7313

ຂປລ. ໃນວັນທີ4ກໍລະກົດ2026,ທ່ານທອງລຸນສີສຸລິດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍ ພອນ ເຖິງ ທ່ານ ໂດນັນ ເຈ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມ ລິກາ ເນື່ອງໃນໂອກາດວັນຊາດ ສະຫະລັດ ອາເມລິກາ ຄົບຮອບ 250 ປີ. ເນື້ອໃນສານອວຍພອນ ໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະພອນ ໄຊອັນປະເສີດມາຍັງ ທ່ານ ແລະ ປະຊາຊົນ ອາເມລິກາ ທຸກຖ້ວນໜ້າເນື່ອງ ໃນໂອກາດວັນຊາດ ສະຫະລັດ ອາເມລິກາ ຄົບຮອບ 250 ປີ. ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຍິ່ງໃຫຍ່ ທີ່ປະຊາ ຊົນອາເມລິກາ ຍາດມາໄດ້ໃນຕະຫລອດໄລຍະສອງສະຕະວັດເຄິ່ງທີ່ຜ່ານ ມາ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງ ເຮືອງແລະເຂັ້ມແຂງໃນທຸກໆດ້ານ.ຂ້າພະເຈົ້າມີຄວາມຍິນດີສືບຕໍ່ເຮັດວຽກ ກັບທ່ານ ເພື່ອຮັດແໜ້ນສາຍພົວພັນອັນຍາວນານ ແລະ ການຮ່ວມມືທີ່ມີຢູ່ ແລ້ວບົນພື້ນຖານຄູ່ຮ່ວມມືແບບກວມລວມ ລາວ-ອາເມລິກາ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດພວກເຮົາ ສັງຄົມທັງພາຍໃນ ແລະ ຕ່າງປະ ເທດ ໄດ້ເບິ່ງໄດ້ຊົມ, ໄດ້ຜ່ອນຄາຍ ແລະ ອື່ນໆ. dv'xt-5 ,dtdP, 7A 'mu 2 le]a [dv'xt-5 ,mq [m;o lq omy la opk;j kfh ;pdkogdn vfsh k,]tg[u f]6 ds;j ko Iv[;Po mu 3 3m]trk[gva ,;u ]k; 16j 7P'76j da [la '7q ,]k; gzu pczj rk[vvdl6j rkdrN o c]t lkdq o 6 gfn vo8Q oxu oU glf4tdy f0v' lxx ]k; 0tspkp8q ;1j k'8+ gon j v' ທ່ານ ໄຊສົມພອນ ພົມວິຫານ (ກາງ) ພ້ອມດ້ວຍຄະນະປະທານສະພາແຫ່ງຊາດ ທ່ານ ວິໄລວົງ ບຸດດາຄໍາ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 07.07.2026 ປີທີ 25 ສະບັບທີ 6.470ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j lkov;prvo;a o-kf l vkg,]y dk 7q [Iv[ 250 xu 7totxt9e lr- ltg|u ]a f4t[ko g]aj '-5 dp6h ra fmtokglf4tdy f{la '7q , .sh 0tspkp8q ;fu d;j kgdqj k gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ທ່ານ ສອນໄຊ ສີພັນດອນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ gxu fdv'xt-5 ,ltw\;y lk,a ogmnj vmu 1 0v'ltrkcsj '-kf -5 fmu X F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ xtmkokmy [= fu ll ,Po,k g7n j vows;1h P,1k,c0;'s];'rt[k' F ອ່ານຕໍ່ໜ້າ 8່ າໍ່ ໜ້າ ທ່ານ ນາງ ອາດີນາ ມະຫາວົງ ສະພາແຫ່ງຊາດ ຊຸດທີ X ໃນວັນ ທີ 6 ກໍລະກົດ 2026 ນີ້, ພາຍຫລັງ ທ່ານນາຍົກລັດຖະມົນຕີ ຜ່ານບົດ ລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026 ແລ້ວ, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານຄະນະປະຈໍາສະພາ ແຫ່ງຊາດ (ສພຊ) ໄດ້ຕາງໜ້າ ໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ ຂປລ. ໄລຍະ 6 ເດືອນຕົ້ນປີ 2026 ນີ້, ພາຍໃຕ້ການນໍາພາ-ຊີ້ ນໍາຂອງກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ, ການຕິດຕາມກວດກາຂອງ ເປີດກອງປະຊຸມວ່າ: ການດໍາເນີນ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນຄັ້ງນີ້ ເປັນການປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງສະ ພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ ແລະ ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ທັງເປັນ ຄວາມພະຍາຍາມ ແລະ ຄວາມເອົາ ໃຈໃສ່ຂອງສະພາແຫ່ງຊາດ, ຂອງ ລັດຖະບານ ໃນການຈັດຕັ້ງຜັນຂະ ຫຍາຍແນວທາງນະໂຍບາຍປ່ຽນ ແປງໃໝ່ຂອງພັກ ໂດຍສະເພາະ ແມ່ນມະຕິ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI I ໃຫ້ເປັນອັນລະອຽດ ຊຶ່ງສະແດງ ອອກໃນແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ X ຂປລ. ກອງປະຊຸມສະໄໝວິສາ ມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງ ການ ໃນວັນທີ 6 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ, ປະ ທານສະພາແຫ່ງຊາດ, ໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ມີບັນດາການນໍາຂັ້ນສູງ,ອະດີດການ ນໍາຂັ້ນສູງ ພັກ-ລັດ, ນາຍົກລັດຖະ ມົນຕີ, ຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ ແລະ ສະມາຊິກ ສະພາແຫ່ງຊາດ ເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ສະພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ ແລະ ການບໍລິຫານດ້ວຍ ຄວາມຕັ້ງໜ້າຂອງລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ໂດຍໄດ້ ຂປລ. ໃນວາລະດຳເນີນກອງປະ ຊຸມສະໄໝວິສາມັນເທື່ອທີ 1 ຂອງ ຂປລ. ວັນທີ 5 ກໍລະກົດ 2026 ນີ້, ທ່ານ ມິນ ອອງ ລາຍ ປະທານາ ທິບໍດີ ແຫ່ງສາທາລະນະລັດ ສະຫະ ພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຕິດຕາມ ໄດ້ສືບຕໍ່ເດີນ ທາງຢ້ຽມຢາມແຂວງຫລວງພະ ບາງ ເມືອງມໍລະດົກໂລກສປປລາວ ໃຫ້ກຽດຕ້ອນຮັບໂດຍມີ ທ່ານ ບຸນ ເຫລືອ ສິນໄຊວໍຣະວົງ ຮອງເລຂາ ຄະນະບໍລິຫານງານພັກແຂວງ ຫລວງພະບາງ, ປະທານຄະນະ ຂປລ. ໃນໄລຍະຜ່ານມາ ນັບແຕ່ ໂທລະພາບເອັມວີລາວ ໄດ້ຮັບການ ສ້າງຕັ້ງຂຶ້ນ ຈົນມາຮອດມາປັດຈຸ ບັນ ໂດຍພາຍໃຕ້ການສະໜັບສະ ໜູນ ອັນຖືກທິດຂອງພັກ ແລະ ການ ເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ ລາວ ເຮັດໃຫ້ໂທລະພາບເອັມ ວີລາວ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງ ຕໍ່ເນື່ອງ ໂດຍໄດ້ປະຕິບັດໜ້າທີ່ຕາມ ພາລະບົດບາດ ສ້າງສາລະໜ້າຮູ້, ສາລະບັນເທີງ, ສາລະຄະດີ, ແປຮູບ ເງົາຕ່າງໆ ເປັນພາສາລາວ ເພື່ອໃຫ້ ບັນດາຜູ້ແທນສະພາແຫ່ງຊາດ ແລະ ແຂກຖືກເຊີນ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

@ 0j k; c]t gsfdko j 07/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເປີດກອງປະຊຸມ...ີຸ ສານຊົມເຊີຍ...ົີ 6 ເດືອນຕົ້ນປີນີ້...ືົ້ີີ້ ເພື່ອສືບຕໍ່ສ້າງໃຫ້ປະເທດເຮົາ ມີການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແລະ ສູ້ຊົນໃຫ້ການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍ ມີປະສິດທິພາບ ປະສິດທິ ຜົນສູງຂຶ້ນເລື້ອຍໆ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026; ພິຈາລະນາ ແລະ ຮັບຮອງເອົາວາ ລະແຫ່ງຊາດ ວ່າດ້ວຍການພັດທະ ນາຊົນນະບົດແລະແກ້ໄຂຄວາມທຸກ ຍາກຂອງປະຊາຊົນ; ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງ ກົດໝາຍ ຈໍານວນ 2 ສະບັບ ຄື: ກົດ ໝາຍວ່າດ້ວຍ ຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ (ສະ ບັບປັບປຸງ). ພ້ອມນີ້, ກອງປະຊຸມ ຍັງຈະໄດ້ພິຈາລະນາ ຮັບຮອງບັນ ຫາທີ່ສໍາຄັນ, ຈຳເປັນຕິດພັນກັບ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງຮຽກຮ້ອງໃຫ້ບັນດາ ສະມາຊິກສະພາແຫ່ງຊາດ ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນ, ສຸມທຸກສະຕິ ປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະຊາ ທິປະໄຕ ແລະ ກົງໄປກົງມາ, ສ້າງ ສັນຮັບປະກັນຄວາມຖືກຕ້ອງຕາມ ກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງ ບັນດາເນື້ອໃນທີ່ນໍາ ມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ປະທານາທິບໍດີ...