,v[{Ia [ czj ocrrN og,n v']k; c]t gIn v9e]v' .sh 2u ]y [xy o ,v[z6h 4n dsk ltcd,g,u 174 7q o .sh g9Q k|h kmuj 8es];f9u o ,u s]kpxa fw9mu j gIa f.sh ]k7kly o7h k c]t dko[= ]y dko [+ s]5 f]q '8k,]k7koE,a o ສະຫາຍ ທອງລຸນ ສີສຸລິດ ສະຫາຍ ນາງ ພອນວັນ ອຸທະວົງ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 08.07.2026 ປີທີ 25 ສະບັບທີ 6.471ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j g-nj v,-b , c]t za o0tspkp,t8y dv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ສະຫາຍ ນາງ ສວນສະຫວັນ ວິຍະເກດ (ປະທານ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ vq 'dkomuj Ia [zy f-v[;Pdd;fdk 8h v'xa [x5 'goN v.o I6 [dko{;y mu dkod;fdk .sh ,u xtly fmy zq ol6 '0B od;j kgdqj k F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ vq '7totra ddt-;' ;m fegou odv'xt-5 , lk,a o7q [7tot 7A 'mu 4 ltw\mu VI ທ່ານ ສັນຕິພາບ ພົມວິຫານ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈະສຸມໃສ່ 5 ວຽກ ງານຈຸດສຸມ ທີ່ເປັນບຸລິມະສິດ ເພື່ອ ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມ ສູງຂຶ້ນ ແລະ ຈະສູ້ຊົນປະຕິບັດຄາດ ໝາຍທີ່ສະພາແຫ່ງຊາດຮັບຮອງ ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ບໍ່ໃຫ້ເກີນ 7%. ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ ວ່າການທະນາຄານ ແຫ່ງ ສປປ ລາວ ຊີ້ແຈງຕໍ່ຄຳຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ໃນກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນ ວັນທີ 7 ກໍລະກົດ 2026 ຫລາຍ ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2026 ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ສາມາດສະໜອງສິນເຊື່ອໃຫ້ຈຸນ ລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ (ຈນກ ຫລື MSMEs) ໄດ້ທັງໝົດ 219 ຫົວ ໜ່ວຍ. ໃນນັ້ນ, ມີຜູ້ປະກອບກິດຈະ ການແມ່ຍິງ 108 ຫົວໜ່ວຍ ລວມ ມູນຄ່າ 267,92 ຕື້ກີບ. ໃນນັ້ນ, ຂະ ແໜງກະສິກໍາ ກວມ 56,17%, ຂະ ແໜງບໍລິການ ກວມ 10,50%, ຂະ ແໜງອຸດສາຫະກໍາ ກວມ 7,31%, ຂະແໜງຫັດຖະກໍາ ກວມ 2,74% ແລະ ຂະແໜງການຄ້າ ກວມ 23,28%. ການສະໜອງທຶນໃຫ້ແກ່ຈຸນ ລະວິສາຫະກິດ, ວິສາຫະກິດຂະ ]a f4t[ko ;k's]kp7kf\kp l6h -q ora fmtok c]t cdh w0 7;k,m5 dpkd0v'xt-k-q o ຂປລ. ກອງປະຊຸມສາມັນຄົບ ຄະນະບໍລິຫານງານພັກກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຄັ້ງທີ 4 ສະໄໝທີ VI ຈັດຂຶ້ນ ໃນວັນທີ 7 ກໍລະກົດ 2026 ໂດຍ ການເປັນປະທານຂອງສະຫາຍ ຂປລ. ໃນວັນທີ 6 ກໍລະກົດ 2026 ນີ້, ກົມແຜນການ ແລະ ການ ຮ່ວມມືສາກົນ ແລະ ສະຖາບັນວິຈິດ ສິນແຫ່ງຊາດລາວ ກະຊວງວັດທະ ນະທຳ ແລະ ການທ່ອງທ່ຽວ ຮ່ວມ ກັບສະມາຄົມຫັດຖະກຳລາວ ຈັດ ຄຸ້ມຄອງການລົງທຶນ (ຄບພ. ຄລທ) ເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃນ ວັນທີ 6 ກໍລະກົດ 2026 ໂດຍ ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ເລຂາ ຄະນະບໍລິຫານງານພັກ ຄລທ, ມີບັນດາສະຫາຍຄະນະບໍລິຫານ ງານພັກ, ຄະນະໜ່ວຍພັກ ພ້ອມ ດ້ວຍສະມາຊິກພັກ-ພະນັກງານ ຫ້ອງການ ຄລທ ເຂົ້າຮ່ວມ. ຂປລ. ປັດຈຸບັນ, ລາຄານໍ້າມັນ ເຊື້ອໄຟມີທ່າອ່ຽງຫລຸດລົງ ແຕ່ລາ ຄາສິນຄ້າ ແລະ ການບໍລິການອື່ນໆ ຍັງບໍ່ຫລຸດລົງຕາມລາຄານ້ຳມັນ ສາເຫດແມ່ນເກີດຈາກຫລາຍປັດ ໄຈ ຊຶ່ງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ວາງກົນໄກການຄຸ້ມ ຄອງ, ຕິດຕາມກວດກາ ພ້ອມທັງ ວາງມາດຕະການ ແລະ ວິທີການ ແກ້ໄຂຢ່າງເຄັ່ງຄັດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງກ່ຽວກັບບັນ ຫາດັ່ງກ່າວ ໃນກອງປະຊຸມສະໄໝ ວິສາມັນເທື່ອທີ 1 ຂອງສະພາແຫ່ງ ຂປລ. ວັນທີ 4 ກໍລະກົດ 2026 ຜ່ານມາ, ຢູ່ດ່ານສາກົນບໍ່ເຕນ ແຂວງຫລວງນ້ຳທາ, ກົມຕຳຫລວດ ຂປລ. ໃນໂອກາດ ເຂົ້າຮ່ວມ ກອງປະຊຸມວຽກງານກວດກາທົ່ວ ປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງ ຫລວງເດັດຂາດ, ໂປ່ງໃສ ແລະ ທັນ ສະໄໝ ເພື່ອການພັດທະນາປະເທດ ຊາດທີ່ຍືນຍົງ” ໃນທ້າຍອາທິດຜ່ານ ມາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໜັກວ່າ: ເພື່ອເຮັດໃຫ້ການ ກວດກາມີປະສິດທິພາບ ແລະ ມີ ຄວາມສັກສິດ ອົງການທີ່ຮັບຜິດ ຊອບວຽກງານນີ້ຕ້ອງປັບປຸງເນື້ອ ໃນຮູບການ ແລະ ວິທີການກວດກາ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາບັນດາເປົ້າໝາຍທີ່ປະ ຕິບັດຍັງບໍ່ທັນສຳເລັດໃຫ້ສໍາເລັດ. ສະຫາຍ ທອງລຸນ ສີສຸລິດ ໄດ້ ກ່າວວ່າ: ການກວດກາແມ່ນການ ຊອກໃຫ້ເຫັນຈຸດດີ, ສິ່ງຕັ້ງໜ້າ ເພື່ອ ສົ່ງເສີມໃຫ້ເປັນການຕໍ່ຍອດ ຂອງ ບົດຮຽນທີ່ດີໃຫ້ກວ້າງອອກໃນພາຍ ພາກໜ້າ ແລະ ໃນເວລາດຽວກັນ ນັ້ນ, ເປົ້າໝາຍທີ່ສຳຄັນໜຶ່ງອີກ 5 gfn vomtok7kom5 ]tdy f{ lt4k[a odkog'olt|v'mb o.sh sq ;|j ;p;y lkstdy f 267 8N d;j kdu [ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາ ບັນຫາສຳຄັນ ໂດຍສະເພາະບັນຫາ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ນີ້ວ່າ: ສາເຫດທີ່ລາຄາ ຂປລ. ຄະນະບໍລິຫານງານພັກ ຄະນະກໍາມະການສົ່ງເສີມ ແລະ ພິທີມອບ-ຮັບແຜ່ນແພພື້ນເມືອງ ລາວ ຈຳນວນ 5 ຜືນ ແລະ ເຮືອຈຳ ລອງ 1 ລຳ ໃຫ້ແກ່ກະຊວງວັດທະ ນະທຳ ແລະ ສິລະປະ ແຫ່ງ ຟິລິບປິນ ເພື່ອນຳໄປວາງສະແດງໃນງານ ວາງສະແດງຫັດຖະກຳພື້ນເມືອງ ອາຊຽນ ທີ່ ປະເທດຟິລິບປິນ ປະຈຳ ປີ 2026 ຕາງໜ້າມອບໂດຍ ທ່ານ ຄຳສຸກ ແກ້ວວົງຊາຍ ຫົວໜ້າສະຖາ ບັນວິຈິດສິນແຫ່ງຊາດ ແລະ ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາ ຄົມຫັດຖະກຳລາວ ແລະ ຮັບໂດຍ ທ່ານ ນາງ ອີລີສະເບດ ຕັນ ເຕ ຂປລ. ໃນຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸຸກຍາກ ຂອງ ລັດຖະບານ ໄດ້ວາງຫລາຍຄາດ ໝາຍສູ້ຊົນ ເພື່ອພັດທະນາ ແລະ ຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ ສັນຕິບານ ກະຊວງປ້ອງກັນຄວາມ ໜາດນ້ອຍ ແລະ ກາງ ຖືເປັນນະໂຍ ບາຍສຳຄັນທີ່ລັດຖະບານໃຫ້ຄວາມ ສົນໃຈ ເພື່ອສົ່ງເສີມ ແລະ ກະຕຸ້ນ ການຜະລິດພາຍໃນປະເທດ ຊຶ່ງ ການເຂົ້າເຖິງແຫລ່ງທຶນຢ່າງສະ ດວກ ຈະຊ່ວຍໃຫ້ຜູ້ປະກອບການ ມີໂອກາດຂະຫຍາຍການຜະລິດ, ພັດທະນາຄຸນນະພາບສິນຄ້າ ແລະ ບໍລິການ ໃຫ້ມີຄວາມຫລາກຫລາຍ ຕອບສະໜອງຄວາມຕ້ອງການ ຂອງຕະຫລາດ ແລະ ສັງຄົມ. ນອກ ຈາກນັ້ນ, ການສະໜັບສະໜູນ ດ້ານທຶນຍັງເປັນປັດໄຈສຳຄັນ ໃນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ວິສາຫະກິດ, ຊ່ວຍຍົກລະດັບຂີດ ຄວາມສາມາດ ໃນການແຂ່ງຂັນ, ສ້າງວຽກສ້າງອາຊີບໃຫ້ປະຊາຊົນ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ. ໃນນັ້ນ, ຈະສ້າງຄອບຄົວພົ້ນ ທຸກ ໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ ໃນຈໍານວນຄອບຄົວທຸກ ຍາກທີ່ຍັງເຫລືອ 189.792 ຄອບ ຄົວ ເຮັດໃຫ້ອັດຕາສ່ວນຄອບຄົວ ທຸກຍາກ ຫລຸດຈາກ 14,78% ຍັງ ເຫລືອໜຶ່ງຕົວເລກ, ສ້າງບ້ານພົ້ນ ທຸກ ໃຫ້ໄດ້ຫລາຍກວ່າ 1.000 ບ້ານ ໃນຈໍານວນບ້ານທຸກຍາກທີ່ ຍັງເຫລືອ 2.173 ບ້ານ, ສ້າງ ເມືອງພົ້ນທຸກໃຫ້ໄດ້ຫລາຍກວ່າ 25 ເມືອງ ໃນຈໍານວນເມືອງທຸກຍາກທີ່ ຍັງເຫລືອ 66 ເມືອງ. ໃນນີ້, ຈະ ສ້າງບ້ານຈຸດສຸມຕົວແບບ ໃນການ ແກ້ໄຂຄວາມທຸກຍາກໃຫ້ໄດ້ຢ່າງ ໜ້ອຍ ແຂວງລະ 4-5 ບ້ານ. F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ນາງ ບຸນຄຳ ວໍລະຈິດ ທ່ານ ມະໄລທອງ ກົມມະສິດ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ms] 9tl5 ,.lj 5 ;Pd95 fl5 ,muj gxa o [5 ]y ,tly f7;[75 ,va f8kg'og2U [+ .sh gruj ,l6 '0B o y y
@ 0j k; c]t gsfdko j 08/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ອົງການທີ່ຮັບຜິດຊອບ...ົີ່ັິ ລັດຖະບານ...