ກຽມຈັດຕົ້ງປະຕິບັດໂຄງການກໍ່ສ້າງໄຟຟ້າພະລັງງານແສງຕາເວັນຂະໜາດນ້ອຍຢູ່ເຂດບ້ານນ້ຳພາກ

08/07/2026 06:28
Email Print 577
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ສໍາປະທານ ໂຄງການກໍ່ສ້າງໄຟຟ້າ ພະລັງງານແສງຕາເວັນຂະໜາດ ນ້ອຍ ໄລຍະ 1 ຢູ່ເຂດບ້ານນໍ້າ ພາກ (ຫລັກ 25) ເມືອງປະທຸມພອນ ແຂວງຈຳປາສັກ ລະຫວ່າງ ຄະນະກໍາມະ ການປົກຄອງ ແຂວງ ຈໍາປາສັກ ກັບ ບໍລິສັດ ໄຊສົມບູນ ຈະເລີນຊັບ ກໍ່ສ້າງຂົວ-ທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ

 ຈັດຂຶ້ນເມື່ອມໍ່ໆ ມານີ້ ທີ່ແຂວງຈຳປາສັກ ຕາງໜ້າລົງນາມໂດຍ ທ່ານ ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນແຂວງຈຳປາສັກ ແລະ ທ່ານ ແສງເພັດ ໃຈຍະວົງ ຮອງ ອໍານວຍການບໍລິສັດ ໄຊສົມບູນ ຈະເລີນຊັບ ກໍ່ສ້າງຂົວ-ທາງ ແລະ ບໍ່ແຮ່ ຈຳກັດ ຜູ້ດຽວ, ມີທ່ານ ສົມບູນ ເຮືອງວົງສາ ຮອງປະທານ ຄະນະກຳມະການປົກຄອງແຂວງ ຈຳປາສັກ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂຄງການດ່ັງກ່າວ ມີເນ້ືອທ່ີ  62,668 ຕາແມັດ,  ມີກໍາລັງຕິດຕັ້ງ 5 MWAc, ມີໄລຍະການ ສໍາປະທານໂຄງການ 25 ປີ,  ທຶນ ຈົດທະບຽນ 2, 5  ລ້ານ ໂດລາ ສະຫະ ລັດ  ຊຶ່ງເປັນທຶນບໍລິສັດເອງ ຈະເລີ່ມ ຈັດຕັ້ງ ປະຕິບັດ ໂຄງການນັບແຕ່ມ້ື ລົງລາຍເຊັນເປັນຕົ້ນໄປ. 

ໂອກາດນີ້, ບໍລິສັດ ໄຊສົມບູນ ຈະເລີນຊັບ ກໍ່ສ້າງຂົວ-ທາງ ແລະ ບ່ໍ ແຮ່ ຈຳກັດຜູ້ດຽວ  ຍັງໄດ້ ມອບເງິນ ຊ່ວຍເຫລືອ ແຂວງ ຈໍາປາສັກ  500  ລ້ານກີບຕື່ມອີກ.

ຂ່າວ -ພາບ : ທູນທອງໃຈ

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top