ິໍີ ກໍາມະການປົກຄອງແຂວງຫລວງ ພະບາງ ໃນໂອກາດເດີນທາງມາ ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ກໍລະກົດ 2026. ໃນໂອກາດນີ້, ທ່ານ ມິນ ອອງ ລາຍ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ປະທານສະພາປະຊາຊົນ ແຂວງຫລວງພະບາງ ຢູ່ຫ້ອງຮັບ ແຂກໂຮງແຮມສຸພັດຕາ. ໃນຂະນະ ດຽວກັນ, ທ່ານເລຂາຄະນະບໍລິ ຫານງານພັກແຂວງຫລວງພະບາງ ຕາງໜ້າໃຫ້ກັບການນໍາແຂວງ, ປະຊາຊົນບັນດາເຜົ່າທົ່ວແຂວງ ສະ ແດງຄວາມຍິນດີຕ້ອນຮັບຢ່າງອົບ ອຸ່ນ ແລະ ຕີລາຄາສູງຕໍ່ການເດີນ ທາງມາຢ້ຽມຢາມລັດຖະກິດ ຂອງ ທ່ານ ມິນ ອອງ ລາຍ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ຊຶ່ງເປັນ ນິມິດໝາຍອັນດີງາມໃນການເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອທີ່ຍາວນານ ແລະ ການຮ່ວມມື ອັນໃກ້ຊິດຖານບ້ານໃກ້ເຮືອນຄຽງ ທີ່ດີ ລະຫວ່າງ ລາວ-ມຽນມາ, ພິເສດແມ່ນມາຢ້ຽມຢາມສະຖານທີ່ ທ່ອງທ່ຽວ ແຂວງຫລວງພະບາງ ເມືອງມໍລະດົກໂລກ. ພ້ອມທັງລາຍ ງານສະພາບລວມໂດຍຫຍໍ້ຕໍ່ກັບ ການພັດທະນາເສດຖະກິດ-ສັງຄົມ ແຂວງ ຕື່ມອີກ. ໃນຂະນະດຽວກັນ, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບ ອັນອົບອຸ່ນ ຂອງ ທ່ານ ບຸນເລື່ອມ ມະນີວົງ ພ້ອມຄະນະ. ໃນການພົບ ປະຄັ້ງນີ້, ທັງສອງຝ່າຍໄດ້ແລກ ປ່ຽນຄວາມຄິດເຫັນກ່ຽວກັບການ ເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມື ລະຫວ່າງ ແຂວງຫລວງພະບາງ ແລະ ສາທາ ລະນະລັດສະຫະພາບມຽນມາ ໃຫ້ ນັບມື້ນັບພັດທະນາເລິກເຊິ່ງ. ພ້ອມນີ້, ທ່ານ ບຸນເລື່ອມ ມະນີ ວົງ ຍັງໄດ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີອັນດີງາມ ຂອງຊາວລາວ ເພື່ອຕ້ອນຮັບ ແລະ ອວຍພອນໃຫ້ແກ່ ທ່ານ ມິນ ອອງ ລາຍ ແລະ ຄະນະ ໃຫ້ປະສົບແຕ່ ຄວາມສຸກຄວາມຈະເລີນ ແລະ ປະ ສົບຜົນສຳເລັດໃນພາລະກິດມາ ຢ້ຽມຢາມ ສປປ ລາວ. ໃນວັນດຽວກັນ, ທ່ານມິນອອງ ລາຍ ແລະ ຄະນະ ໄດ້ເຂົ້າຢ້ຽມຊົມ ຫໍພິພິທະພັນແຫ່ງຊາດຫລວງພະ ບາງ ແລະ ວັດຊຽງທອງ ຊຶ່ງແມ່ນ ມໍລະດົກທາງວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວສຳຄັນຂອງ ນະຄອນຫລວງພະບາງ ທີ່ສະທ້ອນ ໃຫ້ເຫັນຄຸນຄ່າດ້ານປະຫວັດສາດ, ສິລະປະ ແລະ ວັດທະນະທຳອັນເປັນ ເອກະລັກຂອງລາວ. ຂ່າວ-ພາບ: ຂັນໄຊ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະ ນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ ອັນມີກຽດສູງສົ່ງຂອງທ່ານ ແລະ ປະຊາຊົນ ອາເມລິກາ ເພື່ອນມິດ ສືບຕໍ່ ມີຄວາມສົມບູນພູນສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ. ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນ ເຖິງ ທ່ານ ມາໂຄ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສອາເມລິກາ ເນື່ອງໃນໂອກາດ ວັນຊາດ ສະຫະລັດ ອາເມລິກາ ຄົບຮອບ 250 ປີເຊັ່ນດຽວກັນ. ດໍາເນີນມາດຕະການຈໍານວນໜຶ່ງ ເພື່ອຫລຸດຜ່ອນຜົນກະທົບຕໍ່ການ ພັດທະນາ ໄດ້ເຮັດໃຫ້ເສດຖະກິດສັງຄົມແຫ່ງຊາດ ໄລຍະ 6 ເດືອນ ຕົ້ນປີ ສືບຕໍ່ຂະຫຍາຍຕົວດີ ເປັນ ຕົ້ນ ເສດຖະກິດຂະຫຍາຍຕົວໃນ ລະດັບ 5%, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ, ເທົ່າກັບ 48%ຂອງແຜນການ (ມະຕິສະພາ 417.523 ຕື້ກີບ). ທ່ານສອນໄຊສີພັນດອນນາຍົກ ລັດຖະມົນຕີ ໄດ້ລາຍງານໃນກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນ ວັນທີ 6 ກໍລະກົດ 2026 ນີ້ວ່າ: ໃນ ໄລຍະ 6 ເດືອນຕົ້ນປີນີ້ ເສດຖະກິດ ຂອງ ສປປ ລາວ ຂະຫຍາຍຕົວໃນ ລະດັບ 5%, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ, ເທົ່າກັບ 48% ຂອງແຜນການ(ມະຕິສະພາ 417.523 ຕື້ກີບ). ໃນນີ້, ຂະແໜງ ກະສິກຳ ຂະຫຍາຍຕົວ 4,3%ກວມ ເອົາ17,4%(ມະຕິສະພາຂະຫຍາຍ ຕົວ 4,6%, ກວມເອົາ 21,9%); ຂະແໜງອຸດສາຫະກຳ ຂະຫຍາຍ ຕົວ 5,1% ກວມເອົາ 35% (ມະຕິ ສະພາຂະຫຍາຍຕົວ 5,1%, ກວມ ເອົາ 31,1%); ຂະແໜງບໍລິການ ຂະຫຍາຍຕົວ 5,3% ກວມເອົາ 37,2%(ມະຕິສະພາ ຂະຫຍາຍຕົວ 6,6%, ກວມເອົາ 36,6%) ແລະ ພາສີ-ອາກອນຜະລິດຕະພັນສຸດ ທິຂະຫຍາຍຕົວ 4,9% ກວມເອົາ 10,5% (ມະຕິສະພາ ຂະຫຍາຍ ຕົວ 4%, ກວມເອົາ 10,4%). ສຳລັບທິດທາງແຜນການໃນ ໄລຍະ 6 ເດືອນທ້າຍປີນີ້, ລັດຖະ ບານ ຈະສຸມໃສ່ບາງວຽກງານບຸລິ ມະສິດ ເປັນຕົ້ນ ຈະສືບຕໍ່ຊຸກຍູ້ການ ເຕີບໂຕເສດຖະກິດ ໃຫ້ບັນລຸໄດ້ໃນ ລະດັບ 5,5%, GDP ສະເລ່ຍລາຍ ຮັບຕໍ່ຫົວຄົນໃຫ້ໄດ້ 2.238 ໂດລາ ສະຫະລັດ ແລະ ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 2.101 ໂດລາສະຫະລັດ ໂດຍຈະ ສຸມໃສ່ມາດຕະການຈໍານວນໜຶ່ງ ຄື: ຊຸກຍູ້ສົ່ງເສີມການຜະລິດສະບຽງ ອາຫານໃຫ້ໄດ້ຕາມແຜນ; ເລັ່ງຈັດ ຕັ້ງປະຕິບັດມາດຕະການແກ້ໄຂ ຫລຸດຜ່ອນຕົ້ນທຶນການຜະລິດສິນ ຄ້າ, ແກ້ໄຂບັນຫາຂອດການຈຳ ໜ່າຍໄປສູ່ເຂດຕ່າງໆໃຫ້ຄ່ອງຕົວ; ກະກຽມຕ້ານແລ້ງ ແລະ ຕ້ານຖ້ວມ ໂດຍເລັ່ງປັບປຸງ ແລະ ກໍ່ສ້າງຊົນລະ ປະທານ ຮັບປະກັນການສະໜອງ ນໍ້າໃຫ້ແກ່ການຜະລິດຢ່າງພຽງພໍ ແລະ ກຳນົດຊະນິດພືດ, ກະກຽມ ແນວພັນ ທີ່ຈະຜະລິດເພື່ອບໍ່ໃຫ້ມີຜົນ ກະທົບຈາກການຂາດແຄນນໍ້າ; ເລັ່ງ ຊຸກຍູ້ການຜະລິດສິນຄ້າກະສິກຳ ຕິດພັນກັບການປຸງແຕ່ງ ແລະ ມີລະ ບົບຈັດເກັບຮັກສາທີ່ດີແຕ່ຫົວທີ ເພື່ອສົ່ງອອກ ໂດຍສຸມໃສ່ພືດ-ສັດ ທີ່ໄດ້ມີການເຈລະຈາເຕັກນິກແລ້ວ ໃຫ້ໄດ້ 1.900 ລ້ານໂດລາສະຫະ ລັດ; ຊຸກຍູ້ການຜະລິດແຮ່ທາດເພື່ອ ສົ່ງອອກ ໃຫ້ໄດ້ 2.185,9 ລ້ານ ໂດລາສະຫະລັດ, ຄຽງຄູ່ກັບການ ຕິດຕາມ ແລະ ຄຸ້ມຄອງການຂົນສົ່ງ ແຮ່ທາດຢ່າງເຂັ້ມງວດ ເພື່ອເກັບ ລາຍຮັບເຂົ້າງົບປະມານໃຫ້ເພີ່ມ ຂຶ້ນ; ສືບຕໍ່ພັດທະນາບັນດາໂຄງ ການພະລັງງານໄຟຟ້າສະອາດ ແລະ ຊຸກຍູ້ບັນດາເຂື່ອນໄຟຟ້າ ຕ່າງໆໃຫ້ຜະລິດເຕັມກໍາລັງໃນ ຊ່ວງລະດູຝົນ ເພື່ອສົ່ງອອກກະແສ ໄຟຟ້າ ໃຫ້ແກ່ບັນດາປະເທດເພື່ອນ ບ້ານ ໃຫ້ໄດ້ 45.705,94 ລ້ານ ກິໂລວັດໂມງ, ມູນຄ່າ 2.829,04 ລ້ານໂດລາສະຫະລັດ ແລະ ເລັ່ງ ເຈລະຈາກັບຕະຫລາດຕ່າງປະເທດ ເພື່ອເພີ່ມການສົ່ງອອກຕື່ມອີກ, ຊຸກຍູ້ໂຄງການພື້ນຖານໂຄງລ່າງ ຂະໜາດໃຫຍ່ ທີ່ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວ ໃຫ້ເລີ່ມປະຕິບັດ ໂດຍໄວ ເປັນຕົ້ນ ທາງດ່ວນວຽງ ຈັນ-ບໍ່ເຕັນ, ທາງດ່ວນແຕ່ປາກຊັນຊາຍແດນລາວ-ຫວຽດ, ທາງລົດ ໄຟແຕ່ທ່າແຂກ-ຊາຍແດນລາວ ຫວຽດນາມ ແລະ ອື່ນໆ. ພ້ອມທັງ ຈະໂຄສະນາ ແລະ ດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ຄຽງຄູ່ກັບການອໍາ ນວຍຄວາມສະດວກການເຂົ້າອອກ ແລະ ແກ້ໄຂຕົ້ນທຶນການຂົນ ສົ່ງໂດຍສານ ເພື່ອສູ້ຊົນໃຫ້ມີນັກ ທ່ອງທ່ຽວຕ່າງປະເທດບັນລຸ 4,46 ລ້ານເທື່ອຄົນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ, ຮັກສາສະຖຽນລະ ພາບດ້ານການເງິນ-ເງິນຕາ ໃຫ້ມີ ຄວາມໜັກແໜ້ນ, ຕໍ່ເນື່ອງ, ຍືນຍົງ ແລະ ບັນລຸຕາມແຜນການ. ພ້ອມນີ້ ຄະນະປະຈຳສະພາ ແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃນຂະ ແໜງການທີ່ຕ້ອງການຢ່າງມີຈຸດ ສຸມ ໂດຍສະເພາະການຜະລິດກະ ສິກຳ ເພື່ອຮັບປະກັນການຄໍ້າປະກັນ ສະບຽງອາຫານ, ການປຸງແຕ່ງຜະ ລິດຕະພັນກະສິກຳ ແລະ ອຸດສາ ຫະກຳ ເພື່ອທົດແທນການນໍາເຂົ້າ ໂດຍຫັນປ່ຽນຈາກແນວຄິດແບບ ເປັນແຕ່ລະໂຄງການ ມາສູ່ການ ຄິດແບບເປັນລະບົບທີ່ມີການເຊື່ອມ ໂຍງລະຫວ່າງການຜະລິດ, ການ ປຸງແຕ່ງ, ການຂົນສົ່ງ, ການຕະ ຫລາດ ເຂົ້າກັນເປັນຕ່ອງໂສ້ມູນຄ່າ ທີ່ສາມາດສ້າງລາຍຮັບທີ່ຍືນຍົງ ໃຫ້ກັບປະຊາຊົນ ຕິດພັນກັບວາລະ ແຫ່ງຊາດວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ໂດຍການສ້າງເສດຖະກິດຂຶ້ນ ມາຈາກຮາກຖານ, ສ່ວນການຂຸດ ຄົ້ນ ຫລື ນໍາໃຊ້ຊັບພະຍາກອນທຳ ມະຊາດ ອາດບໍ່ຈຳເປັນໃຫ້ການຍົກ ເວັ້ນ ຫລື ຜ່ອນຜັນໃດໆ, ສ້າງມູນ ຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີ ຄວາມຫລາກຫລາຍ ແລະ ເພີ່ມຜົນ ຜະລິດທີ່ມີຄຸນນະພາບ, ຫລຸດຜ່ອນ ການສົ່ງອອກວັດຖຸດິບກະສິກຳ, ແຮ່ທາດ, ການຂາຍໄຟໂດຍກົງ ຈາກໂຄງການໄປຕ່າງປະເທດ, ມີ ມາດຕະການປົກປ້ອງຜູ້ຜະລິດ ພາຍໃນທີ່ເໝາະສົມ ເພື່ອໃຫ້ເວລາ ແກ່ເຂົາເຈົ້າພັດທະນາຕົນເອງໃຫ້ ເຂັ້ມແຂງ; ສືບຕໍ່ພັດທະນາຂະແໜງ ການທີ່ເປັນທ່າແຮງ ເປັນຕົ້ນ ອຸດສາ ຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ກາຍເປັນເສົາຄໍ້າ ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໂດຍ ສະເພາະການພັດທະນາພະລັງ ງານສະອາດ ເປັນມິດຕໍ່ສິ່ງແວດ ລ້ອມ ໃຫ້ກວມສ່ວນໃຫຍ່ ແລະ ພິ ຈາລະນາພະລັງງານຖ່ານຫີນຈໍາ ນວນໜຶ່ງຢ່າງເລັ່ງດ່ວນ ຕາມຍຸດ ທະສາດຂອງຂະແໜງການ ເພື່ອຮັບ ປະກັນສະຖຽນລະພາບ ແລະ ການ ສະໜອງໄຟລະດູແລ້ງ ໃຫ້ພຽງພໍ ແລະ ມີແຜນໃຫ້ກຸ້ມຕົນເອງໄດ້ພາຍ ໃນປີ 2030; ນໍາໃຊ້ທ່າແຮງຕ່າງໆ ເພື່ອໃຫ້ ສປປ ລາວ ກາຍເປັນສູນ ກາງການຄ້າພະລັງງານໃນຂົງເຂດ ພາກພື້ນ, ຊຸກຍູ້ກົນໄກການຄ້າລະ ຫວ່າງລະບົບສູ່ລະບົບ, ປັບປຸງອັດ ຕາພັນທະໄຟຟ້າທີ່ສົ່ງອອກຂາຍໃຫ້ ຕ່າງປະເທດ ໃຫ້ມີຄວາມເໝາະສົມ, ສະໜອງພະລັງງານພາຍໃນໃຫ້ ພຽງພໍ, ສ້າງລາຍຮັບເຂົ້າງົບປະ ມານໃຫ້ເພີ່ມຂຶ້ນ ໂດຍຢຸດຕິການຍົກ ເວັ້ນພາສີ-ອາກອນເກີນກວ່າທີ່ກົດ ໝາຍວ່າດ້ວຍສົ່ງເສີມການລົງທຶນ ໄດ້ກຳນົດໄວ້; ສືບຕໍ່ຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງແຮ່ທາດ ໃຫ້ເຂັ້ມງວດເດັດຂາດ. ໃນນັ້ນ, ໃຫ້ ມີກຳນົດເວລາ ພາຍໃນ 2-3 ປີ ໃຫ້ ຢຸດຕິການສົ່ງອອກແຮ່ດິບ ເພື່ອກະ ຕຸ້ນໃຫ້ເກີດມີການກໍ່ສ້າງໂຮງງານ ຫລອມ, ປຸງແຕ່ງພາຍໃນ. ສໍາລັບ ບາງແຮ່ທາດເຂັ້ມຂຸ້ນ ເຊັ່ນ: ຄໍາ, ທອງແດງ, ເງິນ ທີ່ເຮົາມີໂຮງ ຫລອມແລ້ວຄວນຢຸດຕິເດັດຂາດ ສົ່ງອອກແຮ່ດິບ ຫລື ແຮ່ເຂັ້ມຂຸ້ນດັ່ງ ກ່າວທັນທີ, ພ້ອມທັງເປີດກວ້າງຮັບ ຕະຫລາດໃໝ່ ເພື່ອປ້ອງກັນການ ຜູກຂາດດ້ານລາຄາ ສໍາລັບບາງແຮ່ ທາດຍຸດທະສາດ, ດັດສົມໂຄງການ ຂຸດຄົ້ນແຮ່ຫາຍາກ, ປະຕິບັດມາດ ຕະການເດັດຂາດຕໍ່ໂຄງການແຮ່ ທາດ; ຮີບຮ້ອນກໍານົດຄືນໃໝ່ປະ ເພດ ແຮ່ທາດທີ່ເປັນຍຸດທະສາດ ແລະ ແຮ່ທາດທົ່ວໄປ,ກຳນົດເຂດສະ ຫງວນ, ເຂດຫວງຫ້າມ, ເຂດທີ່ອະ ນຸຍາດໃຫ້ຂຸດຄົ້ນ ໃຫ້ຈະແຈ້ງຊັດ ເຈນ. ສໍາລັບໂຄງການຢູ່ໃນໄລຍະ ສຶກສາກ່ອນຈະກ້າວເຂົ້າສູ່ໄລຍະ ຂຸດຄົ້ນໃນຕໍ່ໜ້າ ໃຫ້ຄັດເລືອກເອົາ ໂຄງການທີ່ເຫັນວ່າຄົບທຸກເງື່ອນ ໄຂເປັນມືອາຊີບ, ມີປະສົບການ, ທຶນຮອນ ແລະ ມີເຕັກນິກວິຊາການ ທີ່ສາມາດຢັ້ງຢືນໄດ້ ແລະ ມີກົນໄກ ໃນການຄຸ້ມຄອງການຂຸດຄົ້ນໄປ ຕາມການອອກແບບ ຫລື ແຜນການ ທີ່ວາງໄວ້ ເພື່ອຮັບປະກັນຄວາມ ປອດໄພ ແລະ ຜົນປະໂຫຍດຂອງ ປະຊາຊົນ, ລັດ ແລະ ຜູ້ລົງທຶນ ໃຫ້ ເໝາະສົມ. ສະເໜີໃຫ້ລັດຖະບານ ສຸມໃສ່ກໍ່ ສ້າງ ແລະ ບູລະນະສ້ອມແປງທາງ ໃຫ້ໄດ້ມາດຕະຖານ ແລະ ສາມາດ ນໍາໃຊ້ໄດ້ປົກກະຕິ ໃຫ້ສົມຄູ່ກັບງົບ ປະມານການລົງທຶນ, ສືບຕໍ່ປະຕິບັດ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ ສ້າງແລະສ້ອມແປງທາງໄລຍະໃໝ່ ໃຫ້ສໍາເລັດ ເພື່ອເຊື່ອມຕໍ່ເຂດຜະ ລິດ, ໂຮງງານປຸງແຕ່ງ, ການຂົນ ສົ່ງສິນຄ້າ, ການສັນຈອນຂອງປະ ຊາຊົນ ແລະ ການທ່ອງທ່ຽວ; ເອົາ ໃຈໃສ່ປະຕິບັດຄາດໝາຍທີ່ຍັງມີ ຄວາມຄືບໜ້າໜ້ອຍຂອງຂະແໜງ ການສຶກສາ ແລະ ສາທາລະນະສຸກ ໃຫ້ບັນລຸຕາມແຜນການ ເປັນຕົ້ນ ການແກ້ໄຂບັນຫາການຂາດແຄນ ຄູ ແລະ ແພດຢູ່ຊົນນະບົດ, ການປະ ລະການຮຽນ, ຄຸນນະພາບຂອງຄູ ແລະນັກຮຽນ, ກະກຽມຄວາມພ້ອມ ດ້ານຕ່າງໆ ເພື່ອເປີດສົກຮຽນໃໝ່, ການປັບປຸງລະບົບການສຶກສາ ສາຍສາມັນຈາກ 5+4+3 ເປັນ 6+3+3; ສືບຕໍ່ປະຕິບັດຄາດໝາຍ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ຕິດພັນກັບການກໍ່ ສ້າງຮາກຖານການເມືອງ ໃຫ້ແຂງ ແຮງກວ່າເກົ່າ ຕາມຈຸດສຸມລັດຖະ ບານ ແລະ ທ້ອງຖິ່ນ, ສືບຕໍ່ສ້າງຕັ້ງ ຕາແສງໃຫ້ສຳເລັດຕາມຄາດໝາຍ 617 ຕາແສງ ໃນກາງປີ 2027, ພ້ອມທັງສະໜອງງົບປະມານໃຫ້ ພຽງພໍໃນການຈັດຕັ້ງປະຕິບັດ ການ ເຄື່ອນໄຫວວຽກງານດັ່ງກ່າວ; ເອົາ ໃຈໃສ່ພັດທະນາ ແລະ ຂະຫຍາຍ ຜະລິດຕະພັນການທ່ອງທ່ຽວ ໃຫ້ ເປັນທ່າແຮງລະດັບຊາດ, ອາຊຽນ, ພາກພື້ນ ແລະ ສາກົນ ໃນການສົ່ງ ເສີມແລະພັດທະນາການທ່ອງທ່ຽວ ແບບລະບົບນິເວດ, ຊຸມຊົນມີສ່ວນ ຮ່ວມ ໂດຍນໍາໃຊ້ມໍລະດົກວັດທະ ນະທຳ, ບຸນປະເພນີ ຂອງຊາດ ແລະ ທ້ອງຖິ່ນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຄະນະປະຈຳ ສພຊ... ພາບປະກອບ

07/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ມາລີດດາີ ບົດສະເໜີົີ 8Q oxu zj ko,k;Pd'komj v'mj P;,u s]kpfh korQ ogfa j o *ຂົງເຂດສື່ມວນຊົນລາວ ເປັນ ອົງປະກອບສຳຄັນໃນການນຳເອົາ ແນວຄິດ, ທິດສະດີ, ແນວທາງ ແລະ ນະໂຍບາຍຂອງພັກ ແລະ ກົດໝາຍ ຂອງລັດ ມາໂຄສະນາເຜີຍແຜ່ສູ່ ສັງຄົມ. ພາລະກິດດັ່ງກ່າວບໍ່ພຽງ ແຕ່ຊ່ວຍສ້າງຄວາມເຂົ້າໃຈໃຫ້ແກ່ ປະຊາຊົນເທ່ົານັ້ນ, ແຕ່ຍັງເປັນ ກຳລັງສຳຄັນໃນການປຸກລະດົມ ແນວຄິດ, ສ້າງຄວາມເປັນເອກພາບ ແລະ ນຳພາປະຊາຊົນໃຫ້ຮ່ວມກັນ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆໃຫ້ ບັນລຸຜົນເປັນຈິງ. ດັ່ງນັ້ນ, ສື່ມວນ ຊົນລາວຈຶ່ງມີບົດບາດສຳຄັນ ແລະ ຈຳເປັນຢ່າງຍິ່ງໃນການດຳລົງຊີວິດ ປະຈຳວັນຂອງຄົນເຮົາໃນສັງຄົມ. ໃນເງ່ືອນໄຂເຕັກໂນໂລຊີການສື່ ສານທີ່ທັນສະໄໝ, ການເຊື່ອມໂຍງ ບໍ່ມີພົມແດນ, ການຮັບ-ສົ່ງຂໍ້ມູນ ຂ່າວສານໄດ້ຢ່າງວ່ອງໄວ ເພື່ອຕິດຕໍ່ ພົວພັນເຊິ່ງກັນ ແລະ ກັນລະຫວ່າງ ຄົນກັບຄົນຢູ່ໃນສັງຄົມ , ມັນເປັນສິ່ງ ທ້າທາຍຕໍ່ຂະແໜງການສື່ມວນຊົນ ທີ່ສຸດເພື່ອປັບປຸງ ແລະ ພັດທະນາ ວຽກງານຂອງຕົນໃຫ້ມີການພັດ ທະນາຂຶ້້ນຕາມການຂະຫຍາຍຕົວ ດ້ານວິທະຍາສາດ-ເຕັກໂນໂລຊີ, ເພື່ອໃຫ້ມວນຊົນກາຍເປັນພາຫານະ ເຊື່ອມໂຍງທີ່ສຳຄັນທາງດ້ານຂໍ້ມູນ ln j ,;o-q o]k; ln [8[5 d[n o.sh ma oda [p5 dltw\ + ຂ່າວສານເຮັດໃຫ້ຄົນເຮົາສາມາດ ຮັບຮູ້ທຸກສິ່ງຢ່າງທີ່ເກີດຂຶ້ນຢູ່ໃນ ໂລກໄດ້ຢ່າງສະດວກ ແລະ ວ່ອງໄວ ຂຶ້ນ, ສື່ມວນຊົນຍິ່ງມີບົດບາດສຳຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງໃນ ການໂຄສະນາ, ເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງ ລັດ, ທັງສ່ົງຂໍ້ມູນຂ່າວສານໃຫ້ທົ່ວ ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫດ ການຕ່າງໆທີ່ເກີດຂຶ້ນຢ່າງວ່ອງໄວ, ທັນໃຈ. ໃນໄລຍະຜ່ານມາພັກ, ລັດ ໄດ້ ສຸມໃສ່ພັດທະນາພື້ນຖານທາງ ດ້ານວັດຖຸເຕັກນິກໃຫ້ສື່ມວນຊົນ ໄປສູ່ຄວາມທັນສະໄໝ, ໜັງສືພິມ, ວິທະຍຸ-ໂທລະພາບຄ່ອຍຫັນໄປສູ່ ລະບົບດີຈິຕອນເທື່ອລະກ້າວ, ສຽງ ແລະ ພາບມີຄວາມຊັດເຈນຂຶ້ນກວ່າ ເກົ່າ, ສາມາດກະຈາຍສຽງ ແລະ ພາບລວມທັງສື່ອິນເຕີເນັດກວມ ເກືອບທຸກທະວີບເຮັດໃຫ້ຄົນເຊື້ອ ຊາດລາວ ໄດ້ຮັບຂໍ້ມູນຂ່າວສານ ຈາກປະເທດຕົນຢ່າງຕໍ່ເນ່ືອງ. ມາ ຮອດປັດຈຸບັນນີ້, ສື່ມວນຊົນໄດ້ ກ້າວໄປເຖິງການແຂ່ງຂັນເຮັດໃຫ້ ຄຸນນະພາບດີຂຶ້ນທັງມີຫລາຍທາງ ເລືອກໃນການຊົມໃຊ້ ແລະ ນັບມື້ ຫັນໄປສູ່ຄວາມເປັນມືອາຊີບດ້ານ ສື່ສານມວນຊົນຫລາຍຂຶ້ນ. ເຖິງ ວ່າວຽກງານສື່ມວນຊົນລາວ ໄດ້ ຮັບການພັດທະນາ ແລະ ມີການ ເຄື່ອນໄຫວຢ່າງມີຜົນສໍາເລັດຫລາຍ ດ້ານກໍຕາມ ແຕ່ຖ້າທຽບໃສ່ຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ໃນປັດຈຸບັນຍຸກແຫ່ງຂໍ້ມູນຂ່າວສານ ແລ້ວເຫັນວ່າສື່ມວນຊົນຕ້ອງໄດ້ຮັບ ການປັບປຸງ-ພັດທະນາໃຫ້ສົມຄູ່ກັບ ການພັດທະນາເສດຖະກິດ-ສັງຄົມ ໃຫ້ດີຂຶ້ນຫລາຍດ້ານ ໂດຍສະເພາະ ການຍົກລະດັບດ້ານການເມືອງແນວຄິດ ແລະ ຍົກລະດັບວິຊາສະ ເພາະໃຫ້ພະນັກງານສື່ມວນຊົນໃນ ຂອບເຂດທົ່ວປະເທດ. ປັດຈຸບັນສື່ມວນຊົນລາວ ໄດ້ ກ້າວເຂົ້າສູ່ຍຸກແຫ່ງການແຂ່ງຂັນ ດ້ານຄຸນນະພາບ ແລະ ຄວາມໄວ ຂອງການນຳສະເໜີຂ່າວສານ. ຜູ້ຮັບສານມີທາງເລືອກຫລາຍ ຂຶ້ນ ແລະ ຄາດຫວັງໃຫ້ສື່ມີຄວາມ ຖືກຕ້ອງ, ຮອບດ້ານ ແລະ ທັນເຫດ ການ. ສິ່ງນີ້ເປັນແຮງກະຕຸ້ນໃຫ້ ບັນດາອົງການສື່ຕ້ອງປັບປຸງຮູບ ແບບການຜະລິດຂ່າວ, ນຳໃຊ້ເຕັກ ໂນໂລຊີໃໝ່ ແລະ ຍົກລະດັບມາດ ຕະຖານວິຊາຊີບຢ່າງຕໍ່ເນື່ອງ. ເຖິງແມ່ນວ່າວຽກງານສື່ມວນຊົນ ລາວ ໄດ້ຮັບຜົນສຳເລັດຫລາຍ ດ້ານແຕ່ຍັງມີຫລາຍວຽກທີ່ຕ້ອງ ສືບຕໍ່ປັບປຸງ ໂດຍສະເພາະການ ພັດທະນາຄຸນນະພາບບຸກຄະລາ ກອນ, ການຍົກລະດັບດ້ານການ ເມືອງ-ແນວຄິດ, ຄວາມຮູ້ວິຊາ ສະເພາະ ແລະ ທັກສະດ້ານເຕັກ ໂນໂລຊີດີຈິຕອນ ເພື່ອໃຫ້ສາມາດ ຮັບມືກັບການປ່ຽນແປງຂອງໂລກ ຂ່າວສານໄດ້ຢ່າງມີປະສິດທິຜົນ. ດັ່ງນັ້ນ, ສື່ມວນຊົນລາວຈະຕ້ອງ ສືບຕໍ່ບຸກບືນປັບປຸງຕົນເອງໃນ ທຸກດ້ານ, ທັງດ້ານເຕັກໂນໂລຊີ, ຄຸນນະພາບເນື້ອໃນ ແລະ ການ ພັດທະນາຊັບພະຍາກອນມະນຸດ. ການກ້າວທັນກັບຍຸກສະໄໝບໍ່ແມ່ນ ພຽງການນຳເຕັກໂນໂລຊີໃໝ່ມາ ນຳໃຊ້ເທົ່ານັ້ນ, ແຕ່ຍັງໝາຍເຖິງ ການຮັກສາມາດຕະຖານວິຊາຊີບ, ຄວາມໜ້າເຊື່ອຖື ແລະ ການຮັບ ໃຊ້ຜົນປະໂຫຍດຂອງຊາດ ແລະ ປະຊາຊົນຢ່າງແທ້ຈິງ. ນີ້ຈະເປັນ ພື້ນຖານສຳຄັນທີ່ເຮັດໃຫ້ສື່ມວນ ຊົນລາວສາມາດຢືນຢູ່ໄດ້ຢ່າງໝັ້ນ ຄົງ ແລະ ມີບົດບາດສຳຄັນຕໍ່ການ ພັດທະນາປະເທດໃນຍຸກໃໝ່. ແນວໃດກໍດີ, ການສືບຕໍ່ບຸກບືນ ຂອງສື່ມວນຊົນລາວ ໃຫ້ທັນກັບ ຍຸກສະໄໝ ຈຶ່ງເປັນພາລະກິດສຳ ຄັນທີ່ຕ້ອງດຳເນີນຄຽງຄູ່ກັບການ ພັດທະນາປະເທດ. ດ້ວຍການຍຶດ ໝັ້ນຈັນຍາບັນວິຊາຊີບ, ນຳໃຊ້ເຕັກ ໂນໂລຊີສະໄໝໃໝ່ ແລະ ພັດທະນາ ບຸກຄະລາກອນຢ່າງຕໍ່ເນື່ອງຈະເຮັດ ໃຫ້ສື່ມວນຊົນລາວ ສາມາດປະຕິບັດ ໜ້າທີ່ເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນພ້ອມທັງເປັນ ກຳລັງສຳຄັນໃນການພັດທະນາ ຊາດໃຫ້ກ້າວໜ້າຢ່າງຍືນຍົງ. ຂປລ. ວຽກງານທ່ອງທ່ຽວກໍ ເປັນອີກວຽກງານໜຶ່ງທີ່ລັດຖະບານ ໃຫ້ຄວາມສຳຄັນ ແລະ ເອົາໃຈ ໃສນໍາພາ-ຊີ້ນໍາເພື່ອພັດທະນາ ວຽກງານດັ່ງກ່າວໃຫ້ດີຂຶ້ນເທື່ອລະ ກ້າວ. ທັງນີ້ກໍເພື່ອເປັນການດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວ ໃຫ້ຫລາຍຂຶ້ນ.