ັ ແມ່ນກວດໃຫ້ເຫັນຈຸດບົກຜ່ອງ, ການລະເມີດລະບຽບກົດໝາຍທີ່ ເກີດຂຶ້ນໃນກໍລະນີຕ່າງໆ ມັນໄດ້ ສ້າງຜົນເສຍຫາຍຫຍັງຂຶ້ນຕໍ່ສ່ວນ ລວມ, ຕໍ່ການຈັດຕັ້ງ, ຕໍ່ບຸກຄົນ, ລະ ເມີດສິດທິຂອງປະຊາຊົນ, ສ້າງຜົນ ກະທົບຕໍ່ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນໜ້ອຍຫລາຍປານ ໃດ. ສິ່ງດັ່ງກ່າວ ພວກເຮົາມີຄວາມ ຈຳເປັນຕ້ອງຊອກໃຫ້ເຫັນຜູ້ກະທຳ ຜິດ, ຊອກໃຫ້ເຫັນສາເຫດຂອງ ການກະທຳຜິດ, ຊອກໃຫ້ເຫັນສິ່ງ ຈູງໃຈຂອງບຸກຄົນ ແລະ ການຈັດ ຕັ້ງທີ່ມີການກະທຳຜິດ, ການລະ ເມີດແນວທາງ, ລະເມີດກົດໝາຍ ໃຫ້ໄດ້. ການກວດກາ, “ບໍ່ຄວນໃຫ້ ມີເຂດຫວງຫ້າມ ແລະ ບໍ່ຄວນໃຫ້ ມີຂໍ້ຍົກເວັ້ນ. ເພື່ອເຮັດໃຫ້ການກວດກາມີປະ ສິດທິພາບ ແລະ ມີຄວາມສັກສິດ ອົງການທີ່ຮັບຜິດຊອບວຽກງານນີ້ ຕ້ອງປັບປຸງເນື້ອໃນຮູບການ ແລະ ວິທີການກວດກາ ໃຫ້ມີປະສິດທິ ຜົນສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາ ບັນດາເປົ້າໝາຍ ທີ່ປະຕິບັດຍັງບໍ່ ທັນສຳເລັດໃຫ້ສໍາເລັດ. ກວດເຫັນ ຕ້ອງສະຫລຸບລາຍງານ ແລະ ສະ ເໜີທິດທາງແກ້ໄຂໄປພ້ອມ, ກໍລະ ນີໃດຕ້ອງລົງວິໄນ, ກໍລະນີໃດຕ້ອງ ສະເໜີໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານ, ເມື່ອສັ່ງຟ້ອງແລ້ວ ຕ້ອງຕິດຕາມການດຳເນີນຄະດີ ໃຫ້ເຖິງກົກເຖິງຮາກ; ຄວນແກ້ໄຂ ບັນຫາທີ່ຄ້າງຄາທີ່ເຄີຍປະຕິບັດມາ ເຊັ່ນ: ຄະດີທີ່ຍັງຄ້າງຢູ່ກັບໄອຍະ ການ ກໍຊ້າແລ້ວ ແຕ່ເມື່ອຄະດີໄປ ເຖິງສານ, ກໍໄປຄ້າງຢູ່ກັບສານ, ບໍ່ ຕັດສິນຈັກເທື່ອ...ໃນກໍລະນີສານ ຕັດສິນແລ້ວ ການປະຕິບັດຄຳຕັດ ສິນຂອງສານ ກໍບໍ່ໄປ, ບໍ່ມາ, ແກ່ ຍາວ. ພວກເຮົາບໍ່ສາມາດປະປ່ອຍ ໃຫ້ສະພາບແນວນີ້ດຳເນີນຕໍ່ໄປໄດ້ ອີກແລ້ວ, ເຖິງເວລາທີ່ບໍ່ສາມາດ ລັງເລ, ຢຸດໆຢ່ອນໆ ຕໍ່ໄປອີກແລ້ວ. ໃນຂະນະດຽວກັນ, ກໍເອົາໃຈໃສ່ ສ້າງ ແລະ ປັບປຸງບັນດານິຕິກໍາທີ່ ຈໍາເປັນກ່ຽວກັບວຽກງານກວດ ກາ, ຕ້ານການສໍ້ລາດບັງຫລວງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ທັງຕ້ອງໂຄ ສະນາ, ເຜີຍແຜ່ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ລວມທັງການເຜີຍແຜ່ຜົນ ການກວດກາ ແລະ ການແກ້ໄຂຜົນ ການກວດກາ ໃຫ້ທົ່ວສັງຄົມໄດ້ ຮັບຮູ້ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດ ບັງຫລວງ ເພື່ອກ້າວໄປເຖິງເຮັດໃຫ້ ຄົນມີຈິດສຳນຶກມີຄວາມສັດຊື່ສຸດ ຈະລິດທີ່ “ບໍ່ກ້າສໍ້ລາດບັງຫລວງ, ບໍ່ສາມາດສໍ້ລາດບັງຫລວງ ແລະ ບໍ່ຢາກສໍ້ລາດບັງຫລວງ ອີກຕໍ່ໄປ”. ພ້ອມກັນນີ້, ສະຫາຍເລຂາທິການ ໃຫຍ່ ຍັງສະເໜີວ່າ: ອົງການກວດ ກາ ແຕ່ເທິງລົງລຸ່ມ ກໍບໍ່ເຮັດໃຫ້ເປັນ ສະໜາມຕໍ່ລອງ “ຈາກອັນຜິດໃຫ້ ກາຍເປັນຖືກ”. ໃນເວລາດຽວກັນ, ຕ້ອງປັບປຸງອົງການຈັດຕັ້ງໃຫ້ເຂັ້ມ ແຂງ ໄປຄວບຄູ່ກັບການປັບປຸງ ບັນດາອົງການທີ່ເຮັດວຽກຍຸຕິທຳ ຂອງລັດໃຫ້ເຂັ້ມແຂງ, ປັບປຸງສະ ພາທະນາຍຄວາມໃຫ້ໂປ່ງໃສ, ເຄັ່ງ ຄັດຕໍ່ຫລັກການ, ຫັນເປັນທັນສະ ໄໝ ແລະ ມີຄວາມຍຸຕິທຳຢ່າງແທ້ ຈິງ; ຕ້ອງເດັດດ່ຽວແກ້ໄຂພະນັກ ງານກວດກາທີ່ລະເມີດລະບຽບ ວິໄນ, ຕ້ອງກໍ່ສ້າງ ແລະ ໃຫ້ໂອ ກາດພະນັກງານທີ່ຊື່ສັດບໍລິສຸດ, ປົກປ້ອງພະນັກງານ ທີ່ເປັນແບບ ຢ່າງທີ່ດີ, ເສຍສະລະ ເພື່ອວຽກງານ ແລະ ເພື່ອສ່ວນລວມໃຫ້ໄດ້, ບໍ່ໃຫ້ ຖືກປັດເຂ່ຍອອກຕ້ອງປ້ອງກັນ ແລະ ສົ່ງເສີມ. ຂໍ້ມູນ-ພາບ: ສຳນານ ທ່ານສັນຕິພາບພົມວິຫານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການເງິນ ລາຍງານໃຫ້ຮູ້ໃນ ກອງປະຊຸມສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ນີ້ ວ່າ:ລັດຖະບານໄດ້ຮ່າງວາລະແຫ່ງ ຊາດວ່າດ້ວຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸຸກຍາກ ເພື່ອຫັນເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງກ່ຽວກັບວຽກພັດທະ ນາຊົນນະບົດແລະແກ້ໄຂຄວາມທຸກ ຍາກເປັນອັນລະອຽດ ດ້ວຍການ ນໍາໃຊ້ຂໍ້ມູນ ທີ່ມີລັກສະນະວິທະຍາ ສາດ, ມີການຢັ້ງຢືນຮັບຮອງຈາກ ອົງການປົກຄອງທ້ອງຖິ່ນ ແລະ ສູນ ກາງ ເປັນພື້ນຖານໃນການກໍານົດ ເປົ້າໝາຍ, ຄາດໝາຍ ແລະ ວຽກ ຈຸດສຸມ ເພື່ອເລັ່ງແກ້ໄຂບັນຫາຕົວ ຈິງຮີບດ່ວນຂອງຊົນນະບົດຢ່າງມີ ຈຸດສຸມ ແລະ ມີລັກສະນະບຸກທະລຸ. ໃນນີ້, ຈະສຸມໃສ່ແກ້ໄຂ 2 ບັນຫາ ໃຫຍ່ ຄື: ສ້າງອາຊີບ ແລະ ແຫລ່ງ ລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງ; ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ຢູ່ຊົນ ນະບົດ. ຖ້າ 2 ບັນຫາດັ່ງກ່າວ ໄດ້ ຮັບການແກ້ໄຂຢ່າງເປັນຮູບປະທໍາ ຈະສາມາດສ້າງຄອບຄົວພົ້ນທຸກ ໄດ້ຫລາຍກວ່າ 100.000ຄອບຄົວ ເຮັດໃຫ້ອັດຕາສ່ວນຄອບຄົວທຸກ ຍາກ ຫລຸດຈາກ 14,78% ຍັງ ເຫລືອ ໜຶ່ງຕົວເລກ ຫລື ປະມານ 8%;ສ້າງບ້ານພົ້ນທຸກໃຫ້ໄດ້ຫລາຍ ກວ່າ 1.000 ບ້ານ, ສ້າງເມືອງພົ້ນ ທຸກໃຫ້ໄດ້ຫລາຍກວ່າ 25 ເມືອງ. ໃນນັ້ນ,ລັດຖະບານໄດ້ກຳນົດຫລາຍ ມາດຕະການ ເພື່ອແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ສ້າງຄອບ ຄົວ, ສ້າງບ້ານ, ເມືອງພົ້ນທຸກ ໃຫ້ ໄດ້ຕາມເປົ້າໝາຍທີ່ວາງໄວ້ ໂດຍ ຈະສຸມໃສ່ສ້າງອາຊີບ ແລະ ແຫລ່ງ ລາຍຮັບຂອງປະຊາຊົນໃຫ້ມີຄວາມ ໝັ້ນຄົງ ພ້ອມທັງເຂົ້າເຖິງການ ບໍລິການ, ລະບົບປົກປ້ອງສັງຄົມຂັ້ນ ພື້ນຖານ; ສຸມໃສ່ພັດທະນາພື້ນຖານ ໂຄງລ່າງ ແລະ ສິ່ງອໍານວຍຄວາມ ສະດວກຢູ່ຊົນນະບົດ ໃຫ້ຮັບປະກັນ ການດໍາລົງຊີວິດ, ການຜະລິດ ແລະ ເຂົ້າເຖິງການບໍລິການດ້ານສາທາ ລະນຸປະໂພກ ຢ່າງທົ່ວເຖິງ ແລະ ຍືນ ຍົງ; ສຸມໃສ່ຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາ ເຜົ່າ ຫລຸດຜ່ອນການເຄື່ອນຍ້າຍ ຂອງພົນລະເມືອງແບບຊະຊາຍ; ສ້າງ ແລະ ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ, ສາມາດນໍາພາ ປະຊາຊົນເປັນເຈົ້າການປົກປັກຮັກ ສາ, ພັດທະນາຕົນເອງ, ພັດທະນາ ບ້ານແລະ ຊຸມຊົນ ໃຫ້ຫລຸດພົ້ນອອກ ຈາກຄວາມທຸກຍາກ; ເຮັດໃຫ້ຮາກ ຖານມີຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ; ຂົນຂວາຍ ແລະ ຍາດແຍ່ງການລົງ ທຶນເຂົ້າໃສ່ການພັດທະນາຢູ່ຊົນນະ ບົດ ຈາກແຫລ່ງທຶນຕ່າງໆ ທັງພາຍ ໃນ ແລະ ຕ່າງປະເທດ, ບໍ່ເອື້ອຍ ອີງໃສ່ແຕ່ງົບປະມານຂອງລັດດ້ານ ດຽວ ເພື່ອໃຫ້ມີທຶນຮອນຕອບສະ ໜອງການພັດທະນາຊົນນະບົດໃຫ້ ຫລາຍຂຶ້ນແລະມີຈຸດສຸມ;ສ້າງແລະ ປັບປຸງນິຕິກຳ-ກົນໄກ ໃນການຈັດ ຕັ້ງປະຕິບັດວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ, ສອດຄ່ອງ, ຮັດກຸມ ແລະ ເອື້ອອໍາ ນວຍໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ. ທ່ານ ສັນຕິພາບ ພົມວິຫານ ຍັງ ໃຫ້ຮູ້ອີກວ່າ: ປັດຈຸບັນ, ທົ່ວປະເທດ ຍັງມີຄອບຄົວບໍ່ພົ້ນທຸກ 189.792 ຄອບຄົວ ເທົ່າກັບ 14,78%, ບ້ານ ບໍ່ພົ້ນທຸກ 2.173 ບ້ານ ກວມ 25,83% ແລະ ເມືອງບໍ່ພົ້ນທຸກ 66 ເມືອງ ກວມ 44,59% ຊຶ່ງ ສາເຫດຕົ້ນຕໍ ທີ່ພາໃຫ້ຄອບຄົວບໍ່ ພົ້ນທຸກ ມີ 2 ສາເຫດຄື: ຄອບຄົວ ຂາດອາຊີບ ຫລື ແຫລ່ງລາຍຮັບ ໝັ້ນຄົງ ເນື່ອງມາຈາກຂາດຄວາມ ຮູ້, ຂາດຄວາມກະຕືລືລົ້ນ ໃນການ ພັດທະນາຕົນເອງ, ຄອງຄອຍການ ຊ່ວຍເຫລືອຈາກພາກລັດ ແລະ ວິທີ ທຳມາຫາກິນແບບຄອງເດີມ; ບໍ່ສາ ມາດເຂົ້າເຖິງການບໍລິການສາທາ ລະນະຂັ້ນພື້ນຖານ ເປັນຕົ້ນ ການ ເຂົ້າເຖິງການບໍລິການສາທາລະນະ ສຸກ, ການສຶກສາ, ນໍ້າສະອາດ. ສ່ວນ ສາເຫດທີ່ບ້ານບໍ່ພົ້ນທຸກ ມີ 3 ສາ ເຫດຕົ້ນຕໍ ຄື: ເສັ້ນທາງຄົມມະນາ ຄົມ ບໍ່ສາມາດທຽວໄດ້ຕະຫລອດປີ; ບໍ່ມີຕາຂ່າຍໄຟຟ້າໃນລະບົບ; ບໍ່ສາ ມາດເຂົ້າເຖິງການບໍລິການດ້ານໂທ ລະຄົມມະນາຄົມ ແລະ ການຂົນສົ່ງ. ສຳລັບ ສາເຫດທີ່ເມືອງບໍ່ພົ້ນທຸກ ມີ 3 ສາເຫດຕົ້ນຕໍ ຄື: ເສັ້ນທາງຄົມ ມະນາຄົມ ບໍ່ສາມາດທຽວໄດ້ຕະ ຫລອດປີ ແລະ ຍັງບໍ່ທັນເຊື່ອມ ຈອດກັບບ້ານ ພາຍໃນເມືອງ; ຊັບ ພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ບໍ່ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີ ປະສິດທິຜົນ; ເທສະບານເມືອງບໍ່ໄດ້ ຊົມໃຊ້ນໍ້າປະປາຊຸມຊົນ ຫລື ລະບົບ ນໍ້າປະປາ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຄະນະບໍລິຫານງານພັກກະຊວງ, ມີສະຫາຍຮອງເລຂາ, ຄະນະປະ ຈໍາພັກ, ຄະນະບໍລິຫານງານພັກ ກະຊວງ ວທ ເຂົ້າຮ່ວມ. ກອງປະຊຸມໄດ້ຄົ້ນຄວ້າພິຈາລະ ນາ ແລະ ຮັບຮອງເອົາຫລາຍບັນ ຫາທີ່ສໍາຄັນ ເປັນຕົ້ນ ເຜີຍແຜ່ກົດ ລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີXII, ຕາມມະຕິຕົກລົງຂອງ ຄະນະບໍລິຫານງານສູນກາງພັກ ຮັບຮອງ ສະບັບເລກທີ 21/ຄບສພ, ອົງຄະນະພັກກະຊວງ...ົັ ລົງວັນທີ 23 ກຸມພາ 2026, ຜ່ານ ບົດສະຫລຸບຕີລາຄາ, ຖອດຖອນບົດ ຮຽນຜົນສຳເລັດ ແລະ ຂໍ້ຄົງຄ້າງ ການນຳພາ-ຊີ້ນຳວຽກງານພັກພະນັກງານແລະ ວຽກງານວິຊາສະ ເພາະທົ່ວອົງຄະນະພັກກະຊວງ ວທ ໃນເດືອນຜ່ານມາ,ລວມທັງ6ເດືອນ ຕົ້ນປີ 2026 ແລະ ທິດທາງແຜນ ການໃນ 3 ເດືອນຕໍ່ໜ້າ ລວມທັງ 6 ເດືອນທ້າຍປີ 2026, ຜ່ານບົດ ສຳຫລວດບຸກຄົນໃນຄະນະບໍລິຫານ ງານພັກກະຊວງ ວທ, ປຶກສາຫາລື, ຄົ້ນຄວ້າ, ຕົກລົງບັນຫາອື່ນ ທີ່ຮີບ ດ່ວນ ແລະ ມີຄວາມຈໍາເປັນ. ໂອກາດນີ້, ສະຫາຍ ນາງ ສວນ ສະຫວັນ ວິຍະເກດ ຍັງໄດ້ຮຽກ ຮ້ອງໃຫ້ທຸກສະຫາຍຈົ່ງເອົາໃຈໃສ່ ສຸມສະຕິປັນຍາຄົ້ນຄວ້າເນື້ອໃນ ເອກະສານຢ່າງເລິກເຊິ່ງ, ພາວະ ວິໄສ, ສອດຄ່ອງກັບສະພາບເງື່ອນ ໄຂການຈັດຕັ້ງປະຕິບັດວຽກງານ ຕົງຈິງ ຂອງກະຊວງໃນລະໄລຍະ 6 ເດືອນຕໍ່ໜ້າ ເພື່ອເຮັດໃຫ້ບັນຫາ ຕ່າງໆທີ່ຍົກຂຶ້ນໃນກອງປະຊຸມຄັ້ງ ນີ້ ໄດ້ມີຄວາມເປັນເອກະພາບ, ສາ ມາດນໍາເອົາໄປນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໄດ້ຕາມຄາດໝາຍ ທີ່ວາງອອກໃນທຸກດ້ານ. ຂ່າວ-ພາບ: ຫ້ອງການກະຊວງ ວທ ມີຫລາຍປັດໄຈ...