ສສ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາ ຈຳນວນປະຊາກອນໃໝ່

08/07/2026 14:43
Email Print 513
ຂປລ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ ທີ່​ມີ​ວິ​ວັດການ​ຫັນ​ປ່ຽນ ຈຳ​ນວນ​ປະ​ຊາ​ກອນ​ ປະ​ສົບ​ຜົນ​ສຳ​ເລັດ ​ໃນ​ອາ​ຊີ, ດ້ວຍ​ຈຳ​ນວນ ​ປະ​ຊາ​ກອນ​ ຫລາຍ ກວ່າ 100 ລ້ານ​ຄົນ, ອາ​ຍຸ​ຍືນ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ອັດ​ຕາ​ການ​ເກີດ ​ຍັງ​ຄົງ​ຮັກ​ສາ​ ໃນ​ລະ​ດັບ​ດຸ່ນ​ດ່ຽງ ​ພໍ​ສົມ​ຄວນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ ທີ່​ມີ​ວິ​ວັດການ​ຫັນ​ປ່ຽນ ຈຳ​ນວນ​ປະ​ຊາ​ກອນ​ ປະ​ສົບ​ຜົນ​ສຳ​ເລັດ ​ໃນ​ອາ​ຊີ, ດ້ວຍ​ຈຳ​ນວນ ​ປະ​ຊາ​ກອນ​ ຫລາຍ ກວ່າ 100 ລ້ານ​ຄົນ, ອາ​ຍຸ​ຍືນ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ອັດ​ຕາ​ການ​ເກີດ ​ຍັງ​ຄົງ​ຮັກ​ສາ​ ໃນ​ລະ​ດັບ​ດຸ່ນ​ດ່ຽງ ​ພໍ​ສົມ​ຄວນ. ນີ້​ແມ່ນ​ພື້ນ​ຖານ​​ ສຳ​ຄັນ​ ເພື່ອ​ໃຫ້ ສສ ຫວຽດ​ນາມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ ກ່ຽວ​ກັບ​ ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ ໃນ​ຊຸມ​ທົດ​ສະ​ວັດ ​ຈະ​ມາ​ເຖິງ.​ການ​ຕີ​ລາ​ຄາ​ເຫລົ່າ​ນັ້ນ ໂດຍ​ນັກ​ຄົ້ນ​ຄວ້າ Gilles Pison ແລ​ພ Catherine Scornet ຂ​ອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ ປະ​ຊາ​ກອນ​ແຫ່ງ​ຊາດຝຣັ່ງ (Ined) ​ຍົກ​ອອກ​ມາ ໃນ​ການຄົ້ນ​ຄ້​ວາ​ສະ​ເພາະ “ສສ ຫວຽດ​ນາມ:​ ປະ​ຊາ​ກອນ100ລ້ານ​ຄົນ ໃນ​ປະ​ຈຸ​ບັນ,ໃນມື້​ໜ້າ​​ ຈະແມ່ນ​ເທົ່າ​ໃດ” ທີ່​ໄດ້​​ລົງ​ໃນ​ວາ​ລະ​ສານPopulation & Societes ສະ​ບັບ​ອອກ​ເດືອ​ນ ມິ​ຖຸ​ນາ 2026. ຕາມ​ການ​ຄາດ​ຄະ​ເນ​ສະ​ເລ່ຍ​ຂອງ​ ສ​ປ​ຊ ເຊິ່ງ​ກຸ່ມ​ນັກ​ຄົ້ນ​ຄວ້າ​ນີ້​ໄດ້​ຄັດ​ສະ​ເໜີ​ແລ້ວ, ປະ​ຊາ​ກອນ ຫວຽດ​ນາມ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ອາດ​ຈະ​ບັນ​ລຸ​ປະ​ມານ 110 ລ້ານ​ຄົນ ໃນ​ກາງ​ສະ​ຕະ​ວັດ​ທີ XXI ກ່ອນ​ທີ່​ຄ່ອຍໆ​ ເປັນ​ປົກ​ກະ​ຕິ. ບັນ​ດາ​ນັກ​ຄົ້ນ​ຄວ້າຖື​ວ່າ ຜົນ​ງານ​ເຫຼົ່າ​ນີ້ ແມ່ນ​ໝາກ​ຜົນ​ຂອງວິ​ວັ​ດ​ແຫ່ງການ​ຫັນ​ປ່ຽນ​ປະ​ຊາ​ກອນ​ວິ​ທະ​ຍາ​ທີ່​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ທົດ​ສະ​ວັດ. ພ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ປັບ​ປຸງ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ໃຫ້​ດີ​ຂຶ້ນ, ອັດ​ຕາ​ການ​ຕາຍໄດ້ຫຼຸ​ດ​ລົງ​ຢ່າງ​ແຮງ, ໃນ​ຂະ​ນະ​ທີ່​​ອັດ​ຕາ​ການ​ເກີດ​ນັບ​ມື້​ນັບຫຼຸດ​ລົງ​​ສູ່ລະ​ດັບພໍ​ສົມ​ຄວນ​. ໄປ​ຄຽງ​ຄູ່​ກັບ ​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ນັກ​ຄົ້ນ​ຄວ້າ​ ກໍ​ໃສ່​ໃຈ​ວ່າ ສສ ຫວຽດ​ນາມ ຈະ​ຕ້ອງ​ຜະ​ເຊີນ​ໜ້າ​ກັບ ​ສິ່ງ​ທ້າ​ທາຍ​ໃໝ່ ​ຈຳ​ນວນ​ໜຶ່ງ​ ຄື ອັດ​ຕາ​ອາ​ຍຸ​ສູງນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ສະ​ພາບ​ຂາດ​ຄວາມ​ດຸ່ນ​ດ່ຽງ​ທາງ​ເພດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top