ແນວໃດກໍດີ, ສໍາ ລັບວຽກງານທ່ອງທ່ຽວໃນຕົ້ນປີ ຜ່ານມາເຫັນວ່າມີຫລາຍດ້ານທີ່ພົ້ນ ເດັ່ນ ເປັນຕົ້ນສາມາດດຶງດູດນັກ ທ່ອງທ່ຽວໄດ້ 2,1 ລ້ານເທື່ອຄົນ, ສະແດງໃຫ້ເຫັນວ່າອຸດສາຫະກຳ ການທ່ອງທ່ຽວຂອງລາວກຳລັງ ຟື້ນຕົວ ແລະ ເຕີບໂຕຢ່າງຕໍ່ເນ່ືອງ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານ ໃນກອງປະຊຸມສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້ວ່າ: ສໍາລັບວຽກທ່ອງທ່ຽວໃນໄລຍະ 5 ເດືອນຕົ້ນປີ 2026 ສາມາດສູ້ ຊົນດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາທ່ອງທ່ຽວ ສປປ ລາວ ໄດ້ 2,1 ລ້ານເທື່ອຄົນ ຫລື ເທົ່າກັບ 47% ຂອງແຜນການ (ແຜນການ 4.462.252 ເທື່ອຄົນ) ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2025 ເພີ່ມຂຶ້ນ 8%ສ້າງລາຍຮັບໝູນວຽນ ຈາກການທ່ອງທ່ຽວໄດ້ 960 ກວ່າ ລ້ານໂດສະຫະລັດ; ສາມາດດຶງດູດ ນັກທ່ອງທ່ຽວພາຍໃນໄດ້ 1,3 ລ້ານ ເທື່ອຄົນ ຫລື ເທົ່າ 30% ຂອງ ແຜນການ (ມະຕິສະພາ 4,3 ເທື່ອ ຄົນ). ສໍາຫລວດ-ກໍານົດຂອບເຂດ ດິນແຫລ່ງທ່ອງທ່ຽວສາມາດສູ້ຊົນ ໄດ້ 3 ແຫ່ງ ຫລື ເທົ່າກັບ 50% (ມະຕິສະພາ 2 ແຫ່ງ). ແຕ່ເຖິງ ແນວໃດກໍຕາມ, ເຫັນວ່າຈໍານວນ ນັກທ່ອງທ່ຽວຢູ່ບາງທ້ອງຖິ່ນໂດຍ ສະເພາະແຂວງຫລວງພະບາງ ຫລຸດລົງຖ້າທຽບໃສ່ໄລຍະດຽວ ຂອງປີຜ່ານມາ ຍ້ອນສະພາບຕົ້ນ ທຶນຂົນສົ່ງໂດຍສານທີ່ເພີ່ມຂຶ້ນເນື່ອງ ຈາກໄດ້ຮັບຜົນກະທົບຈາກບັນຫາ ຄວາມຂັດແຍ່ງຢູ່ຕາເວັນອອກກາງ ແລະ ລາຄານໍ້າມັນເຊື້ອໄຟສູງຂຶ້ນ. ສໍາເລັດການຮ່ວມມືກັບພາກສ່ວນ ກ່ຽວຂ້ອງ ແລະ ຕາງໜ້າຈາກ ສະຖານທູດຈີນ ເພື່ອແກ້ໄຂບັນຫາ ທົວສູນໂດລາ ໂດຍໄດ້ລົງກວດ ກາ 5 ຮ້ານຂາຍເຄື່ອງທີ່ລະນຶກ ທີ່ໄດ້ຮັບການລາຍງານກ່ຽວກັບ ການຊື້ສິນຄ້າແພງ ແລະ ບໍ່ມີຄຸນນະ ພາບ, ສຳເລັດການຝຶກອົບຮົມນໍາ ໃຊ້ລະບົບອະນຸຍາດນໍາເຂົ້ານັກ ທ່ອງທ່ຽວແບບເອເລັກໂຕຣນິກ ອອນລາຍ (ໃບເຕ໋ເລັກ) ເພື່ອຫັນ ເປັນທັນສະໄໝມີຜູ້ເຂົ້າຮ່ວມພາກ ລັດ ແລະ ທຸລະກິດທ່ຽວ 70 ຄົນທີ່ ນະຄອນຫລວງວຽງຈັນ; ສໍາເລັດ ການຊຸກຍູ້ພາກທຸລະກິດ, ຊຸມຊົນ ໄດ້ຮັບລາງວັນມາດຕະຖານການ ທ່ອງທ່ຽວອາຊຽນ ປະຈໍາປີ 2026 ຈໍານວນ 59 ລາງວັນ ລວມມີ: ເມືອງທ່ອງທ່ຽວສະອາດອາຊຽນ ຈໍານວນ 4 ລາງວັນ, ມາດຕະຖານ ໂຮງແຮມຂຽວອາຊຽນ ຈໍານວນ 37 ລາງວັນ, ມາດຕະຖານສະຖານ ທີ່ຈັດງານ 3 ລາງວັນ, ລາງວັນ ການທ່ອງທ່ຽວແບບຍືນຍົງອາ ຊຽນ ຈໍານວນ 5 ລາງວັນ ຊຶ່ງໃນ ນີ້ໄດ້ຮັບລາງວັນໃນງານມະຫະກໍາ ທ່ອງທ່ຽວອາຊຽນ (ATF) ທີ່ປະ ເທດຟີລິບປິນ ໃນເດືອນມັງກອນ 2026 ຈໍານວນ 21 ລາງວັນ. ສໍາເລັດການຕ້ອນຮັບຄະນະ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສ ຫວຽດນາມ ພ້ອມທັງນັກສະແດງ ທີ່ມາຢ້ຽມຢາມ ແລະ ຈັດງານສັບ ປະດາວັດທະນະທໍາຫວຽດນາມ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 12-16 ພຶດສະພາ 2026 ທີ່ຜ່ານ ມາ. ພ້ອມດຽວກັນ, ໄດ້ສໍາເລັດ ການຈັດກອງປະຊຸມສະຫລຸບບົດ ຮຽນ ແລະ ສໍາເລັດການລົງນາມ ແຜນການຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ 5 ປີ (ສົກປີ 2026-2030) ລະຫວ່າງສອງ ກະຊວງ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==