ເຂື່ອນໄຟຟ້ານ້ຳເທີນ 1 ເລັ່ງລະບາຍນ້ຳອອກໃນໄລຍະພາຍຸໄມສັກ-ບາວີ ພັດຜ່ານ

08/07/2026 06:40
Email Print 674
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ຫ້ອງວ່າການ ເມືອງປາກກະດິງ ແຂວງບໍລິຄຳ ໄຊ ໄດ້ອອກແຈ້ງການ ໃນວັນທີ 6 ກໍລະກົດ 2026 ກ່ຽວກັບການ ແຈ້ງເຕືອນ ແຜນການປ່ອຍນໍ້າຜ່ານ ປະຕູລະບາຍນໍ້າລົ້ນ ເພື່ອຈັດການ ນ້ໍານອງ ໃນໄລຍະພະຍຸໄມສັກ-ບາ ວີ ພັດຜ່ານ ຈົນກວ່າສະພາບນໍ້າຈະ ກັບມາປົກກະຕິ.

ຫ້ອງວ່າການເມືອງປາກກະດິງ ແຂວງບໍລິຄຳໄຊ ຂໍຖືເປັນກຽດ ແຈ້ງມາຍັງນາຍບ້ານ ທີ່ຢູ່ລຸ່ມເຂື່ອນ ໄຟຟ້ານໍ້າເທີນ 1 ຊາບວ່າ: ເນື່ອງ ຈາກເຂື່ອນໄຟຟ້ານໍ້າເທີນ 1 ມີແຜນ ການປ່ອຍນ້ໍາຜ່ານປະຕູລະບາຍນ້ຳ ລົ້ນຂອງເຂື່ອນ ເພື່ອບໍລິຫານຈັດ ການນໍານອງ ຊຶ່ງຄາດວ່າຈະເລີ່ມ ເປີດຕ້ັງແຕ່ເວລາ 08:00 ໂມງ ຂອງວັນທີ 7 ກໍລະກົດ 2026 ເປັນ ຕົ້ນໄປ ໂດຍຈະເລີ່ມຕົ້ນປ່ອຍຈາກ 200 ແມັດກ້ອນຕໍ່ວິນາທີ ແລ້ວ ເພີ່ມຂຶ້ນຊົ່ວໂມງລະ 200 ແມັດ ກ້ອນຕໍ່ວິນາທີ ພາຍໃນ 8 ຊົ່ວໂມງທໍາອິດ. ຄາດວ່າຈະມີການປ່ອຍນໍ້າ ໃນປະລິມານ 2.000 ຫາ 3.000 ແມັດກ້ອນຕໍ່ວິນາທີ ຊຶ່ງຈະເຮັດໃຫ້ ລະດັບນໍ້າກະດິງ ໃນເຂດລຸ່ມເຂື່ອນ ເພີ່ມຂຶ້ນ ປະມານ 3 ຫາ 4 ແມັດ ທີ່ສະຖານີວັດແທກນໍ້າ ຄຸ້ມໂພນສີ ບ້ານໂພນຈະເລີນ ໂດຍການເພີ່ມຂຶ້ນ ຂອງລະດັບນ້ໍາ ຢູ່ສາຍນ້ໍາກະດິງ ແມ່ນມີປັດໄຈເອື້ອໜູນຈາກການຍ້ ກັບຂອງແມ່ນໍ້າຂອງ.

ສະນັ້ນ, ຈຶ່ງແຈ້ງໃຫ້ອໍານາດ ການປົກຄອງບ້ານລຸ່ມເຂື່ອນຮັບຮູ້ ແລະ ແຈ້ງຕໍ່ປະຊາຊົນພາຍໃນບ້ານ ຂອງຕົນ ໃຫ້ມີສະຕິ ແລະ ເຝົ້າລະວັງ ຕໍ່ກັບສະພາບດັ່ງກ່າວ ເພື່ອປ້ອງກັນ ບໍ່ໃຫ້ມີຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງຕົນເອງ. ຖ້າຫາກວ່າ ບ້ານໃດ ມີສະພາບນ້ຳຖ້ວມທີ່ກໍ່ໃຫ້ ເກີດຄວາມເສຍຫາຍຕໍ່ຊັບສິນຂອງ ປະຊາຊົນມອບໃຫ້ການຈັດຕັ້ງບ້ານ ເກັບຂໍ້ມູນຜົນເສຍຫາຍທີ່ເກີດຂຶ້ນ ຈາກໄພນ້ຳຖ້ວມ ແລ້ວສົ່ງລາຍງານ ຕໍ່ຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ຮັບຊາບ.

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top