ລາວ-ອົງການອາຫານ ແລະ ການກະເສດ ຮ່ວມຊຸກຍູ້ການລົງທຶນ ແລະ ທ່າແຮງການສົ່ງອອກໝາກເຜັດ

03/07/2026 15:31
ຂປລ ຂປລ. ໃນວັນທີ 1 ກໍລະກົດ 2026 ນີ້ ລັດຖະບານລາວ ຮ່ວມກັບ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ຈັດກອງປະຊຸມເພື່ອຊຸກຍູ້ການລົງທຶນແລະ ປົດລອກທ່າແຮງຂອງຂະ ແໜງການຜະລິດໝາກເຜັດ ໃນ ສປປ ລາວ

 ສຳລັບຕະຫລາດສາກົນ ພາຍໃຕ້ແຜນງານລິເລີ່ມການຮ່ວມ ມືເຊິ່ງກັນ ແລະ ກັນ ຂອງອົງການ FAO ເພື່ອສົ່ງເສີມການລົງທຶນ ດ້ານກະສິກຳ ໂດຍມີບັນດາອົງການ ຈັດຕັ້ງພາກລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ສະຖາບັນຄົ້ນຄວ້າ, ກຸ່ມຜູ້ຜະລິດ ແລະ ພາກທຸລະກິດ ເອກະຊົນ ເຂົ້າຮ່ວມ. ແຜນງານລິເລີ່ມການຮ່ວມມື ເຊິ່ງກັນ ແລະ ກັນ ຂອງອົງການ FAO ມີເປົ້າໝາຍເພື່ອສົ່ງເສີມການ ລົງທຶນດ້ານກະສິກຳ, ເພີ່ມລາຍຮັບ ໃຫ້ແກ່ກະສິກອນ, ພັດທະນາຕ່ອງ ໂສ້ມູນຄ່າການຜະລິດໝາກເຜັດ ແລະ ຂະຫຍາຍໂອກາດການສົ່ງ ອອກ. ປັດຈຸບັນໝາກເຜັດຂອງ ສປປ ລາວ ໄດ້ຮັບຄວາມສົນໃຈຈາກ ຜູ້ຊື້ ແລະ ນັກລົງທຶນຕ່າງປະເທດ ໂດຍສະເພາະ ສປ ຈີນ ແລະ ສາທາ ລະນະລັດ ເກົາຫລີ ຫລັງຈາກໄດ້ ນຳສະເໜີໃນເວທີປຶກສາຫາລືການ ລົງທຶນທົ່ວໂລກ ໃນປີ 2025 ຢູ່ ນະຄອນຫລວງໂຣມ. ກອງປະຊຸມໃນຄັ້ງນີ້, ທີມງານ ແຜນງານລິເລີ່ມການຮ່ວມມືເຊິ່ງ ກັນ ແລະ ກັນຂອງອົງການ FAO ໄດ້ນຳສະເໜີຂໍ້ມູນການຜະລິດໝາກ ເຜັດຫລ້າສຸດໃນບັນດາແຂວງ ແລະ ເມືອງເປົ້າໝາຍ, ຮູບແບບການຜະ ລິດໃນປັດຈຸບັນ, ລາຄາໜ້າສວນ, ຕົ້ນທຶນການຜະລິດ, ການເຊື່ອມ ໂຍງຕ່ອງໂສ້ມູນຄ່າໝາກເຜັດ ແລະ ພາກສ່ວນກ່ຽວຂ້ອງທີ່ສຳຄັນ. ປັດ ຈຸບັນ ສປ ຈີນ ແມ່ນຜູ້ນຳເຂົ້າໝາກ ເຜັດແຫ້ງ ແລະ ໃຫ້ສິດທິພິເສດດ້ານ ພາສີ 0% ສຳລັບຜະລິດຕະພັນຈາກ ລາວ, ໃນຂະນະທີ່ ສ ເກົາຫລີ ນຳ ເຂົ້າຫລາຍກວ່າ 70% ຂອງການ ບໍລິໂພກພາຍໃນ ແຕ່ອັດຕາພາສີ ທີ່ສູງເຮັດໃຫ້ໝາກເຜັດແຊ່ແຂງ ຫລື ຜ່ານການປຸງແຕ່ງ ເປັນຊ່ອງ ທາງການສົ່ງອອກທີ່ມີຄວາມເປັນ ໄປໄດ້ຫລາຍທີ່ສຸດ. ໃນກອງປະຊຸມ ໄດ້ເຫັນດີເປັນ ເອກະພາບກັນວ່າ ຂະແໜງການຜະ ລິດໝາກເຜັດ ຂອງ ສປປ ລາວ ມີ ທ່າແຮງສູງໃນການຫັນປ່ຽນຈາກ ພືດຄົວເຮືອນໄປສູ່ຕ່ອງໂສ້ມູນຄ່າ ທາງການຄ້າ ໂດຍໄດ້ຮັບການຊຸກ ຍູ້ຈາກຄວາມຕ້ອງການພາຍໃນປະ ເທດທີ່ເພີ່ມຂຶ້ນ, ໂອກາດການສົ່ງ ອອກ (ໂດຍສະເພາະສູ່ຕະຫລາດ ຈີນ, ເກົາຫລີ ແລະ ອາຊຽນ) ແລະ ຜົນຕອບແທນການລົງທຶນທີ່ໜ້າ ສົນໃຈພາຍໃຕ້ຮູບແບບການຜະລິດ ແບບສະຫະກອນ. ໂອກາດນີ້ ທ່ານ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່າວວ່າ: ໝາກເຜັດ ເປັນພືດທີ່ມີທ່າແຮງອັນສຳຄັນ ສຳ ລັບຕະຫລາດພາຍໃນ ແລະ ສາກົນ, ພ້ອມທັງໄດ້ດຶງດູດຄວາມສົນໃຈ ຢ່າງເປັນຮູບປະທຳຈາກຜູ້ຊື້ ແລະ ນັກລົງທຶນແລ້ວ. ທ່ານ ນາງ ຄະຢອງ-ມີ ຄິມ ຜູ້ຕາງ ໜ້າອົງການ FAO ປະຈຳ ລາວ ໄດ້ກ່າວວ່າ: ບົດບາດຂອງອົງການ FAO ແມ່ນເພື່ອສະໜັບສະໜູນ ສປປ ລາວ ໃນການຫັນປ່ຽນທ່າ ແຮງດັ່ງກ່າວ ໃຫ້ກາຍເປັນຄວາມ ຈິງ ໂດຍການໃຫ້ການຊ່ວຍເຫລືອ ທາງດ້ານເຕັກນິກ, ສ້າງຄວາມເຂັ້ມ ແຂງດ້ານການວິເຄາະ ແລະ ອຳ ນວຍຄວາມສະດວກໃນການເຊື່ອມ ໂຍງກັບຕະຫລາດສາກົນ ແລະ ນັກ ລົງທຶນ.

KPL

ຂ່າວອື່ນໆ

ads
ads

Top