ຈີນອອກມາດຕະການໃໝ່ອຳນວຍຄວາມສະດວກໃຫ້ຜູ້ພິການເດີນທາງທາງອາກາດໄດ້ງ່າຍຂຶ້ນ

07/07/2026 22:28
ຂປລ ສຳນັກບໍລິຫານການບິນ ພົນລະເຮືອນ ແຫ່ງປະເທດຈີນ (CAAC) ໄດ້ອອກຊຸດມາດຕະການໃໝ່ ເພື່ອຍົກລະດັບການບໍລິການຂົນສົ່ງທາງອາກາດ ສຳລັບຜູ້ໂດຍສານທີ່ມີຄວາມພິການ

ຂປລ.ສຳນັກຂ່າວຊິນຮວາ, ເມື່ອບໍ່ດົນມານີ້, ສຳນັກບໍລິຫານການບິນ ພົນລະເຮືອນ ແຫ່ງປະເທດຈີນ (CAAC) ໄດ້ອອກຊຸດ ມາດຕະການໃໝ່ ເພື່ອຍົກລະດັບ ການບໍລິການ ຂົນສົ່ງທາງອາກາດ ສຳລັບຜູ້ໂດຍສານ ທີ່ມີຄວາມພິການ ແນ່ໃສ່ແກ້ໄຂບັນຫາ ແລະ ອຸປະສັກສຳຄັນ ທີ່ຜູ້ໂດຍສານມີຄວາມພິການ ມັກຈະພົບເຫັນໃນການ ເດີນທາງທາງອາກາດ.

ສຳນັກບໍລິຫານ ໄດ້ກຳນົດໃຫ້ມີການຈັດຕັ້ງ ລະບົບບໍລິການ ແບບຄົບວົງຈອນ ພາຍໃຕ້ມາດຕະຖານ ດຽວກັນ ເຊິ່ງກວມເອົາ ທຸກຂັ້ນຕອນ ຕັ້ງແຕ່ຈຸດ ສົ່ງຜູ້ໂດຍສານ ບໍລິເວນອາຄານ ຜູ້ໂດຍສານ; ເຄົາເຕີເຊັກອິນ; ຈຸດກວດກາ ຄວາມປອດໄພ; ພື້ນທີ່ລໍຖ້າຂຶ້ນເຮືອບິນ; ການຂຶ້ນເຮືອບິນ; ການບໍລິການເທິງເຮືອບິນ ແລະ ການລົງຈາກຍົນ; ຈຸດຮັບກະເປົາ, ທາງຍ່າງຂາເຂົ້າ ຈົນຮອດຈຸດ ຮັບຜູ້ໂດຍສານ ອອກຈາກສະໜາມບິນ.

ມາດຕະການເຫລົ່ານີ້ ໄດ້ຖືກອອກແບບມາ ເພື່ອໃຫ້ການ ສະໜັບສະໜູນ ຜູ້ໂດຍສານຢ່າງຕໍ່ເນື່ອງ ຕະຫລອດ ການເດີນທາງ, ພ້ອມທັງເນັ້ນໜັກວ່າ ເປົ້າໝາຍຫລັກ ຂອງໂຄງການ ລິເລີ່ມນີ້ແມ່ນ ການຍົກລະດັບ ຄວາມສະດວກສະບາຍ ແລະ ຄວາມຄ່ອງຕົວ ໃນການເດີນທາງ  ທາງອາກາດ ໃຫ້ແກ່ຜູ້ໂດຍສານ ທີ່ມີຄວາມພິການ./.

KPL

ຂ່າວອື່ນໆ

ads
ads

Top