕລັດຖະບານຈີນ ແລະ ອົງການແຮງ ງານສາກົນ (ILO) ທີ່ໄດ້ໃຫ້ການ ສະໜັບສະໜູນໃນການພັດທະນາ ລະບົບປະກັນສັງຄົມລາວຢ່າງຕໍ່ ເນື່ອງ. ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະ ນັກງານ ອປຊ ສາມາດນໍາໃຊ້ ແລະ ເຜີຍແຜ່ແອັບ LSSO ລວມເຖິງ ລະບົບການຊໍາລະເງິນສົມທົບອອນ ລາຍຂອງພາກວິສາຫະກິດ ຜ່ານ ລະບົບຊໍາລະຂອງທະນາຄານຮ່ວມ ທຸລະກິດລາວ-ຫວຽດ ຢ່າງທົ່ວເຖິງແລະ ເປັນມືອາຊີບ. ທັງນີ້ ກໍເພື່ອ ຊຸກຍູ້ການຫັນເປັນດີຈິຕອນ, ຫລຸດ ຜ່ອນຂັ້ນຕອນການລົງທະບຽນ, ເພີ່ມຄວາມສະດວກໃນການຮັບ ເງິນສົມທົບ ແລະ ເປັນການສ້າງ ຄວາມພ້ອມເພື່ອຂະຫຍາຍການ ປົກປ້ອງໄປສູ່ແຮງງານນອກລະ ບົບໃນອະນາຄົດ. ຊຸດຝຶກອົບຮົມ, ສຳມະນາກອນ ລົງເລິກຮຽນຮູ້ກ່ຽວກັບຄວາມສາ ມາດຂອງແອັບ LSSO, ວິທີການ ແກ້ໄຂ ແລະ ອັບເດດຂໍ້ມູນຜູ້ປະກັນ ຕົນ (ໃນກໍລະນີລະບົບບໍ່ສະແດງປະ ຫວັດສ່ວນຕົວ ຫລື ຂໍ້ມູນເງິນສົມ ທົບ). ນອກຈາກນີ້, ຍັງໄດ້ຮຽນຮູ້ ການຕິດຕາມ ແລະ ສົມທຽບຕົວເລກ ເງິນສົມທົບລະຫວ່າງບັນຊີຫລັກຂອງ ອປຊ ກັບຂໍ້ມູນການຈ່າຍ ຜ່ານແອັບພລິເຄຊັນຂອງທະນາ ຄານການຄ້າ ແລະ ລະບົບຫລັງ ບ້ານ (Backend) ເພື່ອຮັບປະກັນ ຄວາມຖືກຕ້ອງ, ໂປ່ງໃສ ແລະ ສາ ມາດກວດສອບໄດ້ໃນທຸກໆທຸລະກຳ. ພ້ອມກັນນັ້ນ, ຍັງໄດ້ມີການຝຶກ ປະຕິບັດຂັ້ນຕອນການເພີ່ມຂໍ້ມູນລົງ ໃນລິ້ງການຊໍາລະເງິນສົມທົບຂອງ ພາກວິສາຫະກິດ ຜ່ານລະບົບຂອງ ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ຈັດກຸ່ມສົນທະນາແລກ ປ່ຽນບົດຮຽນຢ່າງກົງໄປກົງມາ. ຈາກນັ້ນ, ທ່ານ Tian Feng ຫົວໜ້າໂຄງການ ILO-China ໄດ້ເນັ້ນວ່າ: ການຫັນລະບົບປະກັນ ສັງຄົມເປັນດີຈິຕອນ ແມ່ນຫົວໃຈ ສໍາຄັນ ແລະ ຈໍາເປັນຢ່າງຍິ່ງໃນຍຸກ ປັດຈຸບັນ. ການລົງມືປະຕິບັດຕົວ ຈິງ, ການຍົກລະດັບມາດຕະຖານ ຂອງແອັບ ແລະ ການບໍລິການ, ລວມທັງການຮ່ວມມືກັບທຸກພາກ ສ່ວນ ຈະຊ່ວຍເຮັດໃຫ້ລະບົບປະກັນ ສັງຄົມໄດ້ຮັບການພັດທະນາໃຫ້ມີ ຄຸນນະພາບສູງຂຶ້ນ. ໃນຕອນທ້າຍ, ປະທານກອງ ປະຊຸມ ຍັງໄດ້ຕີລາຄາສູງຕໍ່ຜົນສຳ ເລັດຂອງການຝຶກອົບຮົມ ແລະ ໄດ້ຮຽກຮ້ອງໃຫ້ບັນດາສຳມະນາ ກອນທັງໝົດ ຈົ່ງນຳເອົາຄວາມຮູ້ ແລະ ບົດຮຽນໃນຄັ້ງນີ້ ໄປຜັນຂະ ຫຍາຍ, ຖ່າຍທອດໃຫ້ແກ່ເພື່ອນ ຮ່ວມງານ ແລະ ເຜີຍແຜ່ຢູ່ຂັ້ນທ້ອງ ຖິ່ນຂອງຕົນຢ່າງມີປະສິດທິຜົນ ແລະ ທົ່ວເຖິງ ພາຍໃຕ້ເປົ້າໝາຍ ການພັດທະນາລະບົບປະກັນສັງຄົມ ລາວໃຫ້ມີຄວາມທັນສະໄໝ ແລະ ຍືນຍົງ. ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL