ຂປລ
ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ ສາມາດບັນລຸຜົນສຳເລັດຫລາຍດ້ານ ໂດຍສະເພາະເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີທ່າກ້າວທີ່ດີຂຶ້ນ.

ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ ສາມາດບັນລຸຜົນສຳເລັດຫລາຍດ້ານ ໂດຍສະເພາະເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີທ່າກ້າວທີ່ດີຂຶ້ນ. ຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍ ຕົວ 3,4% ເທົ່າກັບ 58,62% ຂອງແຜນປີ ທີ່ກຳນົດໄວ້ 5,8% ຄິດເປັນມູນຄ່າ 12.430 ຕື້ກີບ. ໃນນັ້ນ ຂະແໜງກະສິກຳຂະຫຍາຍຕົວ 3,2% ມີມູນຄ່າ 4.211 ຕື້ກີບ ກວມ 33,88% ຂອງ GDP, ຂະແໜງອຸດສາຫະກຳຂະຫຍາຍຕົວ 2,8% ມີມູນຄ່າ 3.347 ຕື້ກີບ ກວມ 26,93% ແລະ ຂະແໜງບໍລິການຂະຫຍາຍຕົວ 3,8% ມີມູນຄ່າ 4.197 ຕື້ກີບ ກວມ 33,76% ຂອງ GDP.
ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ Iເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນ ປີ 2026 ເຫັນວ່າ ເສດຖະກິດ-ສັງກິດຂອງແຂວງວຽງຈັນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເເລະ ມີທ່າກ້າວທີ່ດີ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 3,4%, ເທົ່າກັບ 58,62% ຂອງແຜນການ (ແຜນ 5,8%), ຄິດເປັນມູນຄ່າເພີ່ມລາຄາໃນປີ 12.430 ຕື້ກີບ. ໃນນັ້ນ, ຂະແໜງກະສິກໍາ ຂະຫຍາຍຕົວ 3,2% ຄິດໄລ່ເປັນມູນຄ່າ 4.211 ຕື້ກີບ, ກວມເອົາ 33,88% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 2,8% ເທົ່າກັບ 3.347 ຕື້ກີບ ກວມເອົາ 26,93% ຂອງ GDP; ຂະແໜງບໍລິການ ຂະຫຍາຍຕົວ 3,8% ຄິດໄລ່ເປັນມູນຄ່າເພີ່ມລາຄາໃນປີ 4.197 ຕື້ກີບ ກວມເອົາ 33,76% ຂອງ GDP. ການຜະລິດທີ່ພົ້ນເດັນສາມາດຜະລິດເຂົ້າ, ພືດຜັກ, ໄມ້ໃຫ້ໝາກ, ການລ້ຽງສັດເພື່ອສະໜອງການບໍລິໂພກພາຍໃນ ແລະ ສົ່ງອອກຕ່າງແຂວງ, ຕ່າງປະເທດ (ມັນຕົ້ນ, ຢາງພາລາ, ເຄື່ອງປ່າຂອງດົງຈຳນວນໜຶ່ງ); ການຜະລິດອຸດສາຫະກຳປຸງແຕ່ງປະຕິບັດໄດ້ 1.000 ຕື້ກີບ ເທົ່າກັບ 52,96%, ການຜະລິດຫັດຖະກຳໄດ້ 976 ລ້ານກີບ, ຜະລິດກະແສໄຟຟ້າໄດ້ 1.110 ກິກາວັດໂມງ ເທົ່າກັບ 58% ເປັນມູນຄ່າ 1.192 ຕື້ກີບ, ຜະລິດແຮ່ທາດຕ່າງໆ ໄດ້ 5.564 ຕື້ກີບ, ຈໍາໝ່າຍໄດ້ 2.134 ຕື້ກີບ, ເທົ່າກັບ 90%; ການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ ໄດ້ 2.812 ຕື້ກີບ, ການບໍລິການດ້ານທ່ອງທ່ຽວໄດ້ 1,90 ລ້ານເທື່ອຄົນ, ສ້າງມູນຄ່າທົ່ວສັງຄົມ 1.467 ຕື້ກີບ, ລື່ນແຜນ 10,13%.ສຳລັບຂົງເຂດວັດທະນະທຳ ແລະ ສັງຄົມ ໄດ້ສຸມໃສ່ວຽກງານການຮຽນ-ການສອນ ໂດຍປະຕິບັດ 12 ຄາດໝາຍຂອງຂະແໜງການສຶກສາ, ປະຕິບັດໄດ້ 8 ຄາດໝາຍ; ຈັດສັນຊັບຊ້ອນໂກຕາຄູສອນໃຫ້ບັນດາເມືອງ, ໂຮງຮຽນໃຫ້ພຽງພໍ; ສ່ວນວຽກງານສາທາລະນະສຸກ ກໍໄດ້ເອົາໃຈໃສ່ການບໍລິການໂຮງໝໍນ້ອຍຂອງບັນດາເມືອງໃນການບໍລິການ, ກວດກາການປິ່ນປົວດ້ານສຸຂະພາບ ສາມາດປະຕິບັດ 14 ຄາດໝາຍຂອງຂະແໜງສາທາບັນລຸແລ້ວ 8 ຄາດໝາຍ ແລະ ວຽກງານພັດທະນາຊົນນະບົດ ແກ້ໄຂຄອບຄົວທຸກຍາກໄດ້ 3.784 ຄອບຄົວ.
