ມອບຜູ້ຖືກຫາ ສະແກມເມີ 174 ຄົນ ໃຫ້ເຈົ້ໜ້າທີ່ຕຳຫລວດຈີນ

07/07/2026 21:34
ຂປລ ວັນທີ 4 ກໍລະກົດ 2026 ຜ່ານມາ, ຢູ່ດ່ານສາກົນບໍ່ເຕນ ແຂວງຫລວງນ້ຳທາ, ກົມຕຳຫລວດ ຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສົມທົບກັບຄະ ນະສູນຮ່ວມມືວຽກງານຕຳຫລວດ ລາວ-ຈີນ

ໄດ້ດຳເນີນການນຳສົ່ງຜູ້ ຖືກຫາສັນຊາດຈີນ ຈຳນວນ 174 ຄົນ, ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳ ຫລວດ ສປ ຈີນ ເພື່ອສືບຕໍ່ດຳເນີນ ການສືບສວນ-ສອບສວນ, ຕາງໜ້າ ຝ່າຍລາວເຊັນບົດບັນທຶກມອບ-ຮັບ ໂດຍ ທ່ານ ພັອ ຟອງສາລີ ຈັນທະ ວົງສາ ຮອງຫົວໜ້າກົມຕຳຫລວດ ຄ ຸ້ ມຄອງຄົນຕ່າງປະເທດ ແລະ ຝ່າຍ ຈີນເຊັນຮັບໂດຍ ທ່ານ ພັທ ຈ່າງສຽນ ຫົວໜ້າໜ່ວຍງານ ຕມ ເມືອງ ເມິງຫລ້າ ກິ່ງແຂວງສິບສອງພັນ ນາ ແຂວງຢຸນໜານ ສປ ຈີນ. ຜູ້ຖືກຫາຈຳນວນດັ່ງກ່າວ, ຖືກ ກັກຕົວໄດ້ຫລັງຈາກເຈົ້າໜ້າທີ່ວິຊາ ສະເພາະ ກະຊວງປ້ອງກັນຄວາມ ສະຫງົບ ສປປ ລາວ ໄດ້ຕິດຕາມ ກວດກາ ແລະ ແກ້ໄຂເປົ້າໝາຍ ສົງໄສວ່າກຸ່ມຄົນດັ່ງກ່າວມີການ ເຄື່ອນໄຫວລະເມີດຕໍ່ກົດໝາຍວ່າ ດ້ວຍການເຂົ້າ-ອອກ ແລະ ຄຸ້ມ ຄອງຄົນຕ່າງປະເທດຢູ່ ສປປ ລາວ ຕາມຂໍ້ກ່າວຫາບໍ ່ເຂົ້າ-ອອກຕາມ ດ ່ານທີ່ທາງການກຳນົດ, ເຮັດວຽກ ບໍ່ຖືກເປົ້າໝາຍ, ດຳເນີນທຸລະກິດ,ປະກອບອາຊີບໂດຍບໍ່ໄດ້ຮັບອະນຸ ຍາດ, ລັກລີ້ຊ່ອນຢູ່ ສປປ ລາວ ແລະ ເຄື່ອນໄຫວກໍ່ອາຊະຍາກຳສໍ້ໂກງ ຊັບທາງໂທລະຄົມ ແລະ ການສື່ ສານ (ສະແກມເມີ) ໂດຍຖືກຈັດ ສົ່ງມາຈາກຫລາຍພາກສ່ວນເຊັ່ນ: ກົມຕຳຫລວດຄຸ້ມຄອງຄົນຕ່າງປະ ເທດ, ກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ, ປກສ ແຂວງ ຄໍາມ່ວນ, ປກສ ແຂວງວຽງຈັນ, ພ້ອມທັງສົ່ງມອບເຄື່ອງຂອງກາງ ການກະທຳຜິດຈຳນວນຫລາຍ ເປັນຕົ້ນ ຄອມພິວເຕີ ແລະ ໂທລະ ສັບມືຖື ເພື່ອເປັນຂໍ້ມູນຫລັກຖານ ໃຫ້ແກ່ການສືບຕໍ່ດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຕຳຫລວດ ສປ ຈີນ. ການມອບ-ຮັບຜູ້ຖືກຫາດັ່ງ ກ່າວ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ຂໍ້ຕົກລົງວ່າດ້ວຍການຮ່ວມ ມືສ້າງຕັ້ງສູນຮ່ວມມືວຽກງານ ຕຳຫລວດ ລາວ-ຈີນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຈີນ ແລະ ຕາມການປະ ສານສົມທົບເຮັດວຽກຕົວຈິງຮ່ວມ ກັບເຈົ້າໜ້າທີ່ຕຳຫລວດ ສປ ຈີນ ປະຈຳຢູ່ສູນຮ່ວມມື ລາວ-ຈີນ ແລະ ປະຕິບັດຕາມສັນຍາແຜນການຮ່ວມມືລະຫວ່າງ ລາວ-ຈີນ ໃນການ ແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງຕົວຜູ້ຖືກຫາທີ່ເປັນຄົນ ຕ່າງປະເທດ (ໂດຍສະເພາະຄົນ ຈີນ) ກັບຄືນປະເທດ ເພື່ອດໍາເນີນ ຄະດີ ຫລັງຈາກຖືກກັກຕົວໄດ້ຢູ່ ສປປ ລາວ. ໃນໂອກາດນີ້, ຂໍຮຽກຮ້ອງມາ ຍັງປະຊາຊົນບັນດາເຜົ ່າທຸກຊັ້ນຄົນ ໃນສັງຄົມ ໃຫ້ມີສະຕິຕໍ່ກົນອຸບາຍຂອງພວກກຸ່ມຄົນບໍ ່ດີ, ປັດຈຸບັນນີ້ ບັນຫາອາຊະຍາກຳທາງໂທລະຄົມ ແລະ ການສື່ສານ ຫລື ອາຊະຍາກໍາ ທາງລະບົບຄອມພິວເຕີ (ສະແກມ ເມີ) ແມ່ນມີຮູບແບບການຫລອກ ລວງທີ່ຫລາກຫລາຍ. ສະນັ້ນ, ຕ້ອງ ມີວິທີປ້ອງກັນຕົນເອງ, ພ້ອມນີ້ ນັກທຸລະກິດ ແລະ ຊາວຄ້າຂາຍ ຫລື ຜູ້ປະກອບການເຮືອນໃຫ້ເຊົ່າ, ໂຮງແຮມ, ອະພາດເມັນ, ຫ້ອງແຖວ ຕ້ອງມີສ່ວນຮ່ວມ ແລະ ໃຫ້ ການຮ່ວມມືກັບເຈົ້າໜ້າທີ່, ບໍ່ໃຫ້ ກຸ່ມຄົນບໍ່ດີມາສວຍໃຊ້ສະຖານທີ່ ຂອງຕົນໃນການກະທຳທີ່ຜິດກົດ ໝາຍ; ຕ້ອງມີມາດຕະການທີ່ເຂັ ້ມ ງວດຕໍ່ຜູ້ໃຊ້ບໍລິການ ຖ້າຫາກພົບ ເຫັນມີການເຄື່ອນໄຫວທ່ີບໍ່ຖືກຕ້ອງ ຕາມກົດໝາຍ ຕ້ອງໄດ້ລາຍງານຕໍ່ ເຈົ້າໜ້າທີ່ຢ່າງຮີບດ່ວນ. ຂ່າວ-ພາບ: ແກ້ວ ອຸເພັດ

KPL

ຂ່າວອື່ນໆ

ads
ads

Top