ຈີນຈະຍົກເລີກນະໂຍບາຍພາສີພິເສດສຳລັບລົດປະຢັດພະລັງງານ-ເອັນອີວີບາງປະເພດເລີ່ມປີ 2027

07/07/2026 22:28
ຂປລ ກະຊວງການເງິນຂອງຈີນ ໄດ້ປະກາດວ່າ ຈີນຈະຍົກເລີກນະໂຍບາຍເກັບພາສີຍານພາຫະນະ ແລະ ເຮືອ ໃນອັດຕາເຄິ່ງໜຶ່ງ (ຫລຸດ 50%) ສຳລັບຍານພາຫະນະປະຢັດພະລັງງານ.

ຂປລ.ສຳນັກຂ່າວຊິນຮວາ, ກະຊວງການເງິນຂອງຈີນ ໄດ້ປະກາດວ່າ ຈີນຈະຍົກເລີກນະໂຍບາຍ ເກັບພາສີຍານພາຫະນະ ແລະ ເຮືອ ໃນອັດຕາເຄິ່ງໜຶ່ງ (ຫລຸດ 50%) ສຳລັບຍານ ພາຫະນະ ປະຢັດພະລັງງານ. ພ້ອມກັນນັ້ນ ກໍຈະຍົກເລີກ ການຍົກເວັ້ນພາສີ ສຳລັບຍານພາຫະນະ ພະລັງງານໃໝ່ (NEV) ບາງປະເພດ ເຊັ່ນ:ຍານພາຫະນະ ເພື່ອການຄ້າ ທີ່ເປັນລະບົບ ໄຟຟ້າລ້ວນ; ຍານພາຫະນະປລັກອິນ ໄຮບຣິດ ແລະ ຍານພາຫະນະ ເພື່ອການຄ້າແຊວເຊື້ອໄຟ ເລີ່ມຕັ້ງແຕ່ວັນທີ1 ມັງກອນ 2027ເປັນຕົ້ນໄປ, ເຊິ່ງຜູ້ເສຍພາສີ ທີ່ມີຍານພາຫະນະ ປະເພດ ເຫລົ່ານີ້ ຈະຕ້ອງໄດ້ຊຳລະພາສີເປັນລາຍປີ.

ໃນຂະນະທີ່ ພາສີຍານພາຫະນະ ແລະ ເຮືອ ແມ່ນພາສີຊັບສິນ ທີ່ຮຽກເກັບເປັນລາຍປີ ຈາກເຈົ້າຂອງ ຫລື ຜູ້ຄອບຄອງ ຍານພາຫະນະ ແລະ ເຮືອ. ໂດຍແຕ່ລະພາກພື້ນ ໃນລະດັບແຂວງ ສາມາດກຳນົດ ອັດຕາພາສີ ທີ່ຈະນຳມາໃຊ້ ບັງຄັບສະເພາະ ໃນພື້ນທີ່ຂອງຕົນເອງໄດ້ ພາຍໃຕ້ຂອບອັດຕາພາສີ ທີ່ສ່ວນກາງກຳນົດໄວ້.

ເຖິງຢ່າງໃດກໍຕາມ, ຍານພາຫະນະສ່ວນບຸກຄົນ ທີ່ເປັນລະບົບໄຟຟ້າ ລ້ວນແລະໃຊ້ແຊວເຊື້ອໄຟ ແມ່ນຍັງຄົງບໍ່ໄດ້ຮັບຜົນກະທົບ ຈາກການປັບປ່ຽນ ນະໂຍບາຍໃນຄັ້ງນີ້ ແລະ ຈະໄດ້ຮັບ ການ ຍົກເວັ້ນພາສີຕໍ່ໄປ ເນື່ອງຈາກຍານພາຫະນະ ທັງສອງປະເພດນີ້ ບໍ່ໄດ້ຢູ່ໃນຂອບເຂດ ການເກັບພາສີ ຕາມກົດໝາຍ ວ່າດ້ວຍພາສີຍານພາຫະນະ ແລະ ເຮືອ ຂອງຈີນ.

KPL

ຂ່າວອື່ນໆ

ads
ads

Top