ແນວໃດກໍດີ, ສຳລັບຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະຕິບັດ 8 ຄາດໝາຍທີ່ສະພາຮັບຮອງ, ຝຶກອົບຮົມວິຊາຊີບ, ຈັດຫາວຽກເຮັດງານທຳພາຍໃນ ແລະ ຕ່າງປະເທດ ໄດ້ 1.494 ຄົນ; ຂະຫຍາຍຜູ້ເຂົ້າປະກັນສັງຄົມ ໄດ້ 564 ຄົນ, ປະຕິບັດນະໂຍບາຍຕາມດໍາລັດ 57/ລບ, ສຸມໃສ່ຕອບໂຕ້ ແລະ ແກ້ໄຂຜົນກະທົບຈາກໄພພິບັດ ຈຳນວນ 12 ໂຄງການ, ຊ່ວຍເຫລືອເຂົ້າສານ 200 ໂຕນ; ບໍລິຈາກເລືອດ 975 ຖົງ; ກວດກູທຳລາຍລະເບີດບໍ່ທັນແຕກໃນພື້ນທີ່ການຜະລິດຢູ່ເມືອງກາສີ ແລະ ສາມາດການສ້າງຕັ້ງຕາແສງ 35 ຕາແສງ.
ພ້ອມນັ້ນ, ການຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໄດ້ຈໍານວນ 922,43 ຕື້ກີບ, ເທົ່າກັບ 68, 41% (ແຜນ 1.348,39 ຕື້ກີບ), ໄດ້ຫັນນໍາໃຊ້ລະບົບຄຸ້ມຄອງໃບເກັບເງິນແບບເອກເລັກໂຕຣນິກ (E-TAX-INVOICE) ໄດ້ 394 ຫົວໜ່ວຍ ຢູ່ 4 ເມືອງ ຄື: ເມືອງວັງວຽງ, ຊະນະຄາມ, ທຸລະ ຄົມ ແລະ ເມືອງໂພນໂຮງ; ຊຸກຍູ້ການສ້າງລາຍຮັບຂະແໜງການທ່ອງທ່ຽວ, ການຄ້າ, ດ້ານກະສິກຳໃຫ້ມີຈຳນວນເພີ່ມຂຶ້ນ;ການຄຸ້ມຄອງລາຍຈ່າຍຕາມລະບຽບການ-ການເບີກຈ່າຍງົບປະມານຜ່ານລະບົບ LIFMIS ເທົ່າກັບ 42%, ສົ່ງເສີມການລົງທຶນຂອງພາກເອກະຊົນ, ໂຄງການເຊົ້າສຳປະທານທີ່ດິນລັດໃຫ້ມີປະສິດຕິຜົນ, ກ້າວເຂົ້າສູ່ການພັດທະນາ ແລະ ບໍລິການສັງຄົມໃຫ້ໄວ ຜ່ານຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ຍູ້ແຮງການຜະລິດກະສິກຳເປັນສິນຄ້າ, ສ້າງຮູບແບບການຜະລິດແບບຫົວໜ່ວຍຄອບຄົວ, ກຸ່ມ, ຟາມ, ສ້າງສິນຄ້າໂອດັອບ (ODOP) ຕິດພັນກັບການສະໜອງສິນເຊື້ອໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ.
KPL