ເຢຍລະມັນ ອະນຸມັດຮ່າງງົບປະມານສະບັບໃໝ່

08/07/2026 14:44
Email Print 550
ຂປລ ລັດຖະບານ ເຢຍລະມັນ ໄດ້​ຮັບ​​ຮອງ​ເອົາ ຮ່າງແຜນງົບ​ປະ​ມານ​ ສຳ​ລັ​ບ ປີ 2027. ​ອີງຕາມຮ່າງ ​ແຜນ​ງົບ​ປະ​ມານ ​ສະ​ບັບດັ່ງກ່າວ, ​ງົບ​ປະ​ມານ​ລາຍ​ຈ່າຍ​ ຂອງ​ລັດ​ຖະ​ບານ​ກາງ ເຢຍລະມັນປີ 2027 ວາງ​ໄວ້​ທີ່​ 555,4 ຕື້ເອີໂຣ, ​ເພີ່ມ​ຂຶ້ນ​ຈາກ 524,5 ຕື້ເອີໂຣ ໃນປີ 2026.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ລັດຖະບານ ເຢຍລະມັນ ໄດ້​ຮັບ​​ຮອງ​ເອົາ ຮ່າງແຜນງົບ​ປະ​ມານ​ ສຳ​ລັ​ບ ປີ 2027. ​ອີງຕາມຮ່າງ ​ແຜນ​ງົບ​ປະ​ມານ ​ສະ​ບັບດັ່ງກ່າວ, ​ງົບ​ປະ​ມານ​ລາຍ​ຈ່າຍ​ ຂອງ​ລັດ​ຖະ​ບານ​ກາງ ເຢຍລະມັນປີ 2027 ວາງ​ໄວ້​ທີ່​ 555,4 ຕື້ເອີໂຣ, ​ເພີ່ມ​ຂຶ້ນ​ຈາກ 524,5 ຕື້ເອີໂຣ ໃນປີ 2026. ງົບປະມານປ້ອງກັນປະເທດ ຂອງລັດ​ຖະ​ບານ​ກາງ ເຢຍລະມັນໃນປີ 2027 ຈະເພີ່ມຂຶ້ນເປັນ ປະມານ 109,7 ຕື້ເອີໂຣ, ເພີ່ມຂຶ້ນ ປະມານ 1/3 ເມື່ອທຽບ ໃສ່ປີ 2026. ຮ່າງ​ແຜນງົບປະມານສະ​ບັບນີ້ ຖືກຫລາຍຝ່າຍ ຕຳ​ໜິ​ຕິ​ຕຽນ. ພັກຝ່າຍຊ້າຍ ເຢຍລະມັນ ເຫັນວ່າ: ລັດຖະບານ ເພີ່ມ​ລາຍຈ່າຍງົບປະມານ ໃສ່​ດ້ານການປ້ອງກັນປະເທດ ຫລາຍເກີນໄປ ແຕ່ພັດ​ລະ​ເລີຍ ​ທີ່​ຈະຫລຸດຜ່ອນພາລະ​ຫາບ​ແບກ​ຂອງປະຊາຊົນ ແລະ ການບັນ​ເທົາ​ທຸກ​ໄພ​ພິ​ບັດ; ວົງ​ການອຸດສາຫະກຳເຢຍລະມັນ ເຫັນວ່າ: ລາຍຈ່າຍ​ດ້ານງົບປະມານ ແລະ ຂະໜາດຂອງໜີ້ສິນ ເພີ່ມຂຶ້ນໄວເກີນໄປ, ການວາງແຜນ​ໃຊ້ງົບປະມານ ຂາດຄວາມໝັ້ນທ່ຽງ ແລະ ​ບາງອົງການ​ອະ​ນຸ​ລັກສິ່ງແວດລ້ອມ ໄດ້​ຕຳ​ໜິ​ຕິ​ຕຽນລັດຖະບານ ທີ່ຫລຸດການສະໜັບສະໜູນ ການປົກປ້ອງ​ສະ​ພາບດິນ​ຟ້າອາກາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top