ີັ ສິນຄ້າ ແລະ ການບໍລິການ ຍັງບໍ່ ຫລຸດລົງຕາມລາຄານໍ້າມັນ ແມ່ນ ເກີດຈາກຫລາຍປັດໄຈທາງເສດ ຖະກິດທີ່ຕິດພັນກັນ ຄື: ຍ້ອນຄວາມ ໜຽວດ້ານລາຄາ ໃນທາງເສດຖະ ສາດ ລາຄາສິນຄ້າເມື່ອໄດ້ປັບຕົວ ຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ ເນື່ອງຈາກຜູ້ປະກອບ ການ ຍັງມີຄວາມກັງວົນຕໍ່ຄວາມ ບໍ່ແນ່ນອນ ແລະ ຄວາມສ່ຽງຂອງ ສະພາບເສດຖະກິດ; ຕົ້ນທຶນສິນຄ້າ ເກົ່າຕົກຄ້າງໃນສາງຜູ້ຜະລິດ, ຜູ້ນໍາ ເຂົ້າ ແລະ ຜູ້ຂາຍສົ່ງ-ຂາຍຍ່ອຍ ຍັງມີສິນຄ້າເກົ່າທີ່ຕົກຄ້າງໃນສາງ ຊຶ່ງເປັນສິນຄ້າທີ່ໄດ້ນໍາເຂົ້າ ຫລື ຜະ ລິດໃນໄລຍະທີ່ຕົ້ນທຶນພວມຢູ່ໃນ ລະດັບສູງ, ຕົ້ນທຶນເຫລົ່ານັ້ນ ລວມ ມີ: ຄ່ານໍ້າມັນ, ວັດຖຸດິບ, ປຸ໋ຍ, ຫົວ ອາຫານສັດ, ຄ່າຂົນສົ່ງ, ຄ່າເຊົ່າ ແລະ ຄ່າໃຊ້ຈ່າຍອື່ນໆ ຊຶ່ງບໍ່ສາມາດ ປັບຫລຸດລົງຍ້ອນຫລັງໄດ້; ຕົ້ນ ທຶນແຝງອື່ນໆໃນຕ່ອງໂສ້ການສະ ໜອງ: ຕົ້ນທຶນບາງປະເພດ ເຊັ່ນ: ຄ່າແຮງງານ, ຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການໂລຈິສຕິກບາງ ປະເພດ ໄດ້ປັບຕົວຂຶ້ນໄປແລ້ວ, ຕົ້ນ ທຶນເຫລົ່ານີ້ ບໍ່ສາມາດປັບຫລຸດລົງ ໄດ້ຕາມລາຄານໍ້າມັນໃນທັນທີ. ສຳລັບ ກົນໄກ, ມາດຕະການ ແລະ ວິທີການແກ້ໄຂ ກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ອີງໃສ່ ຫລັກການ ແລະ ມາດຕະການ ທີ່ກຳ ນົດໃນດໍາລັດ 474/ນຍ ວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍຈະວິເຄາະ ແລະ ຮັບຮອງໂຄງປະກອບລາຄາ, ບັງ ຄັບໃຫ້ຜູ້ດໍາເນີນທຸລະກິດ ສົ່ງໂຄງ ປະກອບລາຄາ (ຕົ້ນທຶນການຜະ ລິດ, ຊື້, ຕົ້ນທຶນການຈໍລະຈອນ, ລາຄາຈໍາໜ່າຍ ແລະ ກໍາໄລ) ສໍາ ລັບສິນຄ້າໃນລາຍການຄວບຄຸມ ໃຫ້ອົງການຄຸ້ມຄອງລາຄາກວດ ກາ ແລະ ຮັບຮອງກ່ອນນໍາໃຊ້ ເພື່ອ ປ້ອງກັນການສວຍໂອກາດຂຶ້ນ ລາຄາ; ຕິດຕາມການເໜັງຕີງ ແລະ ການຕິດປ້າຍລາຄາ ໂດຍຈະເພີ່ມ ທະວີ ລົງຕິດຕາມກວດກາການຕິດ ປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ມີຄວາມຈະແຈ້ງ ແລະ ໂປ່ງໃສ ເພື່ອບໍ່ໃຫ້ເກີດຄວາມສັບສົນແກ່ຜູ້ ຊົມໃຊ້; ຊຸກຍູ້ການປະສານງານ ຮ່ວມກັບທ້ອງຖິ່ນ ເພີ່ມທະວີການ ປະສານງານລະຫວ່າງກະຊວງ, ພະແນກອຸດສາຫະກຳແລະການຄ້າ (ອຄ) ແຂວງ, ນະຄອນ ແລະ ຫ້ອງ ການ ອຄ ເມືອງ, ເທສະບານ ເພື່ອ ເປັນເຈົ້າການຈັດຕັ້ງປະຕິບັດ, ນໍາໃຊ້ ລະບົບສາຍດ່ວນ, ໂຄສະນາ ແລະ ເປີດກວ້າງຊ່ອງທາງສາຍດ່ວນ ເພື່ອຮັບແຈ້ງເຫດ, ຂໍ້ມູນ-ຂ່າວສານ ແລະ ຄໍາຮ້ອງຮຽນຈາກຜູ້ຊົມໃຊ້ ທີ່ໄດ້ຮັບຜົນກະທົບຈາກການເອົາ ປຽບດ້ານລາຄາ. ສ່ວນມາດຕະການ ດັດສົມ ຈະຮັກສາສະຖຽນລະພາບ ດ້ານລາຄາ ໂດຍການສ້າງຄວາມ ສົມດຸນລະຫວ່າງການສະໜອງ ແລະ ຄວາມຕ້ອງການໃນທ້ອງຕະ ຫລາດສໍາລັບສິນຄ້າຄວບຄຸມ, ຄວບ ຄຸມສິນຄ້າໃນຄັງແຮສໍາຮອງ ໂດຍ ຈະກຳນົດໃຫ້ຜູ້ດໍາເນີນທຸລະກິດ ບໍລິ ຫານປະລິມານສິນຄ້າໃນຄັງແຮສໍາ ຮອງຢ່າງເໝາະສົມ ເພື່ອປ້ອງກັນ ການກັກຕຸນ. ສໍາລັບນໍ້າມັນເຊື້ອໄຟ, ກະຊວງ ອຄ ພວມເລີ່ມບັງຄັບໃຫ້ ບໍລິສັດຜູ້ນໍາເຂົ້າຕ້ອງສະໜອງຂໍ້ມູນ ເຂົ້າໃນລະບົບຖານຂໍ້ມູນດີຈິຕອນ ການຄ້າ (DTOP) ເພື່ອແກ້ໄຂບັນ ຫາກັກຕຸນນໍ້າມັນໃນຕໍ່ໜ້າ. ພ້ອມນີ້, ກະຊວງ ອຄ ຍັງໄດ້ ວາງມາດຕະການຕໍ່ຜູ້ລະເມີດ ໂດຍ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕໍ່ ຜູ້ສວຍໂອກາດກັກຕຸນສິນຄ້າ, ບໍ່ຕິດ ປ້າຍລາຄາ ຫລື ເຈຕະນາປັ່ນປ່ວນ ລາຄາ ໂດຍຈະດໍາເນີນການຕາມ ຂັ້ນຕອນ ເປັນຕົ້ນ ຕັກເຕືອນ ແລະ ສຶກສາອົບຮົມ ໃນກໍລະນີທີ່ບໍ່ທັນ ເປັນການກະທຳຜິດທາງອາຍາ, ຫາກໄດ້ຮັບການຕັກເຕືອນແລ້ວ 2 ຄັ້ງ ແຕ່ຍັງສືບຕໍ່ລະເມີດ ຈະຖືກ ປັບໃໝຕາມລະບຽບການຢ່າງ ເດັດຂາດ, ຮ້າຍແຮງໄປກວ່ານັ້ນຈະ ໂຈະ ຫລື ຖອນໃບທະບຽນວິສາຫະ ກິດ, ໃບອະນຸຍາດດຳເນີນທຸລະກິດ ຫລື ຮິບວັດຖຸສິ່ງຂອງ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ໂອກາດນີ້, ສະຫາຍ ນາງ ພອນ ວັນອຸທະວົງ ໄດ້ເຊື່ອມຊຶມແລະ ເຜີຍ ແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ແລະ ໂຄງ ການການເມືອງ ສະບັບທີ 3. ພ້ອມ ນັ້ນ, ກອງປະຊຸມ, ໄດ້ຮັບຟັງການ ເຜີຍແຜ່ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ X ໂດຍ ສະຫາຍ ວັນທະນາ ນໍລິນທາ ຮອງ ເລຂາຄະນະບໍລິຫານງານພັກ ຄລທ ທັງນີ້, ກໍເພື່ອໃຫ້ສະມາຊິກພັກ, ພະ ນັກງານ-ລັດຖະກອນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເປັນເອກະ ພາບຕໍ່ເນື້ອໃນຂອງມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI I ຂອງພັກປະຊາຊົນປະຕິວັດ ລາວ ແລະ ນຳໄປຜັນຂະຫຍາຍຈັດ ຕັ້ງປະຕິບັດໄດ້ຖືກຕ້ອງ ແລະ ມີປະ ສິດທິຜົນ. ສະຫາຍ ນາງ ພອນວັນອຸທະວົງ ໄດ້ເນັ້ນໜັກໃຫ້ສະມາຊິກພັກ-ພະ ນັກງານແຕ່ລະຂັ້ນ ສືບຕໍ່ຍຶດໝັ້ນ ອຸດົມການຂອງພັກ ເປັນເອກະພາບ ຕໍ່ແນວທາງນະໂຍບາຍການປ່ຽນ ແປງໃໝ່ຂອງພັກ ຄຽງຄູ່ກັບເດັດ ດ່ຽວແກ້ໄຂການເສື່ອມຖອຍດ້ານ ແນວຄິດ, ຄຸນທາດການເມືອງ, ຄຸນ ສົມບັດສິນທໍາປະຕິວັດແລະ ເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ພາຍໃນໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມ ນີ້, ກໍຕ້ອງໄດ້ຍົກສູງຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດພາລະ ບົດບາດ, ເຄື່ອນໄຫວວຽກງານວິຊາ ສະເພາະປິ່ນອ້ອມ ໃຫ້ສອດຄ່ອງກັບ ແຜນການພັດທະນາເສດຖະກິດສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຂອງພັກ ປະຊາຊົນປະຕິວັດລາວ ຄັ້ງທີ XII ເພື່ອຫັນເຂົ້າສູ່ຄຸນນະພາບ ຕາມ ທິດຍືນຍົງ ແລະ ສີຂຽວ ສາມາດປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ; ເອົາໃຈໃສ່ປັບປຸງກົນໄກແບບແຜນ ເຮັດວຽກ, ກົງຈັກ, ຍົກສູງວຽກ ງານກໍ່ສ້າງຮາກຖານການເມືອງ ການຄຸ້ມຄອງ-ບໍລິຫານທ້ອງຖິ່ນ ກໍຄື ຄລທ ແຂວງ ແລະ ນະຄອນ ຫລວງ ໃຫ້ເຂັ້ມແຂງ; ຍົກສູງວຽກ ງານກວດກາພັກແລະລັດ, ເປັນເຈົ້າ ການໃນການຊຸກຍູ້ ຕິດຕາມ, ກວດ ກາການຈັດຕັ້ງປະຕິບັດລະບຽບ ພັກ, ມະຕິ, ຄໍາສັ່ງຂອງສູນກາງພັກ, ກົດໝາຍ, ພາລະບົດບາດ ແລະ ເຄື່ອນໄຫວວຽກງານວິຊາສະເພາະ ແຕ່ລະຂົງເຂດວຽກງານ ຮັບປະກັນ ໃຫ້ມີຄວາມໂປ່ງໃສ່, ລົບລ້າງທຸກ ພຶດຕິກໍາ ທີ່ເປັນການສໍ້ລາດບັງ ຫລວງດ້ວຍການສະກັດກັ້ນ ແລະ ມີການກວດກາວຽກງານຕ້ານການ ສໍ້ລາດລັງຫລວງຢ່າງເປັນປົກກະ ຕິ. ພ້ອມນີ້, ກໍເນັ້ນໃຫ້ບັນດາຄະນະ ບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ທຸກສະຫາຍ ກໍາໄດ້ເນື້ອໃນເລິກເຊິ່ງ ສືບຕໍ່ນໍາໄປຄົ້ນຄວ້າ ຜັນຂະຫຍາຍ ເຂົ້າສູ່ລວງເລິກ, ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບ. (ELIZABETH T. TE) ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດ ເຕັມ ແຫ່ງ ຟິລິບປິນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ການມອບຜົນງານຫັດຖະກຳ ທັງສອງລາຍການໃນຄັ້ງນີ້ ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນເອກະລັກດ້ານ ວັດທະນະທຳ ແລະ ພູມປັນຍາຫັດ ຖະກຳຂອງປະຊາຊົນລາວເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງນ້ຳໃຈ ໄມຕີ ແລະ ການຮ່ວມມືອັນດີ ລະ ຫວ່າງ ສປປ ລາວ ແລະ ຟິລິບປິນ ພາຍໃຕ້ກອບການຮ່ວມມືອາຊຽນ ພ້ອມທັງເປັນການສະໜັບສະໜູນ ແລະ ປະກອບສ່ວນໃຫ້ແກ່ການເປັນ ເຈົ້າພາບ ແລະ ປະທານອາຊຽນ ຂອງຟິລິບປິນ ປະຈຳປີ 2026 ໃຫ້ ປະສົບຜົນສຳເລັດ ພາຍໃຕ້ຫົວຂໍ້ “ການນຳທາງອະນາຄົດຂອງອາ ຊຽນຮ່ວມກັນ”. ຂ່າວ-ພາບ: ກະຊວງ ວທ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ. ພ້ອມກັນນີ້, ຍັງເປັນການປູພື້ນຖານ ໃຫ້ຜະລິດຕະພັນຂອງລາວກ້າວ ໄປສູ່ຕະຫລາດສາກົນ ແລະ ການ ສົ່ງອອກໃນອະນາຄົດ. ການອຳນວຍຄວາມສະດວກ ໃນການເຂົ້າຫາແຫລ່ງທຶນ ຈຶ່ງບໍ່ ພຽງແຕ່ຊ່ວຍໃຫ້ວິສາຫະກິດເຕີບ ໂຕເທົ່ານັ້ນ, ແຕ່ຍັງເປັນກົນໄກສໍາ ຄັນໃນການຂັບເຄື່ອນເສດຖະກິດ, ເພີ່ມທະວີການລົງທຶນ, ສ້າງມູນຄ່າ ເພີ່ມໃຫ້ສິນຄ້າພາຍໃນປະເທດ ແລະ ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາປະເທດຊາດ ໃຫ້ມີຄວາມ ເຕີບໂຕຢ່າງໝັ້ນຄົງ ແລະ ຍືນຍົງ. ເຊື່ອມຊຶມ...ື່ຶ ມອບ-ຮັບ...ັ 5 ເດືອນ...ື
08/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ -u ;y fdkogxa o16 j 0v'xt-k-q o.o8q ;g,n v' c]t -q oot[q fwfh Ia [dkora fmtok1j k'lq ,76 j da o ຂປລ. ຕາມບົດສະຫລຸບຕີລາ ຄາການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດ ທາງແຜນການ 6 ເດືອນທ້າຍ ປີ 2026 ໄດ້ຊີ້ໃຫ້ເຫັນວ່າ: ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ ມີຄຸນນະພາບດີຂຶ້ນນັ້ນ, ໄດ້ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດບັນດາ ຄາດໝາຍພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກປີ 2026. ໂດຍໄດ້ເຜີຍແຜ່ບັນດາຄາດໝາຍໃຫ້ ທ້ອງຖິ່ນໃນຂອບເຂດທົ່ວປະເທດ. ໄດ້ສຸມໃສ່ສ້າງ ແລະ ປັບປຸງນິຕິ ກຳທີ່ກ່ຽວຂ້ອງ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ໃນປັດຈຸບັນເປັນຕົ້ນແມ່ນສ້າງແຜນ ຍຸດທະສາດການຈັດສັນພູມລໍາເນົາ ແລະ ອາຊີບ, ສ້າງຍຸດທະສາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ປັບປຸງດໍາ ລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ແລະ ກະກຽມປັບປຸງກົດໝາຍວ່າ ດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ ເພື່ອນໍາເຂົ້າພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ຕາມແຜນການ. ໄດ້ປັບປຸງບັນດາ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບສ້າງຍຸດທະສາດ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ແລະ ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມ ຄອງກອງທຶນພັດທະນາຂັ້ນບ້ານ (ກອງທຶນ 500 ລ້ານກີບຕໍ່ເມືອງ ທຸກຍາກ) ຂັ້ນສູນກາງ ສະບັບ ເລກທີ 1751/ກປ, ລົງວັນ ທີ 16 ພຶດສະພາ 2025 ເພື່ອປ່ຽນແທນ ຂໍ້ຕົກລົງສະບັບປີ 2024. ໄດ້ຄົ້ນຄວ້າຮ່າງວາລະແຫ່ງ ຊາດ ວ່າດ້ວຍວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ, ໄດ້ສະຫລຸບ ຜົນການປະເມີນສະພາບການພົ້ນ ທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ, ມີ ຄອບຄົວ ທີ່ເກັບກຳໄດ້ທັງໝົດ 1.283.251 ຄອບຄົວ; ເກັບກຳຂໍ້ມູນຂັ້ນບ້ານ ໄດ້ 8.413 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານທັງໝົດໃນທົ່ວ ປະເທດ; ເກັບກຳຂໍ້ມູນຂັ້ນເມືອງໄດ້ 148 ເມືອງ (145 ເມືອງ ແລະ 3 ນະຄອນ) ເທົ່າກັບ 100%ຂອງຈໍາ ນວນເມືອງທັງໝົດໃນທົ່ວປະເທດ. ຜ່ານການສັງລວມຂໍ້ມູນຜົນການ ປະເມີນໃນທົ່ວປະເທດມີ: ຄອບຄົວ ພົ້ນທຸກ 1.093.459 ຄອບຄົວ ກວມ 85,21%, ຄອບຄົວບໍ່ພົ້ນ ທຸກ 189.792 ຄອບຄົວ ກວມ 14,78%; ບ້ານພົ້ນທຸກ 6.240 ບ້ານກວມ 74,17%, ບ້ານບໍ່ພົ້ນ ທຸກ 2.173 ບ້ານ ກວມ 25,83% ຂອງຈໍານວນບ້ານທັງໝົດໃນທົ່ວ ປະເທດ; ເມືອງພົ້ນທຸກ 82 ເມືອງ ກວມ 55,41%, ເມືອງບໍ່ພົ້ນທຸກ 66 ເມືອງ ກວມ 44,59%ຂອງຈໍາ ນວນເມືອງທັງໝົດໃນທົ່ວປະເທດ; ຂປລ. ວາລະກອງປະຊຸມສະໄໝ ວິສາມັນເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີX ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ປະກອບ ຄຳເຫັນຕໍ່ກັບບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026 ທັງນີ້ກໍເພື່ອໃຫ້ບົດ ລາຍງານມີຄວາມຄົບຖ້ວນສົມບູນ ll- c0;'9exkla d ltg|u .sh ]a f4t[komq [m;odko0tspkp]t[q []q fw2wxrkd.8h ດ້ານເນື້ອໃນທີ່ຮັດແໜ້ນໄປດ້ວຍ ຜົນປະໂຫຍດຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ. ທ່ານ ອາລຸນໄຊ ສູນນະລາດ ສະ ມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ ໄດ້ປະກອບຄຳເຫັນຕໍ່ ບົດລາຍງານຂອງລັດຖະບານວ່າ: ໂດຍພື້ນຖານແມ່ນເຫັນດີ ແລະ ຊົມເຊີຍຜົນສຳເລັດໃນການຊີ້ນຳ ຂອງຄະນະລັດຖະບານເປັນຕົ້ນ ການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້ນຕົນເອງໂດຍສະເພາະ ການກໍ່ສ້າງເສັ້ນທາງຄອນກຣີດທີ່ ປະຊາຊົນມີສ່ວນຮ່ວມສະແດງໃຫ້ ເຫັນການລະດົມປະຊາຊົນເຂົ້າຮ່ວມ ການພັດທະນານະໂຍບາຍຊຸກຍູ້ ການຜະລິດເປັນສິນຄ້າ ແລະ ການ ຜະລິດທົດແທນການນຳເຂົ້າທີ່ເລີ່ມ ເຫັນໝາກຜົນຢ່າງຈະແຈ້ງ. ສຳລັບ ແຂວງຈຳປາສັກ ປັດຈຸບັນມີການ ຂະຫຍາຍການຜະລິດພືດເສດຖະ ກິດໃໝ່ ເຊັ່ນ: ຖົ່ວລຽນ, ບູເບີຣີ ແລະ ອື່ນໆ ລວມທັງການລ້ຽງສັດທີ່ສາ ມາດຜະລິດເພື່ອສົ່ງອອກ ແລະ ສ້າງ ລາຍຮັບໃຫ້ແກ່ປະຊາຊົນ, ພ້ອມນີ້ ການຈັດເກັບລາຍຮັບຂອງລັດຜ່ານ ການນຳໃຊ້ລະບົບດີຈິຕອນເຊັ່ນ: ດ່ານສາກົນໜອງນົກຂຽນ ທີ່ລາຍ ຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງຫລັງຈາກ ປັບປຸງລະບົບການຄຸ້ມຄອງຈາກ ລະດັບປະມານ 2 ຕື້ກີບ ເພີ່ມເປັນ ເກືອບ 30 ຕື້ກີບ ຕໍ່ກັບຜົນສຳເລັດ ດັ່ງກ່າວ ຄວນໄດ້ຮັບການຂະຫຍາຍ ໄປຍັງບັນດາດ່ານສາກົນອື່ນໆເພື່ອ ຍົກລະດັບປະສິດທິພາບການຈັດ ເກັບລາຍຮັບ. ພ້ອມນີ້, ຍັງໄດ້ສະເໜີໃຫ້ລັດຖະ ບານທົບທວນບາງນະໂຍບາຍສຳ ຄັນ ໂດຍສະເພາະການພັດທະນາ ພື້ນຖານໂຄງລ່າງດ້ານຂົນສົ່ງ ເຊັ່ນ: ການຂະຫຍາຍລະບົບລົດໄຟໄປ ຍັງເຂດພາກໃຕ້ ເພື່ອຮອງຮັບທ່າ ແຮງການຜະລິດ ແລະ ການຄ້າ ຂອງພາກພື້ນ ພ້ອມທັງຊ່ວຍຍົກລະ ດັບການເຕີບໂຕທາງເສດຖະກິດ; ການປະຕິບັດນະໂຍບາຍຄຸ້ມຄອງ ການນຳເຂົ້າສິນຄ້າບາງດ້ານ ຍັງຂາດຄວາມເປັນເອກະພາບ. ສະນັ້ນ, ຄວນກຳນົດມາດຕະການ ໃຫ້ຊັດເຈນກວ່າເກົ່າ, ກົນໄກການ ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ກໍຄວນໄດ້ຮັບການ ທົບທວນ ແລະ ປັບປຸງ ເພື່ອໃຫ້ການ ບໍລິຫານລັດມີປະສິດທິພາບສູງຂຶ້ນ. ສຳລັບບັນຫາການບໍລິຫານບຸກຄະ ລາກອນທີ່ລັດຖະບານໄດ້ສະເໜີ ມີໂກຕາ 2.500 ຕຳແໜ່ງ, ຄວນ ແບ່ງໃຫ້ທົ່ວເຖິງ ໂດຍໃຫ້ຄວາມ ສຳຄັນແກ່ບຸກຄະລາກອນຂະແໜງ ສາທາລະນະສຸກ ແລະ ຄູອາສາ ສະໝັກທີ່ໄດ້ເສຍສະລະ ແລະ ປະຕິບັດໜ້າທີ່ມາເປັນເວລາຍາວ ນານ ເພື່ອເປັນຂວັນ ແລະ ກຳລັງ ໃຈໃນການປະຕິບັດໜ້າທີ່ຮັບໃຊ້ ສັງຄົມ. ຄອບຄົວພັດທະນາ 927.250 ຄອບຄົວ ກວມ 72,26% ຂອງຈໍາ ນວນຄອບຄົວທີ່ໄດ້ເກັບກຳຂໍ້ມູນ; ບ້ານພັດທະນາ 3.562 ບ້ານ ກວມ 42,34% ຂອງຈໍານວນບ້ານ ທັງໝົດໃນທົ່ວປະເທດ; ບ້ານໃຫຍ່ ເປັນຕົວເມືອງໃນຊົນນະບົດ 86 ຈຸດ ແລະ ມີເມືອງເຂັ້ມແຂງຮອບ ດ້ານ 21 ເມືອງ ກວມ 14,19%; ພ້ອມນີ້ກໍໄດ້ປຶກສາຫາລືການປັບປຸງ ມາດຖານພັດທະນາ ແລະ ພົ້ນທຸກ ຂອງດຳລັດ 348/ລບ; ສໍາລັບການ ຈັດຕັ້ງປະຕິບັດຄາດໝາຍປະຈໍາ ປີ 2026 ແມ່ນໄດ້ສຸມໃສ່ກະກຽມ ປະເມີນ. ສືບຕໍ່ຈັດຕັ້ງປະຕິບັດບັນດາ ໂຄງການຊ່ວຍເຫລືອຈາກຄູ່ຮ່ວມ ພັດທະນາຄື: ໂຄງການຫລຸດຜ່ອນ ຄວາມທຸກຍາກ ແລະ ຂາດໂພ ຊະນາການໃນເຂດຊົນນະບົດໃນ 25 ເມືອງ, 7 ແຂວງເປົ້າໝາຍ (ແຂວງຜົ້ງສາລີ, ອຸດົມໄຊ, ຊຽງ ຂວາງ, ຫົວພັນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ); ໂຄງການສ້າງຄວາມເຂັ້ມແຂງ ດ້ານການປັບຕົວ ແລະ ຫລຸດຜ່ອນ ຄວາມທຸກຍາກໃນເຂດຊົນນະບົດ ຢູ່ 891 ບ້ານ, 16 ເມືອງ, 4 ແຂວງ; ກອງທຶນຫລຸດຜ່ອນຄວາມທຸກຍາກ ໃນປີ 2026 ໄດ້ຮັບງົບປະມານ ທັງໝົດ 15.704.304 ໂດລາ ສະຫະລັດ ຊຶ່ງປັດຈຸບັນ, ທລຍ ກໍາ ລັງຈັດຕັ້ງປະຕິບັດໂຄງການປັບປຸງ ຊີວິດການເປັນຢູ່ ແລະ ການປັບຕົວ ກັບການປ່ຽນແປງດິນຟ້າອາກາດ (ປຊກ) ຢູ່ 14 ເມືອງທຸກຍາກ ຂອງ 7 ແຂວງເປົ້າໝາຍ (ແຂວງ ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງ ຂວາງ, ສະຫວັນນະເຂດ, ສາລະ ວັນ ແລະ ແຂວງເຊກອງ). ໄດ້ ປ່ອຍສິນເຊື່ອນະໂຍບາຍຜ່ານ ທະນາຄານພັດທະນາຊົນນະບົດ ໃຫ້ແກ່ປະຊາຊົນບັນດາເຜົ່າໃນ ຂອບເຂດເມືອງເປົ້າໝາຍ, ຈຸດ ສຸມລັດຖະບານ-ທ້ອງຖິ່ນ ແລະ ບ້ານ 3 ສ້າງ ຊຶ່ງໃນປີຕົ້ນປີ 2026 ສາມາດປ່ອຍສິນເຊື່ອທັງໝົດມູນ ຄ່າ 190,93 ຕື້ກີບ, ກວມເອົາ 77 ເມືອງ, 78ຈຸດສຸມແລະ4.774ບ້ານ. ໃນປີ 2026 ລັດຖະບານໄດ້ຈັດ ສັນງົບປະມານການລົງທຶນຂອງ ລັດເຂົ້າໃນວຽກງານພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກເຂົ້າໃນການພັດທະນາ 45 ຈຸດສຸມ ພັດທະນາຊົນນະບົດ ແລະ ຈັດສັນອາຊີບລະຫວ່າງ ສູນກາງ ແລະ ທ້ອງຖິ່ນຈໍານວນ 206.200,00 ລ້ານກີບ ມີທັງໝົດ 591 ໂຄງການ (ໂຄງການໜີ້ສິນ 251 ໂຄງການ, ໂຄງການສືບຕໍ່ 238 ໂຄງການ ແລະ ໂຄງການ ສະເໜີໃໝ່ 102 ໂຄງການ) ໄດ້ຈັດ ສັນໃຫ້ສູນກາງຄຸ້ມຄອງ ຈໍານວນ 61.273,01 ລ້ານກີບ, ທ້ອງຖິ່ນ ຄຸ້ມຄອງ ຈໍານວນ 91.345,21 ລ້ານກີບ ແລະ ຈຸດສຸມພັດທະນາ ເມືອງພົ້ນທຸກຕາມມະຕິສະພາ ແຫ່ງຊາດ ຈໍານວນ 53.581,78 ລ້ານກີບ (ເມືອງຊ່ອນ ຈໍານວນ 23.633,32 ລ້ານກີບ, ເມືອງນອງ ຈໍານວນ 21.918,46 ລ້ານກີບ ແລະ ເມືອງທ່າໂທມ ຈໍານວນ 8.000 ລ້ານກີບ). ມາຮອດປັດຈຸ ບັນສໍາລັບໂຄງການສະເໜີໃໝ່ແມ່ນ ສໍາເລັດການຈັດຊື້ຈັດຈ້າງ ແລະ ລົງມືຈັດຕັ້ງປະຕິບັດຫລາຍກວ່າ 30 ໂຄງການ, ສາມາດເບີກຈ່າຍງົບ ປະມານໃຫ້ແກ່ໂຄງການໜີ້ສິນ ແລະ ໂຄງການສືບຕໍ່ 105 ໂຄງການມູນ ຄ່າ 369,60 ລ້ານກີບ.
RkJQdWJsaXNoZXIy MTc3MTYxMQ==