ເວທີປາໄສ ອາຊຽນ ຄັ້ງທີ 13 ຈັດຂຶ້ນຢູ່ ສສ ຫວຽດນາມ

08/07/2026 14:44
ຂປລ ເພື່ອເພີ່ມ​ທະ​ວີ​ ການ​ຫັນ​ເປັນ ​ດີ​ຈີ​ຕອນ ໃນ​ການ​ຄຸ້ມ​ຄອງ​ ຄວາມ​ປອດ​ໄພ, ຫລັກ​ອະ​ນາ​ໄມ​ ການ​ອອກ​ແຮງ​ງານ ​ໃນ​ອາ​ຊຽນ ມຸ່ງ​ໄປເຖິງວິ​ໄສ​ທັດ ອາ​ຊຽນ 20245 ແມ່ນ​ຫົວ​ຂໍ້​ ຂອງ​ເວ​ທີ​ປາ​ໄສ ​ຄວາມ​ປອດ​ໄພ​ ທາງ​ໄຊ​ເບີ, ຫລັກອະ​ນາ​ໄມ​ການ​ອອກແຮງ​ງານ ອາ​ຊຽນ (ASEAN-OSHNET) ຄັ້ງ​ທີ 13(AOC-13) ຜັນ​ຂະ​ຫຍາຍ​ ໃນ​​ວັນ​ທີ 7 ກໍ​ລະ​ກົດ ຢູ່​ນະ​ຄອນ​ດ່າ​ນັ້ງ ຂອງ ສສ ຫວຽດນາມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເພື່ອເພີ່ມ​ທະ​ວີ​ ການ​ຫັນ​ເປັນ ​ດີ​ຈີ​ຕອນ ໃນ​ການ​ຄຸ້ມ​ຄອງ​ ຄວາມ​ປອດ​ໄພ, ຫລັກ​ອະ​ນາ​ໄມ​ ການ​ອອກ​ແຮງ​ງານ ​ໃນ​ອາ​ຊຽນ ມຸ່ງ​ໄປເຖິງວິ​ໄສ​ທັດ ອາ​ຊຽນ 20245 ແມ່ນ​ຫົວ​ຂໍ້​ ຂອງ​ເວ​ທີ​ປາ​ໄສ ​ຄວາມ​ປອດ​ໄພ​ ທາງ​ໄຊ​ເບີ, ຫລັກອະ​ນາ​ໄມ​ການ​ອອກແຮງ​ງານ ອາ​ຊຽນ (ASEAN-OSHNET) ຄັ້ງ​ທີ 13(AOC-13) ຜັນ​ຂະ​ຫຍາຍ​ ໃນ​​ວັນ​ທີ 7 ກໍ​ລະ​ກົດ ຢູ່​ນະ​ຄອນ​ດ່າ​ນັ້ງ ຂອງ ສສ ຫວຽດນາມ. ເຫດ​ການ​ສ້າງ​ຂີດ​ໝາຍ​ເລື່ອງ ຫວຽດ​ນາມ ​ຮັບ​ບົດ​ບາດ ​ເປັນ​ປະ​ທານ ອາ​ຍຸ​ການ 2026–2027. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ​ມີ​ຜູ້​ແທນ ປະ​ມານ 120 ຄົນ ​ມາ​ຈາກ 11 ປະ​ເທດ ​ສະ​ມາ​ຊິກ ອາ​ຊຽນ, ຄະ​ນະ​ເລ​ຂາ​ ອາ​ຊຽນ, ສປ ຈີນ,ຍີ່​ປຸ່ນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ເວ​ທີ​ປາ​ໄສ​ສຸມ​ໃສ່ ​ປຶກ​ສາ​ຫາ​ລື 4 ທິດ​ທາງ​ໃຫຍ່ຄື: ສ້າງ​ຂອບ​ນະ​ໂຍ​ບາຍ​ລວມ​ຂອງ ອາ​ຊຽນ ​ກ່ຽວ​ກັບ​ ການ​ໝູນ​ໃຊ້​ ການ​ຫັນ​ເປັນ​ດີ​ຈີ​ຕອນ ​ໃນ​ການ​ປ້ອງ​ກັນ ​ຄວາມ​ປອດ​ໄພ, ຫລັກອະ​ນາ​ໄມ ການ​ອອກແຮງງານ, ຕິດ​ພັນ​ກັບ ​ມາດ​ຕະ​ຖານ​ສາ​ກົນ ກ່ຽວ​ກັບ ​ຄຸນ​ສົມ​ບັດ AI ແລະ ການ​ປົກ​ປ້ອງ​ຂໍ້​ມູນ; ຊຸກ​ຍູ້​ການ​ແບ່ງ​ປັນ​ໃນ​​ພາກຕົວ​ຈິງ ​ເປັນ​ຢ່າງ​ດີ​ ລະ​ຫວ່າງ ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ; ຮັບ​ປະ​ກັນ​ການ​ຫັນ​ເປັນ ​ດີ​ຈີ​ຕອນ ກວມ​ລວມ; ສ້າງ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ລະ​ອຽດ​ ຍື່ນ​ສະ​ເໜີ​ ຕໍ່​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top