ອິດສະຣາແອນ ຫລຸດອັດຕາດອກເບ້ຍເຫລືອ 3,5% ຕ່ຳສຸດໃນຮອບກວ່າ 3 ປີ

07/07/2026 22:28
ຂປລ ທະນາຄານກາງ ອິດສະຣາແອນ ໄດ້ປັບຫລຸດອັດຕາດອກເບ້ຍນະໂຍບາຍລົງ 0,2% ສູ່ລະດັບ 3,5% ຊຶ່ງເປັນລະດັບຕໍ່າສຸດ ເປັນຄັ້ງທີ 4 ນັບຕັ້ງແຕ່ເດືອນພະຈິກ 2025 ເປັນຕົ້ນມາ

ຂປລ.ສຳນັກຂ່າວຊິນຮວາ ລາຍງານວ່າ: ທະນາຄານກາງ ອິດສະຣາແອນ ໄດ້ປັບຫລຸດອັດຕາດອກເບ້ຍ ນະໂຍບາຍລົງ 0,2% ສູ່ລະດັບ 3,5% ຊຶ່ງເປັນລະດັບຕໍ່າສຸດ ເປັນຄັ້ງທີ 4 ນັບຕັ້ງແຕ່ ເດືອນພະຈິກ 2025 ເປັນຕົ້ນມາ ຫລັງຈາກທີ່ໄດ້ຮັກສາ ອັດຕາດອກເບ້ຍໄວ້ທີ່ລະດັບ 4,5% ເປັນເວລາເກືອບ 2 ປີ.

ຫລັງຈາກສິ້ນສຸດ ກອງປະຊຸມໃນວັນທີ 6 ກໍລະກົດ ຜ່ານມາ, ທະນາຄານກາງ ອິດສະຣແອນ ໄດ້ອອກຖະແຫລງການວ່າ: ການປັບຫລຸດ ອັດຕາດອກເບ້ຍ ຄັ້ງຫລ້າສຸດນີ້ ມີແຮງຂັບເຄື່ອນ ມາຈາກອັດຕາເງິນເຟີ້ ທີ່ຢູ່ໃນລະດັບຕ່ຳ ໂດຍຢູ່ທີ່ 1.9% ຊຶ່ງໃກ້ຄຽງກັບ ຈຸດເຄິ່ງກາງຂອງຂອບເປົ້າໝາຍ ທີ່ລັດຖະບານ ກຳນົດໄວ້ຄື 1% - 3%.

ຖະແຫລງການ ລະບຸເພີ່ມເຕີມວ່າ ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ເຮັດຂຶ້ນລະຫວ່າງ ສ.ອາເມລິກາ ກັບ ອີຣານ ມີສ່ວນຊ່ວຍຫລຸດຜ່ອນ ຄວາມເຂັ່ງຕຶງ ທາງດ້ານພູມສາດ ການເມືອງໂລກ ແລະ ເຮັດໃຫ້ລາຄາພະລັງງານ ປັບຕົວຫລຸດລົງ.

KPL

ຂ່າວອື່ນໆ

ads
ads

Top